ສູນບໍລິຫານລັດດິຈິຕອນ Digital-Government Center

  • Home
  • ສູນບໍລິຫານລັດດິຈິຕອນ Digital-Government Center

ສູນບໍລິຫານລັດດິຈິຕອນ Digital-Government Center Contact information, map and directions, contact form, opening hours, services, ratings, photos, videos and announcements from ສູນບໍລິຫານລັດດິຈິຕອນ Digital-Government Center, Public & Government Service, ຖະໜົນ ສີສະຫວາດ, .

ກອງປະຊຸມສຳມະນາ ປຶກສາຫາລືແລກປ່ຽກ່ຽວກັບການພັດທະນາລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX)----------------...
18/03/2026

ກອງປະຊຸມສຳມະນາ ປຶກສາຫາລືແລກປ່ຽກ່ຽວກັບການພັດທະນາລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX)
---------------------------------------

ໃນຕອນເຊົ້າຂອງວັນທີ 17 ມີນາ 2026, ທີ່ ໂຮງແຮມ ອາມາຣີ (Amari), ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ປຶກສາຫາລືແລກປ່ຽນ ກ່ຽວກັບການພັດທະນາລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX) ເພື່ອເຊື່ອມຕໍ່ບັນດາຖານຂໍ້ມູນພາກລັດເຂົ້າດ້ວຍກັນ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ຂັ້ນສູນກາງ, ຊ່ຽວຊານທາງດ້ານເຕັກໂນໂລຊີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກອງປະຊຸມໃນຄັ້ງນີ້ ແມ່ນປະຕິບັດຕາມທິດທາງແຜນການພັດທະນາເສດຖະກິດດິຈິຕອນ ແລະ ຍຸດທະສາດລວມຂອງລັດຖະບານ ທີ່ແນ່ໃສ່ຍົກລະດັບການບໍລິຫານລັດໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ທັນສະໄໝ. ລະບົບ GDX ຈະເຂົ້າມາມີບົດບາດເປັນ "ສູນກາງໃນການເຊື່ອມໂຍງຂໍ້ມູນພາກລັດ " ທີ່ເຮັດໜ້າທີ່ເຊື່ອມໂຍງຖານຂໍ້ມູນຂອງແຕ່ລະກະຊວງ ທີ່ເຄີຍເຮັດວຽກແບບແຍກສ່ວນ ໃຫ້ສາມາດແລກປ່ຽນ ແລະ ສື່ສານຫາກັນໄດ້ບົນມາດຕະຖານດຽວກັນ.
ໃນກອງປະຊຸມ ທ່ານປະທານ ໄດ້ເນັ້ນໜັກວ່າ: ລະບົບ GDX ຈະກາຍເປັນ “ ຂົວຕໍ່ ” ທີ່ສຳຄັນທີ່ສຸດ. ມັນຈະເຮັດໜ້າທີ່ເປັນ ສູນກາງການເຊື່ອມຕໍ່ (Integrator) ທີ່ໄດ້ມາດຕະຖານ ແລະ ມີຄວາມປອດໄພສູງ ເພື່ອເຊື່ອມໂຍງຖານຂໍ້ມູນຂອງທຸກກະຊວງເຂົ້າຫາກັນແບບທັນທີ. ແນ່ໃສ່ ໃນການພັດທະນາລະບົບ ການບໍລິການແບບປະຕູດຽວ (One-Stop Service) ຊຶ່ງປະຊາຊົນຈະບໍ່ຈໍາເປັນຕ້ອງຖືເອກະສານຊໍ້າຊ້ອນໄປມາລະຫວ່າງຂະແໜງການ, ແຕ່ຍັງສາມາດເຮັດທຸກຢ່າງຜ່ານລະບົບອອນລາຍໄດ້ທຸກທີ່ ທຸກເວລາ, ແລະ ສຳຄັນທີ່ສຸດ ຄື ສ້າງຄວາມໂປ່ງໃສ ແລະ ວ່ອງໄວ, ຫຼຸດຜ່ອນຂັ້ນຕອນທີ່ຊ້ຳຊ້ອນ, ປະຢັດງົບປະມານ ແລະ ເຮັດໃຫ້ການວາງແຜນນະໂຍບາຍຂອງລັດຖະບານມີຄວາມຊັດເຈນບົນພື້ນຖານຂໍ້ມູນທີ່ຖືກຕ້ອງ.
ພາຍໃນກອງປະຊຸມ, ໄດ້ມີຕາງໜ້າ ຂອງບໍລິສັດ VNPT ຫວຽດນາມ ນຳສະເໜີ ບົດຮຽນການພັດທະນາ ແລະ ຄວາມສຳເລັດຂອງ ການນຳໃຊ້ ລະບົບ GDX ພ້ອມທັງແນະນຳບົດຮຽນໃຫ້ແກ່ ສປປ ລາວ, ແລະ ຕາງໜ້າຂອງ ສູນບໍລິຫານລັດດິຈິຕອນ ກໍ່ໄດ້ນຳສະເໜີ ແຜນການພັດທະນາລະບົບ GDX ຂອງ ສປປ ລາວ. ພ້ອມກັນນັ້ນ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ. ຂໍ້ສະເໜີແນະທີ່ໄດ້ຈາກກອງປະຊຸມຄັ້ງນີ້ ລ້ວນແລ້ວແຕ່ເປັນຂໍ້ມູນທີ່ສຳຄັນ ເພື່ອໃຫ້ຄະນະຮັບຜິດຊອບນຳໄປສ້າງເປັນ ແຜນດຳເນີນ ທີ່ຊັດເຈນ.
ກອງປະຊຸມສຳມະນາດັ່ງກ່າວ ໄດ້ດຳເນີນໄປຈົນເຖິງເວລາ 12:00 ໂມງ ຈຶ່ງໄດ້ອັດລົງດ້ວຍໝາກຜົນອັນຈົບງາມ. ໃນຕອນທ້າຍ, ທ່ານປະທານ ຍັງໄດ້ຮຽກຮ້ອງໃຫ້ທຸກກະຊວງ-ອົງການ ກຽມຄວາມພ້ອມທາງດ້ານຖານຂໍ້ມູນພາຍໃນຂອງຕົນ ໃຫ້ໄດ້ມາດຕະຖານ ເພື່ອກຽມພ້ອມເຊື່ອມຕໍ່ເຂົ້າສູ່ລະບົບ GDX ໃນອະນາຄົດອັນໃກ້ນີ້, ຮ່ວມກັນສ້າງປະຫວັດສາດໜ້າໃໝ່ ໃຫ້ແກ່ການບໍລິຫານລັດດິຈິຕອນ ຂອງ ສປປ ລາວ.
#ຕິດຕາມຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/
website: https://dgc.gov.la/

ກອງປະຊຸມສຳມະນາ ແລກປ່ຽນບົດຮຽນ ກ່ຽວກັບ ການເປັນຜູ້ນໍາຍິງໃນຍຸກດິຈິຕອນ”Women Leadership in Digital Era-----------------------...
18/03/2026

