Inclusive Business by AIG

Inclusive Business by AIG Income Generation through an Inclusive Business is a mini project funded by the Australian Government under the Alumni Innovation Grant Scheme.

This is a four months project aims to support people with disabilities and Lao labour impacted from Covid-19.

ໂຄງການສ້າງລາຍໄດ້ແບບມີສ່ວນຮ່ວມ ພາຍໃຕ້ Grant Second Round ເລັງເຫັນຄວາມສຳຄັນ ໃນການພັດທະນາຄົນພິການໃຫ້ມີສັກກະຍາພາບໂດຍສະເພາະໃນ...
20/10/2021

ໂຄງການສ້າງລາຍໄດ້ແບບມີສ່ວນຮ່ວມ ພາຍໃຕ້ Grant Second Round ເລັງເຫັນຄວາມສຳຄັນ ໃນການພັດທະນາຄົນພິການໃຫ້ມີສັກກະຍາພາບໂດຍສະເພາະໃນດ້ານວຽກງານຫັດຖະກຳ ເພື່ອສ້າງເປັນອາຊີບແບບຍືນຍົງ. ແລະ ນີ້ຄືຄວາມສຳເລັດອີກບາດກ້າວໜຶ່ງ ຂອງກຸ່ມຫັດຖະກຳສີມືຄົນພິການ ກຸ່ມເປົ້າໝາຍທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ

🙏🙏ຜະລິດຕະພັນທີ່ໄດ້ຮັບການພັດທະນາໃຫ້ຮູບແບບ ແລະ ຄຸນນະພາບ ຕົງກັບຄວາມຕ້ອງການຂອງຕະຫລາດ 🙏🙏
22/06/2021

🙏🙏ຜະລິດຕະພັນທີ່ໄດ້ຮັບການພັດທະນາໃຫ້ຮູບແບບ ແລະ ຄຸນນະພາບ ຕົງກັບຄວາມຕ້ອງການຂອງຕະຫລາດ 🙏🙏

07/05/2021
26/03/2021

Such a spiring young female social entrepreneur!!! Thank you Kabie!!!

ປະສົບການຮຽນຮູ້ຮ່ວມກັນ ດ້ານການພັດທະນາຜະລິດຕະພັນ ໂດຍນຳໃຊວັດສະດຸເສດເຫຼືອ.24 – 25 ກຸມພາ 2021 @ STELLAການຮຽນຮູ້ແບບມີສ່ວນຮ່ວມ....
02/03/2021

ປະສົບການຮຽນຮູ້ຮ່ວມກັນ ດ້ານການພັດທະນາຜະລິດຕະພັນ ໂດຍນຳໃຊວັດສະດຸເສດເຫຼືອ.
24 – 25 ກຸມພາ 2021 @ STELLA

ການຮຽນຮູ້ແບບມີສ່ວນຮ່ວມ. ຮ່ວມທີມ, ຮ່ວມປຶກສາຫາລື, ຮ່ວມຊອກຮູ້ຈຸດແຂງ ຈຸດອ່ອນ, ຮ່ວມອອກແບບ, ຮ່ວມພັດທະນາ, ຮ່ວມຕຳນິຕິຊົມ, ຮ່ວມປັບປຸງພັດທະນາ, ແລະ ຮ່ວມມ່ວນເຮຮາ.

ຜູ້ເຂົ້າຮ່ວມແມ່ນກຸ່ມຄົນພິການ ແລະ ຄົນຫວ່າງງານ ຈຳນວນ 11 ທ່ານ (ຍິງ 10, ຊາຍ 1) ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມໂຄງການ ແລະ ຝຶກອົບຮົມ ໃນຫົວຂໍ້ ພັດທະນາຜະລິດຕະພັນ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທິດສະດີການອອກແບບ ແລະ ພັດທະນາຜະລິດຕະພັນ ຂັ້ນພື້ນຖານ ພ້ອມທັງໄດ້ລົງມືປະຕິບັດຕົວຈິງ.

ນຳທີມຄູຝຶກໂດຍ ອາຈານ ມາລິນີ ພິນິດ, ອາຈານສາຂາຜະລິດຕະພັນ ຈາກຄະນະສະຖາປັດ ມະຫາວິທະຍາໄລແຫ່ງຊາດ. ເພິ່ນນຳເອົາບັນດາຜູ້ມີຝີມືສ້າງສັນຜົນງານດ້ານອອກແບບຜະລິດຕະພັນ ມາຮ່ວມສອນ ພ້ອມທັງອາສາສະໝັກນັກສຶກສາຮ່ວມຄະນະຄູຝຶກ.

