investlaos.gov.la

investlaos.gov.la The Investment Promotion and Management Committee Office “IPO” is an organizational unit with departmental status.

It serves as the secretariat for the Investment Promotion and Management Committee in matters related to investment promotion and management Laos is the best destination for investment in South East Asia.

✨✨ ວຽກປະຊຸມປຶກສາຫາລື ກ່ຽວກັບ ການກໍານົດຂະແໜງການ ແລະ ຂະແໜງການຍ່ອຍ ຮ່ວມກັນລະຫວ່າງ IPO ແລະ UNESCAP ✨✨ໃນວັນທີ 28/05/2026, ທ່າ...
03/06/2026

✨✨ ວຽກປະຊຸມປຶກສາຫາລື ກ່ຽວກັບ ການກໍານົດຂະແໜງການ ແລະ ຂະແໜງການຍ່ອຍ ຮ່ວມກັນລະຫວ່າງ IPO ແລະ UNESCAP ✨✨

ໃນວັນທີ 28/05/2026, ທ່ານ ປອ. ວັນທະນາ ນໍລິນທາ, ກໍາມະການ, ຫົວໜ້າ ຫ້ອງການ ຄລທ ພ້ອມດ້ວຍພະແນກກ່ຽວຂ້ອງ ໄດ້ຮ່ວມເຮັດວຽກກັບຊ່ຽວຊານຈາກ UNESCAP ນໍາໂດຍ ທ່ານ ນາງ Heather Lynne Taylor-Strauss, Economic Affairs Officer, ເພື່ອປຶກສາຫາລື ກ່ຽວກັບ ການກໍານົດຂະແໜງການ ແລະ ຂະແໜງການຍ່ອຍ ທີ່ມີທ່າແຮງໃນການດຶງດູດການລົງທຶນ ພ້ອມທັງ ຄັດເລືອກໂຄງການລົງທຶນທີ່ສາມາດນໍາມາພັດທະນາເປັນເອກະສານຂໍ້ມູນໂຄງການ (Investment Ready Project)

ເພື່ອນໍາສະເໜີໃຫ້ແກ່ນັກລົງທຶນຕ່າງປະເທດທີ່ສົນໃຈເຂົ້າມາລົງທຶນ ໃນ ສປປ ລາວ ເຊິ່ງເປັນໜຶ່ງໃນແຜນວຽກ ພາຍໃຕ້ ໂຄງການ the Laos–Australia Investment Facilitation and Transformation for Economic Resilience (LIFT 4 Laos), ຈັດຕັ້ງປະຕິບັດໂດຍ ຄະນະກຳມາທິການເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດສຳລັບອາຊີ ແລະ ປາຊີຟິກ (ESCAP) ຮ່ວມກັບ ຫ້ອງການ ຄລທ ໂດຍການໃຫ້ທຶນຂອງ ລັດຖະບານອົດສະຕຣາລີ ຜ່ານແຜນງານການຮ່ວມມື ແມ່ຂອງ-ອົດສະຕຣາລີ (MAP).
🌐 ກົດລິ້ງນີ້ : https://shorturl.at/DIJVV

✨✨ IPO and UNESCAP Discuss Priority Sectors and Investment-Ready Projects under LIFT 4 Laos ✨✨

On 28 May 2026, Dr. Vanthana Nolintha, Director General of the Investment Promotion and Management Committee (IPMC), together with relevant divisions, held a working session with experts from the United Nations Economic and Social Commission for Asia and the Pacific (UNESCAP), led by Ms. Heather Lynne Taylor-Strauss, Economic Affairs Officer.

The meeting focused on identifying priority sectors and subsectors with strong potential to attract foreign direct investment (FDI) into the Lao PDR. Discussions also covered the selection of promising investment projects that can be further developed into Investment Ready Projects (IRPs), which will serve as project profiles and promotional tools for prospective foreign investors interested in investing in Lao PDR.

This activity forms part of the Laos–Australia Investment Facilitation and Transformation for Economic Resilience (LIFT 4 Laos) project, which is being implemented by the United Nations Economic and Social Commission for Asia and the Pacific (ESCAP) in collaboration with the Office of the Investment Promotion and Management Committee (IPMC). The project is funded by the Government of Australia through the Mekong–Australia Partnership (MAP).

The initiative aims to strengthen investment promotion efforts, enhance investor targeting, and support the development of a pipeline of investment-ready opportunities that contribute to sustainable economic growth and resilience in Lao PDR.
🌐 Click Link : https://shorturl.at/wFUNV
-------------------------------------------------------------------

✨✨ ເຂດເສດຖະກິດພິເສດບຶງທາດຫຼວງ ຈັດກິດຈະກໍາປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ✨✨ໃນຕອນເຊົ້າວັນທີ 01 ມິຖຸນາ 2...
01/06/2026

✨✨ ເຂດເສດຖະກິດພິເສດບຶງທາດຫຼວງ ຈັດກິດຈະກໍາປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ✨✨

ໃນຕອນເຊົ້າວັນທີ 01 ມິຖຸນາ 2026 ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນຄົບຮອບ 102 ປີ ພາຍໃຕ້ຄຳຂວັນ “ສາຍໃຍລາວ-ຈີນ ປູກຕົ້ນໄມ້ເພື່ອເຊື່ອມສາຍພົວພັນ” ໂດຍມີຈຸດປະສົງ ເພື່ອປຸກລະດົມຈິດສໍານຶກ ໃຫ້ທຸກພາກສ່ວນ ເຫັນຄວາມສໍາຄັນຂອງການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ຮັກສາສິ່ງແວດລ້ອມ ແລະ ສ້າງທັດສະນີຍະພາບສີຂຽວ ໃຫ້ແກ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທະນົງໄຊ ຄຸດໄພທູນ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ ທັງເປັນຜູ້ປະຈຳການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ເສິນ ເສສິນ ປະທານສະພາການຄ້າຈີນ ປະຈຳ ສປປ ລາວ, ທ່ານ ຫວງ ກົວຜິງ ປະທານ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ, ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກຂະແໜງການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາ ແລະ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ຊຶ່ງກົງກັບວັນເດັກນ້ອຍສາກົນ. ທັງນີ້ ກໍເພື່ອປູກຝັງຈິດສຳນຶກ ໃຫ້ແກ່ອະນຸຊົນ, ເຍົາວະຊົນ ແລະ ປະຊາຊົນທຸກຊັ້ນຄົນ ໃຫ້ເຫັນເຖິງຄຸນຄ່າ ແລະ ຄວາມສຳຄັນ ຂອງປ່າໄມ້ ທີ່ເປັນພື້ນຖານສຳຄັນ ຕໍ່ການດຳລົງຊີວິດ, ການຮັກສາລະບົບນິເວດ ແລະ ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ; ທ່ານຍັງໄດ້ກ່າວຕື່ມວ່າ ການອະນຸລັກ ແລະ ຟື້ນຟູພື້ນທີ່ສີຂຽວ ບໍ່ແມ່ນໜ້າທີ່ຂອງພາກລັດພຽງຝ່າຍດຽວ, ແຕ່ເປັນຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມກັນ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນກຳລັງສຳຄັນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຕາມທິດສີຂຽວແບບຍືນຍົງ.