ກອງປະຊຸມສຳມະນາ ແລກປ່ຽນບົດຮຽນ ກ່ຽວກັບ ການເປັນຜູ້ນໍາຍິງໃນຍຸກດິຈິຕອນ”
Women Leadership in Digital Era
-----------------------------------
ໃນຕອນເຊົ້າ ຂອງວັນທີ 13 ມີນາ 2026 ສູນບໍລິຫານລັັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການ ສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ.ລາວ (UNDP) ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນບົດຮຽນກ່ຽວກັບ ການເປັນຜູ້ນຳຍິງໃນຍຸກດິຈິຕອນ, ທີ່ ຫ້ອງການສໍານັກງານອົງການສະຫະປະຊາຊາດ. ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ທ່ານ ນາງ Martine Therer, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ, ມີຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ເອື້ອຍນ້ອງວິຊາການເພດຍິງ ພາຍໃນກະຊວງ ຕສ, ຊ່ຽວຊານ ຈາກ ອົງການ UNDP ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອສົ່ງເສີມເອື້ອຍນ້ອງຍິງພາກລັດ ກ່ຽວກັບການຍົກສູງຄວາມຮຸ້, ຄວາມສາມາດຂອງພະນັກງານເພດຍິງ ຂອງພາກລັດ ພາຍໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມພົ້ນເດັ່ນໃນເວທີຂອງຜູ້ນຳເພດຍິງຕື່ມ. ໜ້າທີ່ຫຼັກຂອງແມ່ຍິງ ກະຊວງ ຕສ ກໍແມ່ນວຽກງານການຫັນເປັນດິຈິຕອນ (Digital Transformation) ເຊິ່ງຖືໄດ້ວ່າເປັນວຽກບູລິມະສິດ ໃນການພັດທະນາ ເສດຖະກິດ–ສັງຄົມ ແລະ ການບໍລິຫານຂອງພາກລັດໃຫ້ເປັນທັນສະໄໝ. ນອກຈາກນັ້ນ, ເອື້ອຍນ້ອງຍິງ ໃນຂົງເຂດຫັນເປັນດິຈິຕອນຍັງໄດ້ມີສ່ວນຮ່ວມ ແລະ ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເຊັ່ນ: ການນຳໃຊ້ເຕັກໂນໂລຊີຂໍ້ມູນ–ສື່ສານ (ICT) ໃນວຽກງານຂອງພາກລັດ, ການເຮັດການຄ້າອອນລາຍ, ການໃຊ້ບໍລິການດິຈິຕອນທາງການເງິນ ແລະ ການບໍລິຫານທຸລະກິດຂະໜາດນ້ອຍ-ຂະໜາດກາງ, ຖືໄດ້ວ່າໃນຍຸກດິຈິຕອນໄດ້ເປີດໂອກາດໃຫ້ແມ່ຍິງ ໄດ້ສະແດງສາມາດໃນການຫາລາຍໄດ້ ເພື່ອເສີມສ້າງເສດຖະກິດ-ສັງຄົມໄດ້ຫຼາຍຂຶ້ນ ຍ້ອນຫົວຄິດປະດິດສ້າງ ແລະ ການຮູ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ ເພື່ອເປັນເຄື່ອງມືໃນການເຂົ້າເຖິງຕະຫຼາດ, ແຫຼ່ງຄວາມຮູ້ ແລະ ແຫຼ່ງທຶນໄດ້ກວ້າງຂວາງຂຶ້ນ.
ກອງປະຊຸມຄັ້ງນີ້, ຈະເປັນບາດກ້າວໜຶ່ງໃນການຍົກບົດບາດ ແລະ ເປີດເວທີໃຫ້ເຫັນ ພາລະບົດບາດຂອງ ພະນັກງານເພດຍິງທີ່ເປັນຜູ້ນຳໃນຍຸກດິຈິຕອນ, ໄດ້ມາແລກປ່ຽນບົດຮຽນຄວາມເປັນຜູ້ນຳຂອງແມ່ຍິງ ເພື່ອເພີ່ມໂອກາດໃຫ້ແມ່ຍິງ ແລະ ເຍົາວະຊົນ, ຊາວໜຸ່ມ ເຂົ້າເຖິງທັກສະດ້ານດິຈິຕອນ ແລະ ລະບົບການສຶກສາທາງອອນລາຍ ເພື່ອຫຼຸດຜ່ອນຄວາມແຕກໂຕນ ແລະ ຊ່ອງວ່າງຂອງການນຳໃຊ້ດິຈິຕອນ ລະຫວ່າງ ຍິງ-ຊາຍ ໃນສັງຄົມລາວ, ເຊິ່ງທາງ ກະຊວງ ຕສ ແລະ ອົງການ UNDP ໄດ້ເລັ່ງເຫັນຄວາມສໍາຄັນຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ. ດັ່ງນັ້ນ, ຈຶ່ງໄດ້ຈັດຝຶກອົບຮົມໃຫ້ແກ່ເອື້ອຍນ້ອງແມ່ຍິງ ພາຍໃນກະຊວງ ຕສ ເພື່ອສ້າງຄວາມເຂັ້ມແຂງ, ຊຸກຍູ້ສົ່ງເສີມ ຍົກລະດັບຄວາມຮູ້ຄວາມສາມາດ ແລະ ເພີ່ມຂີດຄວາມສາມາດ ໃຫ້ເອື້ອຍນ້ອງແມ່ຍີງໃນພາວະການເປັນຜູ້ນຳໃນຍຸກຫັນເປັນດິຈິຕອນ ແລະ ເພື່ອສະເຫຼີມສະຫຼອງວັນແມ່ຍີງສາກົນ ເຊິ່ງມີຫຼາຍຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ:
1. ກິດຈະກໍາ Global Women Leadership Academy;
2. ພາວະຄວາມເປັນຜູ້ນໍາ ໃນຍຸກແຫ່ງການປ່ຽນແປງໃໝ່ Transformation Leadership;
3. ຄວາມເຂົ້າໃຈຂອງກຸ່ມຄົນ ແຕ່ລະຍຸກສະໄໝ ແລະ ການປ່ຽນແປງຂອງໂລກ VUCA;
4. ໄດ້ຮັບຟັງການເລົົ່າເລື່ອງລາວ ຈາກປະສົບການຕົວຈິງ (Story Telling Women Leader);
ນອກຈາກນັ້ນ, ຍັງໄດ້ເປີດເວທີໃຫ້ເອື້ອຍນ້ອງຍິງ ໄດ້ແລກປ່ຽນຄຳຄິດຄຳເຫັນຫຼາຍຢ່າງທີ່ເປັນຄວາມຮູ້ໃໝ່ໆໃຫ້ເອື້ອຍນ້ອງຍິງໄດ້ນຳໄປປັບໃຊ້ເຂົ້າກັບຊີວິດການເປັນຢູ່ ແລະ ການເຮັດວຽກຂອງແຕ່ລະພາກສ່ວນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມທັງໝົດ ໄດ້ຮ່ວມເຮັດກິດຈະກຳທີ່ເປັນປະໂຫຍດ ເພື່ອເສີມທັກສະຂອງພາວະການເປັນຜູ້ນຳໃຫ້ຜູ້ເຂົ້າຮ່ວມແຕ່ລະຄົນ.ກອງປະຊຸມສຳມະນາ ມີບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຟົດຟື້ນ ຍ້ອນນັກສຳມະນາກອນທຸກທ່ານ ໃຫ້ການຮ່ວມມື ແລະ ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ຢ່າງພ້ອມໜ້າ.
ກອງປະຊຸມດັ່ງກ່າວໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ
#ຕິດຕາມຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC/
website: https://dgc.gov.la/

ກອງປະຊຸມສຳມະນາ ການສໍາຫຼວດ ແລະ ການເກັບກໍາຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ (GovIndex) ເພື່ອຍົກລະດັບການຫັນເປັນທັນສະ...
16/03/2026