ຜູ້ເຂົ້າຮ່ວມທັງ 11ທ່ານ ໄດ້ນຳເອົາວັດສະດຸ ມາພັດທະນາອອກແບບ ແລະ ນຳສະເໜີແນວຄວາມຄິດ ພ້ອມທັງຮັບເອົາຄຳຕຳນິຕິຊົມຈາກຜູ້ເຂົ້າຮ່ວມ ແລະ ທີມຄູຝຶກ. ຫຼັງຈາກຮ່ວມຝຶກອົບຮົມສອງວັນ, ຜູ້ເຂົ້າຮ່ວມ ສາມາດສ້າງແບບຜະລິດຕະພັນຂອງຕົນເອງ ແລະ ຈະນຳໄປທົດລອງລົງມືຜະລິດ ພາຍໃຕ້ການປຶກສາຫາລື ແລະ ຊີ້ນຳໂດຍຄູຝຶກ ຢ່າງຕໍ່ເນື່ອງ. ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈເຖິງປັດໃຈພື້ນຖານ ແລະ ຄວາມສຳຄັນ ຂອງການອອກແບບ. ທີ່ສຳຄັນ ພວກເຂົາສາມາດຮຽງຮ້ອຍເລື່ອງລາວຂອງຜະລິດຕະພັນຂອງຕົນ ໄດ້ຢ່າງໜ້າສົນໃຈ ຊຶ່ງຈະຊ່ວຍສ້າງສັນມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນຂອງພວກເຂົາ.

ຂອບໃຈ ທຶນຊ່ວຍເຫຼືອຈາກລັດຖະບານອົສຕຣາລີ ຜ່ານ ໂຄງການ "Income Generation through an Inclusive Business" ພາຍໃຕ້ Alumni Innovation Grant ແລະ ທຶນສົມທົບຈາກອົງການ UNDP. ຂອບໃຈ ພະນັກງານ STELLA ທີ່ໃຫ້ການຊ່ວຍເຫຼືອ ແລະ ບໍລິການແບບມືອາຊີບ. ຂອບໃຈ ຜູ້ບໍລິຫານ STELLA ທີ່ສ້າງສູນອັນແສນສະດວກສະບາຍ ແລະ ເອື້ອອຳນວຍໃຫ້ແກ່ຄົນພິການ. ຂອບໃຈທີມຄູຝຶກ ທີ່ສ້າງຂະບວນການຮຽນຮູ້ທີ່ມ່ວນ, ໜ້າສົນໃຈ, ແລະ ເປັນກັນເອງ ເຮັດໃຫ້ຜູ້ເຂົ້າຮ່ວມເປີດໃຈຮັບ ແລະ ຮຽນຮູ້ຢ່າງເຕັມທີ. ສຸດທ້າຍ ຂອບໃຈຜູ້ເຂົາຮ່ວມທຸກຄົນ ທີ່ຕັ້ງໜ້າຝຶກຢ່າງເກີນ 100.

ປະສົບການ ແລະ ຄວາມຮູ້ໃໝ່ ໃນການປູກຜັກປອດສານພິດ ເພື່ອນຳມາສ້າງລາຍໄດ້ໃຫ້ແກ່ກຸ່ມຄົນພິການ ແລະ ຫວ່າງງານ @ ສວນນຶ່ງໃຈ, 27 ກຸມພາ 20...
28/02/2021

ປະສົບການ ແລະ ຄວາມຮູ້ໃໝ່ ໃນການປູກຜັກປອດສານພິດ ເພື່ອນຳມາສ້າງລາຍໄດ້ໃຫ້ແກ່ກຸ່ມຄົນພິການ ແລະ ຫວ່າງງານ
@ ສວນນຶ່ງໃຈ, 27 ກຸມພາ 2021.

