ແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ National GPAR Programme

  • Home
  • ແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ National GPAR Programme

ແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ National GPAR Programme Our mission is to strengthen the capacity of public administration to deliver efficient, effective and accountable services to Lao citizens.

ຂໍສະແດງຄວາມຮູ້ບຸນຄຸນມາຍັງພັກ-ລັດຖະບານ ໂດຍສະເພາະກະຊວງພາຍໃນທີ່ໄດ້ປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ແ...
26/01/2023

ຂໍສະແດງຄວາມຮູ້ບຸນຄຸນມາຍັງພັກ-ລັດຖະບານ ໂດຍສະເພາະກະຊວງພາຍໃນທີ່ໄດ້ປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ແກ່ຄະນະບໍລິຫານ ແລະ ທີມງານວິຊາການ ແຜນງານ NGPAR ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລີກ ໃນທົ່ວປະເທດໄລຍະ 05 ປີ (2016 - 2020)
ພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 24.01.2023 ທີ່ກະຊວງພາຍໃນ.
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຄະນະບໍລິຫານ ແລະ ທີມງານວິຊາການຂອງແຜນງານ NGPAR ທຸກໆທ່ານ

09/04/2022
27/09/2021

ສຸນບໍລິການຜ່ານປະຕູດຽວ One Door Service Center "ODSC"

ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ COVID-19 ທີ່ພວກເຮົາກຳລັງປະເຊີນຢູ່, ພວກເຮົາຕ້ອງຄິດເຖິງວິທີການໃໝ່ໃນການດຳລົງຊີວິດແບບປົກກະ...
27/09/2021

ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ COVID-19 ທີ່ພວກເຮົາກຳລັງປະເຊີນຢູ່, ພວກເຮົາຕ້ອງຄິດເຖິງວິທີການໃໝ່ໃນການດຳລົງຊີວິດແບບປົກກະຕິແບບໃໝ່ (new normal). ຂໍຂອບໃຈກັບເຕັກໂນໂລຊີທີ່ທັນສະໄຫມ, ນີ້ແມ່ນວິທີໜຶ່ງທີ່ຊ່ວຍໃຫ້ພວກເຮົາຫຼີກລ່ຽງພະຍາດ COVID-19 ເພື່ອໃຫ້ທຸກຄົນມາເຕົ້າໂຮມກັນໄດ້.

ໃນຕອນເຊົ້າໃນວັນທີ 27 ກັນຍາ 2021 , ຄະນະຮັບຜິດຊອບການຈັດຕັ້ງປະຕິບັດການບໍລິການຜ່ານປະຕູດຽວ ກະຊວງພາຍໃນ, ຮ່ວມກັບ ທິມງານຊ່ຽວຊານ ແລະ ສູນບໍລິການຜ່ານປະຕູດຽວເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືວິຊາການຜ່ານທາງອອນລາຍ ການປະເມີນ ແຜນການຄວບຄຸມ (Dashboard).

ກອງປະຊຸມຄັ້ງນີ້ ເປັນການປຶກສາຫາລືວິຊາການ ພາຍຫລັງທີ່ ສູນບໍລິການຜ່ານປະຕູດຽວໄຊເສດຖາ (ພາຍຫລັງທີ່ໄດ້ປະກາດນຳໃຊ້ແອັບພິເຄຊັ່ນການບໍລິການຜ່ານປະຕູດຽວ ໃນວັນທີ 9 ກັນຍາ 2021 ທີ່ຜ່ານມາ) ເວົ້າໄດ້ວ່າ ສູນບໍລິການຜ່ານປະຕູດຽວເມືອງໄຊເສດຖາຂອງພວກເຮົາ ພວມດໍາເນີນການຫັນປ່ຽນສູນບໍລິການຜ່ານປະຕູດຽວຂຶ້ນໄປອີກລະດັບໜຶ່ງນັ້ນກໍ່ຄື: ການທົດລອງ ຫລື ການສ້າງສູນບໍລິການຜ່ານປະຕູດຽວໃຫ້ທັນສະໄຫມ (ຫັນເປັນຕິຈິຕອລ) ເປັນ Smart ODSC ທັ້ງນີ້ກໍ່ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງໄດ້ສະດວກ ແລະ ມີປະສິດທິພາບສູງ.