ກິດຈະກຳໃນຄັ້ງນີ້ ໄດ້ສະແດງເຖິງຄວາມຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ຈີນ ຊຶ່ງເປັນການສະເຫຼີມ ສະຫຼອງປີມິດຕະພາບ ລາວ-ຈີນ ໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ຍັງເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສິ່ງແວດລ້ອມສາກົນ ຄົບຮອບ 53 ປີ ທີ່ໃກ້ຈະມາເຖິງນີ້ ຢືນຢັນເຖິງຄວາມມຸ່ງໝັ້ນ ຂອງທຸກພາກສ່ວນ ໃນການຮ່ວມກັນປົກປັກຮັກສາຊັບພະຍາກອນ ທຳມະຊາດ, ຮັກສາສິ່ງແວດລ້ອມ ແລະ ສ້າງອະນາຄົດສີຂຽວ ເພື່ອຄົນຮຸ່ນປັດຈຸບັນ ແລະ ຄົນຮຸ່ນຕໍ່ໄປ.

ຕົ້ນໄມ້ທີ່ນໍາມາປູກຢູ່ພາຍໃນເຂດໂຄງການຄັ້ງນີ້ ແມ່ນຕົ້ນສາມສາ (ຂະໜາດໃຫຍ່) ຈໍານວນ 10 ຕົ້ນ ທັງນີ້ ກໍ່ເພື່ອເພີ່ມພື້ນທີ່ສີຂຽວ, ສ້າງສະພາບແວດລ້ອມທີ່ສົດໃສ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ເຂດເສດຖະກິດພິເສດບຶງທາດຫຼວງ ໃຫ້ເປັນເຂດຕົວແບບ ຂອງການພັດທະນາ ທີ່ສົມດຸນ ລະຫວ່າງເສດຖະກິດ ແລະ ການອະນຸລັກສິ່ງແວດລ້ອມ.
🌐 ກົດລິ້ງນີ້ : https://shorturl.at/hzSng
-----------------------------------------------------------------------

✨✨ ເສີມຂະຫຍາຍການຮ່ວມມືໃນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ✨✨ໃນວັນທີ 25 ພຶດສະພາ 2026 ທີ່ ຫ້ອ...
27/05/2026

✨✨ ເສີມຂະຫຍາຍການຮ່ວມມືໃນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ✨✨

ໃນວັນທີ 25 ພຶດສະພາ 2026 ທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ມີກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ກົມຄຸ້ມເງິນຕາຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ໂດຍການປະທານຮ່ວມຂອງທ່ານ ປອ ວັນທະນາ ນໍລິນທາ, ກໍາມະການ, ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ເສີມທະວີ ສີຫາຝົນ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ.

ກອງປະຊຸມໄດ້ລົງເລີກປຶກສາລື ກ່ຽວກັບການເຊື່ອມສານວຽກງານຄຸ້ມຄອງເງິນຕາຕ່າງປະເທດເຂົ້າໃນການເຈລະຈາສັນຍາສຳປະທານ ເພື່ອໃຫ້ຜູ້ລົງທຶນ ຮັບຮູ້ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການ; ການຊຸກຍູ້ຕິດຕາມ ການປະກອບທຶນຈາກໂຄງການລົງທຶນຕ່າງປະເທດ ດ້ວຍລະບົບທັນສະໄໝ; ແລະ ເງື່ອນໄຂ ແລະ ກົນໄກການອານຸຍາດອອກໄປລົງທຶນຕ່າງປະເທດ.

ກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍສໍາຄັນໜຶ່ງໃນການປັບປຸງຂອດການປະສານງານ ລະຫວ່າງ ຂະແໜງການພາກລັດ ໃຫ້ມີຄວາມກົມກຽວກວ່າເກົ່າ ພ້ອມທັງ ຫຼຸດຜ່ອນຂອດຂັ້ນທີ່ບໍ່ຈຳເປັນ ເພື່ອພ້ອມກັນປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີ ຄວາມສະດວກ, ມີປະສິດທິຜົນ ເຮັດໃຫ້ການລົງທຶນຂອງພາກເອກະຊົນ ປະກອບສ່ວນເປັນແຫຼ່ງທຶນຕົ້ນຕໍ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສອຈ- ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ”
🌐 ກົດລິ້ງນີ້ : https://shorturl.at/FUrvD
---------------------------------------------------------------------

✨✨ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ຕ້ອນຮັບ ທ່ານຫົ...
26/05/2026

✨✨ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ຕ້ອນຮັບ ທ່ານຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ✨✨
ໃນວັນທີ 20 ພຶດສະພາ 2026, ທີ່ ຫ້ອງການຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ພ້ອມດ້ວຍຄະນະນຳຫ້ອງການ ເເລະ ພະເເນກກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ຊານນີ ແຄມເບວ, ຫົວໜ້າຫ້ອງການ ເອດີບີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

ໃນໂອກາດການພົບປະ, ທັງ 2 ຝ່າຍໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ໃນການຮ່ວມມືທີ່ຜ່ານມາ ນັບຕັ້ງເເຕ່ ອະດີດ ກະຊວງເເຜນການ ເເລະ ການລົງທຶນ ເປັນຕົ້ນມາ ໂດຍສະເພາະ ການສະໜັບສະໜູນຂອງ ADB ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຂະເເໜງຊີວະພາບນາໆພັນ, ລະບົບພື້ນຖານໂຄ່ງລ່າງ, ການຂົນສົ່ງໂລຈິດສຕິກ, ພະລັງງານທົດເເທນເເບບເປັນມິດຕໍ່ສິ່ງເເວດລ້ອມ, ການພັດທະນາກະສິກຳສະອາດ ເເລະ ອື່ນໆ.

ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ຍັງໄດ້ລະບຸວ່າ ສປປ ລາວ ເປັນປະເທດໜຶ່ງທີ່ມີຊັບພະຍາກອນທຳມະຊາດ ເເລະ ມີທ່າເເຮງສູງ ໃນການດຶງດູດການລົງທຶນ, ໂດຍສະເພາະ ນະໂຍບາຍເຊື່ອມໂຍງເຊື່ອມຈອດຂອງ ພັກ-ລັດ ຕໍ່ ປະເທດເພື່ອນມິດອ້ອມຂ້າງ ເເລະ ສາກົນ ເເມ່ນນັບມື້ນັບໄດ້ຮັບການຍົກລະດັບທີ່ສູງຂຶ້ນ. ສະນັ້ນ, ເພື່ອຮອງຮັບເອົາການລົງທຶນຈາກສາກົນຂະໜາດໃຫຍ່ທີ່ຈະເຂົ້າມາ ສປປ ລາວ, ທ່ານໄດ້ສະເໜີສືບຕໍ່ຮັບເອົາການຊ່ວຍເຫຼືອຈາກ ADB ເຂົ້າເປັນເເຜນການຮ່ວມມືຍຸດທະສາດ ລະຫວ່າງ ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ເເລະ ADB ພ້ອມຄູ່ຮ່ວມ ໃນຕໍ່ໜ້າ ເປັນຕົ້ນເເມ່ນ ການສ້າງຂີດຄວາມສາມາດໃຫ້ບຸກຄະລາກອນ, ການໂຄສະນາທີ່ຖືກເປົ້າໝາຍ ເເລະ ເປັນມືອາຊີບ, ການຍົກລະດັບສື່ທາງການອອນລາຍໃຫ້ມີຄຸນນະພາບ, ການພັດທະນາລະບົບຖານຂໍ້ມູນທີ່ຊັດເຈນ ເເລະ ອື່ນໆ ເຊິ່ງກໍ່ໄດ້ຮັບການເຫັນດີເປັນເອກະພາບໃນການຊ່ວຍເຫຼືອຈາກ ທ່ານຫົວໜ້າຫ້ອງການ ເອດີບີ ປະຈຳ ສປປ ລາວ.
🌐 ກົດລິ້ງນີ້ : https://shorturl.at/9pkSU

✨✨ H.E. Mme. Phonevanh OUTHAVONG, Deputy Minister, Vice President of the Investment Promotion and Management Committee, Standing Member, has welcomed Mrs. Shanny Campbell, ADB Country Director, Lao PDR Resident and her team ✨✨
On 20 May 2026, at the Investment Promotion and Management Committee Office (IPMCO), H.E. Mme. Phonevanh OUTHAVONG, Deputy Minister, Vice President of the Investment Promotion and Management Committee, Standing Member, together with a high-level representative from IPMCO and related divisions, has been working with Mrs Shanny Campbell, ADB Country Director, Lao PDR Resident and her team.

On this occasion, both sides highlighted the importance of past cooperation, particularly ADB's support for socio-economic development, biodiversity conservation, infrastructure, logistics, environmentally friendly renewable energy, and clean agricultural development, as well as ongoing collaboration in additional sectors such as education and public health.

At the same time, the Deputy Minister, Vice President of the Investment Promotion and Management Committee, and Standing Member emphasised that the Lao PDR is rich in natural resources and both reliable and appealing for investment. The Party-State's policy of strengthening engagement with neighbouring countries and the international community is being continuously enhanced. To attract and accommodate large-scale international investment, she proposed maintaining and expanding assistance from the Asian Development Bank (ADB) as part of a strategic partnership between the Office of the Investment Promotion and Management Committee, ADB, and other partners. This would include capacity building for personnel, targeted, professional advertising, improving the quality of online media, developing a robust database system, and other initiatives. The Head of the ADB Office in Lao PDR unanimously agreed with these proposals
🌐 Click Link : https://shorturl.at/dKOqt
--------------------------------------------------------------------

✨✨ ທ່ານ ສຸລິຍາ ປວງປະດິດ ຮອງຫົວໜ້າຫ້ອງການ ຫລທ ຕາງໜ້າໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕິດຕາມ ທ່ານ ເຫຼັກໄຫຼ ສີວິ...
22/05/2026

✨✨ ທ່ານ ສຸລິຍາ ປວງປະດິດ ຮອງຫົວໜ້າຫ້ອງການ ຫລທ ຕາງໜ້າໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕິດຕາມ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ລົງຕິດຕາມຄວາມຄືບໜ້າໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ✨✨

ໃນລະຫວ່າງວັນທີ 14-16 ພຶດສະພາ 2026 ທ່ານ ສຸລິຍາ ປວງປະດິດ ຮອງຫົວໜ້າຫ້ອງການ ຫລທ ຕາງໜ້າໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕິດຕາມທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ລົງສົມທົບກັບ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ບໍລິສັດ ໄດ້ລົງຕິດຕາມ ຄວາມຄືບໜ້າໃນການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງຈາກ ເມືອງປາກຊັນ ແຂວງ ບໍລິຄຳໄຊ ໄປຫາຊາຍແດນລາວ-ຫວຽດນາມ.

ການລົງຕິດຕາມຄັ້ງນີ້ ຄະນະ ໄດ້ລົງເບິ່ງສະພາບໂຕຈິງ ພາຍໃນເມືອງ ປາກຊັນ, ເມືອງ ຄໍາເກີດ, ເມືອງ ໄຊຈໍາພອນ(ດ່ານນໍ້າອ້ອນ-ແທງທຸ່ຍ), ເມືອງ ວຽງທອງ ເພື່ອລົງຕິດຕາມຕົວຈິງ ການຈັດຕັ້ງປະຕິບັດຂອງໂຄງການ.

