ຂ່າວສານ ສະຫະພັນກໍາມະບານແຂວງຫຼວງພະບາງ FTULPBNews

ຂ່າວສານ ສະຫະພັນກໍາມະບານແຂວງຫຼວງພະບາງ FTULPBNews ເຜີຍແຜ່ຂໍ້ມູນຂ່າວສານ ການເຄື່ອນໄຫວວຽກງານກໍາມະບານໃນທົ່ວແຂວງຫຼວງພະບາງ

ຄະນະນຳກຳມະບານ, ສະມາຊິກຳມະບານໃນທົ່ວແຂວງຫຼວງພະບາງ ເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເ...
21/08/2026

ຄະນະນຳກຳມະບານ, ສະມາຊິກຳມະບານໃນທົ່ວແຂວງຫຼວງພະບາງ ເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ
ທົ່ວປະເທດ ຄັ້ງທີ IX
---------------------------------------------------------------------

ໃນວັນທີ 20 ສິງຫາ 2026 ຜ່ານມານີ້ ສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະທີມງານ ໄດ້ມາເຄື່ອນໄຫວ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຮອບດ້ານຢູ່ແຂວງຫຼວງພະບາງ, ໂອກາດນີ້ ໄດ້ເຂົ້າພົບຄະນະນຳຂອງ ແຂວງຫຼວງພະບາງ ແຈ້ງຈຸດປະສົງຂອງການ ມາເຄື່ອນ ໄຫວວຽກງານໃນຄັ້ງນີ້ກໍເພື່ອເຜີຍແຜ່ເຊື່ອຊຶມ ບັນດາເນື້ອໃນ ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ໃຫ້ແກ່ຄະນະນຳກຳມະບານ, ສະມາຊິກກຳມະບານໃນທົ່ວແຂວງຫຼວງພະບາງ
ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ຈັດຂຶ້ນຢູ່ທີຫ້ອງປະຊຸມໃຫຍ່ທະນາຄານແຫ່ງ ສປປ ລາວ ພາກເໜືອຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ມີບັນດາຫົວໜ້າກົມ, ຮອງກົມຕ່າງໆຈາກສູນກາງ, ຄະນະປະທານສະຫະພັກໍາມະບານແຂວງ, ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ພ້ອມດ້ວຍສະມາຊິກກຳມະບານ ຈາກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມ ຈຳນວນ 219 ສະຫາຍ, ຍິງ 112 ສະຫາຍ.
ໃນກອງປະຊຸມ ສະຫາຍ ນາງ ສຸຂະພອນ ປັນຍາສິດ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງ ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານກຳມະບານໃນທົ່ວແຂວງ ໃນໄລຍະຜ່ານມາ, ຈາກນັ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດາເອກະສານສຳຄັນຕ່າງໆ ເປັນຕົ້ນແມ່ນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ແລະ ມະຕິກອງປະຊຸມຄົບຄະນະວິສາມັນຄັ້ງທີ I , ແຜນພັດທະນາວຽກງານກຳມະບານລາວ 5 ປີ 2026 ຫາ 2030 , ກົດລະບຽບຂອງສະຫະພັນກຳມະບານລາວ ສະໄໝທີ IX ແລະ ແຜນດໍາເນີນງານຂອງຄະນະ ບໍລິຫານງານສູນກາງສະຫະພັນກຳມະບານລາວ ຄັ້ງທີ IX.
ໂອກາດນີ້ ສະຫາຍ ທອງຈັນ ພູມີພັນ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ປະທານ ກຳມະບານຮາກຖານຕະຫຼອດຮອດສະມາຊິກກຳມະບານແຕ່ລະຂັ້ນ ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານຂອງການເຄື່ອນໄຫວວຽກງານກໍາມະບານ ໃນໄລຍະຜ່ານມາ ພ້ອມນັ້ນສະຫາຍໄດ້ຍົກໃຫ້ເຫັນ ໜ້າທີ່ອັນສຳຄັນ ຂອງວຽກງານກຳມະບານລາວ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ, ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ໂດຍສະເພາະແມ່ນສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ພ້ອມນີ້ສະຫາຍຍັງໄດ້ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານ ກຳມະບານໃນໄລຍະຜ່ານມາ ແລະ ຂໍ້ຄົງຄ້າງບາງດ້ານທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເພື່ອພັດທະນາວຽກງານ ກຳມະບານ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ; ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະທີມງານ ຍັງໄດ້ມາຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານນຳສະຫະພັນກໍາມະບານແຂວງຕື່ມອີກ.
-------------------------
ຂ່າວ: ຈິດຕະພອນ ບຸດທະຈິດ
ບກ: ສົມໝາຍ ຜົນສະຫວັດ
#ຂ່າວສານສະຫະພັນກຳມະບານແຂວງວງຫຼວງພະບາງ

