ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ

ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ ມີໜ້າທີ່ປົກປ້ອງ ແລະ ສະໜອງຄວາມຊ່ວຍເຫຼືອແກ່ແມ່ຍິງ ແລະ ເດັກ ທີ່ມີບັນຫາທາງສັງຄົມ ແລະ ຄວາມຮຸນແຮງ

ເປີດບໍລິການແລ້ວ‼️📚ຫ້ອງສະໝຸດ, ສູນກາງສະຫະພັນແມ່ຍິງລາວ ພື້ນທີ່ແຫ່ງການຮຽນຮູ້ ແລະ ຄົ້ນຄ້ວາ ສຳລັບທຸກທ່ານ📚✨ຖ້າທ່ານຢາກຫາຄວາມຮູ້,...
14/08/2026

ເປີດບໍລິການແລ້ວ‼️

📚ຫ້ອງສະໝຸດ, ສູນກາງສະຫະພັນແມ່ຍິງລາວ ພື້ນທີ່ແຫ່ງການຮຽນຮູ້ ແລະ ຄົ້ນຄ້ວາ ສຳລັບທຸກທ່ານ📚

✨ຖ້າທ່ານຢາກຫາຄວາມຮູ້, ອ່ານໜັງສື, ພັດທະນາທັກສະ ຫຼື ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ 💡ຂໍເຊີນມານຳໃຊ້ບໍລິການຫ້ອງສະໝຸດ, ສູນກາງສະຫະພັນແມ່ຍິງລາວ ຂອງພວກເຮົາ🤗

📖ມີບໍລິການເອກະສານທີ່ຫຼາກຫຼາຍ ໂດຍສະເພາະ ບັນດານິຕິກຳ, ເອກະສານ ກ່ຽວກັບ ແມ່ຍິງ, ບົດບາດຍິງ-ຊາຍ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ອື່ນໆ.

🏩ພື້ນທີ່ສຳລັບຄົນທຸກໄວ, ທຸກອາຊີບ
🎉ພິເສດ: ❌ເຂົ້ານໍາໃຊ້ໂດຍບໍ່ເສຍຄ່າ, 🛜ຟຣີອິນເຕີເນັດ WIFI, ❄️ຫ້ອງແອເຢັນ

🚪ເປີດບໍລິການໂມງລັດຖະການ📍ສະຖານທີ່: ສູນສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ຖະໜົນ ດົງປາຍນາ, ບ້ານສະພານທອງເຫນືອ (ກົງກັນຂ້າມກັບວິທະຍາໄລລັດຕະນະ), ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

13/08/2026
📍ພິທີລະນຶກວັນສາກົນ ເພື່ອຕ້ານການຄ້າມະນຸດ ປະຈຳປີ2026
30/07/2026

📍ພິທີລະນຶກວັນສາກົນ ເພື່ອຕ້ານການຄ້າມະນຸດ ປະຈຳປີ2026

ພາບບັນຍາກາດຂອງກິດຈະກຳລະນຶກວັນສາກົນຕ້ານການຄ້າມະນຸດ ປະຈຳປີ 2026🗓️ ການແຂ່ງຂັນໂຕ້ວາທີໃນຫົວຂໍ້: “ການນຳໃຊ້ສື່ອອນລາຍມີໄພອັນຕະລາ...
27/07/2026

ພາບບັນຍາກາດຂອງກິດຈະກຳລະນຶກວັນສາກົນຕ້ານການຄ້າມະນຸດ ປະຈຳປີ 2026🗓️ ການແຂ່ງຂັນໂຕ້ວາທີໃນຫົວຂໍ້: “ການນຳໃຊ້ສື່ອອນລາຍມີໄພອັນຕະລາຍຫຼາຍກວ່າຜົນປະໂຫຍດ” ຄັ້ງວັນທີ 23 ກໍລະກົດ 2026 ທີ່ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ🎉

ພິເສດ ພວກເຮົາຂໍຂອບໃຈມາຍັງທາງຄະນະອຳນວຍການສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ, ພ້ອມດ້ວຍຄູ, ອາຈານ ແລະ ນ້ອງໆນັກສຶກສາທັງໝົດ ທີ່ໄດ້ເຂົ້າຮ່ວມກິດຈະກຳ ພ້ອມທັງອໍານວຍຄວາມສະດວກດ້ານສະຖານທີ່. ຂໍຂອບໃຈມາຍັງຜູ້ເຂົ້າຮ່ວມຮັບຊົມ ທາງ Live ສົດ ເຟສບຸກ ຕະຫຼອດໄລຍະການຈັດກິດຈະກຳ.🥰

