Free Laos Campaign, Inc.
- Home
- United States
- Jonesboro, GA
- Free Laos Campaign, Inc.
ເພື່ອຊາດ! ເພື່ອປະຊາຊົນ!
(25)
Address
Jonesboro, GA
Website
Alerts
Be the first to know and let us send you an email when Free Laos Campaign, Inc. posts news and promotions. Your email address will not be used for any other purpose, and you can unsubscribe at any time.
Contact The Organization
Send a message to Free Laos Campaign, Inc.:
Category
Member of FLC jointed the meeting of Ministrial to advance Freedom of Religious held on July 24-26, 2018 in DC.
ຕາງຫນ້າອົງການພາຄີ ລາວເສຣິ ເພື່ອປະຊາທິປະໄຕຍ໌ໃນລາວ ໄດ້ເຂົ້າຮ່ວມກອງປະຊຸມລວມຕາຫນ້າຂອງຜູ້ນັບຖືສາສນາທີ່ມາຈາກຫລາຍປະເທດ ຊຶ່ງອຸປຖັມຈັດຂຶ້ນໂດຍ ເຈົ້າຫນ້າທີ່ກະຊວງການຕ່າງປະເທດຂອງສະຫະຣັດ-ອາເມຣິກາ ໃນຄັ້ງວັນທີ 24-26, 2018, ຈຸດປະສົງຂອງກອງປະຊຸມແມ່ນເພື່ອສົ່ງເສີມ ປົກປ້ອງ ຊຸກຍູ້ ປະຊາຄົມໂລກໃນການເຊື່ອຖືສາສນາຂອງຕົນອັນຖືວ່າເປັນສິດທິສຳຄັນສ່ວນນຶ່ງຍິ່ງນອນຢູ່ໃນສົນທິສັນຍາປະກາດສາກົນວ່າດ້ວຍສິດທິມະນຸດຊົນ.
ໃນໂອກາດດຽວກັນນີ້ ອົງການພາຄີ ລາວເສຣີ ເພື່ອປະຊາທິປະໄຕຍ໌ ໃນລາວ ຂໍສະແດງຄວາມເສັຽໃຈເປັນຢ່າງຍິ່ງທີ່ໄດ້ຊາບວ່າ ພັຍນໍ້າຖ້ວມຊື່ງເປັນເຫດມາຈາກເຄື່ອນນໍ້າ ເຊປ່ຽນ-ເຊນໍ້ານ້ອຍ ແຕກ ແລະເກີດເຫດຮ້າຍຕໍ່ຊີວິດການດຳຣົງຊີວິດຂອງພີ່ນ້ອງປະຊາຊົນລາວໃນແຂວງອັຕປື ໂດຍສະເພາະເຂດເມືອງສະຫນາມໄຊ ມີປະຊາຊົນຫລາຍຮ້ອຍຄົນເສັຽຊີວິດ ແລະບ້ານເຮືອນເຄື່ອງໃຊ້ຂອງສອຍ ໄຮ່ນາຮົ້ວສອນ ສັດລ້ຽງ ແລະທັມຊາດທີ່ປະກອບໃນການລ້ຽງຊີບປະຈຳວັນຖືກເສັຽຫາຍອັນມະຫາສານ.
ພວກເຮົາສະມາຊິກທຸກຄົນຂອງອົງການແສນວິຕົກນໍາຊີວິການເປັນຢູ່ຂອງພວກທ່ານບໍ່ຂາດວັນ, ເສັຽແຕ່ຢູ່ຫ່າງໄກບໍ່ສາມາດມາຊ້ວນຊ່ວຍມືໄດ້, ແຕ່ກໍບໍ່ໄດ້ໄຮ້ນໍ້າໃຈ ແລະປັດໃຈເພື່ອບັນເທົາທຸກຕໍ່ຫນ້າສະພາວະການຄວາມທຸກແບບສຸກເສີນໃນຄັ້ງນີ້.
ພວກເຮົາແນ່ນອນນອກຈາກຄວາມເປັນຫ່ວງເປັນໃຍແລ້ວ ອົງການຂອງພວກເຮົາຈະຕ້ອງໄດ້ສົ່ງຊ່ວຍຊັບສິນບາງດ້ານເທົ່າທີ່ສາມາດທຳໄດ້ມາໃຫ້ເພື່ອຊ່ວຍແບ່ງເບົາຄວາມຕ້ອງການໂດຍຜ່ານອົງກອນນາໆຊາດ ແລະສາຂາສ່ວນບຸກຄົນທີ່ສາມາດເຂົ້າມາຮ່ວມຊ່ວຍເຫລືອໃນພື້ນທີ່ການເກີດອຸທົກພັຍຄັ້ງນີ້.