ການລົງຕິດຕາມຄັ້ງນີ້ ທ່ານ ປອ ພອນປະເສີດ ອິນທະສອນ ປະທານ ບໍລິສັດ ສາມເອສ໌ ພັດທະນາ ຈໍາກັດ ຕ່າງໜ້າໃຫ້ ( ບໍລິສັດ ນຳທາກໍ່ສ້າງ ຂົວ-ທາງ, ບໍລິສັດ ຊີເຄການຄ້າ ຂ້າອອກ-ຂ້າເຂົ້າ ຈຳກັດ) ກຸ່ມບໍລິສັດ ພັດທະນາກໍ່ ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ່ວງ ຈາກ ເມືອງປາກຊັນ ແຂວງ ບໍລິຄຳໄຊ ໄປຫາຊາຍແດນລາວ-ຫວຽດນາມ ໄດ້ໃຫ້ສໍາພາດວ່າ: ສະແດງຄວາມຂອບໃຈ ການນໍາກະຊວງ ຍທຂ, ແຂວງ ບໍລິຄໍາໄຊ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸມຄອງການລົງທຶນ ທີ່ໄດ້ລົງມາຊຸກຍູ້ ຕິດຕາມ ແລະໄດ້ໃຫ້ທິີດຊີ້ນໍາຫຼາຍບັນຫາ ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດໂຄງການ ໄດ້ຕາມແຜນ ໂດຍສະເພາະການແກ້ໄຂບັນຫາຜົນກະທົບດ້ານສິ່ງແວດລ້ອມ ແລະ ການແກ້ໄຂບັນຫາຄ່າຊົດເຊີຍເນື້ອທີ່ຂອງປະຊາຊົນທີ່ໄດ້ຖືກໂຄງການ.

ທ່ານກ່າວວ່າ: ປັດຈຸບັນ ໄດ້ຈັດຕັ້ງປະຕິບັດໜ້າວຽກໃນ 4 ຕົວເມືອງທີ່ໂຄງການ ທາງດ່ວນຜ່ານ ເຊິ່ງຄະນະນໍາ ທີ່ລົງມາຄັ້ງນີ້ ໄດ້ຕິດຕາມທັງ 4 ຕົວເມືອງ ເຊິ່ງມີ 8 ຈຸດ ເຊິ່ງວຽກງານເຮົາກໍາລັງດໍາເນີນການມີ: ການທະລຸແລວທາງ, ການຕັດດິນຖົມ, ການແນະນໍາຄວາມຫຍຸ້ງຍາກ ເນື່ອງຈາກ ການເໜັງຕີງຂອງລາຄານໍ້າມັນ. ຜ່ານການປຶກສາຫາລື ເອົາໃຈໃສ່ຂອງຄະນະນໍາກະຊວງ ຍທຂ, ແຂວງ ບໍລີຄໍາໄຊ ແລະ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກໍໄດ້ມີທາງອອກຢ່າງ ເໝາະສົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ດໍາເນີນໄປຕາມແຜນການ.

ການລົງຕິດຕາມ ຂອງຄະນະນໍາກະຊວງ ຍທຂ, ແຂວງ ບໍລິຄໍາໄຊ ແລະ ຄະນະກຳມະການສົ່ງເສີມການລົງທຶນ ໃນຄັ້ງນີ້ ເພື່ອເປັນຂໍ້ມູນ ແລະ ບ່ອນອີງພື້ນຖານ ສໍາຄັນ ໃນການສືບຕໍ່ຕິດຕາມ ຊູກຍູ້ ໂຄງການດັ່ງກ່າວໃຫ້ໄປຕາມແຜນການທີ່ກຳນົດໄວ້.

ໃນການລົງຕິດຕາມຄັ້ງນີ້ຍັງໄດ້ຮັບຟັງການລາຍງານເພີ້ມຕຶ່ມຈາກ ທ່ານ ວິໄຊ ພູມີ ຫົວໜ້າພະແນກ ຍທຂ ແຂວງ ບໍລິຄໍາໄຊ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ ໄລຍະທີ 2, ແຕ່ເມືອງປາກຊັນ ຫາ ຊາຍແດນ ລາວ-ຫວຽດນາມ, ມີຈຸດເລີ່ມຕົ້ນຢູ່ ຈາກ ບ້ານທົ່ງໃຫຍ່ເມືອງປາກຊັນ ຫາ ຊາຍແດນລາວ-ຫວຽດນາມ (ແທງຖຸຍ), ເມືອງໄຊຈຳພອນ, ແຂວງບໍລິຄຳໄຊ. ມີລວງຍາວປະມານ 203.8 ກມ, ກວມເອົາ 4 ຕົວເມືອງ, (ເມືອງປາກຊັນ, ເມືອງບໍລິຄັນ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ);ແລະ 28ບ້ານ.

ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ບໍລິສັດໄດ້ທະລຸແລວທາງເພື່ອເກັບກຳຂໍ້ມູນ ຕາມແລວທີ່ໄດ້ຮັບຮອງ ສໍາເລັດເປັນບາງໄລຍະ,ແຕ່ລະເຂດລວມທັງໝົດ 4 ເມືອງ ໄດ້ປະມານ 63 ກມ ໄດ້ນໍາເອົາກົນຈັກເຂົ້າມາເພື່ອຈັດຕັ້ງປະຕິບັດວຽກກໍ່ສ້າງ (ຕັດດິນຂະຫຍາຍຂອບເຂດທາງ) ຕາມທີ່ ກົມຂົວທາງໄດ້ຮັບຮອງແບບຈຳນວນ 2 ຈຸດ ໃນຮູບແບບ ອອກແບບໄປພ້ອມ ແລະ ກໍ່ສ້າງໄປພ້ອມ (Design Build),ວຽກງານສີ່ງແວດລ້ອມ ແລວທາງຜ່ານທີ່ສໍາເລັດ ມີ 10 ບ້ານ, ຍັງສືບຕໍ່ ບໍ່ທັນສຳເລັດ ແລະ ລົງເກັບກຳທັງໝົດ 18 ບ້ານ.

