ສະມາຄົມປົກປ້ອງຜູ້ຊົມໃຊ້

ສະມາຄົມປົກປ້ອງຜູ້ຊົມໃຊ້ Contact information, map and directions, contact form, opening hours, services, ratings, photos, videos and announcements from ສະມາຄົມປົກປ້ອງຜູ້ຊົມໃຊ້, Government Organization, ບ້ານໂພນໄຊ, Vientiane.

24/08/2026

ເປັນຫຍັງ ປີ້ຝາກລົດໃຫຍ່ຢູ່ບັນດາໂຮງຫມໍ ຈິ່ງບໍໃສ່ລາຄາ?
ພວກທ່ານເຄີຍພົບພໍ້ບັນຫານີ້ບໍ?

❌️ແຈ້ງເຕືອນ❌️👉ຝາກເຖິງຜູ້ຊົມໃຊ້ທົ່ວປະເທດ‼️👉ນີ້ຄືສິນຄ້າປອມ. ກະລຸນາອ່ານຊື່ຂອງຜະລິດຕະພັນໃຫ້ຄັກແນ່ ກ່ອນຊື້-ກ່ອນສັ່ງ👍1.ຄຣີມທາຜ...
23/08/2026

❌️ແຈ້ງເຕືອນ❌️
👉ຝາກເຖິງຜູ້ຊົມໃຊ້ທົ່ວປະເທດ‼️
👉ນີ້ຄືສິນຄ້າປອມ. ກະລຸນາອ່ານຊື່ຂອງຜະລິດຕະພັນໃຫ້ຄັກແນ່ ກ່ອນຊື້-ກ່ອນສັ່ງ👍
1.ຄຣີມທາຜິວ ແລະ ເຄື່ອງສຳອາງອື່ນໆ
2. ຢາສີແຂ້ວ.
3. ແປ້ງນົວກາຈອງ.
4. ເຂົ້າຫນົມ.
5. ຢາສະຜົມ.
6. ແຟັບອີຊີ.
👉(ຍັງມີຫລາຍ)👇

❌ສິນຄ້າປອມ️-ຫລອກຮຽນແບບ❌👉️ຄຣີມທາຜິວເລັ່ງຄວາມຂາວ👈.👉ຜູ້ຊົມໃຊ້ຕ້ອງມີສະຕິ✅️👉ມະເຮັງທີ່ມານຳຄຣີມ👇
20/08/2026

❌ສິນຄ້າປອມ️-ຫລອກຮຽນແບບ❌
👉️ຄຣີມທາຜິວເລັ່ງຄວາມຂາວ👈.
👉ຜູ້ຊົມໃຊ້ຕ້ອງມີສະຕິ✅️
👉ມະເຮັງທີ່ມານຳຄຣີມ👇

❌️ຄ່າໄຟຟ້າບ້ານຂອງທ່ານເປັນແນວໃດ?❌️👉ທີ່ນີ້ມີຄຳຕອບ👇
20/08/2026

❌️ຄ່າໄຟຟ້າບ້ານຂອງທ່ານເປັນແນວໃດ?❌️
👉ທີ່ນີ້ມີຄຳຕອບ👇

👉ຝາກເຖິງຜູ້ຊົມໃຊ້ທັງຫລາຍ ຈົ່ງໃຊ້ສິດຕົວເອງ ເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງຕົວເອງ✅️👉ມາດຕະການປັບໃຫມປ້ຳນ້ຳມັນທີ່ລະເມີດ👇
20/08/2026

👉ຝາກເຖິງຜູ້ຊົມໃຊ້ທັງຫລາຍ ຈົ່ງໃຊ້ສິດຕົວເອງ ເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງຕົວເອງ✅️
👉ມາດຕະການປັບໃຫມປ້ຳນ້ຳມັນທີ່ລະເມີດ👇

! ໃນເຊົ້າວັນທີ 19 ສິງຫາ 2026 ທີ່ ຫ້ອງປະຊຸມທາງໄກ (ຊັ້ນ 3) ກະຊວງອຸດສາຫະກຳ ແລະ ການຄ້າ!.      ກົມການຄ້າພາຍໃນ(ກຄພນ), ກະຊວງອຸດ...
19/08/2026