ທຸກຄົນ ສາມາດເປັນກະບອກສຽງສົ່ງຕໍ່ຄວາມຮູ້ກ່ຽວກັບ ການປ້ອງກັນ ແລະ ຕ້ານການຄ້າມະນຸດ, ການປ້ອງກັນ ຕົນເອງ, ຄອບຄົວ, ບຸກຄົນໃກ້ຕົວ ຈາກສິ່ງເສບຕິດ ແລະ ການປ້ອງກັນການແຕ່ງດອງກ່ອນໄວ, ພ້ອມທັງສົ່ງເສີມການຮູ້ເທົ່າທັນສື່, ທັກສະ ການຄິດວິເຄາະ ແລະ ການນຳໃຊ້ສື່ອອນລາຍຢ່າງປອດໄພ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ ໄວໜຸ່ມ, ເຍົາວະຊົນ ແລະ ສົ່ງເສີມການຮ່ວມມືໃນການສ້າງສັງຄົມທີ່ປອດໄພ ຈາກ ການຄ້າມະນຸດ ແລະ ສິ່ງເສບຕິດ.💪


#ລະນຶກວັນສາກົນຕ້ານການຄ້າມະນຸດ2026
#ຕ້ານການຄ້າມະນຸດ
#ສູນໃຫ້ຄຳປືກສາແລະປົກປ້ອງແມ່ຍິງ

ເນື່ອງໃນໂອກາດ ລະນືກວັນສາກົນຕ້ານການຄ້າມະນຸດ ປະຈຳປີ 2026🗓️       ພວກເຮົາຂໍເຊີນຊວນທຸກທ່ານເຂົ້າຮ່ວມຮັບຊົມກິດຈະກໍາ ການແຂ່ງຂັນ...
22/07/2026

ເນື່ອງໃນໂອກາດ ລະນືກວັນສາກົນຕ້ານການຄ້າມະນຸດ ປະຈຳປີ 2026🗓️

ພວກເຮົາຂໍເຊີນຊວນທຸກທ່ານເຂົ້າຮ່ວມຮັບຊົມກິດຈະກໍາ ການແຂ່ງຂັນໂຕ້ວາທີ ໃນຫົວຂໍ້: “ການນຳໃຊ້ສື່ອອນລາຍມີໄພອັນຕະລາຍຫຼາຍກວ່າຜົນປະໂຫຍດ” 🎭📱

ງານຄັ້ງນີ້ຈະຈັດຂຶ້ນໃນ ວັນທີ 23 ກໍລະກົດ 2026 ທີ່ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ 🎉

=>ຮັບຊົມການ live ສົດໄດ້ທີ່ເຟສສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ.

=> ນອກຈາກນີ້ ໃນພາກເຊົ້າຍັງຈະມີການໃຫ້ຄວາມຮູ້ກ່ຽວກັບການປ້ອງກັນຕົນເອງຈາກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນປະຈຸບັນຈາກຜູ້ຈັດຕັ້ງປະຕິບັດຕົວຈິງ ຊື່ງງານເລີ່ມແຕ່ເວລາ 9:00 - 15:00 ໂມງ ເປັນຕົ້ນໄປ🎉🗓️

#ຕິດກັບດັກອາຊະຍາກຳຕົວະຍົວະຫຼອກລວງ

#ລະນຶກວັນສາກົນຕ້ານການຄ້າມະນຸດ2026
#ຕ້ານການຄ້າມະນຸດ
#ສູນໃຫ້ຄຳປືກສາແລະປົກປ້ອງແມ່ຍິງ

ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955-20ກໍລະກົດ 2026 ຄົບຮອບ 71 ປີ ຢ່າງສຸດໃຈ! 🇱🇦✨.📅 ເນື່ອງໃນໂອກາດ ວັນທີ 20 ...
20/07/2026

ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955-20ກໍລະກົດ 2026 ຄົບຮອບ 71 ປີ ຢ່າງສຸດໃຈ! 🇱🇦✨.

📅 ເນື່ອງໃນໂອກາດ ວັນທີ 20 ກໍລະກົດ 2026 ນີ້ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂໍສົ່ງຄຳອວຍພອນໄຊອັນປະເສີດ ມາຍັງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າທຸກໆທ່ານ ບໍ່ວ່າຈະເປັນ ແມ່ຍິງ ການນຳ, ພະນັກງານ-ລັດຖະກອນ, ຄູ-ອາຈານ, ທະຫານ, ຕຳຫຼວດ, ຊາວຜູ້ອອກແຮງງານ ແລະ ແມ່ຍິງລາວທົ່ວປະເທດ.👩‍💼

🌸 ແມ່ຍິງລາວ ແມ່ນກຳລັງແຮງອັນສຳຄັນປະກອບສ່ວນໃນວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ນຳໃນສັງຄົມ ແລະ ເປັນຫຼັກແຫຼ່ງ ອັນອົບອຸ່ນຂອງຄອບຄົວ.