ໃນການລົງຕິດຕາມກວດກາ ແລະ ຊູກຍູ້ໂຄງການທາງດ່ວນ ວຽງຈັນ-ຮາໂນ່ຍ ໄລຍະທີ 2, ແຕ່ເມືອງປາກຊັນ ຫາ ຊາຍແດນ ລາວ-ຫວຽດນາມ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ມີຄຳເຫັນຕໍ່ການມາ ກວດກາຊຸກຍູ້ໂຄງການ ແລະ ຕິດຕາມ ຄວາມຄືບໜ້າ ຜົນສໍາເລັດ ຂໍ້ສະດວກ ຂໍ້ຫຍຸ້ງຍາກເພື່ອແນໃສ່ຊຸກຍູ້ສົ່ງເສີມ ໃຫ້ໂຄງການ ສໍາເລັດຕາມສັນຍາ ເຊິ່ງຜ່ານການລົງຕິດຕາມ ເຫັນໄດ້ ການສຸມທຶນຮອນ, ກົນຈັກ, ພາຫະນະ ເຂົ້າໃສ່ໂຄງການ, ຄຽງຄູ່ກັບດ້ານຕັ້ງໜ້າ ຍັງມີສີ່ງທ້າທາຍ ເພື່ອເຮັດໃຫ້ໂຄງການສາມາດດໍາເນີນສືບຕໍ່ໄປຕາມແຜນການ ແລກປ່ຽນຄຳຄິດເຫັນ ແລະ ເນັ້ນບາງບັນຫາເອົາໃຈໃສ່ເປັນຕົ້ນແມ່ນ: ກົນໄກການຄຸ້ມຄອງຕ້ອງເປັນລະບົບຮັດກຸມ, ກໍານົດແລວທາງໃຫ້ສໍາເລັດທັງໝົດ, ສ່ວນຈຸດເຊື່ອມຈອດຂອງທາງດ່ວນແມ່ນຢູ່ (ດ່ານນໍ້າອ້ອນ-ແທງຖຸຍ), ການເຮັດວຽກຮ່ວມກັນເພື່ອສ້າງຄວາມເຂົ້າໃຈໃຫ້ປະຊາຊົນ ທີ່ແລວທາງຕັດຜ່ານ, ມອບໃຫ້ແຂວງ, ເມືອງ ແລະ ຜູ້ພັດທະນາໂຄງການ ບໍລິສັດ ຕ້ອງເປັນໃຈກາງ ເລັ່ງຮັບຮອງຫົວໜ່ວຍລາຄາ ຫົວໜ່ວຍທົດແທນ,ໂຄງການດັ່ງກ່າວເປັນໂຄງການ BOT ບໍລິສັດລົງທຶນ 100% ເພື່ອໃຫ້ໂຄງການປະສົບຜົນສໍາເລັດ ແລະ ໄດ້ມາດຕະຖານ ລັດຕ້ອງໄດ້ຊຸກຍູ້ຕິດຕາມທາງດ້ານເຕັກນິກ, ການອອກແບບ ເພາະເປັນໂຄງການຂະໜາດໃຫຍ່ ໄລຍະຍາວ ເປັນຂໍ້ມູນໃນການມອບໂອນກໍາມະສິດ, ການຢັ້ງຢືນໄລ່ລຽງດ້ານເສດຖະກິດ, ຄະນະກໍາມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ສືບຕໍ່ເຈລະຈາ ສັນຍາຊີເອ ທີ່ຍັງຄ້າງຄາໃຫ້ສໍາເລັດໂດຍໄວ, ພ້ອມນັ້ນ ຂອດປະສານງານ ຂອງຄະນະກໍາມະການ ຕ້ອງໃຫ້ເປັນລະບົບ ຂອດການປະຊຸມ ສ່ອງແສງ ລາຍງານເປັນປະຈໍາເດືອນ, ບໍລິສັດທີ່ປຶກສາ ໃນການຈັດຕັ້ງປະຕິບັດ ໃນການຄຸ້ມຄອງໂຄງການ ອໍານວຍຄວາມສະດວກໃນການແກ້ໄຂບັນຫາທີ່ເກີດຂຶ້ນໃນລະຫວ່າງດໍາເນີນໂຄງການ. ຈັດສັນງົບປະມານໃນການຮັບໃຊ້ວຽກງານບໍລິ ຫານຕິດຕາມຄຸ້ມຄອງໂຄງການ.

ໂອກາດນີ້ ທ່ານ ຍັງໄດ້ເນັ້ນໃຫ້ຂະແໜງກ່ຽວຂ້ອງຂອງພາກລັດ ເປັນເຈົ້າການປະສານງານ ຄຸ້ມຄອງໂຄງການໃຫ້ເປັນລະບົບ ເພື່ອຊ່ວຍບໍລິສັດ ສ່ວນບໍລິສັດ ເອົາໃຈໃສ່ ສຸມທຶນຮອນ, ສະຕິປັນຍາ, ຂຶ້ນແຜນວຽກ ແຜນດໍາເນີນງານ ຢ່າງຊັດເຈນ ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຕາມລະດັບຄາດໝາຍ ທີ່ໄດ້ກໍານົດໄວ້, ປະກອບສ່ວນໃນການ ອໍານວຍຄວາມສະດວກເຊື່ອມໂຍງເຊື່ອມຈອດໃນການຄົມມະນາຄົມຂົນສົ່ງຂອງປະເທດກໍຄືພາກພື້ນ ແລະ ສາກົນ.
🌐 ກົດລິ້ງນີ້ : https://shorturl.at/WvspN
---------------------------------------------------------------------

✨✨ ກອງປະຊຸມ ປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19 ຄັ້ງວັນທີ 21 ພຶດສະພາ 2026 ✨✨ວັນທີ 21 ພຶດສະພາ 2026...
22/05/2026

✨✨ ກອງປະຊຸມ ປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19 ຄັ້ງວັນທີ 21 ພຶດສະພາ 2026 ✨✨

ວັນທີ 21 ພຶດສະພາ 2026 ທີ່ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດ “ກອງປະຊຸມປຶກສາຫາລືພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ຄັ້ງທີ 19” ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ (KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີຂະແໜງການ ພາກລັດທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ຈາກສະພາອຸດສາ ຫະກໍາ ແລະ ການຄ້າ ຍີ່ປຸ່ນປະຈໍາລາວ (JCCIL), ອົງການສົ່ງເສີມການຄ້າຍີ່ປຸ່ນປະຈໍາ ນະຄອນ ຫຼວງວຽງຈັນ (JETRO), ອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ (JICA) ແລະ ຫ້ອງການທະນາຄານຮ່ວມມືສາກົນປະຈໍາບາງກອກ (JBIC).

ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ ໄດ້ລິເລີ່ມມາແຕ່ປີ 2007 ຕາມການຕົກລົງ ລະຫວ່າງ ລັດຖະບານຂອງທັງສອງປະເທດ ແລະ ໄດ້ຈັດຂຶ້ນທຸກປີ ເພື່ອປຶກສາຫາລື ແລະ ໃນປີ 2026 ນີ້ ແມ່ນຄັ້ງທີ 19 ກອງປະຊຸມດັ່ງກ່າວນີ້ ແມ່ນກົນໄກການ ສົນທະນາປຶກສາຫາລື ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຄົ້ນຄວ້າຊອກຫາວິທີການແກ້ໄຂຮ່ວມກັນ ໂດຍສະເພາະແມ່ນ ບັນຫາ ແລະ ສິ່ງທ້າທາຍ ທີ່ຕິດພັນກັບສະພາບແວດລ້ອມການລົງທຶນ ທີ່ບໍລິສັດ ຍີ່ປຸ່ນ ມາດຳເນີນທຸລະກິດ ຢູ່ ສປປ ລາວ ກໍາລັງພົບພໍ້ ເພື່ອໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ຮັບຊາບໂດຍກົງ ແລະ ນໍາໄປຄົ້ນຄວ້າ ພິຈາລະນາ ແກ້ໄຂ ແນໃສ່ປັບປຸງ ນະໂຍບາຍສົ່ງເສີມການລົງທຶນ, ບັນດານິຕິກຳ, ລະບຽບການ ກໍ່ຄື ສະພາບແວດລ້ອມຂອງການລົງທຶນພາຍໃນຂອງ ສປປ ລາວ ໃຫ້ນັບມື້ດີຂຶ້ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ທີ່ລັດຖະບານ ໄດ້ອະນຸຍາດແລ້ວ ໃຫ້ມີຜົນສໍາເລັດ ພ້ອມທັງສ້າງແຮງຈູງໃຈໃຫ້ແກ່ການດຶງດູດ ເອົາການລົງທຶນໃໝ່ ທີ່ມີຄຸນນະພາບ ຈາກບັນດາປະເທດ ເພື່ອນມິດກໍ່ຄືການລົງທຶນໂດຍກົງ ຈາກ ປະເທດຍີ່ປຸ່ນ ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.

ກອງປະຊຸມໃນປີ 2026 ນີ້ ໄດ້ມີການປຶກສາຫາລື ລົງເລີກຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດພັນທະດ້ານສ່ວຍສາອາກອນ ໂດຍສະເພາະແມ່ນອາກອນມູນຄ່າເພີ່ມ (VAT), ການສ້າງສະພາບແວດລ້ອມ ເພື່ອເອື້ອອໍານວຍແກ່ການຈັດຫາພະລັງງານທົດແທນ (ພະລັງງານສະອາດ) ແລະ ກົນໄກການຈັດຕັ້ງປະຕິບັດກ່ຽວກັບ ການແລກປ່ຽນເງິນຕາຕ່າງປະເທດ.

ກອງປະຊຸມ ຄັ້ງທີ 19 ມີຄວາມສໍາຄັນຫຼາຍ ເນື່ອງຈາກປີ 2026 ເປັນປີທໍາອິດຂອງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ - ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X (2026 - 2030) ຊຶ່ງໄລຍະຜ່ານມາ, ຍີ່ປຸ່ນ ເປັນປະເທດໜຶ່ງ ທີ່ຢູ່ໃນແຖວໜ້າໃນການຊ່ວຍເຫຼືອລ້າ ແລະ ມາລົງທຶນ ຢູ່ ສປປ ລາວ. ປະຈຸບັນ ມີບໍລິສັດຍີ່ປຸ່ນ ເຂົ້າມາລົງທຶນຫຼາຍກວ່າ 160 ບໍລິສັດ ທີ່ມີທັງການເຂົ້າມາລົງທຶນໂດຍກົງ (DIRECT INVESTMENT) ແລະ ການຂະຫຍາຍຖານການຜະລິດ ຈາກປະ ເທດເພື່ອນມິດ ເຂົ້າມາ ສປປ ລາວ ໃນຮູບການຕ່ອງໂສ້ການຜະລິດ ຂອງພາກພຶ້ນ ແລະ ສາກົນ (ASEAN VALUE CHAIN/GLOBAL VALUE CHAIN) ຊຶ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍການຮ່ວມມື ແລະ ການລົງທຶນຢູ່ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີບັນຍາກາດທີ່ດີ ໂດຍສະເພາະແມ່ນ ຂະແໜງການຜະລິດ ທີ່ໄດ້ສ້າງວຽກເຮັດງານທໍາ, ຝືກສີມື (TRAINING SKILL) ໃຫ້ແກ່ແຮງງານລາວໄດ້ ຈໍານວນຫຼາຍ ແລະ ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝ (TECHNOLOGY TRANSFER) ມາສູ່ ສປປ ລາວ.

ຜ່ານການປະຊຸມປຶກສາຫາລື, ຝ່າຍ ຍີ່ປຸ່ນ ໄດ້ຢືນຢັນ ຈະສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ຮ່ວມກັນແກ້ໄຂບັນຫາ ສິ່ງທ້າທ້າຍຕ່າງໆ ເຊິ່ງຄາດວ່າຈະເຮັດໃຫ້ຕົວເລກການລົງທຶນຈາກຍີ່ປຸ່ນ ຈະສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ປະກອບ ສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X (2026 - 2030) ຕາມທິດສີຂຽວ ແລະ ຍືນຍົງ.
🌐 ກົດລິ້ງນີ້ : https://shorturl.at/87tBw
------------------------------------------------------------------

✨✨ ທ່ານຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ພ້ອມດ້ວຍ ພະເເນກກ່ຽວຂ້ອງ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕ...
19/05/2026

✨✨ ທ່ານຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ພ້ອມດ້ວຍ ພະເເນກກ່ຽວຂ້ອງ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ✨✨
ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2026, ທີ່ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ), ທ່ານນາງ ພອນວັນ, ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ຜູ້ປະຈໍາການ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານນາງ ຟ່າງຫົງ (FANG HONG), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນເພື່ອສະແດງຄວມຍິນດີຊົມເຊີຍ ທີ່ໄດ້ຮັບຖືກແຕ່ງຕັ້ງດຳລົງຕໍາແໜ່ງໃໝ່ ຂອງທ່ານນາງ ພອນວັນ ອຸທະວົງ, ທີ່ຖືກເແຕ່ງຕັ້ງເປັນຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ.

