07/10/2022
#ການຫັນເກັບລາບຮັບ ແລະ ເບີກຈ່າຍງົບປະມານ ເປັນລະບົບທັນສະໄຫມຜ່ານລະບົບ FINLINK ແລະ LAPNET.
🔵 ໃນວັນທີ 6 ຕຸລາ 2022 ທີ່ຜ່ານມາ, ໄດ້ມີພິທີເຊັນສັນຍາ ການຫັນເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນລະບົບທັນສະໄຫມຜ່ານລະບົບ FINLINK ແລະ LAPNET ລະຫວ່າງ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ ແລະ ກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ.
🔵 ເຊິ່ງພາຍໃນງານ ທ່ານ ປອ ວິໄລທອງ ສຸດທະວີໄລ, ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ລາຍງານໃຫ້ຊາບວ່າ ກະຊວງການເງິນ ໄດ້ພັດທະນາ “ລະບົບຊຳລະພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ແບບລວມສູນ” (ລະບົບ FINLINK) ຊຶ່ງເປັນໜຶ່ງໂຄງການທີ່ນອນໃນໂຄງການພັດທະນາຄຸ້ມຄອງການເກັບລາຍຮັບເປັນດິຈິຕອນ. ລະບົບດັ່ງກ່າວເປັນລະບົບໃຈກາງລວມສູນການເຊື່ອມຕໍ່ ລະຫວ່າງ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍພາຍໃນ ຂອງກະຊວງການເງິນ ແລະ ລະບົບການຊໍາລະທີ່ ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງ ໂດຍສະເພາະ ລະບົບການຊໍາລະທຸລະກໍາຍ່ອຍຂອງບໍລິສັດ LAPNet ເຊິ່ງຈະຊ່ວຍຫລຸດຜ່ອນຂອດຂັ້ນຕອນ, ມີຄວາມກະທັດຮັດ, ມີຄວາມໂປ່ງໃສ, ສະດວກໃນການສະຫລຸບລາຍງານ ແລະ ວ່ອງໄວ ໃນການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບ ແລະ ການເບີກຈ່າຍງົບປະມານແຫ່ງລັດ.
🔵 ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ໂຮງແຮມວຽງຈັນພລາຊ່າ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ, ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທຫລ ພ້ອມດ້ວຍບັນດາກົມພາຍໃນກະຊວງການເງິນ, ທຫລ, ກະຊວງທີ່ກ່ຽວຂ້ອງ, ທະນາຄານທຸລະກິດ, ກຸ່ມບໍລິສັດ AIF, ບໍລິສັດ LAPNet, ບໍລິສັດຫົວເຫວີຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂອບໃຈພາບວິດີໂອຈາກ: ຂ່າວເຊົ້າອະລຸນວັນໃໝ່ - ໂທລະພາບເເຫ່ງຊາດລາວ ທຊລ 1