ກອງປະຊຸມສຳມະນາ ການສໍາຫຼວດ ແລະ ການເກັບກໍາຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ (GovIndex) ເພື່ອຍົກລະດັບການຫັນເປັນທັນສະໄໝໃນ ສປປ ລາວ.
----------------------------------------
ໃນຕອນເຊົ້າຂອງວັນທີ 16 ມີນາ 2026, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະການສື່ສານ. ໄດ້ມີພິທີເປີດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ການສຳຫຼວດ ແລະ ເກັບກຳ ຂໍ້ມູນ ຕົວຊີ້ວັດ ການພັດທະນາລັດຖະບານດິຈິຕອນ (Digital Government Index) ຢູ່ ສປປ. ລາວ” ໃຫ້ແກ່ບັນດາກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອຳພອນສັກ ເທບພູມີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ພ້ອມດ້ວຍຕາງໜ້າຈາກບັນດາກະຊວງ ແລະ ຊ່ຽວຊານດ້ານດິຈິຕອນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຄວາມຮັບຮູ້ ແລະ ຍົກລະດັບທັກສະໃຫ້ແກ່ບຸກຄະລາກອນພາກລັດ ໃນການສຳຫຼວດ ແລະ ເກັບກຳຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບາດກ້າວການຫັນເປັນທັນສະໄໝຂອງການບໍລິຫານລັດ ຢູ່ ສປປ ລາວ ເພື່ອຄວາມຊັດເຈນ, ຖືກຕ້ອງ ແລະ ເປັນເອກະພາບກັນໃນທົ່ວປະເທດ.
ໃນບົດກ່າວເປີດພິທີ, ທ່ານ ອຳພອນສັກ ເທບພູມີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ເນັ້ນໜັກວ່າ: “ ການສ້າງດັດສະນີຕົວຊີ້ວັດລັດຖະບານດິຈິຕອນ ບໍ່ແມ່ນພຽງແຕ່ການລວບລວມຕົວເລກທາງສະຖິຕິເທົ່ານັ້ນ, ແຕ່ມັນແມ່ນການສ້າງ ‘ເຂັມທິດ’ ທີ່ຊັດເຈນ ເພື່ອໃຫ້ພວກເຮົາຮູ້ໄດ້ວ່າ ປັດຈຸບັນພວກເຮົາຢືນຢູ່ຈຸດໃດ ແລະ ຈະຕ້ອງກ້າວໄປໃນທິດທາງໃດ ເພື່ອໃຫ້ສອດຄ່ອງກັບວິໄສທັດການຫັນເປັນລັດຖະບານດິຈິຕອນ. ແນວໃດກໍ່ຕາມ, ວຽກງານນີ້ຈະປະສົບຜົນສຳເລັດໄດ້ ແມ່ນຂຶ້ນກັບຄວາມເປັນເຈົ້າການ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ໃນການສະໜອງຂໍ້ມູນທີ່ຖືກຕ້ອງ ແລະ ຄົບຖ້ວນ ເພາະຂໍ້ມູນເຫຼົ່ານີ້ຈະເປັນພື້ນຖານອັນສຳຄັນ ໃນການວິເຄາະ ແລະ ສ້າງບົດລາຍງານ ທີ່ຖືກຕ້ອງ ແລະ ສົມບູນ.”
ພາຍໃນກອງປະຊຸມ, ບັນດາສຳມະນາກອນໄດ້ຮັບຟັງການບັນຍາຍ ຕົວຈິງກ່ຽວກັບ ວິທີການສຳຫຼວດ ແລະ ເກັບກຳຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ ຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ. ການເກັບກຳຂໍ້ມູນດັ່ງກ່າວ ຖືເປັນລິເລີ່ມ ທີ່ສຳຄັນ ໃນການວັດແທກລະດັບການພັດທະນາດິຈິຕອນຂອງພາກລັດ ເຊິ່ງຈະເປັນບ່ອນອີງໃນການວາງນະໂຍບາຍລວມສູນ ສຳລັບການພັດທະນາລັດຖະບານດິຈິຕອນ ພ້ອມທັງຊຸກຍູ້ໃຫ້ດັດສະນີຕົວຊີ້ວັດຂອງປະເທດເຮົາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຈັດອັນດັບດີຂຶ້ນ ໃນການປະເມີນຂອງສາກົນ
ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານ ຍັງໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ບັນດາຜູ້ຕາງໜ້າຈາກທຸກກະຊວງ ນຳເອົາບົດຮຽນດັ່ງກ່າວໄປລາຍງານຕໍ່ຄະນະນຳຂອງຕົນ, ພ້ອມທັງເປັນເຈົ້າການໃນການກວດກາສະພາບຕົວຈິງຂອງກົມກອງ ເພື່ອສະໜອງຂໍ້ມູນດັດສະນີໃຫ້ມີຄວາມຊັດເຈນ, ໂປ່ງໃສ ແລະ ຄົບຖ້ວນທີ່ສຸດ.
ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ
#ຕິດຕາມຂໍ້ມູນຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC/
website: https://dgc.gov.la/

ຜູ້ແທນ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ ກອງປະຊຸມ ນານາຊາດ ການຄຸ້ມຄອງພຣາດຟອມດິຈິຕອນ ປີ 2026 --------------------------------...
19/02/2026

ຜູ້ແທນ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ ກອງປະຊຸມ ນານາຊາດ ການຄຸ້ມຄອງພຣາດຟອມດິຈິຕອນ ປີ 2026
------------------------------------------------
ຜູ້ແທນ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ ກອງປະຊຸມ ນານາຊາດ ການຄຸ້ມຄອງພຣາດຟອມດິຈິຕອນ ປີ 2026 (International Conference on Digital Platform Governance 2026) ຈັດຂື້ນໂດຍ ອົງການ UNESCO, ໃນລະຫວ່າງວັນທີ 11-13 ກຸມພາ 2026 ທີ່ເມືອງພີໂຕຣເລຍ, ປະເທດ ອາຟຣິກາໃຕ້ (Pretoria, South Africa)
ກອງປະຊຸມນານາຊາດວ່າດ້ວຍການຄຸ້ມຄອງພຣາດຟອມດິຈິຕອນ ຄັ້ງນີ້, ໄດ້ຈັດຂຶ້ນເປັນຄັ້ງທີ 02 ພາຍໃຕ້ການສະໜັບສະໜູນຂອງ UNESCO ໂດຍມີຈຸດປະສົງຫຼັກເພື່ອຊຸກຍູ້ສົ່ງເສີມການຄຸ້ມຄອງພຣາດຟອມດິຈິຕອນ ແລະ ທົບທວນຄືນຄວາມຄືບໜ້າຂອງຄູ່ມືການຄຸ້ມຄອງ ພຣາດຟອມ (UNESCO Guidelines for the governance of digital platform). ໃນມື້ທີສອງຂອງການປະຊຸມ, ອາຊຽນ ແລະ UESCO ໄດ້ຈັດເວທີເສວະນາ ເຜີຍແຜ່ ບົດສຶກສາ ແລະ ຄູ່ມືລະບຽບການໃນການພັດທະນາພຣາດຟອມດິຈິຕອນ ຂອງ ອາຊຽນ (Asean Guideline on Digital Platform Regulation. ຊື່ງ ທ່ານ ນ. ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ ຕາງໜ້າ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ (ໃນນາມທີ່ເປັນ ປະເທດຄູ່ຮ່ວມຈັດຕັ້ງປະຕິບັດກິດຈະກໍາ ອາຊຽນ 2025) ຮ່ວມກັບ ຫົວໜ້າພະແນກໄອຊີທີ, ສໍານັກງານ ກອງເລຂາທິການອາຊຽນ, ຜູ້ອໍານວຍການ ສໍານັກງານພັດທະນາທຸລະກໍາທາງເອເລັກໂຕຣນິກ ປະເທດໄທ (ETDA ) ແລະ ຜູ້ຕາງໜ້າຈາກອົງການສັງຄົມສາກົນ (Civil Society) ສົນທະນາ ແນວທາງການຈັດຕັ້ງປະຕິບັດທີ່ເປັນຮູບປະທໍາສໍາລັບອາຊຽນໃນການຄຸ້ມຄອງບັັນດາພຣາດຟອມດິຈິຕອນ ໃຫ້ເກີດຄວາມໜ້າເຊື່ອຖື ແລະ ມີຄວາມຍືນຍົງໃນອະນາຄົດ.
ທ່ານ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວມີຄໍາເຫັນ ແລະ ນໍາສະເໜີ ຜົນການສຶກສາ ແລະ ການເກັບກໍາຂໍ້ມູນ ແລະ ໄດ້ນໍາສະເໜີ ບົດຮຽນທີ່ຖອດຖອນຈາກ ອາຊຽນ ແລະ ແຜນຈຸດສຸມ 9 ຂົງເຂດໃນການຮ່ວມມືລະຫວ່າງອາຊຽນ ສະເພາະ 1. ຂໍ້ແນະນໍາ ວິທີການກໍານົດແນວທາງການຄຸ້ມຄອງພຣາດຟອມ ຂອງອາຊຽນ ເພື່ອຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບ ຜ່ານກົນໄກການເປີດເຜີຍຂໍ້ມູນ, ການກວດສອບຮ່ວມກັນລະຫວ່າງພາກລັດ, ພາກເອກະຊົນ ແລະ ປະຊາຊົນ 2.ການອອກແບບໂລກອອນລາຍໃຫ້ປອດໄພ 3. ຍົກລະດັບຄວາມເຂົ້າໃຈດ້ານສິດການນໍາໃຊ້, ການປົກປ້ອງຂໍ້ມູນ, ຄວາມປອດໄພ ແລະ ປູກຈິດສໍານຶກໃນຄວາມຮັບຜິດຊອບໃນໂລກອອນລາຍ ພ້ອມການຊຸກຍູ້ໃຫ້ “ພຣາດຟອມດິຈິຕອນ” ຖືກອອກແບບ ແລະ ຈັດຕັ້ງປະຕິບັດໂດຍຖືເອົາຜູ້ໃຊ້ເປັນສູນກາງ. ຊື່ງເອກະສານ ບົດລາຍງານ ດັ່ງກ່າວໄດ້ຖືກນໍາສະເໜີ ແລະ ຮັບຮອງ ໃຫ້ເປັນເອກະສານ ບູລິມະສິດ ໂດຍ ລັດຖະມົນຕີ ດິຈິຕອນອາຊຽນ ຄັ້ງທີ 6. ທີ່ ຈັດຂື້ນໃນເດືອນມັງກອນ 2026 ທີ່ ສສ. ຫວຽດນາມ.
ເອກະສານຄູ່ມືອາຊຽນ ໃນການອອກແບບ ແລະ ພັດທະນາພຣາດຟອມ ຈະເປັນປະໂຫຍດທີ່ສໍາຄັນຢ່າງຍິ່ງໃນການນໍາເອົາບົດຮຽນລະດັບສາກົນ ມາປັບໃຊ້ກັບແຜນຍຸດທະສາດດິຈິຕອນຂອງລາວເຮົາ ແລະ ການຄົ້ນຄວ້າເພື່ອສ້າງກົນໄກໃນການເຮັດວຽກລະຫວ່າງພາກພື້ນ ແລະ ການເຊື່ອມໂຍງຂ້າມແດນ, ກົນໄກການຮັບມື ປ້ອງກັນ ແລະ ແກ້ໄຂ ຂໍ້ມູນປອມແລະ ຂໍ້ມູນບໍ່ຖືກຕ້ອງ ພາຍໃຕ້ການຄຸ້ມຄອງພຣາດຟອມດິຈິຕອນ ໃຫ້ມີປະສິດທິພາບຫຼາຍຂຶ້ນ ເຊິ່ງຈະຊ່ວຍສ້າງສະພາບແວດລ້ອມດິຈິຕອນທີ່ໜ້າເຊື່ອຖືໃນໄລຍະຍາວ ແລະ ການຫັນເປັນດິຈິຕອນຂອງລັດຖະບານໃນອະນາຄົດ.
#ຕິດຕາມຂໍ້ມູນຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/
website: https://dgc.gov.la/