ຈຸດປະສົງ ຂອງກອງປະຊຸມປຶກສາຫາລື ຂອງພວກເຮົາໃນມື້ນີ້ ແມ່ນ

(1) ເພື່ອປຶກສາຫາລື ຫລື ກວດກາຄືນ ການຈັດຕັ້ງປະຕິບັດ ຫລື ການນຳໃຊ້ ແອັບພິເຄຊັ່ນດັ່ງກ່າວ ວ່າ ຄວາມຂໍ້ສະດວກ ຂໍ້ຫຍຸ້ງຍາກຄືແນວໃດ (ເຊິ່ງອາດເປັນໄລຍະສັ້ນ ເຊິ່ງພວກເຮົາຫາກໍ່ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 9 ກັນຍາ 2021 ເປັນຕົ້ນມາ, ແຕ່ກໍ່ສາມາດຍົກບັນດາຫົວຂໍ້ທີ່ແທດເຫມາະກັບການຈັດຕັ້ງປະຕິບັດຕົວຈິງ)
(2) ປະເມີນການ ແຜນການຄວບຄຸມ ແລະ ຕິດຕາມ (dashboard), ຂໍ້ມູນທີ່ສາມາດສັງລວມໄດ້ ອີງຕາມ (4) ຕົວຊີ້ວັດ ເບື້ອງຕົ້ນ ທີ່ພວກເຮົາໄດ້ກຳນົດໄວ້ ມີ: (1) ຈຳນວນປະຊາຊົນປະຈຳວັນທີ່ໃຊ້ບໍລິການຢູ່ທີ່ສູນບໍລິການຜ່ານປະຕູດຽວ, (2) ຄວາມຖີ່ຂອງການບໍລິການທີ່ໃຊ້ຢູ່ສູນບໍລິການຜ່ານປະຕູດຽວ, (3) ອັດຕາການປ່ຽນແປງຂອງການບໍລິການທີ່ເຮັດສໍາເລັດຕາມຈຳນວນມື້ທີ່ກຳນົດໃນສູນບໍລິການຜ່ານປະຕູດຽວ ແລະ (4) ອັດຕາຄວາມເພິ່ງພໍໃຈຂອງພົນລະເມືອງທີ່ໃຊ້ບໍລິການທີ່ສູນບໍລິການຜ່ານປະຕູດຽວ
(3) ປຶກສາຫາລື ນຳສະເຫນີ ເພື່ອຊອກຫາວິທີທາງ ຮັບປະກັນໃຫ້ການຈັດຕັ້ງປະຕິບັດດັ່ງກ່າວ ມີປະສິດທິພາບ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ

ໃນວັນທີ 21 ກັນຍາ 2021 ທີ່ຜ່ານມາ ຄະນະຮັບຜິດຊອບຈັດຕັ້ງການບໍລະການຜ່ານປະຕູດຽວກະຊວງພາຍໃນ ໂດຍການສະຫນັບສະຫນູນຈາກອົງການ UNDESA ໄ...
27/09/2021

ໃນວັນທີ 21 ກັນຍາ 2021 ທີ່ຜ່ານມາ
ຄະນະຮັບຜິດຊອບຈັດຕັ້ງການບໍລະການຜ່ານປະຕູດຽວກະຊວງພາຍໃນ ໂດຍການສະຫນັບສະຫນູນຈາກອົງການ UNDESA ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດການບໍລິການຜ່ານປະຕູດຽວ

ໂດຍການນຳສະເຫນີຈາກ 03 ສູນບໍລິການປະຕູດຽວ ຄື (1) ສູນບໍລິການຜ່ານປະຕູດຽວເມືອງໄຊເສດຖາ ນະຄອນຫລວງວຽງຈັນ (2) ສູນບໍລິການຜ່ານປະຕູດຽວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ແລະ (3) ຫ້ອງການບໍລິການປະຕູດຽວແຂວງບໍລິຄຳໄຊ

