ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ

ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ ແຫຼ່ງຂໍ້ມູນທີ່ນຳສະເໜີທຸກການເຄື່ອນ?

ຈັດເຜີຍແຜ່ເຊື່ອມຊືມ ກົດລະບຽບພັກ ສະໄໝທີ XII ແລະ ຄໍາແນະນໍາຂອງຄະນະຈັດຕັ້ງ ສູນກາງ ໃຫ້ຄະນະພັກ-ສະມາຊິກພັກໃນຕາແສງ ຊາຍຟອງ…………………...
05/09/2026

ຈັດເຜີຍແຜ່ເຊື່ອມຊືມ ກົດລະບຽບພັກ ສະໄໝທີ XII ແລະ ຄໍາແນະນໍາຂອງຄະນະຈັດຕັ້ງ ສູນກາງ ໃຫ້ຄະນະພັກ-ສະມາຊິກພັກໃນຕາແສງ ຊາຍຟອງ
……………………………..
ຫ້ອງການຄະນະຈັດຕັ້ງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດສືບຕໍ່ນໍາເອົາຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄປຈັດຕັ້ງເຜີຍແຜ່ເຊື່ອມຊືມ ແລະ ຜັນ
ຂະຫຍາຍ ຄໍາແນະນໍາ ໃນການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ຊຸດທີ III ໃຫ້ຄະນະພັກ ຄະນະນໍາ-ສະມາຊິກພັກທັງໝົດ ໃນຕາແສງ ຊາຍຟອງ ເຊີ່ງຈັດຂື້ນທີ່ 3 ກັນຍາ 2026 ທີ່ວັດບ້ານໂພສີ ໂດຍການເຜີຍແຜ່ ຂອງສະຫາຍ ພັທ ບຸນສອນ ພັນທະວົງ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງຫາດຊາຍຟອງ ມີບັນດາສະຫາຍຄະນະພັກ ຄະນະນໍາ ແລະ ສະມາຊິກພັກ ໃນຕາແສງຊາຍຟອງ ເຂົ້າຮ່ວມຮັບຟັງ

ສໍາລັບການເຜີຍແຜ່ດັ່ງກ່ວ ແມ່ນເປັນການສືບຕໍ່ຈັດຕັ້ງປະຕິບັດຂອງຄໍາແນະນໍາຈາກຄະນະຈັດຕັ້ງສູນກາງພັກໂດຍອີງໃສ່ກົດລະບຽບຂອງພັກປະຊາຊົນປະຊາຊົນປະຕິວັດລາວ ສະໄໝທີ XII ທີ່ໄດ້ຖືກຮັບຮອງຈາກກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 21/ຄບສພ ວ່າດ້ວຍການປະກາດໃຊ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຈຸດປະສົງກໍ່ເພື່ອແນະນໍາການເຜີຍແຜ່ກົດລະບຽບພັກ ບາງເນື້ອໃນ ບາງປະໂຫຍກ ທີ່ກໍານົດຢູ່ໃນກົດລະບຽບພັກໃຫ້ຈະແຈ້ງ ແລະ ເຂົ້າໃຈງ່າຍ ເພື່ອແນ່ໃສ່ໃຫ້ບັນດາຄະນະພັກ-ສະມາຊິກພັກ ກໍາແໜ້ນ ແລະ ຮັບຮູ້ເຂົ້າໃຈໄດ້ເລິກເຊີ່ງ ຕໍ່ກັບກົດລະບຽບພັກ ເພື່ອເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ ພ້ອມທັງຮັບປະກັນໃຫ້ກົດລະບຽບພັກ ສະໄໝທີ XII ໄດ້ຮັບການຈັດຕັ້ງເຜີຍແຜ່ເຊື່ອມຊືມຢ່າງທົ່ວເຖິງໃນຖັນແຖວຂອງສະມາຊິກພັກ-ພະນັກງານລັດຖະກອນ ໃຫ້ລົງເລິກ ກໍາແໜ້ນຕໍ່ເນື້ອໃນ ຈຸດປະສົງ ທາງດ້ານຫຼັກການ ລະບຽບການ ແລະ ເປັນບ່ອນອີງໃຫ້ກັບຄະນະພັກແຕ່ລະຂັ້ນ ໄດ້ນໍາໄປຈັດຕັ້ງຜັນຂະຫຍາຍເຜີຍແຜ່ ແລະ ນໍາພາການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ແລະ ເພື່ອໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ຄົບຖ້ວນ ເປັນເອກະພາບໃນທົ່ວພັກ ແລະ ເຮັດໃຫ້ການເຜີຍແຜ່ດັ່ງກ່າວນັ້ນມີເນື້ອໃນຄວາມໝາຍເລິກເຊີ່ງ ທັນຕາມກໍານົດເວລາ ເຊີ່ງການເຜີຍແຜ່ຄໍາແນະນໍາດັ່ງກ່າວກໍ່ແມ່ນຖືເປັນສໍາຄັນເພື່ອຍົກສູງບົດບາດການນໍາພາຂອງພັກໃນໄລຍະໃໝ່ໃຫ້ເດັ່ນຊັດຂຶ້ນ ແລະ ເປັນຮູບປະທໍາກວ່າເກົ່າ ທີ່ສະແດງໃຫ້ເຫັນເຖິງລັກສະນະນໍາໜ້າ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ການນໍາພາຂອງພັກ ທີ່ເປັນປັດໄຈຕັດສິນນັ້ນ ນັບມື້ນັບມີບົດບາດທີ່ເຂັ້ມແຂງຢ່າງຮອບດ້ານ

