27/08/2026
ຂະຫຍາຍຕະຫລາດການທ່ອງທ່ຽວ 2026 ຂອງ ສປປ ລາວ ສູ່ພາກພື້ນ ເເລະ ສາກົນ
ໃນລະຫວ່າງວັນທີ 25-29 ສິງຫາ 2026ນີ້, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ, ຫົວຫນ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ(ວທ) ຮ່ວມກັບ ພະເເນກ ວທ ນະຄອນຫລວງວຽງຈັນ ໄດ້ນຳພາພາກທຸລະກິດການທ່ອງທ່ຽວຂອງ ສປປ ລາວ ປະກອບມີ: ບໍລິສັດ ທ່ອງທ່ຽວ ເວີວາຍ, ບໍລິສັດທ່ອງທ່ຽວລາວບູຣຕິກ, ບໍລິສັດ ທ່ອງທ່ຽວອາເສັບ, ບໍລິສັດ ທ່ອງທ່ຽວບຣາເທີທົວ, ໂຮງແຮມ ຄຣາວພາຊາ ວຽງຈັນ ແລະ ໂຮງແຮມ ຮໍລິເດ ອິນ, ບໍລິສັດ ທ່ອງທ່ຽວ ຊານເທີລີ ແລະ ບໍລິສັດ ທ່ອງທ່ຽວເອັມພີທົວ ເຂົ້າຮ່ວມ ງານວາງສະເເດງການທ່ອງທ່ຽວສາກົນ ITE 2026 ຄັ້ງທີ 20 ຈັດໂດຍຄະນະກຳມະການປົກຄອງ ນະຄອນໂຮ່ຈີ່ມິງ ຮ່ວມກັບ ກະຊວງວັດທະນະທຳ ເເລະ ທ່ອງທ່ຽວ ສສ ຫວຽດນາມ.
ການຈັດງານວາງສະເເດງການທ່ອງທ່ຽວສາກົນ ITE ໃນຄັ້ງນີ້ ເພື່ອເປັນການໂຄສະນາ, ສົ່ງເສີມການຕະຫລາດທ່ອງທ່ຽວ ຢູ່ພາກພື້ນ ເເລະ ສາກົນ ເຊິ່ງຈັດໃນຮູບເເບບຈັບຄູ່ທຸລະກິດການ ທ່ອງທ່ຽວດ້ວຍກັນ(B2B), ນໍາສະເໜີຜະລິດຕະພັນການບໍລິການອຸດສາຫະກໍາການທ່ອງທ່ຽວ, ການພົບປະລະຫວ່າງ ຜູ້ ຊື້-ຜູ້ຂາຍ ມີຜູ້ເຂົ້າຮ່ວມຈາກຕ່າງປະເທດປະມານ 600 ຄົນ, ມີຜູ້ແທນລະດັບສູງຈາກພາກລັດ 50 ທ່ານ, ຜູ້ຊື້ຈາກຕ່າງປະເທດ 280 ຄົນ, ບັນດາບໍລິສັດທ່ອງທ່ຽວຫລາຍກວ່າ 500 ພາກສ່ວນ ແລະ ຜູ້ມາທ່ຽວຊົມງານວາງສະແດງການທ່ອງ ທ່ຽວສາກົນ (ITE) ຫລາຍກວ່າ 1,000 ຄົນ.
ພ້ອມນີ້, ບັນດາຜູ້ປະກອບການ ບໍລິສັດທ່ອງທ່ຽວຂອງລາວ ໄດ້ຍາດໂອກາດ ເພື່ອດໍາເນີນການພົບປະໄດ້ຫລາຍກວ່າ 300 ເທື່ອຄົນກັບຄູ່ຮ່ວມທຸລະກິດທ່ອງທ່ຽວ ເພື່ອແລກປ່ຽນຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ການຊື້-ຂາຍລາຍການທ່ອງທ່ຽວຮ່ວມກັນ ຂອງຄູ່ຮ່ວມເຈລະຈາລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ເພື່ອຊຸກຍູ້ ແລະ ສົມທົບກັບຜູ້ປະກອບການທຸລະກິດການທ່ອງ ທ່ຽວລາວ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວສາກົນ ເພື່ອຂະຫຍາຍຕະຫລາດທ່ອງທ່ຽວໃໝ່; ເພື່ອສົ່ງເສີມໂຄສະນາການທ່ອງທ່ຽວລາວ ແລະ ເພີ່ມທະວີການຮ່ວມມືທາງດ້ານການທ່ອງທ່ຽວກັບບັນດາປະເທດ ລຸ່ມແມ່ນໍ້າຂອງ; ເພື່ອໂຄສະນາເຜີຍແຜ່ບັນດາທ່າແຮງ ແລະ ສິ່ງດຶງດູດນັກທ່ອງທ່ຽວທີ່ໂດດເດັ່ນຂອງ ສປປ ລາວກໍ່ຄືບັນດາແຫຼ່ງ ທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ການທ່ອງທ່ຽວກະສິກຳຢູ່ເວທີສາກົນໃຫ້ກວ້າງຂວາງ ກວ່າເກົ່າ.