ໃນໂອກາດນີ້ ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຂໍຂອບໃຈຕໍ່ ທ່ານນາງ ຟ່າງຫົງ ພ້ອມດ້ວນຄະນະ ທີ່ໄດ້ມາຢ້ຽມຢາມອວຍພອນ ເນື່ອງໃນໂອກາດທີ່ໄດ້ມາດຳລົງຕໍາແໜ່ງໃໝ່ອັນຊົງກຽດ ທີ່ແຫ່ງນີ້, ພ້ອມທັງໄດ້ແລກປ່ຽນສະພາບການລົງທຶນ ຂອງທຸລະກິດ ສປ ຈີນ ທີ່ມາລົງທຶນຢູ່ ສປປ ລາວ ໃນໄລຍະຜ່ານມາ. ນອກນີ້, ຍັງໄດ້ລາຍງານກ່ຽວກັບການຮ່ວມມື ກັບພາກສ່ວນກ່ຽວຂ້ອງ ຂອງ ສປ ຈີນ ໂດຍສະເພາະ ໄດ້ມີການແລກປ່ຽນຢ້ຽມຢາມລະຫວ່າງການນໍາຂັ້ນສູງ; ແລກປ່ຽນບົດຮຽນຢ່າງເປັນປົກກະຕິ ແລະ ມີການສະໜັງສະໜູນເຊິ່ງກັນ ແລະ ກັນ.

ໃນການເຂົ້າຢ້ຽມຂໍ່ານັບໃນຄັັງນີ້, ທ່ານນາງ ຟ່າງຫົງ ໄດ້ສະແດງຄວາມຍິນດີຕໍ່ ທ່ານຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ໃນການມາດຳລົງຕໍາແໜ່ງໃໝ່ໃນຄັ້ງນີ້, ພ້ອມທັງຢືນຢືນສະໜັບສະໜູນ ການສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ, ການປັບສະພາບແວດລ້ອມການລົງທຶນ ຂອງຝ່າຍລາວ ເພື່ອສົ່ງເສີມໃຫ້ທຸລະກິດທີ່ມີທ່າແຮງເຂົ້າມາລົງທຶນ, ສືບຕໍ່ດືງດູດຊຸກຍູ້ ທຸລະກິດຈີນ ທີ່ມີທ່າແຮງເຂົ້າມາລົງທຶນໃຫ້ຫຼາກຫຼາຍ, ຊຸກຍູ້ການລົງທຶນ ສປ ຈີນ ທີ່ດຳເນີນທຸລະກິດ ຢູ່ ສປປ ລາວ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ຄູ່ຮ່ວມສະຕາກຳ ລາວ-ຈີນ. ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈໍາການ ໄດ້ຕີລະຄາສູງຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ເຊິ່ງເປັນການຮ່ວມມືແບບຍຸດທະສາດ, ທີ່ມີມູນເຊື້ອສາຍພົວພັນມິດຕະພາບອັຍແໜ້ນແກ່ນ ມາແຕ່ຍາວນານ. ຫວັງຢ່າງຍິ່ງວ່າ ສະຖານທູດ ກໍ່ຄື ລັດຖະບານ ສປ ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ກໍ່ຄື ຊ່ວຍຊຸກຍູ້ວຽກງານໂຄສະນາດຶງດູດການລົງທຶນ ໃນຕໍ່ໜ້າ.
🌐 ກົດລິ້ງນີ້ : https://shorturl.at/DVKlz
---------------------------------------------------------------------

✨✨ ທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ຕ້ອນຮັບຄະນະ UNDP ປະຈຳ ສປປ ລາວ ✨✨ໃນວັນທີ 14 ມິຖຸນາ 2026...
15/05/2026

✨✨ ທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ຕ້ອນຮັບຄະນະ UNDP ປະຈຳ ສປປ ລາວ ✨✨
ໃນວັນທີ 14 ມິຖຸນາ 2026, ທີ່ ຫ້ອງການຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄບທ), ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ, ຜູ້ປະຈຳການ ໄດ້ໃຫ້ການຕ້ອນຮັບຄະນະອົງການໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ນຳໂດຍ ທ່ານ Martine Therer, ຜູ້ຕາງໜ້າປະຈຳ UNDP ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບການຮ່ວມມືດ້ານການສົ່ງເສີມການລົງທຶນ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ທົບທວນການຮ່ວມມືທີ່ຜ່ານມາ ໂດຍສະເພາະການສະໜັບສະໜູນຂອງ UNDP ຕໍ່ການພັດທະນາລະບົບຖານຂໍ້ມູນ, ການສ້າງຂີດຄວາມສາມາດ ແລະ ການສົ່ງເສີມແນວຄິດການລົງທຶນສີຂຽວ. ພ້ອມດຽວກັນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພັດທະນາຍຸດທະສາດສົ່ງເສີມການລົງທຶນ, ແຜນສົ່ງເສີມການລົງທຶນ, ການພັດທະນາແຜນທີ່ເຂດການລົງທຶນ ແລະ ແຜນທີ່ການນຳໃຊ້ດິນ ເພື່ອຮອງຮັບການວາງແຜນການລົງທຶນ, ການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ການສົ່ງເສີມການທ່ອງທ່ຽວ ສອດຄ່ອງກັບຍຸດທະສາດ Land-Linked.
ນອກຈາກນີ້, ຝ່າຍ ຄລທ ແລະ ຝ່າຍ UNDP ຍັງໄດ້ເເລກປ່ຽນກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການສະໜັບສະໜູນດ້ານວິຊາການ, ການປັບປຸງລະບົບຖານຂໍ້ມູນ, ການສ້າງຂີດຄວາມສາມາດ ແລະ ການສົ່ງເສີມການລົງທຶນສີຂຽວ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ.
🌐 ກົດລິ້ງນີ້ : https://shorturl.at/TTWPM
-------------------------------------------------------------------

✨✨ ທ່ານ ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄລທ ພ້ອມດ້ວຍ ພະເເນກກ່ຽວຂ້ອງ ຕອນຮັບຄະນະທາງການຈາກ ໜ່ວຍງານການລົງທຶນ ເເລະ ສະຖານທູ...
14/05/2026

