25/02/2021
ພິທີປະກາດ ການຈັດຕັ້ງ ແລະ ປະກາດຮັບນະໂຍບາຍອຸດໜູນບຳນານ.
............................
ໃນວັນທີ 23 ກຸມພາ 2021,ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໄດ້ມີພິທີປະກາດ ການຈັດຕັ້ງ ແລະ ປະກາດຮັບນະໂຍບາຍອຸດໜູນບຳນານ, ເປັນກຽດເຂົ້າຮວ່ມຂອງ ທ່ານ ປອ. ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ຮສສ, ທ່ານ ນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ, ຮອງລັດຖະມົນຕີ; ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າ ກົມ, ຫ້ອງການ, ອົງການ, ສະຖາບັນ, ສູນ ແລະ ບັນພະນັກງານ-ລັດຖະກອນ ຫຼັກແຫຼ່ງຂອງກະຊວງເຂົ້າຮວ່ມ.
ເພື່ອເປັນການປະຕິບັດຕາມ ກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ, ພະນັກງານ-ລັດຖະກອນ ຮອດອາຍຸພັກການ-ຮັບອຸດໜູນບຳນານ ໃນຄັ້ງນີ້ ມີ 02 ທ່ານ ຄື: ທ່ານ ຄໍາຂານ ພິນສະຫວັນ ອາດີດຄະນະປະຈໍາ, ຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ອາດີດຫົວໜ້າຫ້ອງການກະຊວງ, ອາດີດຮອງຫົວໜ້າກົມ ແລະ ອີກຫຼາຍໜ້າທີ່ຕໍາແໜ່ງ ທີ່ສຳຄັນ ນັບແຕ່ໄລຍະເລີ້ມກໍ່ຕັ້ງ ກະຊວງ ແລະ ທ່ານ ຄໍາປິງ ແສງຕານນະລາດ ອາດີດຄະນະພັກກະຊວງ 03 ສະໄໝ, ອາດີດຫົວໜ້າກົມນະໂຍບາຍຜູ້ມີຜົນງານ, ຄົນພິການ ແລະ ຜູ້ອາຍຸສູງ, ອາດີດຫົວໜ້າກົມກວດກາ ແລະ ອີກຫຼາຍໜ້າທີ່ຕໍາແໜ່ງ ທີ່ສຳຄັນ ນັບວ່າເປັນພະນັກງານ-ລັດຖະກອນຫຼັກແຫຼ່ງ ທີ່ກິ້ງເກືອກລີເລືອ ໃນວຽກງານຂອງກະຊວງ ໃນຫຼາຍສະໄໝທີ່ຜ່ານມາ. ທັງ 2 ທ່ານ ທີ່ພັການ-ຮັບ ອຸດໜູນບຳນານໃນຄັ້ງນີ້ ແມ່ນລ້ວນແລ້ວແຕ່ ເປັນພະນັກງານນຳພາ-ຄຸ້ມຄອງ ຫຼັກແຫຼ່ງຂອງພັກ-ລັດ ແລະ ຂອງກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ພວກເຮົາມາຢ່າງຍາວນານ ລວມປີການໄດ້ 46 ປີ.
ພ້ອມດຽວກັນນັ້ນ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃຫ້ສືບຕໍ່ພາລະກິດຈັດຕັ້ງປະຕິບັດວຽກງານ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຈື່ງໄດ້ປະກາດແຕ່ງຕັ້ງໃໝ່ເປັນຫົວໜ້າກົມ ຄື: ທ່ານ ຄຳໄຊ ເຊ່ຍຍິ້ງຢ່າງ ຂື້ນເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ແລະ ທ່ານ ສີສະຫວາດ ກົມພົນ ຂື້ນເປັນຫົວໜ້າກົມນະໂຍບາຍຜູ້ມີຜົນງານ, ຄົນພິການ ແລະ ຜູ້ອາຍຸສູງ.
ໂອກາດອັນມີຄວາມໝາຍ, ຄວາມສຳຄັນນີ້ ທ່ານ ປອ. ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ຮສສ ຍັງໃຫ້ກຽດໂອລົມ ພະນັກງານພັກຜ່ອນບຳນານ ແລະ ຜູ້ຖືກແຕ່ງຕັ້ງເປັນຫົວໜ້າກົມຄົນ ໃໝ່ວ່າ: ຕາງໜ້າໃຫ້ສູນກາງພັກ-ລັດຖະບານ, ຄະນະພັກ, ຄະນະນຳກະຊວງ ຂໍສະແດງຄວາມຮູ້ບຸນຄຸນ ມາຍັງ 02 ທ່ານ ທີ່ພັກການ-ຮັບອຸດໜູນບຳນາ ແລະ ຂໍຂອບໃຈຢ່າງຈິງໃຈ ທີ່ທ່ານໄດ້ອຸທິດສະຕິປັນຍາ, ຄວາມຮູ້, ຄວາມສາມາດເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ສຳລັບ 02 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ເປັນຫົວໜ້າກົມ ຄື: ກົມຈັດຕັ້ງ ແລະ ພະນັກງານ, ກົມນະໂຍບາຍຜູ້ມີຜົນງານ, ຄົນພິການ ແລະ ຜູ້ອາຍຸສູງ ກໍໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການນໍາພາ, ຊີ້ນຳວຽກງານ, ການເຮັດວຽກຕົວຈິງ ຕາມພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ສຳຄັນເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດຂອງພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີ, ມີຄວາມຮັບຜິດຊອບ ແລະ ເຮັດສຳເລັດທຸກໜ້າທີ່ວຽກງານທີ່ຮັບມອບໝາຍ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ ເຄື່ອນໄຫວຢ່າງມີຄຸນນະພາບ, ຄົ້ນຄວ້າໜ້າທີ, ພາລະບົດບາດ ໃຫ້ຈະແຈ້ງ, ຊັດເຈນ, ເອົາໃຈໃສ່ ຢຶດໝັ້ນແບບແຜນນໍາພາ ແລະ ວິທີເຮັດວຽກຕາມ ຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ມີການແບ່ງວຽກແບ່ງຄວາມຮັບຜິດຊອບໃຫ້ຄະນະ ຢ່າງເໝາະສົມ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານຮອບດ້ານໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດໃຫ້ສູງຂື້ນເລື້ອຍໆ ສົມຄູ່ກັບໜ້າທີ່ການເມືອງໄລຍະໃໝ່ ຂອງວຽກງານ ຮສສ
( ຂ່າວສານ ຮສສ)