ສໍາລັບການຈັດຕັ້ງເຜີຍແຜ່ ເຊື່ອມຊືມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບດັ່ງກ່າວນີ້ແລ້ວ ຄະນະພັກທຸກຂັ້ນກໍ່ຈະໄດ້ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການ ສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງພັກຢູ່ໃນບັນດາຕາແສງ ແລະ ບ້ານ ໄດ້ຮັບການປັບປຸງ ສ້າງໃຫ້ສະມາຊິກພັກມີຄວາມຮັບຮູ້ເຂົ້າໃຈກ່ຽວກັບການຈັດຕັ້ງພັກ ແລະ ວຽກງານກໍ່ສ້າງພັກໃນໄລຍະໃໝ່ ໂດຍຖືເປັນບັນຫາສໍາຄັນໃນເງື່ອນໄຂໃໝ່ຂອງພັກ ຕາມວັດຖຸປະສົງ ແລະ ເປົ້າໝາຍທີ່ສືບຕໍ່ຢຶດໝັ້ນຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການນໍາພາຂອງພັກ.
…………………………
ຂ່າວ ເມືອງຫາດຊາຍຟອງ

04/09/2026

ຂ່າວ ນະຄອນຫຼວງວຽງຈັນ ປະຈຳວັນທີ 04 - 09 - 2026

04/09/2026

=> ລາຍການ ແຕ໋ກກີ້ພາມ່ວນ

04/09/2026

=> ລາຍການຊວນຫົວ

04/09/2026

ຂ່າວ ພະຍາກອນອາກາດ ປະຈຳວັນທີ 04 - 09 - 2026

04/09/2026

=> ລາຍການ ສົ່ງເສີມເພງລາວ

03/09/2026

> ລາຍການຊວນຫົວ

03/09/2026

ຂ່າວ ນະຄອນຫຼວງວຽງຈັນ ປະຈຳວັນທີ 03 - 09 - 2026

03/09/2026

ຂ່າວ ພະຍາກອນອາກາດ ປະຈຳວັນທີ 03 - 09 - 2026

Address

Vientiane
01000

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621212620

Alerts

Be the first to know and let us send you an email when ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ:

Shortcuts

Share