ຜູ້ຮັບຜິດຊອບວຽກງານກວດກາສະຫະພັນກໍາມະບານແຂວງ ແລະ ເມືອງໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ ເສີມສ້າງທັກສະຄວາມຮູ້ວຽກງານກວດກາກຳມະບານ...
21/08/2026

ຜູ້ຮັບຜິດຊອບວຽກງານກວດກາສະຫະພັນກໍາມະບານແຂວງ ແລະ ເມືອງ
ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ ເສີມສ້າງທັກສະຄວາມຮູ້ວຽກງານກວດກາກຳມະບານ
------------------------
ໃນລະຫວ່າງວັນທີ 18-19 ສິງຫາ 2026, ສູນກາງສະຫະພັນກຳມະບານລາວ ໄດ້ຈັດຊຸດຝຶກອົບຮົມວຽກງານກວດກາກຳມະບານ ໃຫ້ແກ່ຜູ້ຮັບຜິດຊອບວຽກງານກວດກາກຳມະບານ, ຊຸດອົບຮົມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ແຂວງຫຼວງພະບາງ ໂດຍການເປັນປະທານພິທີ ຂອງ ທ່ານ ວິໄລ ວົງຂະເສີມ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີຜູ້ເຂົ້າຮ່ວມຈາກສະຫະພັນກຳມະບານ 8 ແຂວງພາກເໜືອ ແລະ 11 ເມືອງ 1 ນະຄອນ ຂອງແຂວງຫຼວງພະບາງ ຈໍານວນ 38 ທ່ານ, ຍິງ 12 ທ່ານ.
ເພື່ອເສີມສ້າງ ແລະ ຍົກສູງຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນ ຜູ້ຮັບຜິດຊອບວຽກງານກວດກາກຳມະບານ ໃຫ້ມີຄວາມຮູ້ແລະ ເຂົ້າໃຈວຽກງານກວດກາຢ່າງຮອບດ້ານ, ສາມາດນໍາເອົາຄວາມຮູ້ໄປປະຍຸກໃຊ້ໃນວຽກງານຕົວຈິງ, ພ້ອມທັງເພີ່ມປະສິດທິພາບໃນການກວດກາ, ຕິດຕາມ, ກວດສອບ ແລະ ແກ້ໄຂບັນຫາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານກຳມະບານ, ຜູ້ເຂົ້າຮ່ວມຊຸດອົບຮົມຄັ້ງນີ້ໄດ້ຮັບການເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນຕ່າງໆກ່ຽວກັບວຽກງານກວດກາກໍາມະບານ ເຊິ່ງປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ; ວຽກງານຕ້ານການສໍ້ລາດບັງຫຼວງ;ການຄົ້ນຄວ້າ ແລະ ແກ້ໄຂຄຳຮ້ອງຟ້ອງ, ຄຳຮ້ອງທຸກ ແລະ ຄຳສະເໜີ; ພ້ອມທັງວຽກງານກວດກາກຳມະບານ ຊຸດຝຶກອົບຮົມຄັ້ງນີ້ຍັງເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄວາມຮູ້, ບົດຮຽນ ແລະ ປະສົບການໃນການປະຕິບັດວຽກງານ, ນຳໄປສູ່ການປັບປຸງວຽກງານກວດກາກຳມະບານໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ມີຄຸນະພາບສູງຂຶ້ນ.
‐---------------------
ຂ່າວ: ຈິດຕະພອນ ບຸດທະຈິດ
ບກ: ສົມໝາຍ ຜົນສະຫວັດ
#ຂ່າສານສະຫະພັນກຳມະບານແຂວງ

21/08/2026
ໃນຕອນເຊົ້າຂອງວັນທີ 18 ສິງຫາ 2026 ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະທີມງານຈາ...
18/08/2026

ໃນຕອນເຊົ້າຂອງວັນທີ 18 ສິງຫາ 2026 ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະທີມງານຈາກສູນກາງສະຫະພັນກໍາມະບານລາວ ໄດ້ມາຢ້ຽມຢາມຫ້ອງການສະຫະພັນກໍາມະບານແຂວງຫຼວງພະບາງ ໂອກາດນີ້ທ່ານຍັງໄດ້ນຳເອົາອຸປະກອນຮັບໃຊ້ ເປັນເຈ້ຍ A4 ຈຳນວນ 5 ແກັດ ມູນຄ່າ 2ລ້ານກວ່າກີບ ມາມອບໃຫ້ແກ່ສະຫະພັນກໍາມະບານແຂວງຫຼວງພະບາງ.