ກອງປະຊຸມດັ່ງກ່າວ ມີ ຫ້ອງການສູນບໍລິການປະຕູດຽວທັງ 44 ສູນທົ່ວປະເທດເຂົ້າຮ່ວມ


20/09/2021
ພິທີເປີດການນຳໃຊ້ ແອັບພິເຄຊັ່ນການບໍລິການຜ່ານປະຕູດຽວ (ODSC Mobile Application) ທີ່ທັນສະໄຫມ ໃນຄັ້ງນີ້,  ໄດ້ຈັດຂຶ້ນ ໃນວັນທີ ...
10/09/2021

ພິທີເປີດການນຳໃຊ້ ແອັບພິເຄຊັ່ນການບໍລິການຜ່ານປະຕູດຽວ (ODSC Mobile Application) ທີ່ທັນສະໄຫມ ໃນຄັ້ງນີ້, ໄດ້ຈັດຂຶ້ນ ໃນວັນທີ 9 ກັນຍາ 2021 ທີ່ຫ້ອງການບໍລິການຜ່ານປະຕູດຽວໄຊເສດຖາ, ໂດຍການ ເປັນປະທານ ຂອງທ່ານ ນິສິດ ແກ້ວປັນຍາ, ຮອງລັດຖະມົນຕີກະຊວງພາຍໃນ.

ໃນໄລຍະຜ່ານມາ ກະຊວງພາຍໃນ ໄດ້ຕັ້ງຫນ້າປັບປຸງລະບຽບ ແລະ ກົນໄກການຄຸ້ມຄອງ-ບໍລິຫານ ສູນບໍລິການຜ່ານປະຕູດຽວ ຕະຫລອດມາ ໂດຍສະເພາະໃນໄລຍະຫຼັງມານີ້ກໍໄດ້ ສຸມໃສ່ການ ປັບປຸງຂອດການສະໜອງການບໍລິການ ກໍຄື ຂັ້ນຕອນການດໍາເນີນງານຂອງສູນບໍລິການຜ່ານປະຕູດຽວ ເພື່ອໃຫ້ສາມາດຊຸກຍູ້ບັນດາຂະແໜງການໃຫ້ດໍາເນີນການຢ່າງມີປະສິດທິພາບ, ວ່ອງໄວ ແລະ ມີການຕິດຕາມ-ກວດກາທີ່ໂປ່ງໃສ.

ແອັບພິເຄເຊັ່ນການບໍລິການຜ່ານປະຕູດຽວນີ້ ຈະເປີດນຳໃຊ້ທົດລອງຢູ່ເມືອງໄຊເສດຖາ ໂດຍຖືກອອກແບບໃຫ້ມີຄວາມງ່າຍດາຍໃນການນຳໃຊ້, ປະກອບມີ 02 ພາກສ່ວນສຳຄັນ ຄື:

(1) ພາກສ່ວນໃຫ້ບໍລິການ ຫຼື ສູນບໍລິການຜ່ານປະຕູດຽວ ຫຼື ຄຳສັບທາງໄອທີເອີ້ນວ່າ: back office, ຢູ່ໃນພາກສ່ວນນີ້ ໄດ້ລົງ (upload) ຂໍ້ມູນທີ່ຈຳເປັນຢູ່ໃນລະບົບ ຊຶ່ງປະຊາຊົນສາມາດເຂົ້າເບິ່ງໄດ້ ເຊັ່ນ: ປະເພດການບໍລິການ, ຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ. ນອກຈາກນັ້ນ, ໃນລະບົບຍັງໄດ້ຖືກອອກແບບໃຫ້ມີການບັນທຶກ ແລະ ລາຍງານຜົນກ່ຽວກັບ: ຄວາມຖີ່ ຂອງຜູ້ມາໃຊ້ບໍລິການ, ໜ້າວຽກໃດທີ່ຜູ້ມາໃຊ້ບໍລິການຫຼາຍກວ່າໝູ່, ຄວາມຄິດເຫັນ ຂອງປະຊາຊົນຕໍ່ການບໍລິການ ແລະ ອື່ນໆ.
(2) ກໍ່ຄືພາກສ່ວນ ຂອງປະຊາຊົນ ຜູ້ມາໃຊ້ບໍລິການ, ໃນພາກສ່ວນນີ້ ໄດ້ອອກແບບແອັບພິເຄຊັນ ຊຶ່ງເອີ້ນວ່າ: ODSC Mobile Application ຊຶ່ງປະຊາຊົນສາມາດດາວໂຫລດແອັບດັ່ງກ່າວລົງໃນໂທລະສັບມືຖື ເພື່ອເຂົ້າເບິ່ງຂໍ້ມູນຕ່າງໆ ຂອງສູນບໍລິການຜ່ານປະຕູດຽວ ເຊັ່ນ: ສູນບໍລິການເມືອງໄຊເສດຖາ ມີການບໍລິການໃດແດ່, ການບໍລິການແຕ່ລະປະເພດ ມີຄ່າທຳນຽມ, ຄ່າບໍລິການເທົ່າໃດ, ໃຊ້ເວລາຈັກມື້. ນອກຈາກນັ້ນ, ປະຊາຊົນ ຍັງສາມາດຕິດຕາມເອກະສານ ຂອງຕົນໄດ້ວ່າຢູ່ໃນຂັ້ນຕອນໃດ ແລະ ອື່ນໆ

Launching ceremony of the One Door Service (ODS) Mobile Application



ຊົມເຊີຍຜົນສໍາເລັດກອງປະຊຸມວິຊາການຂອງຫນ່ວຍງານຍ່ອຍດ້ານການປັບປຸງບໍລິຫານລັດຖະກາຍພາຍໃຕ້ຫົວຂໍ້  “ການມີສ່ວນຮ່ວມຂອງພາກລັດ ແລະ ປະຊ...
03/09/2021

ຊົມເຊີຍຜົນສໍາເລັດກອງປະຊຸມວິຊາການຂອງຫນ່ວຍງານຍ່ອຍດ້ານການປັບປຸງບໍລິຫານລັດຖະກາຍພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງພາກລັດ ແລະ ປະຊາຊົນໃນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ການແກ້ຜົນກະທົບໂຄວິດ-19”, ທີ່ຈັດຂື້ນ ແບບທາງໄກ ໃນວັນທີ​ 3 ກັນຍາ​2020.​ ກອງປະຊຸມໄດ້ນໍາສະເຫນີຜົນສໍາເລັດຂອງບັນດາໂຄງການທີ່ໄດຮັບທຶນຂະຫນາດນ້ອຍທີ່ສົ່ງເສີມການມີສ່ວນຮ່ວມນີ້ ທີ່ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາຫຼັກຂອງກະຊວງພາຍໃນ ຄື: UNDP, UNCDF, SDC, EU ແລະ ເຢຍລະມັນ. ງົບປະມານທີ່ຊ່ວຍເຫຼືອແມ່ນ ຜ່ານ 2 ແຜນງານ ຄື:
ແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ (NGPAR/ GIDP) ແລະ
ແຜນງານການມີສ່ວນຮ່ວມຂອງປະຊາຊົນເພື່ອການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA).




ປະກາດຮັບສະໝັກຊ່ຽວຊານໄລຍະສັ້ນ
01/09/2021

ປະກາດຮັບສະໝັກຊ່ຽວຊານໄລຍະສັ້ນ

05/07/2021

The impact of COVID-19 has no boundary and affects us all. But the most affected continues to be the most vulnerable. The UNCT socio-economic impact assessment which surveyed 1200 households in June 2020, found that close to 50% of respondents lost jobs due to the pandemic. Moreover, 99% of those in...

30/06/2021

Address

Lanxang Avenue, Ministry Of Home Affairs, Prime Minister Compond, Nahaideo, Vientiane Capital

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

021212710

Alerts

Be the first to know and let us send you an email when ແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ National GPAR Programme posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ National GPAR Programme:

  • Want your organization to be the top-listed Government Service?

Share