ສູນບໍລິຫານລັດດິຈິຕອນ ຮ່ວມກັບ ສະມາຄົມ KWISA ຈາກປະເທດ ສ.ເກົາຫຼີ ໄດ້ເຊັນບົດບັນທຶກການແລກປ່ຽນ ເພື່ອຍົກລະດັບມາດຕະຖານລັດຖະບານດິ...
12/02/2026

ສູນບໍລິຫານລັດດິຈິຕອນ ຮ່ວມກັບ ສະມາຄົມ KWISA ຈາກປະເທດ ສ.ເກົາຫຼີ ໄດ້ເຊັນບົດບັນທຶກການແລກປ່ຽນ ເພື່ອຍົກລະດັບມາດຕະຖານລັດຖະບານດິຈິຕອນ ແລະ ຄວາມອາດສາມາດດ້ານໄອຊີທີໃຫ້ແກ່ລັດຖະກອນລາວ.
----------------------------------
ໃນວັນທີ 22 ມັງກອນ 2026, ທີ່ໂຮງແຮມ ຄຣາວພາຊ່າ (Crowne Plaza Hotel) ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກການແລກປ່ຽນ (Record of Discussion - RoD) ລະຫວ່າງ ສູນບໍລິຫານລັດດິຈິຕອນ (DGC), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ແລະ ສະມາຄົມການສື່ສານອິນເຕີເນັດ ສ.ເກົາຫຼີ (KWISA). ພິທີດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ ຕສ, ແລະ ທ່ານ ແບ ເທ ຈູ (Mr. Bae Tae Joo) ຜູ້ຈັດການສະມາຄົມການສື່ສານອິນເຕີເນັດ ຂອງ ສ.ເກົາຫຼີ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການຮ່ວມມືໃນຄັ້ງນີ້ວ່າ ເປັນອີກບາດກ້າວທີ່ສຳຄັນໃນການຊຸກຍູ້ໃນການຫັນເປັນດິຈິຕອນ ສປປ ລາວ, ເຊິ່ງມີຈຸດປະສົງແມ່ນສຸມໃສ່ "ການຮ່ວມມືໃນການຝຶກອົບຮົມຂອບມາດຕະຖານລັດຖະບານດິຈິຕອນ ແລະ ການສ້າງຄວາມອາດສາມາດດ້ານໄອຊີທີ ໃຫ້ແກ່ລັດຖະກອນ" ເພື່ອແນໃສ່ເຮັດໃຫ້ການບໍລິຫານ-ບໍລິການລັດ ໃຫ້ມີຄວາມທັນສະໄໝ, ມີຄວາມປອດໄພ ແລະ ສາມາດເຊື່ອມໂຍງຂໍ້ມູນກັນໄດ້ຢ່າງມີປະສິດທິພາບ.
ທ່ານຮອງຫົວໜ້າສູນບໍລິຫານລັດດິຈິຕອນ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ ລັດຖະບານລາວພວມຢູ່ໃນຂັ້ນຕອນການຮ່າງດຳລັດວ່າດ້ວຍຂອບການເຊື່ອມໂຍງລັດຖະບານດິຈິຕອນ (E- Government Interoperability Framework) ເຊິ່ງຄາດວ່າຈະໃຫ້ສຳເລັດພາຍໃນທ້າຍປີ 2026. ດັ່ງນັ້ນ, ການຖ່າຍທອດຄວາມຮູ້ ແລະ ບົດຮຽນຈາກ ສ.ເກົາຫຼີ ທີ່ມີຄວາມຊ່ຽວຊານ ແລະ ໃນອັນດັບຕົ້ນໆຂອງໂລກ ຈະຊ່ວຍໃຫ້ລັດຖະກອນລາວໄດ້ຮຽນຮູ້ເຕັກນິກ ແລະ ມາດຕະຖານສາກົນ ເພື່ອມາໝູນໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງດິຈິຕອນຂອງລາວໃຫ້ເຂັ້ມແຂງ.
ທ່ານ ແບ ເທ ຈູ (Mr. Bae Tae Joo) ຜູ້ຈັດການສະມາຄົມການສື່ສານອິນເຕີເນັດ ຂອງ ສ.ເກົາຫຼີ ໄດ້ນໍາສະເໜີ ພາລະບົດບາດ ຂອງ KWISA ແລະ ປະສົບການໃນການພັດທະນາບຸກຄະລາກອນ ໃນປະເທດ ພາກພື້ນ ແລະ ສປປ ລາວ ເປັນຕົ້ນ ຜົນສໍາເລັດທີ່ໄດ້ຮ່ວມມື ກັບ ສປປ ລາວ ໃນໂຄງການ K-LAB ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໂຄງການ KOREA-ASEAN Digital Academy ຮ່ວມກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ພ້ອມທັງໄດ້ນໍາສະເໜີ ແຜນການຈັດຕັ້ງປະຕິບັດ ຜັນຂະຫຍາຍ ບົດບັນທຶກແລກປ່ຽນໃຫ້ທາງຝ່າຍລາວຮັບຊາບ.
ບົດບັນທຶກການແລກປ່ຽນສະບັບນີ້ ມີກຳນົດໄລຍະເວລາ 3 ປີ, ເຊິ່ງຈະປະກອບມີກິດຈະກຳການຝຶກອົບຮົມ, ການປະເມີນຄວາມຕ້ອງການ ແລະ ການແລກປ່ຽນບົດຮຽນເຕັກນິກ ແລະ ເຕັກໂນໂລຊີິ ທັນສະໄໝ ການຮ່ວມມືຄັ້ງນີ້ ຍັງໄດ້ ສ້າງຄວາມເຂັ້ມແຂງ ແລະ ປະກອບສ່ວນ ສ້າງສາຍພົວພັນຮ່ວມມື ດ້ານດິຈິຕອນລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ແໜ້ນແຟ້ນ ແລະ ຍືນຍົງຕໍ່ໄປເລື້ອຍໆ.
ພິທີງານດັ່ງກ່າວໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ
#ຕິດຕາມຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC/
website: [email protected]

ກອງປະຊຸມຝຶກອົບຮົມວຽກງານລັດດິຈິຕອນ ໃຫ້ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ທົ່ວປະເທດ------------------------...
29/12/2025

