ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ

  • Home
  • ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ

ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ພະແນກແຜນການແລະການລົງທຶນແຂວງ,ຂຽນຕົວອັກສອນຫຍໍ້ວ່າ“ພຜທ”

ພະແນກແຜນການແລະການລົງທຶນແຂວງ,ຂຽນຕົວອັກສອນຫຍໍ້ວ່າ“ພຜທ” ແລະ ຂຽນເປັນພາສາອັງກິດວ່າ Department of Planning and Investment of Province ໂດຍມີຊື່ຫຍໍ້ວ່າ “ DPIP ” ແມ່ນກົງຈັກການຈັດຕັ້ງໜຶ່ງຂອງແຂວງ, ມີພາລະບົດບາດເປັນເສນາທິການໃຫ້ເຈົ້າແຂວງ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນທາງດ້ານວິຊາການ ແລະ ຄຸ້ມຄອງບໍລິຫານລັດໃນການຄົ້ນຄວ້າສັງລວມ,ວິໄຈ,ສ້າງແຜນແລະຄຸ້ມຄອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ,ການລົງທຶນຂອງລັ

ດ,ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງໂຄງການຮ່ວມມືກັບສາກົນ, ປະເທດເພື່ອນມິດຍຸດທະສາດ, ວຽກງານເສດຖະກິດພິເສດ ແລະ ວຽກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມການແບ່ງຂັ້ນຄຸ້ມຄອງເພື່ອພັດທະນາໃຫ້ສອດຄ່ອງກັບແນວທາງແຜນນະໂຍບາຍຂອງພັກ,ກົດໝາຍແລະ ລະບຽບການຂອງລັດວາງອອກໃນແຕ່ລະໄລຍະ.

ຕອນເຊົ້າເວລາ 8: 00 ຂອງວັນທີ 30 ພຶດສະພາ 2025 ພະແນກແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມຂະບວນການອອກແຮງງານທີ່ແຂວງຈັດຂຶ້ນ ເພື່ອຕ...
31/05/2025

ຕອນເຊົ້າເວລາ 8: 00 ຂອງວັນທີ 30 ພຶດສະພາ 2025 ພະແນກແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມຂະບວນການອອກແຮງງານທີ່ແຂວງຈັດຂຶ້ນ ເພື່ອຕ້ອນຮັບວັນສຳຄັນ ຄື: ວັນປູກຕົ້ນໄມ້ແຫ່ງຊາດ, ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2025
ເຊິ່ງທາງພະແນກແຜນການ ແລະ ການລົງທຶນ ໄດ້ແບ່ງອອກເປັນ 3 ຂະບວນດັ່ງນີ້ :
ຂະບວນທີ 1: ປູກຕົ້ນໄມ້ຢູ່ ຫ້ອງການ ປກສ ຫຼັງໃໝ່ ບ້ານມ້ອນໃຕ້ ແລະ ເຂົ້າຮ່ວມການປ່ອຍປາຢູ່ອ່າງນໍ້າຫີນ
ຂະບວນທີ 2: ແມ່ນ 3 ອົງການຈັດຕັ້ງມະຫາຊົນ (ກຳມະບານ, ຊາວໜຸ່ມແລະແມ່ຍິງ) ອອກແຮງງານຢູ່ ສວນສາທາລະນະ ບັນດາເຜົ່າ ທີ່ສະໜາມກິລາແຂວງ
ຂະບວນທີ 3: ແມ່ນໄດ້ອອກແຮງງານ ແລະ ປູກຕົ້ນໄມ້ອ້ອມຂ້າງ ພະແນກ ເຊິ່ງແຕ່ລະຂະບວນແມ່ນສາມັກຄີກັນ ຢ່າງມີຂະບວນຟົດຟື້ນ ແລະ ມີຜົນສຳເລັດ

ໃນຕອນເຊົ້າ ວັນທີ 26 ມີນາ 2025, ເວລາ 8:30  ໜ່ວຍຊາວໜຸ່ມຮາກຖານ ພະແນກແຜນການ ແລະ ການລົງທຶນ ໄດ້ດຳເນີນຊີວິດປະຈຳເດືອນ ມີນາ  ແລະ ...
27/03/2025

