31/12/2021
ທ່ານ ສູວັນສີ ແກ້ວວິເສີດ ກຳມະການພັກແຂວງ ເລຂາພັກເມືອງ- ເຈົ້າເມືອງໆ ຊານໄຊ ອວຍພອນເຖິງປະຊາຊົນບັນດາເຜົ່າຊາວເມືອງຊານໄຊ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2021 ແລະ ຕອນຮັບປີໃໝ່ ຄສ 2022
----------------------------------------
ສະບາຍດີ
ກ່ອນອື່ນ ຂໍສະແດງຄວາມນັບຖືມາຍັງບັນດາສະຫາຍການນໍາຂອງເມືອງຊານໄຊທຸກທົ່ວໜ້າ.
ນັບຖື ແລະ ຮັກແພງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງຊານໄຊ ທຸກແຫ່ງຫົນ ທີ່ພວມອອກແຮງແຂ່ງຂັນສ້າງຂະບວນການຕ່າງໆ ເພື່ອຕ້ອນຮັນວັນສໍາຄັນຕ່າງໆຂອງພັກ ຂອງຊາດຢ່າງເປັນຂະບວນຟົດຟື້ນ.
ໃນທາມກາງສະພາບການຂອງໂລກໃນປະຈຸບັນກໍາລັງພັນແປຢ່າງສະຫຼັບຊັບຊ້ອນເຊິ່ງມີທັງກາລະໂອກາດ ແລະ ສິງທ້າທາຍ ຫຼາຍຢ່າງ ເປັນຕົ້ນບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ບັນຫາໄພພິບັດຈາກທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ 19 ທີ່ກໍາລັງລະບາດເປັນວົງກວ້າງໃນທົ່ວໂລກ ໜຶງໃນນັ້ນ ປະເທດລາວເຮົາກໍ່ມີການແຜ່ລະບາດຂອງພະຍາດດັ່ງ ເວົ້າລວມ ເວົ້າສະເພາະ ພາຍໃນແຂວງອັດຕະປື ກໍ່ຄືເມືອງຊານໄຊຂອງພວກເຮົາກໍ່ມີການລະບາດພະຍາດດັ່ງກ່າວ ເຊິ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການດໍາລົງຊີວິດ ແລະ ເສດຖະກິດ-ສັງຄົມຢ່າງບໍ່ໜ້ອຍ ແຕ່ຍ້ອນການຊີ້ນໍາ-ນໍາພາຈາກອົງຄະນະພັກ ອໍານາດການປົກຄອງແຂວງຢ່າງໃກ້ສິດຕິດແທດ ກໍ່ຄືຄວາມຮັບຜິດຊອບອັນສູງສົ່ງຂອງຄະນະພັກ ອໍານາດການປົກຄອງເມືອງ ບວກກັບປະຊາຊົນບັນດາເຜົ່າຊາວເມືອງຊານໄຊມີສ່ວນຮ່ວມ ແລະ ຕືນຕົວ ໃນການຄວມຄຸ້ມປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ 19 ທັງເປັນການປະກອບສ່ວນຕໍ່ວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດບ້ານເມືອງ ເຊິ່ງສາມາດຍາດໄດ້ຜົນງານຫຼານດ້ານເປັນຕົ້ນ:
ໃນສຸມປີ 2021 ຜ່ານມາເມືອງຊານໄຊກໍ່ມີສະຖຽນລະພາບທາງດ້ານການເມືອງ ລະບົບເສດຖະກິດມີການຂະຫຍາຍຕົວໃນຈະຫວະດີພໍສົມຄວນ ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ ອັນນີ້ແມ່ນໝາກຜົນ ແລະ ຜົນງານການປະກອບສ່ວນອັນລໍາຄ່າຂອງບັນດາການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງຊານໄຊຂອງພວກເຮົາ ເຊິ່ງສາມາດຈັດຕັ້ງປະຕິບັດລວມຍອດຜະລິດຕະພັນພາຍໃນ ຫຼື LGDP ຂອງເມືອງທັງໝົດ 89,145 ຕື້ກວ່າກີບ ຕາມລາຄາໃນປີ ຫຼື ເທົ່າກັບ 98,87% ຖ້າທຽບໃສ່ປີ 2020 ເຫັນວ່າຫຼຸດລົງ 1,5% ຫຼື ເທົ່າກັບ 1,322 ຕື້ກວ່າກີບ. ອັດຕາເຕີບໂຕຂອງເສດຖະກິດມາຮອດປະຈຸບັນເຫັນວ່າເພີ່ມຂື້ນ 1,833% ສະເລຍລາຍຮັບຕໍ່ຫົວຄົນໄດ້ 321 ໂດລາ/ຄົນ/ປີ ຫຼື ເທົ່າກັບ 3.458.052 ກີບ/ຄົນ/ປີ. ອັດຕາເຕີບໂຕຂອງເສດຖະກິດຕາມຂະແໜງການມີດັ່ງນີ້:
- ຂະແໜງກະສິກໍາຂະຫຍາຍຕົວເພີ່ມຂື້ນ 0,11% ກວມເອົາ 73,94% ຂອງ GDP
- ຂະແໜງອຸດສາຫະກໍາຂະຫຍາາຍຕົວຢູ່ໃນຈັ່ງຫວະຫຼຸດລົງ 0,23% ກວມເອົາ 8,55% ຂອງ GDP
- ຂະແໜງການບໍລິການ ຂະຫຍາຍຕົວຢູ່ໃນຈັ່ງຫວະຫຼຸດລົງ 0,12% ກວມເອົາ 17,51% ຂອງ GDP
ນອກຈາກນີ້ ດ້ານພື້ນຖານໂຄງລ່າງພາຍໃນເມືອງໄດ້ຮັບການປັບປຸງເປັນກ້າວໆ, ການພັດທະນາເສດຖະກິດ-ສັງຄົມຂອງປະຊາຊົນນັບມື້ເລີ່ມມີໜໍ່ແໜ່ງຫຼາຍຂື້ນ ເປັນຕົ້ນ ການປູກຝັງ ແລະ ລ້ຽງສັດ ນັບມື້ເພີ່ມຂື້ນ, ການຜະລິດເປັນສະບຽງອາຫານ ແລະ ຜະລິດເປັນສິນຄ້າເລີ່ມມີຂະບວນກວ້າງຂວາງ ອັນຜົນເດັ່ນ ເຫັນວ່າປະຊາຊົນມີຄວາມກະຕື້ລື້ລົ້ນຕໍ່ການປູກມັນຕົ້ນ, ປູກອ້ວຍ, ສາລີ ແລະ ພືດພັກອື່ນໆອີກຈໍານວນໜຶງ ເຊິ່ງເປັນທ່ານແຮງຍູ້ດັ່ນການພັດທະນາຂອງເມືອງ ທັງໝົດເລົ່ານີ້ ແມ່ນຜົນງານການປະກອບສ່ວນຢ່າງແຂງແຮງ ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນທຸກທົ່ວໜ້າ ທຸກແຫ່ງຫົນ ພາຍໃນເມືອງຊານໄຊ ໃນທຸກວຽກງານຢ່າງຮອບດ້ານ.
ສ່ວນຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆກໍ່ໄດ້ຮັບການບູລະນະຢ່າງຕໍ່ເນື່ອງ ເຮັດໃຫ້ລະບົບເສດຖະກິດ ແລະ ຊີວິດການເປັນຢູ່ຂອງພະນັກງານ ທະຫານ ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຊາວເມືອງຊານໄຊ ທັງວັດຖຸ ແລະ ຈິດໃຈນັບມື້ໄດ້ຮັບການແກ້ໄຂດີຂື້ນເທື່ອລະກ້າວ, ຄວາມອຸປະສັກ ແລະ ຫຍຸ້ງຍາກດ້ານຕ່າງໆນັບມື້ຕີຖ່ອຍໄປເລື້ອຍໆ, ຄວາມແຕກໂຕນໃນການພັດທະນາລະຫວ່າງຕົວເມືອງ ກັບ ຊົນນະບົດເຂດຫ່າງໄກຊອກຫຼີກນັບມື້ຄ່ອຍໆຍັບມໍ່ເຂົ້າຫາກັນ.
ຂໍສະແດງຄວາມນັບຖື ແລະ ຮັກແພງມາຍັງອົງການຈັດຕັ້ງພັກ-ລັດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ພໍ່ຄ້າຊາວຂາຍ ແລະ ນັກຮຽນຮູ້ປັນຍາຊົນ ທີຮັກແພງທັງຫຼາຍ.
