25/08/2026
“ທຫລ.ຊຂ ລົງເຄື່ອນໄຫວວຽກງານ ຢູ່ ສກຈຮ ສາຍໃຍສໍາພັນ ສາຂາຊຽງຂວາງ”
ໃນລະຫວ່າງວັນທີ 17- 21 ກໍລະກົດ 2026 ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໄດ້ລົງເຄື່ອນໄຫວວຽກງານກວດກາກັບທີ່ ແລະ ສ້າງຄວາມເຂັ້ມແຂງດ້ານການບໍລິຫານໃຫ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສໍາພັນ ສາຂາຊຽງຂວາງ (ສກຈຮ) ໂດຍພາຍໃຕ້ການນໍາພາຂອງ ທ່ານ ສອນສະຫວັນ ສໍພາບມີໄຊ ຮອງຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ທັງເປັນຫົວໜ້າຄະນະ, ມີຄະນະພະແນກ ແລະ ພະນັກງານວິຊາການ ກໍ່ຄືຄະນະກວດກາເຂົ້າຮ່ວມ ຈຸດປະສົງເພື່ອກວດກາຮອບດ້ານວຽກງານຂອງ ສກຈຮ ປະຈໍາປີ 2026 ພ້ອມທັງຊຸກຍູ້ບາງໜ້າວຽກທີ່ສໍາຄັນ ເພື່ອເຮັດໃຫ້ບັນດາຜູ້ບໍລິຫານ, ພະນັກງານຮັບຜິດຊອບວຽກງານ ໄດ້ມີຄວາມເຂົ້າໃຈຢ່າງລະອຽດໃນຂັ້ນຕອນວຽກງານກວດກາ, ພາລະບົດບາດ, ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ.
ພາບ: ພະແນກຄຸ້ມຄອງສະຖາບັນການເງິນ
ຂ່າວ: ສຸກສະຫວັນ ພົມມະວົງ
#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ
ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index