ກອງປະຊຸມຝຶກອົບຮົມວຽກງານລັດດິຈິຕອນ ໃຫ້ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ທົ່ວປະເທດ
---------------------------
ໃນຕອນເຊົ້າຂອງວັນທີ 16 ທັນວາ 2025, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທ່ານ ປອ. ທະວີສັກ ມະໂນທັມ ພ້ອມດ້ວຍ ຄູຝຶກຈາກ ສູນບໍລິຫານລັດດິຈິຕອນ (ສລດ) ໄດ້ ຂຶ້ນນຳສະເໜີບົດ ການຫັນພາກລັດເປັນທັນສະໄໝ ໃຫ້ແກ່ພະນັກງານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ໂດຍມີບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກ ພະແນກ ຕສ ແຂວງ/ນະຄອນຫຼວງ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.
ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ແລະ ສ້າງຄວາມຮູ້ ຄວາມເຂົ້າໃຈ ໃນວຽກງານ ການຫັນເປັນທັນສະໄໝແບບດິຈິຕອນ ໂດຍສະເພາະ ການນຳໃຊ້ ເຕັກໂນໂລຊີດິຈິຕອນ ເຂົ້າໃນວຽກງານ ບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ຢູ່ທ້ອງຖິ່ນ ທົ່ວປະເທດ, ອີກທັງເປັນການພັດທະນາທາງດ້ານຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມໃນຍຸກຂອງການຫັນເປັນດິຈິຕອນໃນທົ່ວສັງຄົມ.
ກອງປະຊຸມສຳມະນາໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ແມ່ນໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນ ກ່ຽວກັບຄວາມເຂົ້າໃຈ ທາງດ້ານການຫັນເປັນດິຈິຕອນ, ການນຳໃຊ້ເຄື່ອງມືດິຈິຕອນ, ເພື່ອກຽມຄວາມພ້ອມຂອງການພັດທະນາໃນຍຸກດິຈິຕອນ ແລະ ຍັງຈະໄດ້ມີການລົງເລິກການສາທິດ ການນຳໃຊ້ບັນດາລະບົບທັນສະໄໝທີ່ຮັບໃຊ້ເຂົ້າໃນວຽກງານການບໍລິຫານລັດດິຈິຕອນ ແລະ ວຽກງານອື່ນໆ ທີ່ສຳຄັນ ເປັນຕົ້ນ ການນຳໃຊ້ ລະບົບຫ້ອງການລັດທັນສະໄໝ (e-Office), ລະບົບຈົດໝາຍເອເລັກໂຕຣນິກ (Email), ລະບົບກອງປະຊຸມທາງໄກ, ລະບົບສື່ສານພາກລັດ, ລະບົບປັນຍາປະດິດລາວ (LaoAI) ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ຍັງໄດ້ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ ເຂົ້າໃນການຄຸ້ມຄອງລັດໃນແຕ່ລະຂັ້ນ ໃຫ້ສາມາດນຳໄປຕໍ່ຍອດເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ສ້າງເປັນແຜນການ, ແຜນງານ, ໂຄງການລະອຽດ ເພື່ອກຽມຄວາມພ້ອມໃນການພັດທະນາໃນຍຸກດິຈິຕອນ, ເອົາໃຈໃສ່ຕັ້ງໜ້າ, ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງຕົນທຸກຂັ້ນໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ ທັງເປັນການສ້າງພື້ນຖານໂຄງລ່າງຂອງເສດຖະກິດໃຫ້ໝັ້ນຄົງດ້ວຍຄວາມຮັບຜິດຊອບສູງ.
#ຕິດຕາມຂໍ້ມູນຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC/
website: https://dgc.gov.la/

ກອງປະຊຸມອາຊຽນ ແລະ ອາຊຽນບວກ 3 ໃນຫົວຂໍ້: ການບໍລິການຂອງພາກລັດດ້ວຍລະບົບດິຈິຕອນ-------------------------------ໃນລະຫວ່າງວັນທີ ...
18/12/2025

ກອງປະຊຸມອາຊຽນ ແລະ ອາຊຽນບວກ 3 ໃນຫົວຂໍ້: ການບໍລິການຂອງພາກລັດດ້ວຍລະບົບດິຈິຕອນ
-------------------------------
ໃນລະຫວ່າງວັນທີ 17-18 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ ໂຮງແຮມລາວພຣາຊາ, ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມ ໃນການຫັນການບໍລິຫານເປັນທັນສະໄໝຂອງປະເທດສະມາຊິກອາຊຽນ (Digital Transformation Blueprint best practices of AMS) ສໍາລັບກອງປະຊຸມອາຊຽນ ພາຍໃຕ້ຫົວຂໍ້: ການບໍລິການຂອງພາກລັດດ້ວຍລະບົບດິຈິຕອນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ, ບັນດາກະຊວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ ຈຳນວນ ຫຼາຍກວ່າ 70 ທ່ານ.
ຈຸດປະສົງ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນການຈັດຕັ້ງປະຕິບັດ ກ່ຽວກັບການບໍລິການພາກລັດດ້ວຍລະບົບດິຈິຕອນຮ່ວມກັບປະເທດສະມາຊິກອາຊຽນ, ອາຊຽນບວກ 3 (ສປ.ຈີນ, ຍີ່ປຸ່ນ ແລະ ອົດສະຕາລີ). ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕາງໜ້າ ສປປ ລາວ ນໍາສະເໜີ ແລະ ລາຍງານ ສະພາບການພັດທະນາ, ທິດທາງນະໂຍບາຍ, ການຄຸ້ມຄອງ, ຄວາມຄືບໜ້າ, ສິ່ງທ້າທາຍ ແລະ ການນໍາໃຊ້ບັນດາລະບົບບໍລິຫານ ແລະ ບໍລິການພາກລັດ ຢູ່ໃນ ສປປ ລາວ ແລະ ຍັງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນ ສາມເສົາຄໍ້າ (ລັດຖະບານດິຈິຕອນ, ເສດຖະກິດ ດິຈິຕອນ ແລະ ສັງຄົມດິຈິຕອນ).
#ຕິດຕາມຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC/
website: https://dgc.gov.la/

ກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການສູນຮ່ວມມືລັດຖະບານດິຈິຕອນ (DGCC) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ.---------...
12/12/2025

ກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການສູນຮ່ວມມືລັດຖະບານດິຈິຕອນ (DGCC) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ.
---------------------------------
ໃນຕອນເຊົ້າ ຂອງວັນທີ 12 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ ໂຮງແຮມລາວພຣາຊາ, ສູນບໍລິຫານລັດດິຈິຕອນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ ຂອງ ສ. ເກົາຫຼີ ແລະ ອົງການ National Information Society Agency (NIA) ແລະ ສູນຮ່ວມມືລັດຖະບານດິຈິຕອນ, ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການສູນຮ່ວມມືລັດຖະບານດິຈິຕອນ (DGCC) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ. ໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີຄະນະສູນ, ຄະນະພະແນກ ແລະ ວິຊາການ, ພະແນກ ຕສ, ບັນດາກົມ/ທຽບເທົ່າ ທີ່ກ່ຽວຂ້ອງ ບັນດາກະຊວງ ແລະ ພາຍໃນກະຊວງ ຕສ, ຕາງໜ້າອົງການ NIA, ສູນການຮ່ວມມືລັດຖະບານດິຈິຕອນ ແລະ ຄະນະຊ່ຽວຊານທີ່ປຶກສາໂຄງການຈາກ ສ.ເກົາຫຼີ ເຂົ້າຮ່ວມທັງຫມົດ ຈຳນວນ ຫຼາຍກວ່າ 50 ທ່ານ.
ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາໂຄງການ ພາຍໃຕ້ຂອບການຮ່ວມມືສູນລັດດິຈິຕອນ ລາວ ເກົາຫຼີ 2023-2025 ໃນແຕ່ລະປີເຊັ່ນ: ປີທີ 1 (2023): ໄດ້ສຶກສາ ແລະ ຮ່າງແຜນການພັດທະນາການບໍລິການລັດ 10 ປີ (Digital Service Roadmap) ແລະ ໄດ້ຄົ້ນຄວ້າສ້າງບົດແນະນໍາການປັບປຸງຕົວຊີ້ວັດລັດດິຈິຕອນ ຂອງ ສປປ ລາວ (Enhance EGDI in Lao PDR); ປິທີ 2 (2024): ໄດ້ສຶກສາ ການສ້າງມາດຕະຖານການເຊື່ອມຕໍ່ຂອງພາກລັດ (E-Government Interoperability Framework) ແລະ ໄດ້ສຶກສາ, ພັດທະນາ ຂໍ້ມູນແບບເປີດພາກລັດ (Digital Government Open Data); ປິທີ 3 (2025): ໄດ້ສຶກສາ ການພັດທະນາລະບົບ Digital Government Portal (National portal) ແລະ ໄດ້ພັດທະນາທົດລອງ ລະບົບສະແດງຜົນການບໍລິຫານງານ ແຂວງຫຼວງພະບາງ (Development of a Pilot Dashboard System for Monitoring Administrative Information of the Luang Prabang Provincial Government) ແລະ ໃນແຕ່ລະປີ ຍັງໄດ້ນໍາພາ ພະນັກງານ ກຕສ ແລະ ພະນັກງານ ພະແນກການແຂວງ ໄປຝຶກອົບຮົມທັດສະນະສຶກສາ ພັດທະນາຄວາມອາດສາມາດທາງດ້ານດິຈິຕອນ ຢູ່ ສ.ເກົາຫຼີ ລວມ 25 ທ່ານ.
ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນ ສາມເສົາຄໍ້າ (ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ). ທ່ານ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ການພັດທະນາດິຈິຕອນ ຂອງ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການສະໜອງຊ່ຽວຊານວິຊາການລະດັບສູງ ແລະ ການສະໜັບສະໜູນໂຄງການໃນຮູບແບບ ODA ແລະ ການກໍ່ສ້າງບຸກຄະລາກອນ.
ກອງປະຊຸມໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.
#ຕິດຕາມຂໍ້ມູນຂ່າວສານໄດ້ທີ່ຊ່ອງທາງ:
facebook: https://www.facebook.com/Dgov.MTC/
website: https://dgc.gov.la/