👏ພວກເຮົາຂໍຊົມເຊີຍ ແລະ ຂໍຂອບໃຈຕໍ່ທຸກການ ເສຍສະຫຼະ, ຄວາມສາມາດ ແລະ ຄວາມອົດທົນ ທີ່ເອື້ອຍນ້ອງແມ່ຍິງ ໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານຕະຫຼອດມາ.🤍

💐 ຂໍອວຍພອນໃຫ້ແມ່ຍິງລາວທຸກທ່ານ ຈົ່ງມີແຕ່ຄວາມສຸກ, ມີສຸຂະພາບພະລານາໄມສົມບູນແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ສືບຕໍ່ເປັນພະລັງອັນຍິ່ງໃຫຍ່ ປະກອບສ່ວນເຂົ້າໃນການພັດທະນາສັງຄົມລາວຕະຫຼອດໄປ. 🕊️

ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ ຈາກ:
🏢 ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ

#ວັນແມ່ຍິງລາວ #ວັນສະຫະພັນແມ່ຍິງລາວ #20ກໍລະກົດ #ແມ່ຍິງລາວ #ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງເດັກນ້ອຍ

ບັນດາທ່ານຮູ້ບໍ່? ກົດໝາຍສະບັບປັບປຸງໃໝ່ ການປົກປ້ອງແມ່ຍິງ ມີຄືແນວໃດແດ່? 👩‍⚖️💜ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ...
03/07/2026

ບັນດາທ່ານຮູ້ບໍ່? ກົດໝາຍສະບັບປັບປຸງໃໝ່ ການປົກປ້ອງແມ່ຍິງ ມີຄືແນວໃດແດ່? 👩‍⚖️💜

ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ ຄື "ຫົວໃຈສໍາຄັນ" ທີ່ການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ໃຫ້ຄວາມສຳຄັນ ແລະ ເປັນວຽກງານບູລິມະສິດສະເໝີມາ! 🤝✨

ຊຶ່ງກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ (ສະບັບປັບປຸງປີ 2024) ໄດ້ກໍານົດໄວ້ຢ່າງຈະແຈ້ງ ໃນ:
📖 ພາກທີ III: ການປົກປ້ອງແມ່ຍິງ
📂 ໝວດທີ 2: ການປົກປ້ອງສິດ, ຜົນປະໂຫຍດ ແລະ ພັນທະຂອງແມ່ຍິງ

📍 ມາດຕາ 20: (ໃຫມ່) ໄດ້ກຳນົດຊັດເຈນ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ມີຂົງເຂດໃດແດ່
⚖️ ຖ້າທ່ານ ຫຼື ຄົນໃກ້ຕົວ ຖືກລະເມີດສິດ ຫຼື ພົບເຫັນການກະທໍາທີ່ບໍ່ເປັນທໍາ... ຢ່າເກັບໄວ້ຄົນດຽວ! ການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ຢູ່ຄຽງຂ້າງ ທ່ານສະເໝີ.

📞 ທ່ານສາມາດຕິດຕໍ່ຫາການຈັດຕັ້ງສະຫະພັນແມ່ຍິງຢູ່ແຕ່ລະເມືອງ, ແຕ່ແຂວງ ຫຼື ຕິດຕໍ່ຜ່ານສາຍດ່ວນ 1362
#ການປົກປ້ອງແມ່ຍິງແລະເດັກ #ສະຫະພັນແມ່ຍິງລາວ #ສາຍດ່ວນ1362 #ກົດໝາຍພັດທະນາແລະປົກປ້ອງແມ່ຍິງ2024

⚖️ ຍິງ-ຊາຍ ມີສິດເທົ່າທຽມກັນໃນຂອງສັງຄົມ!✨ ຮູ້ຫຼືບໍ່? ອີງຕາມ ມາດຕາ 38 ຂອງລັດຖະທໍາມະນູນ (ສະບັບປັບປຸງ ປີ 2025) ໄດ້ກຳນົດໄວ້ຢ່...
25/06/2026

⚖️ ຍິງ-ຊາຍ ມີສິດເທົ່າທຽມກັນໃນຂອງສັງຄົມ!✨

ຮູ້ຫຼືບໍ່? ອີງຕາມ ມາດຕາ 38 ຂອງລັດຖະທໍາມະນູນ (ສະບັບປັບປຸງ ປີ 2025) ໄດ້ກຳນົດໄວ້ຢ່າງຊັດເຈນວ່າ: ພົນລະເມືອງລາວທັງຍິງ ແລະ ຊາຍ ແມ່ນມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ ແລະ ພາຍໃນຄອບຄົວ 👨‍👩‍👧‍👦🤝