ຂອບໃຈອາຈານທ໊ອບ ແລະ ເຈົ້າຂອງສວນຜັກປອດສານພິດ ນຶ່ງໃຈ ທີ່ໃຫ້ໂອກາດທີມງານໂຄງການນ້ອຍໆຂອງເຮົາ ໄດ້ເຂົ້າຮ່ວມຝຶກອົບຮົມ ການປູກຜັກປອດສານພິດ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຕັກນິກການກະກຽມດິນກ່ອນປູກຜັກ, ການກ້າເບ້ຍຜັກ, ການເຮັດປຸຍຊີວະພາບ, ການປ້ອງກັນສັດຕູພືດ, ການສ້າງໂຮງເຮືອນປູກຜັກໃນເມືອງ, ເຄັດລັບການຕະຫຼາດ ແລະ ອື່ນໆ. ຍິ່ງໄປກວ່ານັ້ນທີມງານເຮົາຍັງໄດ້ລົງມືປະຕິບັດຕົວຈິງ ທົດລອງປະສົມດິນ, ເຮັດຢາປ້ອງກັນສັດຕູພືດ, ກ້າເບ້ຍຜັກ, ບົງຜັກ ແລະ ດູແລຜັກ.

ນອກເໜືອຈາກຄວາມຮູ້ ດ້ານການປູກຜັກປອດສານພິດ, ຜູ້ເຂົ້າຮ່ວມຍັງໄດ້ຮູ້ຈັກກັບຜູ້ຜະລິດ ປຸຍຊີວະພາບ, ກຸ່ມຜູ້ປູກຜັກ ແລະ ຜູ້ບໍລິໂພກຜັກປອດສານພິດ. ຊຶ່ງເປັນປະໂຫຍດໃນການສ້າງເຄືອຂ່າຍ ແລກປ່ຽນຄວາມຮູ້, ສ້າງເຄືອຂ່າຍການຜະລິດ ແລະ ການຂາຍ ໃນອະນາຄົດ.

ຜູ້ເຂົ້າຮ່ວມປະກອບມີສະມາຊິກໂຄງການທັງໝົດ 4 ທ່ານ, ຊຶ່ງເປັນຄົນພິການ 3 ທ່ານ (ຍິງ3, ຊາຍ0) ແລະ ຄົນຫວ່າງງານ 1 (ຍິງ0, ຊາຍ1). ຄູຝຶກ ແລະ ຜູ້ຈັດງານ ໄດ້ດຳເນີນການແບບເປີດກວ້າງ ແລະ ມີສ່ວນຮ່ວມ ໂດຍໄດ້ໃຫ້ໂອການແກ່ຄົນພິການ ແລະ ເດັກນ້ອຍ ເຂົ້າຮ່ວມໂດຍບໍ່ເສຍຄ່າ.

ສະມາຊິກໂຄງການໃຫ້ຄວາມສົນໃຈ ແລະ ເອົາໃຈໃສ່ໃນການຝຶກອົບຮົມຢ່າງຕັ້ງໜ້າ ດ້ວຍການຕັ້ງຄຳຖາມເຈາະຈີ້ມ ແລະ ລົງມືທົດລອງເຮັດດ້ວຍຕົນເອງ ໂດຍບໍ່ໄດ້ປ່ອຍໃຫ້ອຸປະສັກທາງຮ່າງກາຍມາເປັນອຸປະສັກກີດຂວາງການຮຽນຮູ້ຄັ້ງນີ້. ນ. ພຸດສະດີ ເວົ້າວ່າ: “ທີ່ຜ່ານມາຂ້ອຍກະປູກຜັກ ແຕ່ບໍ່ຮູ້ເຕັກນິກແບບນີ້ ສົມພໍຜັກມັນຈຶ່ງບໍ່ງາມ ແລະ ບໍ່ແຊບ. ຕໍ່ໄປນີ້ຊິລອງໄປເຮັດສວນໂດຍໃຊ້ເຕັກນິກປອດສານພິດ ແລະ ໃສ່ປຸຍຊີວະພາບແບບນີ້..... ແລະ ຢາກເຮັດສວນທາງຕັ້ງໃສ່ກຳແພງຮອບບ້ານ ແລ້ວຊິເອົາໄປຂາຍ.” ພຸດສະດີ ເວົ້າ ພ້ອມຫົວສຽງດັງ ຈົນສົ່ງພະລັງເຖິງ ສດລ.

ພຸດສະດີ ຍັງໄດ້ແລກປ່ຽນທັດສະນະ ກັບຜູ້ເຂົ້າຮ່ວມຫລາຍທ່ານວ່າ: “ຂ້ອຍບໍ່ຢາກໃຫ້ຄົນຊື້ຜະລິດຕະພັນຈາກກຸ່ມຄົນພິການ ຍ້ອນຄວາມອີດູຕົນສົງສານ. ແຕ່ຢາກໃຫ້ຊື້ດ້ວຍຄຸນນະພາບ, ແບບທີ່ງາມ ແລະ ປະສິດທິພາບການໃຊ້ງານຂອງຜະລິດຕະພັນເຮົາແທ້ໆ...”

Stay tune!!!
18/02/2021

Stay tune!!!

ທ່ານມີຄວາມສົນໃຈໃນການພັດທະນາຜະລິດຕະພັນຈາກສິ່ງເສດເຫຼືອບໍ່? ທ່ານມີຄວາມສົນໃຈໃນການຮຽນຮູ້ກ່ຽວກັບການເຮັດທຸລະກິດຂັ້ນພື້ນຖານບໍ່? ...
18/02/2021

ທ່ານມີຄວາມສົນໃຈໃນການພັດທະນາຜະລິດຕະພັນຈາກສິ່ງເສດເຫຼືອບໍ່?
ທ່ານມີຄວາມສົນໃຈໃນການຮຽນຮູ້ກ່ຽວກັບການເຮັດທຸລະກິດຂັ້ນພື້ນຖານບໍ່?

ໂອກາດມາຮອດແລ້ວ!!

ໂຄງການ “ສ້າງລາຍໄດ້ໂດຍຜ່ານທຸລະກິດແບບມີສ່ວນຮ່ວມ” ມີຈຸດປະສົງປະກາດຫາຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມຝຶກອົບຮົມໃນໂຄງການ ຈຳນວນ 10 ທ່ານ.

ໂຄງການ “ສ້າງລາຍໄດ້ໂດຍຜ່ານທຸລະກິດແບບມີສ່ວນຮ່ວມ” ແມ່ນໂຄງການຂະໜາດນ້ອຍ ແລະ ໄລຍະສັ້ນ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານປະເທດອົດຕຣາລີ. ໂຄງການຖືກສ້າງຂຶ້ນໂດຍທີມອະດີດນັກສຶກສາອົສຕຣາລີ ໂດຍເລັງໃສ່ແກ້ໄຂຜົນກະທົບດ້ານເສດຖະກິດ ແລະ ສັງຄົມ ຂອງກຸ່ມຄົນພິການ ແລະ ຜູ້ທີ່ຕົກວຽກເດີນທາງກັບມາປະເທດລາວ ເນື່ອງມາຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

ເງື່ອນໄຂຂອງຜູ້ສະໜັກ:
1. ສັນຊາດລາວ ທີ່ມີອາຍຸ 16 ປີຂຶ້ນໄປ;
2. ຜູ້ພິການ ແລະ ຜູ້ຫວ່າງງານ ໂດຍສະເພາະແມ່ນແຮງງານທີ່ກັບຈາກຕ່າງປະເທດ;
3. ເປັນຜູ້ທີ່ມີຈິດໃຈຮັກ ແລະ ມີຄວາມສົນໃຈໃນການສ້າງ ແລະ ພັດທະນາ ຜະລິດຕະພັນ; ໂດຍສະເພາະການໝູນໃຊ້ວັດສະດຸຈາກສິ່ງເສດເຫຼືອ.

ຜູ້ທີ່ໄດ້ຮັບທຶນທັງໝົດ ແມ່ນຈະໄດ້ຮັບຜົນປະໂຫຍດດັ່ງນີ້:
1. ເຂົ້າຮ່ວມຝຶກອົບຮົມໂດຍບໍ່ໄດ້ເສຍຄ່າ;
2. ອັດຕາກິນ ຕາມອັດຕາລັດກຳນົດ;
3. ມີອາຫານໃຫ້ໃນຊ່ວງຝຶກອົບຮົມ;
(ໝາຍເຫດ: ສໍາລັບຜູ້ຝຶກອົບຮົມຈາກຕ່າງແຂວງ ນອກຈາກຈະໄດ້ຮັບຜົນປະໂຫຍດຂ້າງເທິງແລ້ວ, ຍັງຈະໄດ້ຮັບຄ່າປີ້ລົດ ເດີນທາງໄປ-ກັບ 01 ຖ້ຽວ. ສ່ວນຄ່າພັກເຊົາ-ທີ່ຢູ່ອາໄສ ແມ່ນກຸ້ມຕົນເອງ)

