23/08/2026
Full Episode: ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ພະແນກທັມມະສັນຈອນ ຮ່ວມກັບ ອພສ ແຂວງວຽງຈັນ ໄດ້ຈັດພິທີປິດຄ້າຍທັມມະ ເພື່ອເຍົາວະຊົນ ແລະ ຊາວໜຸ່ມ ທີ່ວັດຖີ່ນແກ້ວ ແກ້ວກູ່ປະເຊໄຊຍາຣາມ ບ້ານ ແສງສະຫວ່າງ ເມືອງ ແກ້ວອຸດົມ ແຂວງວຽງຈັນ ໃນວັນທີ 22 ສິງຫາ 2026 ນີ້ ໂດຍການເປັນປະທານຂອງ ພຣະອາຈານ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງ ອພສ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ , ພຣະອາຈານ ບຸນທະວີ ປະສິດທິສັກ ຮອງປະທານສູນກາງ ອພສ ຫົວໜ້າກັມມາທິການສາທາລະນູປະການ ສູນກາງ , ພຣະອາຈານ ຕຸງ ຈັນທະວົງປະທານ ອພສ ແຂວງວຽງຈັນ , ພຣະອາຈານ ສົມບູນ ສຸດທະມາໄລ ປະທານ ອພສ ເມືອງ, ພ້ອມດ້ວຍ ພຣະອາຈານ ຮອງຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ , ພຣະອາຈານ ຫົວໜ້າຫ້ອງການ ກຜປຖ , ພຣະອາຈານຫົວໜ້າພະແນກທັມມະສັນຈອນ ກຜປຖ ສູນກາງ, ພຣະອາຈານໃນຄະນະບໍລິຫານງານປະຈຳການ ອພສ ແຂວງ, ຄະນະ ອພສ ເມືອງ, ພຣະເຖຣານຸເຖຣະ ເຂົ້າຮ່ວມ.
ຝ່າຍຄາລະວາດ:
ເປັນກຽດເຂົ້າຮ່ວມງານຂອງທ່ານ ວັນຄຳ ສຸນັນທາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ , ທ່ານ ແກ້ວທອນ ດາລາວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍ ທ່ານຫົວໜ້າວ່າການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ , ທ່ານ ອານຸຊາ ບຸບຜາ ຫົວໜ້າຄ້າຍທັມມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ ພ້ອມຄະນະອົງການຈັດຕັ້ງບ້ານທຸກພາກສ່ວນທີ່ກ່ຽວຂ້ອງ,ພໍ່ແມ່ຜູ້ປົກຄອງນັກຮຽນ,ເຍົາວະຊົນ - ຊາວໜຸ່ມ ,ພຸດທະສາສະນິກກະຊົນ ເຂົ້າຮ່ວມຢ່າງພ້ອມກັນ.
ພິທີປິດຄ້າຍທັມມະນີ້ ໄດ້ຮັບກຽດຈາກທ່ານ ແກ້ວທອນ ດາລາວົງ ປະທານແນວສ້າງຊາດເມືອງ ຂື້ນໄຕ້ທຽນເພື່ອບູຊາພຣະຣັດຕະນະໄຕຣ,ນຳພາໄຫວ້ພຣະໂດຍ ພຣະອາຈານ ປະທານໃນພິທີ ແລະ ຮັບຟັງການຜ່ານບົດສະຫຼຸບຄ້າຍທັມມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ ທີ່ແຂວງວຽງຈັນ ໂດຍ ທ່ານ ນາງ ຄູນດີ ຈັນທະຈັກ ທີ່ປຶກສາກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ຕາງໜ້າຄະນະວິທະຍາກອນຄ້າຍທັມມະ , ຕໍ່ມາ ໄດ້ມີພິທີມອບໃບຍ້ອງຍໍໃຫ້ແດ່ ຜູ້ທີ່ມີຜົນງານດີເດັ່ນເຂົ້າຊ່ວຍໃນວຽກງານຄ້າຍທັມມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ ຈຳນວນ 26 ອົງ/ ທ່ານ ໃຫ້ກຽດມອບໂດຍ ທ່ານ ແກ້ວທອນ ແສງດາລາ ປະທານແນວລາວສ້າງຊາດເມືອງ ແລະ ມອບໃບຢັ້ງຢືນຜູ້ທີ່ຜ່ານການຝຶກອົບຮົມ ຈຳນວນ 113 ຄົນ ໃນໂອກາດນີ້ ໄດ້ຮັບຄວາມເມດຕາເປັນອົງມອບໂດຍ ພຣະອາຈານ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງ ອພສ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ປະທານໃນພິທີ ຫຼັງຈາກສຳເລັດພິທີມອບໃບຍ້ອງຍໍ ແລະ ໃບຢັ້ງຢືນແລ້ວ ກໍໄດ້ຮັບຟັງການປະກອບຄຳຄິດເຫັນ ຈາກ ທ່ານ ແກ້ວທອນ ແສງດາລາ ປະທານແນວລາວສ້າງຊາດເມືອງ.
ເພື່ອເຮັດໃຫ້ພິທີປິດຄ້າຍທັມມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ ທີ່ແຂວງວຽງຈັນ ໄດ້ຈົບລົງຢ່າງມີປະສິດທິພາບ,ມີຄວາມໜາຍຄວາມສຳຄັນທີ່ສຸດ ກໍໄດ້ຮັບຟັງໂອວາດແຫ່ງທັມ ແດ່ ພຣະອາຈານ ບຸນທະວີ ປະສິດທິສັກ ຮອງປະທານ ສູນກາງ ອພສ ຫົວໜ້າກັມມາທິການສາທາລະນູປະການ ສູນກາງ ແລະ ຕອນທ້າຍ ກໍໄດ້ຮັບຄວາມເມດຕາ ແດ່ ພຣະອາຈານ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງ ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ປະທານໃນພິທີ ກ່າວປິດຄ້າຍທັມມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ ທີ່ ແຂວງວຽງຈັນ.
ຂ່າວ: #ພະແນກສື່ - ປະຊາສັມພັນ ກຜປຖ ສູນກາງ
ພາບ: Max Koh