📜 ເພື່ອຈັດຕັ້ງຜັນຂະຫຍາຍສິດພົນລະເມືອງດັ່ງກ່າວໃຫ້ເປັນຮູບປະທຳ ແລະ ໄດ້ຮັບການປົກປ້ອງຢ່າງແທ້ຈິງ, ພວກເຮົາຈຶ່ງໄດ້ນຳມາກໍານົດເຂົ້າໃນ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ສະບັບປັບປຸງ ປີ 2024) ໃນພາກທີ III ໝວດທີ 1 ຄວາມສະເໝີພາບຍິງ-ຊາຍ.

📌 ໂດຍສະເພາະ ມາດຕາ 18 ແລະ ມາດຕາ 19 ໄດ້ກໍານົດເນື້ອໃນຢ່າງລະອຽດ ກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍດ້ານຕ່າງໆ ເພື່ອເປັນບ່ອນອີງໃນການສ້າງສັງຄົມທີ່ຍຸຕິທຳສຳລັບທຸກຄົນ.

ມາຮ່ວມກັນສ້າງສັງຄົມແຫ່ງຄວາມສະເໝີພາບ ໂດຍເລີ່ມຕົ້ນຈາກການໃຫ້ກຽດເຄົາລົບເຊິ່ງກັນ ແລະ ກັນ ໃນຄອບຄົວ ລວມເຖິງຄົນອ້ອມຂ້າງ 💙✨

#ການເຄົາລົບໃຫ້ກຽດເຊິ່ງກັນແລະກັນເປັນພື້ນຖານຂອງຄວາມເທົ່າທຽມ
#ຄວາມສະເໝີພາບຍິງຊາຍ
#ສະຫະພັນແມ່ຍິງລາວ
#ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງ_ເດັກນ້ອຍ

🔔 ມາແລ້ວ! ລາຍຊື່ຜູ້ໂຊກດີ 🔔ຈາກກິດຈະກຳໄລ້ສົດ (Live Stream) ຂອງເພຈ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ເນື່ອງໃນໂອກາດສະ...
10/06/2026

🔔 ມາແລ້ວ! ລາຍຊື່ຜູ້ໂຊກດີ 🔔
ຈາກກິດຈະກຳໄລ້ສົດ (Live Stream) ຂອງເພຈ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ ຄົບຮອບ 101 ປີ. ທ່ານສາມາດກວດເບິ່ງລາຍຊື່ຜູ້ໂຊກດີ ໃນໂພສເຕີລຸ່ມນີ້ໄດ້ເລີຍ 🎉🎊
ກ່ອນອື່ນໝົດ, ທາງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂໍສະແດງຄວາມຂອບໃຈນຳທຸກໆທ່ານ ທີ່ໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມກິດຈະກຳໄລ້ສົດ ໃນວັນທີ 5 ມິຖຸນາ 2026 ທີ່ຜ່ານມາ.
⁉️ ສຳລັບທ່ານໃດທີ່ບໍ່ໄດ້ຮັບຂອງລາງວັນໃນຮອບນີ້ ບໍ່ຕ້ອງເສຍໃຈເດີ້ ພວກເຮົາຍັງຈະມີກິດຈະກຳດີໆ ແບບນີ້ອີກ ໃນຄັ້ງຕໍ່ໄປ ✅ຢ່າລືມກົດຕິດຕາມເພຈພວກເຮົາໄວ້ເດີ້. ຂໍຂອບໃຈ 🙏🙏🙏
📍 ຂໍ້ແນະນຳໃນການຮັບຂອງລາງວັນ:
- ຜູ້ໂຊກດີຢູ່ນະຄອນຫຼວງວຽງຈັນ: ສາມາດມາຮັບລາງວັນໄດ້ດ້ວຍຕົນເອງ ທີ່ ສູນສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງ, ບ້ານ ສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ (ຕັ້ງຢູ່ຕໍ່ໜ້າ ວິທະຍາໄລ ລັດຕະນະ).
- ຜູ້ໂຊກດີຢູ່ຕ່າງແຂວງ: ສາມາດຕິດຕໍ່ຮັບລາງວັນໄດ້ທີ່ເບີໂທ: 📞 020 77777383 (ນາງ ມີນາພອນ) ຫຼື ແຊັດເພຈຂອງສູນເຮົາ.

Address

Vientiane
Vientiane
021

Telephone

+8562055541362

Website

Alerts

Be the first to know and let us send you an email when ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ:

Shortcuts

Share