ພາຍຫຼັງຈົບໂຄງການ ຜູ້ເຂົ້າຮ່ວມທັງໝົດແມ່ນຈະໄດ້ຮັບ:
1. ສາມາດພັດທະນາຜະລິດຕະພັນເປັນຂອງຕົນເອງ;
2. ມີເຄືອຂ່າຍຜູ້ຜະລິດ ແລະ ຜູ້ຊື້ ເພື່ອຊ່ວຍເລື່ອງການຂາຍ;
3. ມີທັກສະດ້ານການວາງແຜນທຸລະກິດ, ການຕະຫຼາດ ແລະ ການອອກແບບຜະລິດຕະພັນ;
4. ມີທັກສະໃນການເຮັດວຽກເປັນທີມ ແລະ ການຢູ່ຮ່ວມກັບຄົນຫຼາກຫຼາຍ;
5. ຜູ້ກ່ຽວຈະໄດ້ເປັນຄູຝຶກສະເພາະດ້ານໃຫ້ແກ່ຊຸມຊົນຂອງຕົນເອງ.

ກຳນົດເວລາສະໝັກ:
ເປີດຮັບ: ວັນທີ 18 ກຸມພາ 2021
ປິດຮັບ : ວັນທີ 22 ກຸມພາ, ເວລາ 24 ໂມງ 00

ຂັ້ນຕອນ:
1. ຍື່ນໃບສະໝັກ ເຂົ້າຫາເພດສ ຫຼື Whatsapp ຕາມກຳນົດເວລາທີ່ກຳນົດ 22 ກຸມພາ 2021
2. ຄັດເລືອກຟອມ 23 ກຸມພາ 2021
3. ແຈ້ງຫາສະເພາະຜູ້ທີ່ຖືກຄັດເລືອກ.

ສອບຖາມລາຍລະອຽດເພີ່ມຕື່ມ ແລະ ແບບຟອມຮັບສະໜັກ ກະລຸນາຕິດຕໍ່
- ເຟສບຸກເພດ: Inclusive Business by AIG
- ດາວໂຫຼດ: https://drive.google.com/file/d/1H3kwODJjvPNUTM7Y3A_XvtKz9N0Mvk5B/view?usp=sharing
- ນາງ ພຸດສະດີ ລາວລີ ໂທ/Whatsapp: 020 93391558
- ນາງ ສອນດາລິນ ພູມວົງໄຊ, ໂທ/Whatsapp: 020 29068888

ໝາຍເຫດ: ທາງໂຄງການແມ່ນເປີດໃຫ້ສິດທຸກທ່ານເທົ່າທຽມກັນ ແລະ ສະໜັບສະໜູນ ເປັນເພດຍິງ, ຜູ້ພິການ, ຊົນເຜົ່າ ເຂົ້າຮ່ວມຮັບສະໜັກເຂົ້າຮ່ວມຊີງທຶນໃນຄັ້ງນີ້.

ຂໍຂອບໃຈລັດຖະບານອົສຕຣາລີ ທີ່ມອບທຶນໃຫ້ອະດີດນັກສຶກສາ ໄດ້ລິເລີ່ມສ້າງສັນສິ່ງດີໆໃຫ້ແກ່ສັງຄົມລາວ. My sincere appreciation and t...
18/02/2021

ຂໍຂອບໃຈລັດຖະບານອົສຕຣາລີ ທີ່ມອບທຶນໃຫ້ອະດີດນັກສຶກສາ ໄດ້ລິເລີ່ມສ້າງສັນສິ່ງດີໆໃຫ້ແກ່ສັງຄົມລາວ.

My sincere appreciation and thanks to the Australian Government for providing Alumni Innovation Grant for us to make positive impact for our Lao society.

Australia continues to support Laos’ economic recovery and resilience during COVID-19 and the Laos Australia […]

Address

Vientiane Capital
Capital

Telephone

+8562029068888

Website

Alerts

Be the first to know and let us send you an email when Inclusive Business by AIG posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Inclusive Business by AIG:

Share

Category