ໃນປີ ຄສ 2022 ທີ່ຈະມາເຖິງນີ້ ເຊິ່ງເປັນປີທີ່ມີຄວາມໝາຍ ຄວາມສໍາຄັນຍິ່ງ ແລະ ທັງເປັນປີທີ 3 ທີ່ພວກເຮົາຈະຕ້ອງສຸມຈິດ ສຸມໃຈ ອອກແຮງແຂ່ງຂັນຈັດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງສູນກາງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງອົງຄະນະພັກແຂວງອັດຕະປື ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງອົງຄະນະພັກເມືອງຊານໄຊ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງເມືອງ ໃຫ້ມີບາດກ້າວການຂະຫຍາຍຕົວດີຂື້ນກວ່າເກົ່າ ແລະ ໃນປີ 2022 ນີ້ ເຊິ່ງພວກເຮົາຈະຕ້ອງໄດ້ປະເສີນໜ້າກັບສິງທ້າທາຍ ແລະ ທົບສອບຫຼາຍດ້ານເປັນຕົ້ນ: ສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ໃນທົ່ວໂລກນັບມື້ມີການລະບາດເປັນວົງກວ້າງຂື້ນໄປເລື້ອຍໆ, ນອກນີ້ມີປະການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນຢູ່ໃນສັງຄົມ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະພາບການອື່ນໆ. ສະນັ້ນ ໃນໂອກາດນີ້ ຂ້າພະເຈົ້າ ຕ່າງໜ້າໃຫ້ຄະນະພັກ ອໍານາດການປົກຄອງເມືອງຊານໄຊ ກໍ່ຄືໃນນາມສ່ວນຕົວ ຂໍຮຽກຮ້ອງມາຍັງ ອົງການຈັດຕັ້ງທຸກຂັ້ນ, ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ຕະຫຼອດຮອດນັກທຸລະກິດ ແມ່ຄ້າຊາວຂາຍ ພາຍໃນເມືອງຊານໄຊ ຈົ່ງຮ່ວມແຮງ ຮ່ວມໃຈກັນ ເພີ່ມທະວີຄວາມສາມັກຄີຢ່າງປຶດແຜ່ນແໜ້ນໜາ ເປັນຈິດໜຶ່ງໃຈດ່ຽວກັນ ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນຈິດໃຈຕ່າງໆ ເພື່ອພ້ອມກັນ ແກ້ໄຂ ຄວາມຫຍຸ້ງຍາກ ແລະ ຜ່ານຜ່າບັນດາອຸປະສັກນາໆປະການທີ່ຈະເກີດຂື້ນ ພ້ອມດ່ຽວກັນນີ້ໃຫ້ທຸກພາກສ່ວນຕັ້ງໜ້າປະຕິບັດໜ້າທີ່ວຽກງານຕາມຂອບເຂດຄວາມຮັບຜິດຊອບຂອງຂະແໜ່ງການຕົນ ເພື່ອບັນລຸຕົວເລກຄາດໝາຍສູ້ຊົນ ທີ່ໄດ້ຮັບຮອງໃນມະຕິກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ເມືອງ ກໍ່ຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດທີ່ສູນກາງພັກ ແລະ ລັດຖະບານວາງອອກ, 4 ວາລະໃຫຍ່ຂອງແຂວງ-ເມືອງ ແລະ 30 ໜ້າວຽກຂອງເມືອງ ທີ່ໄດ້ຮັບຮອງໃນກອງປະຊຸມຂອງອົງການປົກຄອງເມືອງໃນຜ່ານມາ ໃຫ້ມີຄວາມຄືບໜ້າເປັນກ້າວໆ.
ອີກເທື່ອໜຶ່ງຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າທຸກທົ່ວໜ້າ ຕະຫຼອດຮອດນັກທຸລະກິດຜູ້ປະກອບການດ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດ ນັກຮຽນຮູ້ປັນຍາຊົນທຸກຊັ້ນຄົນຢູ່ພາຍໃນເມືອງຊານໄຊ ຈົ່ງມີສະຕິໃນການສະເຫຼີມ ສະຫຼອງສົ່ງທ້າຍປີເກົ່າ ຄສ 2021 ແລະ ຕອນຮັບປີໃໝ່ສາກົນ ຄສ 2022 ນີ້ ໃຫ້ທຸກພາກສ່ວນເອົາໃຈໃສ່ ພ້ອມກັນຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະໂຄວິດວາງອອກ ແລະ ບັນດານິຕິກໍາອື່ນໆ ທີ່ຕິດພັນກັບການສະເຫຼີມສະຫຼອງ ປີໃໝ່ ທີ່ທາງແຂວງ ແລະ ເມືອງວາງອອກຢ່າງເຂັ້ມງວດ. ແລະ ໃຫ້ທຸກພາກສ່ວນຖືເອົາການສະເຫຼີມສະຫຼອງປີໃໝ່ສາກົນນີ້ ເປັນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ອວຍພອນໄຊເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ຜ່ານລະບົບອອນລາຍ ຫຼື ລະບົບອື່ນໆຕາມຄວາມເໝາະສົມ ໃນນີ້ ຮຽກຮ້ອງໃຫ້ທຸກພາກສ່ວນ ຖືສໍາຄັນຂອດຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມພາຍໃນເມືອງ ໂດຍມອບໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ໃຫ້ມີການແບ່ງຄວາມຮັບຜິດຊອບໃນການປະຈໍາການ ເພື່ອປ້ອງກັນເວນຍາມຕາມສໍານັກງານສະຖານທີ່ຕ່າງໆ ເອົາໃຈໃສ່ຕິດຕາມກວດກາບັນຫາສະພາບການຢ່າງເປັນປົກະຕິ ພ້ອມທັງໂຄສະນາ ເຜີຍແຜ່ມາດຕະການປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ສັງຄົມທົ່ວເມືອງຊານໄຊໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ເລິກເຊິ່ງ ເພື່ອຫຼີກລ້ຽງບໍ່ໃຫ້ພະຍາດດັ່ງກ່າວມີການແຜ່ລະບາດໃນຊ້ວງໄລຍະສະເຫຼີມ ສະຫຼອງປີໃໝ່ສາກົນນີ້.