ກອງປະຊຸມຜັນຂະຫຍາຍວຽກງານການຫັນເປັນລັດດິຈິຕອນ ແລະ ຝຶກອົບຮົມລະບົບຫ້ອງການທັນສະໄໝ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະແນກ ຕສ ແຂວງຈ...
01/12/2025

ກອງປະຊຸມຜັນຂະຫຍາຍວຽກງານການຫັນເປັນລັດດິຈິຕອນ ແລະ ຝຶກອົບຮົມລະບົບຫ້ອງການທັນສະໄໝ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະແນກ ຕສ ແຂວງຈໍາປາສັກ ແລະ ບັນດາພະແນກການອ້ອມຂ້າງ
--------------------------------
ໃນລະຫວ່າງວັນທີ 26-27 ພະຈິກ 2025, ທີ່ ຫ້ອງປະຊຸມ ຫ້ອງວ່າການແຂວງຈໍາປາສັກ, ສູນບໍລິຫານລັດດິຈິຕອນ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມຜັນຂະຫຍາຍວຽກງານການຫັນເປັນລັດດິຈິຕອນ ແລະ ຝຶກອົບຮົມລະບົບຫ້ອງການທັນສະໄໝ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະແນກ ຕສ ແຂວງຈໍາປາສັກ ແລະ ບັນດາພະແນກການອ້ອມຂ້າງ.
ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ນໍາພາຄະນະເຂົ້າພົບປະຢ້ຽມຢາມກັບ ທ່ານ ປອ. ສຸກສະຫວັນ ວິໄລວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງຈໍາປາສັກ ເພື່ອລາຍງານຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີີ້, ພ້ອມທັງໄດ້ປຶກສາຫາລື ແນວທາງການຮ່ວມມື ເພື່ອຊຸກຍູ້ສົ່ງເສີມການຫັນເປັນລັດດິຈິຕອນ ຂອງແຂວງຈຳປາສັກ.
ກອງປະຊຸມ ແລະ ຝຶກອົບຮົມໃນຄັ້ງນີ້, ທ່ານ ນ ວັນນະພາ ພົມມະທັນສີ ໄດ້ເປັນປະທານຮ່ວມກັບ ທ່ານ ປອ ສຸກກະເສີມ ສີຫານຸວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ. ມີຜູ້ເຂົ້າຮ່ວມຈາກບັນດາພະນັກງານ-ລັດຖະກອນ (ຕາງໜ້າຈາກພະແນກ ຕສ ແຂວງຈຳປາສັກ ແລະ ບັນດາພະແນກການອ້ອມຂ້າງ) ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ຈຸດປະສົງໃນການຈັດກອງປະຊຸມ ແລະ ຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ໃຫ້ເຫັນຄວາມສໍາຄັນ ແລະ ຊຸກຍູ້ວຽກງານການຫັນເປັນດິຈິຕອນຂອງພາກລັດ ທີ່ຕ້ອງໄປພ້ອມກັນທັງ ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທີ່ເປັນຫົວຈັກຫຼັກແຫຼ່ງໃນການຂັບເຄື່ອນ ແລະ ສ້າງຄວາມເຂັ້ມແຂງດ້ານວຽກງານບໍລິຫານ ແລະ ບໍລິການລັດດິຈິຕອນ ເປັນຕົ້ນລະບົບ e-Office, G-Share, E-mail, G-Chat, QR Code, e-Card, G-web, e-Vote ແລະ ອື່ນໆ ໃຫ້ກາຍເປັນຕົວແບບຂອງການຫັນເປັນດິຈິຕອນໃຫ້ທຸກຂະແໜງການ, ພ້ອມທັງ ເປັນການກຽມຄວາມພ້ອມໃນການຂະຫຍາຍການນໍາໃຊ້ບັນດາລະບົບຕ່າງໆ ຂອງ ກະຊວງ ຕສ ເຂົ້າໃນວຽກງານຕົວຈິງ ລົງສູ່ທ້ອງຖິ່ນ ໂດຍສະເພາະ 46 ຕາແສງ ພາຍໃນແຂວງຈຳປາສັກ ໄດ້ຢ່າງທົ່ວເຖິງ.
ໃນໄລຍະກອງປະຊຸມ ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວເນັ້ນໃຫ້ເຫັນວ່າ ການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ແລະ ຖືເອົາເປັນວຽກບູລິມະສິດໃນແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງສະແດງອອກຄື: ລັດຖະບານໄດ້ຮັບຮອງເອົານະໂຍບາຍ ແລະ ແຜນພັດທະນາທີ່ສຳຄັນເພື່ອຊຸກຍູ້ການຈັດຕັ້ງປະຕິບັດໃນການຫັນເປັນທັນສະໄໝ ເປັນຕົ້ນແຜນແມ່ບົດການພັດທະນາເສດຖະກິດດິຈິຕອນ, ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ. ພ້ອມກັນນີ້, ທ່ານ ປອ ສຸກກະເສີມ ສີຫານຸວົງ ກໍ່ໄດ້ໂອລົມກັບບັນດາຜູ້ເຂົ້າຮ່ວມກອງປະຊຸມວ່າ ວຽກງານການຫັນເປັນລັດດິຈິຕອນ ແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ລັດຖະບານ, ຊຶ່ງໄລຍະຜ່ານມາກໍ່ມີດໍາລັດແຕ່ງຕັ້ງຄະນະຫັນເປັນດິຈິຕອນລະດັບຊາດ ທີ່ມີທ່ານນາຍົກລັດຖະມົນຕີ ເປັນປະທານ, ທຸກກະຊວງ ແລະ ແຂວງ ກໍ່ຕ້ອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານຫັນເປັນດິຈິຕອນ ເພື່ອຂຶ້ນແຜນ ແລະ ຕິດຕາມວຽກງານຫັນເປັນດິຈິຕອນດັ່ງກ່າວ, ໂດຍມີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງປະສານງານ ແລະ ເປັນຫຼັກໃນການຊຸກຍູ້ ແລະ ພັກດັນວຽກງານຫັນເປັນທັນສະໄໝແບບດິຈິຕອນ ແລະ ຫວັງວ່າ ການລົງມາຈັດຝຶກອົບຮົມໃນຄັ້ງນີ້ ຈະເຮັດໃຫ້ບັນດາພະແນກການຕ່າງໆ ພາຍໃນແຂວງຈໍາປາສັກ ຈະໄດ້ຮຽນຮູ້ ແລະ ອັບເດດວຽກງານໃໝ່ໆ ແລະ ລວມທັງຈະໄດ້ປຶກສາຫາລື ເພື່ອເຮັດໃຫ້ວຽກງານບໍລິຫານ ແລະ ບໍລິການລັດ ມີຄວາມທັນສະໄໝ ແລະ ວ່ອງໄວຂຶ້ນກວ່າເກົ່າ.
ກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນເປັນເວລາ 2 ວັນ ພາຍໃຕ້ບັນຍາກາດອັນຟົດຟື້ນ, ມີສີສັນ ແລະ ເຕັມໄປດ້ວຍປະໂຫຍດ-ຄວາມຮູ້ ແລະ ມີເນື້ອໃນທີ່ຄົບຖ້ວນ. ພ້ອມດຽວກັນນັ້ນ ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຮຽນຮູ້ວີທີການນໍາໃຊ້ລະບົບຫ້ອງການທັນສະໄໝ (e-Office), ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ, ໄດ້ຮຽນຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງຄວາມສຳຄັນຂອງວຽກງານການຫັນເປັນດິຈິຕອນ, ຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີ (ດິຈິຕອນ) ເພື່ອເປັນເຄື່ອງມື ແລະ ສາມາດນຳໄປໝຸນໃຊ້ເຂົ້າໃນວຽກງານການຫັນເປັນດິຈິຕອນ. ພ້ອມກັນນັ້ນ ຍັງເປັນການສ້າງບາດກ້າວການຫັນປ່ຽນໃໝ່ຕາມທິດຍົກສູງຄຸນນະພາບ, ເຊື່ອມໂຍງເຊື່ອມຈອດກັນໄດ້ຢ່າງວ່ອງໄວແທດເໝາະກັບສະພາບການ ແລະ ຍັງເປັນຂີດໝາຍສຳຄັນອັນໜຶ່ງເພື່ອຫັນເປັນທັນສະໄໝໃນການບໍລິຫານ ແລະ ການຄຸ້ມຄອງລັດ ຕາມທິດທາງລວມຂອງພັກ ແລະ ລັດໄດ້ວາງອອກ.
#ຕິດຕາມຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC/
website: https://dgc.gov.la/

