ໜ່ວຍປະຕິບັດການ ການສຶກສາ-ພັດທະນາສັງຄົມ ແລະ ສິ່ງແວດລ້ອມ ໄດ້ຖືກຈັດຕັ້ງຂຶ້ນ ຈາກແນວຄວາມຄິດ ແລະ ຈິດໃຈຮັກໃນສິ່ງແວດລ້ອມ ກໍຄືຮັກທໍາມະຊາດ ຂອງຄູອາຈານ ແລະ ນັກສືກສາ ໂດຍສະເພາະ ຄະນະວິທະຍາສາດສິ່ງແວດລ້ອມ (ຊີດ) ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໂດຍໄດ້ຮັບການຊີ້ນໍານໍາພາ, ໃຫ້ຄໍາປຶກສາຫາລື ແລະ ພາຍໃຕ້ການຄຸ້ມຄອງ, ຊີ້ນໍາທາງດ້ານວິຊາການ ແລະ ການຈັດຕັ້ງປະຕິບັດວຽກງານໂດຍກົງຈາກພະນັກງານ ແລະ ອາຈານຂອງຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ
່ງຊາດ ໂດຍນັກສຶກສາເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ມີການຄັດເລືອກເອົາຫົວໜ້າໜ່ວຍງານ, ຮອງ ແລະ ຫົວໜ້າຝ່າຍປະສານງານອື່ນໆອີກ ທີ່ມີໜ້າທີ່ຮັບຜິດຊອບແຕ່ລະກິດຈະກໍາທີ່ແຕກຕ່າງກັນໄປ. ເຊິ່ງໜ່ວຍປະຕິບັດການ ການສຶກສາ-ພັດທະນາສັງຄົມ ແລະ ສິ່ງແວດລ້ອມ ສ້າງຕັ້ງຂຶ້ນທໍາອິດໃນປີ 2005 ມີສະມາຊິກທັງໝົດ 13 ຄົນ ຈົນມາເຖິງປັດຈຸບັນມີຈໍານວນສະມາຊິກທັງໝົດ 193 ຄົນ. ໃນນັ້ນ, ກິດຈະກໍາຂອງໝ່ວຍຊີດນີ້ທີ່ຜ່ານມາກໍ່ມີຫຼາຍເຊັ່ນດຽວກັນເປັນຕົ້ນແມ່ນ ກິດຈະກໍາຊ່ວຍເຫຼືອສັງຄົມ, ກິດຈະກໍາການລົນນະລົງຮັກສາສິ່ງແວດລ້ອມ ແລະ ກິດຈະກໍາຝຶກທັັກສະດ້ານຕ່າງໆແກ່ນັກສຶກສາກໍ່ຄືອາສາສະໝັກຊິດ ນອກນັ້ນ ພວກເຮົາຍັງຈັດກິດຈະກໍາຮ່ວມມືກັບຫຼາຍອົງການທີ່ມີຈຸດປະສົງຊ່ວຍເຫຼືອສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:
> ກິດຈະກຳຄ້າຍອາສາພັດທະນາສິ່ງແວດລ້ອມ ແລະ ສັງຄົມສີຂຽວ.
> ກິດຈະກໍາປຸກຈິດສໍານຶກກ່ຽວກັບສິ່ງແວດລ້ອມໃນບຸນທາດຫຼວງ.
> ກິດຈະກໍາບຸນປີໃໝ່ລາວບ່າວສາວຍຸກໃໝ່ໃສ່ໃຈຄວາມສະອາດ.
> ກິດຈະກໍາການສະເຫຼີມສະຫຼອງວັນສິ່ງແວດລ້ອມ.
> ກິດຈະກໍາການເຝິກອົບຮົມສະມາຊິກໜ່ວຍງານອາສາສະໝັກ SEED ( ຄ້າຍ “ຟັກໄຂ່” ).
> ກິດຈະກໍາສ້າງຈິດສໍານຶກກ່ຽວກັບການປ່ຽນແປງດິນຟ້າອາກາດໃນໂຮງຮຽນມັດທະຍົມ ເຊິ່ງເປັນການຮ່ວມ
ມືລະຫວ່າງ ໝ່ວຍອາສາສະໝັກຊິດ ແລະ ໂຄງການເອດີບີ (ADB).
> ກິດຈະກໍາການລົງໂຮງຮຽນກັບ “Sure project” ເຊິ່ງເປັນການຮ່ວມມືລະຫວ່າງ ໝ່ວຍອາສາສະໝັກຊິດ ແລະ ກອງທຶນນາກາໂອະ.
> ກິດຈະກໍາການອອກແບບ Handbook, Poster ແລະ Brochure ເຊິ່ງເປັນການຮ່ວມມືລະຫວ່າງ ໜ່ວຍອາສາສະໝັກຊິດ ແລະ ອົງການ Helvetas.
> ກິດຈະກໍາການປຸກຈິດສຳນຶກກ່ຽວກັບໂຮງຮຽນສີຂຽວ ເຊິ່ງເປັນການຮ່ວມມືລະຫວ່າງ ໝ່ວຍອາສາສະໝັກຊີດ, ກຸ່ມປົກປ້ອງສິ່ງແວດລ້ອມ (EPG), ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ກຸ່ມກະສິກຳພາກເໜືອ.
> ກິດຈະກໍາການປຸກຈິດສຳນຶກກ່ຽວຂີ້ເຫຍື້ອ ເຊິ່ງເປັນການຮ່ວມມືລະຫວ່າງ ໝ່ວຍອາສາສະໝັກຊິດ ແລະ ອົງການ JOCA.
--------------------------------------------
From the concept of need to conserve natural resources and good at environment condition. The SEED has been setting up under supervisor of Faculty of Environmental Sciences and National University of Laos on 2005, started from 13 members and until now there are more than 193members. SEED is a unit of volunteer students whom aware in natural resource and social condition, raising an awareness of young children in conserving natural resource and good environment. The visions of SEED are protecting and creating environmental awareness to the students and people in the society. In addition, through many years passed, we had contribute our activities for society, strengthen capacity of our students on environment knowledge and understanding and train our youth on necessary skills and attitude. Moreover, we also cooperated with many social organizations of conserving natural resources and good environment. Such as:
> Climate change workshop in secondary school, cooperation between SEED volunteer group and Asian Development Bank (ADB).
> Raising awareness of environment in That Luang Festival.
> Lao New Year Festival and good environment by new generation.
> The Green Social and Environmental Development Camp.
> World Environment Day celebration.
> Training SEED volunteer by camping.
> Biodiversity reservation with “Sure project” support between SEED volunteer group and NAGAO Foundation.
> Handbook, poster and brochure design, support between SEED volunteer group and Helvetas.
> Raising awareness of Green School, cooperation between SEED volunteer group, Environmental Protection Group (EPG), Faculty of Law and Political Sciences, National University of Laos and Northern Agriculture Group (Helvetas + lux – Develop).
> Reducing trash working, cooperation between SEED volunteer group and JOCA.