ສະຫະພັນກໍາມະບານແຂວງຫຼວງພະບາງ ຂໍຮ່ວມສະແດງຄວາມເສຍໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ກັບການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກ...
10/08/2026

ສະຫະພັນກໍາມະບານແຂວງຫຼວງພະບາງ ຂໍຮ່ວມສະແດງຄວາມເສຍໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ກັບການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.
ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກແຫຼ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການ ຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ; ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ.

ມອບເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ ໃຫ້ແກ່ຄອບຄົວສະມາຊິກທີ່ເສຍຊີວິດ---------------------------        ໂດຍປະຕິບັດຕາມກົດລ...
10/08/2026

ມອບເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ ໃຫ້ແກ່ຄອບຄົວສະມາຊິກທີ່ເສຍຊີວິດ
---------------------------
ໂດຍປະຕິບັດຕາມກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສະຫະພັນກໍາມະບານແຂວງຫຼວງພະບາງ, ໃນວັນທີ 8 ສິງຫາ 2026, ທ່ານ ບຸນທະວີ ຜົນສະຫວັດ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ພ້ອມດ້ວຍຄະນະຮັບຜິດຊອບກອງທຶນ ໄດ້ໄປມອບເງິນກອງທຶນອຸດໜູນເສຍຊີວິດ ໃຫ້ແກ່ຄອບຄົວຂອງ ທ່ານ ພານຄຳ ຈັນທະຈິດ ອາດິດພະນັກງານ, ສະມາຊິກກຳມະບານສັງກັດຢູ່ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຫຼວງພະບາງ ຜູ້ກ່ຽວໄດ້ເຂົ້າເປັນສະມາຊິກກອງທຶນ ແຕ່ວັນທີ 26 ເມສາ 2017, ເສຍຊີວິດໃນວັນທີ 6 ສັງຫາ2026 ລວມອາຍຸເຂົ້າກອງທຶນໄດ້ 9 ປີ 5 ເດືອນ 4 ມື້; ເຊິ່ງໄດ້ຮັບນະໂຍບາຍຈາກກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນເງິນຈໍານວນ 7.500.000 ກີບ, ພ້ອມດ້ວຍພວງມາລາ 1 ອັນ .
ສະຫະພັນກໍາມະບານແຂວງຫຼວງພະບາງ ຕາງໜ້າໃຫ້ແກ່ສະມາຊິກກໍາມະບານ, ສະມາຊິກກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ໃນທົ່ວແຂວງ ຂໍແບ່ງເບົາຄວາມທຸກໂສກ ນໍາຄອບຄົວສະມາຊິກທີ່ເສຍຊີວິດມານະໂອກາດນີ້ດ້ວຍ; ຂໍໃຫ້ດວງວິນຍານຂອງ ທ່ານ ພານຄຳ ຈັນທະຈິດ ຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.
---------------
ຂ່າວ:ສະຫະພັນກໍາມະບານແຂວງ
#ຂ່າວສານສະຫະພັນກໍາມະບານແຂວງຫຼວງພະບາງ
#ວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ
#ມອບເງິນກອງທຶນ

ມອບເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ ໃຫ້ແກ່ຄອບຄົວສະມາຊິກທີ່ເສຍຊີວິດ---------------------------        ໂດຍປະຕິບັດຕາມກົດລ...
10/08/2026

ມອບເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ ໃຫ້ແກ່ຄອບຄົວສະມາຊິກທີ່ເສຍຊີວິດ
---------------------------
ໂດຍປະຕິບັດຕາມກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສະຫະພັນກໍາມະບານແຂວງຫຼວງພະບາງ, ໃນວັນທີ 8 ສິງຫາ 2026, ທ່ານ ບຸນທະວີ ຜົນສະຫວັດ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ພ້ອມດ້ວຍຄະນະຮັບຜິດຊອບກອງທຶນ ໄດ້ໄປມອບເງິນກອງທຶນອຸດໜູນເສຍຊີວິດ ໃຫ້ແກ່ຄອບຄົວຂອງ ທ່ານ ທອງຍິ່ງ ເຢັ່ງເລົ່າເມັງ ອາດິດພະນັກງານບໍານານ, ສະມາຊິກກຳມະບານສັງກັດຢູ່ ຄະນະກວດກາພັກ ອົງການກວດກາລັດ ແຂວງຫຼວງພະບາງ ຜູ້ກ່ຽວໄດ້ເຂົ້າເປັນສະມາຊິກກອງທຶນ ແຕ່ວັນທີ 22 ກັນຍາ 2005, ເສຍຊີວິດໃນວັນທີ 6 ສັງຫາ2026 ລວມອາຍຸເຂົ້າກອງທຶນໄດ້ 21 ປີ 5 ເດືອນ 4 ມື້; ເຊິ່ງໄດ້ຮັບນະໂຍບາຍຈາກກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນເງິນຈໍານວນ 10.500.000 ກີບ, ພ້ອມດ້ວຍພວງມາລາ 1 ອັນ .
ສະຫະພັນກໍາມະບານແຂວງຫຼວງພະບາງ ຕາງໜ້າໃຫ້ແກ່ສະມາຊິກກໍາມະບານ, ສະມາຊິກກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ໃນທົ່ວແຂວງ ຂໍແບ່ງເບົາຄວາມທຸກໂສກ ນໍາຄອບຄົວສະມາຊິກທີ່ເສຍຊີວິດມານະໂອກາດນີ້ດ້ວຍ; ຂໍໃຫ້ດວງວິນຍານຂອງ ທ່ານ ທອງຍິ່ງ ເຢັ່ງເລົ່າເມັງ ຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.
---------------
ຂ່າວ:ສະຫະພັນກໍາມະບານແຂວງ
#ຂ່າວສານສະຫະພັນກໍາມະບານແຂວງຫຼວງພະບາງ
#ວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ
#ມອບເງິນກອງທຶນ

ຕ້ອນຮັບຄະນະຜູ້ແທນສະຫະພັນກຳມະບານແຂວງຢຸນນານ ທີ່ມາຢ້ຽມຢາມ ແລະເຮັດວຽກຮ່ວມກັບ ສະຫະພັນກຳມະບານແຂວງຫຼວງພະບາງ--------------------...
05/08/2026

ຕ້ອນຮັບຄະນະຜູ້ແທນສະຫະພັນກຳມະບານແຂວງຢຸນນານ
ທີ່ມາຢ້ຽມຢາມ ແລະເຮັດວຽກຮ່ວມກັບ ສະຫະພັນກຳມະບານແຂວງຫຼວງພະບາງ
------------------------
ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ອົງການກຳມະບານ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ໃນວັນທີ 4 ສິງຫາ 2026 ທ່ານ ສົມຈີນ ເທບພະຈັນ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນກຳມະບານແຂວງຢຸນນານ ສປ ຈີນ ນຳໂດຍ ທ່ານ ລີຈີ ຄະນະພັກ, ຮອງປະທານສະຫະພັນກຳມະບານແຂວງຢຸນນານ ພ້ອມດ້ວຍຄະນະ ຈຳນວນ 5 ທ່ານ, ຍິງ 3 ທ່ານ, ທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນກຳມະບານແຂວງຫຼວງພະບາງ;
ພິທີພົບປະແລກປ່ຽນບົດຮຽນຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມສະຫະພັນກຳມະບານແຂວງຫຼວງພະບາງ, ໂອກາດດັ່ງກ່າວທັງສອງຝ່າຍໄດ້ລາຍສະພາບການເຄື່ອນໄຫວວຽກງານກຳມະບານ, ການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນແຂວງຂອງຕົນໂດຍຫຍໍ້. ພ້ອມດຽວກັນນັ້ນ ກໍໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊັ່ນ: ການບໍລິການແຮງງານຂ້າມແດນ, ຄວາມປອດໄພຂອງແຮງງານ, ການຈ້າງງານ, ການແລກປ່ຽນແຮງງານທີ່ມີສີມື ແລະ ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ; ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມຮັກແພງ, ໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນຢ່າງເລິກເຊິ່ງ, ເຊິ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືລະຫວ່າງ ສອງອົງການກຳມະບານ ແຂວງຫຼວງພະບາງ ແລະ ແຂວງຢຸນນານ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ.
----------------------------
ຂ່າວ: ສຸພາມິດ ບົວລະພາ
ບກ: ສົມໝາຍ ຜົນສະຫວັດ
#ຂ່າວສານສະຫະພັນກໍາມະບານແຂວງລວງພະບາງ
#ວຽກງານພົວພັນຕ່າງປະເທດ
#ກຳມະບານແຂວງຢຸນນານ

28/07/2026

Send a message to learn more

Address

Luang Prabang

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85671212021

Website

Alerts

Be the first to know and let us send you an email when ຂ່າວສານ ສະຫະພັນກໍາມະບານແຂວງຫຼວງພະບາງ FTULPBNews posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຂ່າວສານ ສະຫະພັນກໍາມະບານແຂວງຫຼວງພະບາງ FTULPBNews:

Shortcuts

Share