✨✨ ທ່ານ ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄລທ ພ້ອມດ້ວຍ ພະເເນກກ່ຽວຂ້ອງ ຕອນຮັບຄະນະທາງການຈາກ ໜ່ວຍງານການລົງທຶນ ເເລະ ສະຖານທູດ ຂອງ ປະເທດ ອົດສະຕາລີ ✨✨

ໃນວັນທີ 13 ພຶດສະພາ 2026 ທ່ານ ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄລທ ພ້ອມດ້ວຍ ພະເເນກກ່ຽວຂ້ອງ ຕອນຮັບຄະນະທາງການຈາກ ໜ່ວຍງານການລົງທຶນ ເເລະ ສະຖານທູດ ຂອງ ປະເທດ ອົດສະຕາລີ ເພື່ອປຶກສາຫາລືເເລກປ່ຽນບົດຮຽນ ລວມທັງ ທິດທາງ ເເລະ ເເຜນການ ໃນຕໍ່ໜ້າ ຕໍ່ກັບວຽກງານການຮ່ວມມື ກ່ຽວກັບ ຂະບວນການກວດສອບບັນດາໂຄງການລົງທຶນຂອງປະເທດ ອົດສະຕາລີ ເເລະ ເເຜນການປັບປຸງ ຮ່າງສັນຍາ BIT ຂອງ 2 ປະເທດ ທີ່ຫ້ອງຮັບເເຂກ ຫລທ
🌐 ກົດລິ້ງນີ້ : https://shorturl.at/H57jB
-----------------------------------------------------------------

✨✨ ພິທີຝຶກອົບຮົມການນໍາໃຊ້ເຄື່ອງມືຕິດຕາມໂຄງການຜ່ານມືຖື ຂອງໂຄງການ ສົ່ງເສີມການລົງທຶນໃນຂົງເຂດທີ່ດິນຢ່າງມີຄວາມຮັບຜິດຊອບ (ILM-...
11/05/2026

✨✨ ພິທີຝຶກອົບຮົມການນໍາໃຊ້ເຄື່ອງມືຕິດຕາມໂຄງການຜ່ານມືຖື ຂອງໂຄງການ ສົ່ງເສີມການລົງທຶນໃນຂົງເຂດທີ່ດິນຢ່າງມີຄວາມຮັບຜິດຊອບ (ILM-MR/GIZ) ✨✨
ໃນວັນທີ 28-29 ເມສາ 2026 ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດພິທີຝຶກອົບຮົມການນໍາໃຊ້ເຄື່ອງມືຕິດຕາມໂຄງການຜ່ານມືຖື ຂອງໂຄງການ ສົ່ງເສີມການລົງທຶນໃນຂົງເຂດທີ່ດິນຢ່າງມີຄວາມຮັບຜິດຊອບ (ILM-MR/GIZ) ໂດຍການເປັນປະທານຂອງທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວໜ້າ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຊຶ່ງມີບັນດານັກສໍາມາກອນຈາກ ຫລທ ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມທັງໝົດ 90 ກວ່າຄົນ.

ການຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອທົບທວນຜົນການດຳເນີນວຽກງານຂອງແຂວງ ແລະ ເມືອງເປົ້າໝາຍຜ່ານມາ ແລະ ພ້ອມກັນວາງແຜນລະອຽດສຳລັບການດຳເນີນກິດຈະກຳໃນໄລຍະທ້າຍກ່ອນທີ່ໂຄງການຈະສິ້ນສຸດ ເພື່ອມອບສົ່ງຕໍ່ໃຫ້ບັນດາແຂວງເປັນເຈົ້າການໃນການດຳເນີນກິດຈະກຳ ແລະ ນໍາໃຊ້ເຄື່ອງມື ການຕິດຕາມ ການລົງທຶນ ຜ່ານແອັບມືຖື (IPM) ເພື່ອໃຫ້ການເກັບກຳ ແລະ ການຄຸ້ມຄອງຂໍ້ມູນມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິພາບ ຫຼາຍຂຶ້ນ.

ຜ່ານການດໍາເນີນການຝຶກອົບຮົມເປັນເວລາ 02 ວັນ ເຫັນວ່າທີມງານຊ່ຽວຊານຈາກ GIZ ໄດ້ຖ່າຍທອດຄວາມຮູ້ໃຫ້ມີຄວາມປະສີດທິພາບ, ມີຄຸນນະພາບທັງດ້ານເນື້ອໃນ ແລະ ດ້ານເຕັກນິກວິຊາສະເພາະ. ພ້ອມນີ້, ນັກສໍາມະນາກອນກໍ່ໄດ້ເອົາໃຈໃສ່ຕັ້ງໃຈຮໍ່າຮຽນ, ມີການແລກປ່ຽນຄໍາຄິດເຫັນ ແລະ ທີມງານຄູຝຶກກໍ່ເອົາໃນໃສແກ້ໄຂຂໍ້ຂ້ອງໃຈໃຫ້ແກ່ນັກສໍາມະກອນໄດ້ເປັນຢ່າງດີ.

ພ້ອມກັນນັ້ນ, ເພື່ອຝຶກອົບຮົມໃນຄັ້ງນີ້ກໍຍັງໄດ້ນຳເອົາຮ່າງບົດແນະນຳ ກ່ຽວກັບກົນໄກການແກ້ໄຂຂໍ້ຂັດແຍ່ງ, ເຊິ່ງເປັນວຽກງານທີ່ສໍາຄັນຫຼາຍ ໃນການອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນ, ທາບທາມຄຳຄິດຄຳເຫັນຂອງຜູ້ຕາງໜ້າຈາກບັນດາ 17 ແຂວງ ແລະ 01 ນະຄອນ ຫຼວງວຽງຈັນ, ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ທີ່ຈະເປັນຂໍ້ມູນສໍາຄັນໃນການຄົ້ນຄວ້າໃນຮ່າງດັ່ງກ່າວໃຫ້ສົມບູນຂຶ້ນ ແລະ ສາມາດສະເໜີຂໍການພິຈາລະນາຮັບຮອງນໍາໃຊ້ໃນອານາຄົດ.
🌐 ກົດລິ້ງນີ້ : https://shorturl.at/dlwiB
--------------------------------------------------------------------

Address

Thaluang Lake Special Economic Zone, Phonthan Village
Saysetha District
01001

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85621217012

Alerts

Be the first to know and let us send you an email when investlaos.gov.la posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to investlaos.gov.la:

Share