ໃນໂອກາດສົ່ງທ້າຍປີເກົ່າ ຄສ 2021 ແລະ ຕອນຮັບປີໃໝ່ສາກົນ ຄສ 2022 ອີກເເທື່ອໜຶງ ຂ້າພະເຈົ້າຕ່າງໜ້າໃຫ້ຄະນະພັກ ອໍານາດການປົກຄອງເມືອງຊານໄຊ ກໍ່ຄືໃນນາມສ່ວນຕົວ ຂໍນໍາເອົາຄວາມຢືດຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີໄມຕີຈິດອັນສະໜິດສະໜົມ ແລະ ຄວາມເບີກບານມ່ວນຊື່ນອັນຄຶກຄືນຈາກການນໍາຂອງເມືອງມາຍັງອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງຊານໄຊໃນທຸກແຫ່ງຫົນ ໂດຍຜ່ານລະບົບອ່ອນລາຍນີ້ ແລະ ຂໍຖືໂອກາດນີ້ ສົ່ງສານອວຍພອນປີໃໝ່ສາກົນ ມາຍັງ ອົງການຈັດຕັ້ງພັກ-ລັດ ທຸກຂັ້ນ, ບັນດາທ່ານພະນັກງານລັດຖະກອນ ທະຫານ ຕໍາຫຼວດ ແພດໝໍ, ນັກຮຽນຮູ້ປັນຍາຊົນທຸກຊັ້ນຄົນ ຕະຫຼອດຮອດພະນັກງານອາວຸໂສບໍານານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ, ບັນດາບໍລິສັດນັກທຸລະກິດ ທັງພາກລັດ ແລະ ເອກະຊົນທີ່ພວມດໍາເນີນກິດຈະການຕ່າງໆພາຍໃນເມືອງຊານໄຊ ສິງໃດທີ່ເກີດຂື້ນມາລະດ້ວຍວ່າຈາ ຫຼື ການທໍາ ໂດຍຕັ້ງໃຈ ແລະ ບໍ່ຕັ້ງໃຈ ຂອງຄະນະພັກ ອໍານາດການປົກຄອງ ຕະຫຼອດຮອດພະນັກງານ ຈະເປັນບຸກຄົນ ຫຼື ການຈັດຕັ້ງ, ຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງຊານໄຊ ແລະ ຜູ້ປະກອບການທັງຫຼາຍ ໃນໄລຍະຜ່ານມາ ຂໍໃຫ້ຫຼົງໄຫຼໄປນໍາປີເກົ່າ ແລະ ຖືເປັນບົດຮຽນອັນລໍ່າຄ່າໃນປີໃໝ່ວຽນມາຮອດແລ້ວ ຂໍໃຫ້ທຸກພາກສ່ວນມີສຸຂະພາບເຂັ້ມແຂງ ແຮງກ້າ ພ້ອມກັນສ້າງສາພັດທະນາເມືອງຊານໄຊໃຫ້ຈະເລີນຮຸ່ງເຮືອງ ປີໃໝ່ ຟ້າໃໝ່ຂໍໃຫ້ທຸກຄົນໃຫ້ໄດ້ຮັບໄຊຊະນະອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ການສະເຫຼີມສະຫຼອງປີໃໝ່ຂໍໃຫ້ທຸກຄົນປອດໄພທຸກປະການເຖີ້ນ! ປີໃໝ່ສາກົນ ຄສ 2022 ໝັ້ນຍືນ! ປະຊົນບັນດາເຜົ່າຊາວເມືອງຊານໄຊ ໝັ້ນຍືນ
ຂໍຂອບໃຈ
ໂດຍ: ນັກຂ່າວຫ້ອງວ່າການເມືອງ ຊານໄຊ