! ໃນເຊົ້າວັນທີ 19 ສິງຫາ 2026 ທີ່ ຫ້ອງປະຊຸມທາງໄກ (ຊັ້ນ 3) ກະຊວງອຸດສາຫະກຳ ແລະ ການຄ້າ!.
ກົມການຄ້າພາຍໃນ(ກຄພນ), ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຂຶ້ນ ໂດຍໄດ້ຮັບກຽດເປັນປະທານກອງປະຊຸມຄື: ທ່ານ ນາງ ວິໄລພອນ ຊິນດາວົງ, ຮອງຫົວໜ້າກົມການຄ້າພາຍໃນ, ມີບັນດາຜູ້ແທນຈາກຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຕາງໜ້າຈາກບັນດາກະຊວງ, ຂະແໜງການອ້ອມຂ້າງ, ຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ແຂກຜູ້ມີກຽດເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນຮີບດ່ວນ ໃນການທົບທວນ ແລະ ປັບປຸງກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010 ເຊິ່ງໄດ້ຈັດຕັ້ງປະຕິບັດມາເປັນເວລາ 16 ປີ. ໃນໄລຍະຜ່ານມາ, ສະພາບເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງໄວວາ, ໂດຍສະເພາະການເຕີບໂຕຂອງການຄ້າທາງເອເລັກໂຕຣນິກ (E-commerce), ທຸລະກຳດິຈິຕ໋ອນ ແລະ ການຄ້າຂ້າມແດນ. ເຖິງຢ່າງໃດກໍດີ, ກົດໝາຍສະບັບປັດຈຸບັນ ເຫັນວ່າຍັງບໍ່ທັນມີບົດບັນຍັດສະເພາະເພື່ອຄຸ້ມຄອງ ແລະ ປົກປ້ອງຜູ້ຊົມໃຊ້ໃນຂົງເຂດດັ່ງກ່າວໃຫ້ຄວບຄຸມ, ທັງຍັງຂາດກົນໄກທີ່ຊັດເຈນກ່ຽວກັບການປົກປ້ອງກຸ່ມຄົນບອບບາງ, ມາດຕະການປັບໃໝ, ການເອີ້ນຄືນສິນຄ້າ ແລະ ຄວາມປອດໄພຂອງຜະລິດຕະພັນ. ນອກຈາກນີ້, ປະທານກອງປະຊຸມ ຍັງໄດ້ເນັ້ນເຖິງສິ່ງທ້າທາຍ ແລະ ຄວາມສ່ຽງໃໝ່ໆ ໃນຍຸກດິຈິຕ໋ອນ ເປັນຕົ້ນແມ່ນ ການສໍ້ໂກງອອນລາຍ, ການໂຄສະນາຂາຍສິນຄ້າເກີນຄວາມຈິງ, ການຈຳໜ່າຍສິນຄ້າບໍ່ມີມາດຕະຖານ, ການລະເມີດຂໍ້ມູນສ່ວນບຸກຄົນ ເຊິ່ງບັນຫາເຫຼົ່ານີ້ ຮຽກຮ້ອງໃຫ້ຕ້ອງມີການປັບປຸງນິຕິກຳໃຫ້ສອດຄ່ອງກັບຄວາມເປັນຈິງ, ເປັນເອກະພາບກັບກົດໝາຍອື່ນໆ ແລະ ທັນກັບມາດຕະຖານຂອງອາຊຽນ ແລະ ສາກົນ. ການປັບປຸງກົດໝາຍຄັ້ງນີ້ ແມ່ນດຳເນີນຕາມແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະ 2026-2030 ຂອງຄະນະປະຈຳສະພາແຫ່ງຊາດ ເພື່ອຮັບປະກັນໃຫ້ຮ່າງກົດໝາຍສະບັບໃໝ່ ມີຄວາມຮັດກຸມ, ຈະແຈ້ງ ແລະ ສາມາດສ້າງສະພາບແວດລ້ອມການຄ້າທີ່ເປັນທຳ, ສົ່ງເສີມການແຂ່ງຂັນທີ່ໂປ່ງໃສ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນ ແລະ ຜູ້ປະກອບການ. ເພື່ອໃຫ້ການປັບປຸງກົດໝາຍສອດຄ່ອງຕາມຫຼັກການການປະຕິບັດລະບຽບການທີ່ດີ (Good Regulatory Practice - GRP), ກອງປະຊຸມໄດ້ຄົ້ນຄວ້າ 3 ເນື້ອໃນຫຼັກ ເຊິ່ງປະກອບມີ:
1. ການສະເໜີ ບົດທົບທວນຄືນ ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ຂອງ ສປປ ລາວ ແລະ ບົດຮຽນຂອງສາກົນ: ສະເໜີໂດຍ ທ່ານ ເອກຕິສັກ ອຸດົມຮັກ, ເຊິ່ງໄດ້ຍົກໃຫ້ເຫັນພາບລວມການຈັດຕັ້ງປະຕິບັດກົດໝາຍ ໂດຍນຳໃຊ້ເຄື່ອງມືການທົບທວນຄືນຫຼັງການຈັດຕັ້ງປະຕິບັດ, ພ້ອມທັງຖອດຖອນບົດຮຽນຈາກອົງການປົກປ້ອງຜູ້ຊົມໃຊ້ສາກົນ ເຊັ່ນ: ACCC ຂອງອົດສະຕຣາລີ ແລະ ASEAN_UK ໃນແຜນງານ Economic Integration Programme (EIP) ຂອງສະຫະລາຊະອານາຈັກ.
2. ການສະເໜີ ບົດປະເມີນຜົນກະທົບ ກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ (Regulatory Impact Assessment - RIA): ສະເໜີໂດຍ ທ່ານ ແພງ ວິໄລສັກ, ຕາງຫນ້າພະແນກປົກປ້ອງຜູ້ຊົມໃຊ້, ເຊິ່ງໄດ້ວິເຄາະຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ການບັງຄັບໃຊ້ກົດໝາຍ ເພື່ອຊີ້ໃຫ້ເຫັນຊ່ອງວ່າງ ແລະ ປະເດັນສຳຄັນທີ່ຕ້ອງໄດ້ຮັບການປັບປຸງ.
3. ການສະເໜີ (ຮ່າງ) ແຜນວຽກໃນການຈັດຕັ້ງປະຕິບັດການປັບປຸງກົດໝາຍ: ສະເໜີໂດຍ ທ່ານ ນາງ ສຸກອາລຸນ ອິນທະວອນ, ຮອງຫົວໜ້າພະແນກປົກປ້ອງຜູ້ຊົມໃຊ້, ເຊິ່ງໄດ້ວາງກອບເວລາ, ຂັ້ນຕອນ ແລະ ກິດຈະກຳຈຸດສຸມ ເພື່ອໃຫ້ການດຳເນີນງານເປັນໄປຕາມຄາດໝາຍທີ່ວາງໄວ້.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ, ໂດຍສະເພາະການແກ້ໄຂອຸປະສັກໃນການບັງຄັບໃຊ້ກົດໝາຍ, ກົນໄກການແກ້ໄຂຄຳຮ້ອງຮຽນ, ການໄກ່ເກ່ຍຂໍ້ພິພາດທາງດິຈິຕ໋ອນ, ການເພີ່ມປະສິດທິພາບຂອງ ແອັບພລິເຄຊັນປົກປ້ອງຜູ້ຊົມໃຊ້ (Consumer Complaint App), ເພື່ອໃຫ້ທີມງານວິຊາການສັງລວມເອົາຂໍ້ສະເໜີແນະໄປປັບປຸງຮ່າງກົດໝາຍໃຫ້ມີຄວາມສົມບູນແບບ ແລະ ມາດຕະຖານສູງສຸດ.

ທາງກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ມີກິດຈະກຳດີໆ ມາແນະນຳໃຫ້ບັນດາຜູ້ຊົມໃຊ້ ຈາກການຊື້ເຄື່ອງໃນລາຄາອຸ່ນໃຈ ປອດໄພ ໃກ້ມ...
15/08/2026

ທາງກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ມີກິດຈະກຳດີໆ ມາແນະນຳໃຫ້ບັນດາຜູ້ຊົມໃຊ້ ຈາກການຊື້ເຄື່ອງໃນລາຄາອຸ່ນໃຈ ປອດໄພ ໃກ້ມື້ໄຂສົກຮຽນມາຝາກ

ຂໍໃຫ້ຜູ້ຊົມໃຊ້ ມີສະຕິ ໃນການນຳເງິນາດໄປໃຊ້ຈ່າຍ, ທ່ານສາມາດຈຸ່ມເງິນລົງນ້ຳໃສ່ ເພື່ອຈະໄດ້ຮູ້ວ່າ ສີຈະຫລຸດອອກ ແລະ ເຈ້ຍຈະເປື່ອຍອ່...
30/07/2026

ຂໍໃຫ້ຜູ້ຊົມໃຊ້ ມີສະຕິ ໃນການນຳເງິນາດໄປໃຊ້ຈ່າຍ, ທ່ານສາມາດຈຸ່ມເງິນລົງນ້ຳໃສ່ ເພື່ອຈະໄດ້ຮູ້ວ່າ ສີຈະຫລຸດອອກ ແລະ ເຈ້ຍຈະເປື່ອຍອ່ອຍ

ພົບເງິນປອມ ໃບ 50,000 ກີບ, ເຫດການເກີດຂຶ້ນຢູ່ເມືອງເລົ່າງາມ ແຂວງສາລະວັນ ແມ່ຄ້າຂາຍເຄື່ອງຍ່ອຍໄດ້ພົບເຫັນໃບເງິນປອມດັ່ງກ່າວຈາກ ເງິນທີ່ລູກຄ້າເອົາມາຊື້ເຄື່ອງ ໃນນັ້ນ ເປັນເງິນ 100,000 ກີບ ເອົາໃບແທ້ກັບໃບປອມປົນກັນມາຈ່າຍ.
ແຕ່ເມຄ້າສັງເກດໄດ້ ວ່າເງິນປອມນັ້ນ ເວລາເອົາມືລູບ ບໍ່ມີເສັ້ນເງິນ, ສ່ອງເບິ່ງບໍ່ມີເງົາລຸງໄກສອນ ຈັບກະຝືດໆຄືເຈ້ຍ ບໍ່ມື່ນຄືເງິນແທ້.
ຂໍ້ມູນຈາກ ແມ່ຄ້າ: Koukkik Blmv

30/07/2026

❌️ຜ້າສະບົງຍັດໄສ້ກຳລັງລະບາດ❌

️👉ຝາກເຖິງຜູ້ຊົມໃຊ້ທັງຫລາຍ ໃຫ້ເປັນຫູເປັນຕາຊ່ວຍກັນ ຫລື ແຈ້ງເບາະແສມາຫາພວກເຮົາໄດ້ຕະຫລອດ24 ຊົ່ວໂມງ. ໃນໂມງລັດຖະການສາມາດໂທເຂົ້າສາຍດ່ວນ 1510👈

ສິນຄ້າປອມກຳລັງລະບາດຫນັກຢູ່ປະເທດເພືອນບ້ານ ພີ່ນ້ອງປະຊາຊົນລາວ ໃຫ້ລະມັດລະວັງແນ່ເດີ້
30/07/2026

ສິນຄ້າປອມກຳລັງລະບາດຫນັກຢູ່ປະເທດເພືອນບ້ານ ພີ່ນ້ອງປະຊາຊົນລາວ ໃຫ້ລະມັດລະວັງແນ່ເດີ້

Address

ບ້ານໂພນໄຊ
Vientiane
01002

Website

Alerts

Be the first to know and let us send you an email when ສະມາຄົມປົກປ້ອງຜູ້ຊົມໃຊ້ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share