ກອງປະຊຸມປຶກສາຫາລືລະດົມແນວຄວາມຄິດເພື່ອສ້າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ-------------------------------------...
28/11/2025

ກອງປະຊຸມປຶກສາຫາລືລະດົມແນວຄວາມຄິດເພື່ອສ້າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ
-------------------------------------------
ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມປຶກສາຫາລືລະດົມແນວຄວາມຄິດເພື່ອສ້າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ, ໃນຕອນເຊົ້າຂອງວັນທີ 26 ພະຈິກ 2025, ທີ່ຫ້ອງປະຊຸມຊັ້ນ 1, ຕຶກສະຖາບັນເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ຄໍາຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາກະຊວງ/ອົງການທຽບເທົ່າອ້ອມຂ້າງ ຢູ່ສູນກາງ ແລະ ຄະນະຮັບຜິດຊອບຈາກ ກະຊວງ ເຕັກໂນໂລຊີ ແລະ ການສືີ່ສານ ເຂົ້າຮ່ວມ ຈໍານວນ 30 ທ່ານ.
ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປີດກວ້າງ ປຶກສາຫາລື, ແລກປ່ຽນຄໍາຄິດ ຄໍາເຫັນ ແລະ ລະດົມແນວຄວາມຄິດ ຂອງບັນດາທ່ານທີ່ເຂົ້າຮ່ວມຈາກກະຊວງ/ອົງການອ້ອມຂ້າງ ຢູ່ສູນກາງ ເພື່ອປະກອບຂໍ້ມູນໃສ່ຮ່າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ ໃຫ້ສົມບູນ ແລະ ສາມາດນຳໄປໃຊ້ ຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ເພື່ອໃຫ້ສອດຄ່ອງກັບ ວິໄສທັດ, ຍຸດທະສາດ ແລະ ແຜນງານ ຂອງລັດຖະບານ ໃນການຫັນເປັນລັດຖະບານດິຈິຕອນ. ຊຶ່ງຄືພວກເຮົາຮູ້ນໍາກັນ ໃນ 03 ເສົ້າຄໍ້າ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ນີ້ກໍ່ເປັນວຽກການສ້າງນິຕິກໍາໜຶ່ງ ທີ່ນອນໃນ ເສົາຄໍ້າ ລັດຖະບານດິຈິຕອນ ແລະ ສອດຄ່ອງກັບ ຍຸດທະສາດ ການບໍລິຫານລັດແບບດິຈິຕອນ 10 ປີ (2026 - 2035) ນໍາອີກ. ໃນແຜນ 2025 ນີ້ ສລດ ເອງກໍ່ຍັງມີດໍາລັດ ວ່າດ້ວຍ ມາດຕະຖານ ແລະ ການເຊື່ອມໂຍງ ນໍາອີກ ທີ່ເຮັດໄປພ້ອມໆກັນ.
ກອງປະຊຸມໄດ້ມີການນຳສະເໜີ 1) ຄວາມເຂົ້າໃຈພື້ນຖານກ່ຽວກັບຂໍ້ມູນພາກລັດແມ່ນຫຍັງ? 2) ຜ່ານໂຄງຮ່າງ ແລະ ເນື້ອໃນ ຂອງດໍາລັດ ໃນນີ້ໃຫ້ບັນດາທ່ານຜູ້ເຂົ້າຮ່ວມໄດ້ຮູ້ພາບລວມ, ສະພາບ ແລະ ຕົວຢ່າງຂອງບາງປະເທດ ແລະ 3) ປະກອບຄໍາເຫັນ ແລກປ່ຽນ, ປຶກສາຫາລື ປະກອບຂໍ້ມູນເຂົ້າຮ່າງ ດໍາລັດ ໃຫ້ມີເນື້ອໃນ ທີ່ຊັດເຈນ, ຈະແຈ້ງ ແລະ ສົມບູນ ຂື້ນ.
ເຊີ່ງແຜນໃນຕໍ່ໜ້າ, ພາຍຫຼັງການປະກອບຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມໃນຄັ້ງນີ້ແລ້ວ ຄະນະຮັບຜິດຊອບຈະໄດ້ປັບປຸງເນື້ອໃນ ແລະ ຈະໄດ້ຈັດກອງປະຊຸມກັບທ້ອງຖິ່ນບັນດາແຂວງຕ່າງໆ ແລະ ຫຼັງຈາກນັ້ນກໍ່ຈະໄດ້ຜ່ານເຮັດວຽກສະເພາະກັບກະຊວງຍູດຕິທໍາ ແລະ ສູດທ້າຍ ແມ່ນສະເໜີຜ່ານກອງປະຊຸມລັດຖະບານ ເພື່ອມີຄໍາເຫັນ ແລະ ອະນູມັດເຜີຍແຜ່ ໃຫ້ທົ່ວພາກລັດ ແລະ ສັງຄົມ.
ກອງປະຊຸມໄດ້ປິດລົງໃນ ເວລາ 11:30 ໂມງ ຂອງວັນດຽວກັນ.
#ຕິດຕາມຂໍ້ມູນຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC
website: https://dgc.gov.la/

ເຂົ້າຮ່ວມກອງປະຊຸມ ສໍາມະນາ ແລະ ທັດສະນະສຶກສາ ໃນຫົວຂໍ້: “ການພັດທະນາຂີດຄວາມສາມາດ ຂອງລັດຖະບານດິຈິຕອນ"------------------------...
14/11/2025

ເຂົ້າຮ່ວມກອງປະຊຸມ ສໍາມະນາ ແລະ ທັດສະນະສຶກສາ ໃນຫົວຂໍ້: “ການພັດທະນາຂີດຄວາມສາມາດ ຂອງລັດຖະບານດິຈິຕອນ"
-------------------------------
ໃນລະຫວ່າງວັນທີ 27-31 ຕຸລາ 2025 ທີ່ຜ່ານມາ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມ ສໍາມະນາ ແລະ ທັດສະນະສຶກສາ ໃນຫົວຂໍ້: “ ການພັດທະນາຂີດຄວາມສາມາດ ຂອງລັດຖະບານດິຈິຕອນ” ຮ່ວມກັບກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ແລະ ອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ຂອງ ສ.ເກົາຫຼີ ພາຍໃຕ້ໂຄງການສ້າງສູນຮ່ວມມືລັດຖະບານດິຈິຕອນ (Digital Government Cooperation Center – DGCC) ປະຈໍາປີ 2025 ທີ່ ສ.ເກົາຫຼີ.
ຄະນະຝ່າຍ ສປປ ລາວ ທັງໝົດເຂົ້າຮ່ວມ ຈໍານວນ 12 ທ່ານ, ໃນນັ້ນຈາກສູນບໍລິຫານລັດດິຈິຕອນ, ກົມແຜນການ ແລະ ການເງິນ ແລະ ຫ້ອງການ ກະຊວງ ລວມມີຂັ້ນຄະນະຫົວໜ້າສູນ, ຄະນະພະແນກ ແລະ ວິຊາການ, ມີຮອງຫົວໜ້າພະແນກຈາກພະແນກ ຕສ ແຂວງຈໍາປາສັກ ແລະ ພະແນກ ຕສ ແຂວງຫຼວງພະບາງ ພາກສ່ວນລະ 1 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມສໍາມະນາ ແລະ ຝຶກອົບຮົມ ຄັ້ງນີ້ເພື່ອ: ສະເຫຼີມສະຫຼອງການຮ່ວມມື ສາຍພົວພັນ ການທູດ ລະຫວ່າງ ສອງປະເທດ ຄົບຮອບ 30 ປີ ແລະ ເປັນການສະຫຼຸບ ຜົນສໍາເລັດໃນການຮ່ວມຈັດຕັ້ງ ປະຕິບັດໂຄງການ ສ້າງສູນຮ່ວມມື ລັດຖະບານດິຈິຕອນ (DGCC) ໃນລະຫວ່າງປີ 2023 - 2025 ເຊິ່ງໄດ້ສໍາເລັດຫຼາຍກິດຈະກຳເຊັ່ນ: ❶ ໄດ້ສຶກສາ ແລະ ຮ່າງຍຸດທະສາດການ ພັດທະນາການບໍລິການລັດ (Digital Service Roadmap 10 ປີ), ❷ ໄດ້ຮ່າງບົດແນະນໍາການປັບປຸງຕົວຊີ້ວັດ UN EGOV index, ❸ ໄດ້ສຶກສາການສ້າງມາດຕະຖານການເຊື່ອມຕໍ່ (EGovernment Interoperability Framework), ❹ ໄດ້ສຶກສາ ແລະ ພັດທະນາ ຂໍ້ມູນແບບເປີດ ພາກລັດ (Digital Government Open Data), ❺ ນໍາພາຄະນະ ກະຊວງ ຕສ 10 ທ່ານ ມາທັດສະນະສຶກສາ ທີ່ ສ. ເກົາຫຼີ, ❻ ເຮັດບົດສຶກສາຄວາມເປັນໄດ້ໃນການພັດທະນາ Digital Government Portal (National portal), ❼ ໄດ້ພັດທະນາລະບົບທົດລອງຕິດຕາມຂໍ້ມູນຂ່າວສານ ໃນການບໍລິຫານພາກລັດ ສໍາລັບແຂວງຫຼວງພະບາງ (Development of a Pilot Dashboard System for Monitoring Administrative Information of the Luang Prabang Provincial Government), ❽ ກໍ່ສ້າບຸກຄະລາກອນ ນໍາພາຄະນະ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ຕ່າງໆ ແລະ ທັດສະນະສຶກສາ ທີ່ ສ. ເກົາຫຼີ ຈໍານວນ 3 ຄັ້ງ ລວມເປັນຈໍານວນ 27 ທ່ານ.
ພ້ອມນັ້ນ ໃນຊ່ວງສໍາມະນາ, ຝືກອົບຮົມ ແລະ ທັດສະນະ ຢູ່ ສ. ເກົາຫຼີ ຄະນະດັ່ງກ່າວ ຍັງໄດ້ເຂົ້າຮ່ວມ ເວທີສົນທະນາໃນຫົວຂໍ້ “ ປັນຍາປະດິດໃນການບໍລິຫານລັດ (Global Forum on AI in Government) ” ເຊີ່ງຈັດໂດຍກະຊວງພາຍໃນ ແລະ ຄວາມປອດໄພ, ອົງການ NIA ຮ່ວມກັບ ອົງການ OECD ແລະ UNDP ເຊີ່ງໄດ້ຮຽນຮູ້ບົດຮຽນ ແລະ ປະສົບການໃນການພັດທະນາ, ຄູ້ມຄອງ ແລະ ນໍາໃຊ້ປັນຍາປະດິດ ຂອງຫຼາຍປະເທດ ທັງເອີຣົບ ແລະ ອາຊີ ເຊິ່ງປັນຍາປະດິດ ຫຼື AI ເປັນຫົວຂໍ້ທີ່ກໍາລັງໃຫ້ຄວາມສົນໃຈຫຼາຍ ແລະ ເປັນທ່າອ່ຽງຂອງໂລກໃນປັດຈຸບັນ ທີ່ຈະນໍາເອົາປັນຍາປະດິດ ເຂົ້າຊ່ວຍວຽກໃນເກືອບທຸກຂະແໜງການ. ເຊີ່ງການ ເຂົ້າຮ່ວມ ກອງປະຊຸມ ເວທີສົນທະນາດັ່ງກ່າວ ໄດ້ເຮັດໃຫ້ຄະນະທີ່ເຂົ້າຮ່ວມຮຽນຮູ້ ແລະ ປະສົບການ ເພື່ອຕໍ່ຍອດ ໂຄງການຮ່ວມມື ລາວ- ເກົາຫຼີ ໃນປີທັດໄປ.
#ຕິດຕາມຂໍ້ມູນຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC/
website: https://dgc.gov.la/

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳ ໄອຊີທີ ສາກົນ ຄັ້ງທີ 11-------------------------------------ໃ...
14/11/2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳ ໄອຊີທີ ສາກົນ ຄັ້ງທີ 11
-------------------------------------
ໃນລະຫວ່າງວັນທີ 10-13 ພະຈິກ 2025 ທີ່ຜ່ານມາ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳ ໄອຊີທີ ສາກົນ ຄັ້ງທີ 11 ພາຍໃຕ້ຫົວຂໍ້: “ Digital and AI Transformation Achieving the SDGs and a Sustainable Global Future ” ຊຶ່ງໄດ້ຈັດຂຶ້ນທີ່ ສ.ເກົາຫຼີ ໂດຍ ກະຊວງວິທະຍາສາດ ICT ແລະ ອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ສ.ເກົາຫຼີ. ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ຂອງການນຳຂັ້ນສູງ ກ່ຽວກັບວຽກງານການຫັນເປັນດິຈິຕອນ ໂດຍການນຳໃຊ້ລະບົບປັນຍາປະດິດ (AI) ເຂົ້າໃນການບໍລິຫານ ແລະ ບໍລິການລັດ ສູ່ສັງຄົມທີ່ຍືນຍົງ.
ພາຍໃນກອງປະຊຸມດັ່ງກ່າວ, ທ່ານ ແກ້ວວີສຸກ ໂສລະພົມ, ຍັງໄດ້ເຂົ້າຮ່ວມປະຊຸມວົງແຄບ ເພື່ອປຶກສາຫາລື ແນວທາງການຮ່ວມມື ຂອງບັນດາປະເທດກຳລັງພັດທະນາ ແລະ ສ.ເກົາຫຼີ, ໂດຍສະເພາະ ການແບ່ງປັນປະສົບການ ແລະ ຖ່າຍທອດຄວາມຮູ້ ກ່ຽວກັບການນຳໃຊ້ລະບົບ AI ຂອງ ສ.ເກົາຫຼີ. ພ້ອມກັນນັ້ນ, ທ່ານ ແກ້ວວີສຸກ ຍັງໄດ້ເຂົ້າຮ່ວມເສວະນາແລກປ່ຽນບົດຮຽນໃນການຫັນເປັນດິຈິຕອນ, ການພັດທະນາລະບົບປັນຍາປະດິດ (AI), ສິ່ງທ້າທ້າຍຕ່າງໆ ແລະ ແຜນການຕໍ່ໜ້າ ຂອງ ສປປ ລາວ.
ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ສຳລັບ ສປປ ລາວ, ເນື່ອງຈາກວ່າເປັນເວທີ ໃນການແລກປ່ຽນບົດຮຽນ ແລະ ປຶກສາຫາລື ຄົ້ນຄວ້າແຜນການພັດທະນານຳໃຊ້ AI ເຂົ້າໃນວຽກງານການພັດທະນາລະບົບບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ໃຫ້ມີປະສິດທິພາບ ແລະ ມີຄວາມຍືນຍົງ, ພ້ອມທັງເປັນໂອກາດອັນດີໃນການມີສ່ວນຮ່ວມໃນເວທີສາກົນ ແລະ ຍາດແຍ່ງການຊ່ວຍເຫຼືອຈາກ ສ.ເກົາຫຼີ ແລະ ທະນາຄານໂລກ ທີ່ເຂົ້າຮ່ວມເປັນຜູ້ສະໜັບສະໜູນຫຼັກໃນວຽກງານດັ່ງກ່າວ.
#ຕິດຕາມຂ່າວສານໄດ້ທີ່ຊ່ອງທາງ
facebook: https://www.facebook.com/Dgov.MTC
website: https://dgc.gov.la/

Address

ຖະໜົນ ສີສະຫວາດ

Telephone

+85621316600

Alerts

Be the first to know and let us send you an email when ສູນບໍລິຫານລັດດິຈິຕອນ Digital-Government Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ສູນບໍລິຫານລັດດິຈິຕອນ Digital-Government Center:

  • Want your organization to be the top-listed Government Service?

Share