ໃນຕອນເຊົ້າ ວັນທີ 26 ມີນາ 2025, ເວລາ 8:30 ໜ່ວຍຊາວໜຸ່ມຮາກຖານ ພະແນກແຜນການ ແລະ ການລົງທຶນ ໄດ້ດຳເນີນຊີວິດປະຈຳເດືອນ ມີນາ ແລະ ທິດທາງແຜນການປະຈຳເດືອນ ເມສາ ປີ 2025 ເຊີ່ງເປັນປະທານໂດຍ ສະຫາຍ ຈັນມະນີ ຈັນຕະເງິນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາ ໜ່ວຍຊາວໜຸ່ມຮາກຖານ ພະແນກແຜນການ ແລະ ການລົງທຶນ, ມີສະມາຊິກເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 09 ສະຫາຍ ເຊີ່ງກອງປະຊຸມໃນຄັ້ງນີ້ໄດ້ຜ່ານບົດສະຫລຸບປະຈຳເດືອນເຊີງຕີລາຄາ ແລະ ພ້ອມກັນນັ້ນກໍ່ໄດ້ຕຳນິກໍ່ສ້າງເຊີ່ງກັນ ແລະ ກັນ ໃນວັນດຽກັນໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ກັບສະມາຊິກຊາວໜຸ່ມພາຍໃນ ພາຍໃຕ້ຫົວຂໍ້ " ຂັ້ນຕອນການສະເໜີໂຄງການ, ການປະກອບເອກະສານ ແລະ ການປະເມີນ 4 ໄລຍະ” ນຳສະເໜີໂດຍທ່ານ ວົງໄຊ ເຊຍໄຕເລົ່າ ຮອງຫົວໜ້າຂະແໜງປະເມີນຜົນ ເປັນຄູຝຶກ
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງກໍ່ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ເປັນການພັດທະນາຄວາມຮູ້ໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍຂອງພະແນກ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ, ສາມາດນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າວຽກຕົວຈິງ ຜ່ານການຝຶກອົບຮົມໃນຄັ້ງນີ້ເຫັນວ່າ ບັນດາສະຫາຍສະມາຊິກຊາວໜຸ່ມແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າ, ຕິດຕາມເກັບກ່ຽວເອົາຄວາມຮູ້ ແລະ ປະຕິບັດຕາມທຸກຂັ້ນຕອນຈາກການນຳສະເໜີບົດຮຽນ ແລະ ປະສົບການນໍາວິທະຍາກອນຢ່າງໃກ້ຊິດ ແລະ ຕັ້ງໜ້າ ເພື່ອພັດທະນາຄວາມສາມາດຂອງຕົນທາງດ້ານວິຊາການ
ດຳເນີນຊີວິດປະຈຳເດືອນ ແລະ ຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາ 1 ຕອນ ແລະ ປິດລົງໃນເວລາ 11 ໂມງ 30 ນາທີ ຂອງວັນດຽວກັນດ້ວຍຜົນສຳເລັດ ແລະ ໝາກຜົນຢ່າງຈົບງາມ.

ຂຽນຂ່າວໂດຍ: ນ. ອໍາໄພວອນ ໄຊຍະວົງ

ຄວາມໜ້າແໜ້ນຂອງພົນລະເມືອງໝາຍເຖິງຈຳນວນສະເລ່ຍຂອງພົນລະເມືອງ ທີ່ອາໄສຢູ່ພາຍໃນເນື້ອທີ່ໜື່ງກິໂລແມັດມົນທົນ. ຄວາມໜ້າແໜ້ນຂອງພົນລະເມ...
24/02/2025

ຄວາມໜ້າແໜ້ນຂອງພົນລະເມືອງໝາຍເຖິງຈຳນວນສະເລ່ຍຂອງພົນລະເມືອງ ທີ່ອາໄສຢູ່ພາຍໃນເນື້ອທີ່ໜື່ງກິໂລແມັດມົນທົນ. ຄວາມໜ້າແໜ້ນຂອງພົນລະເມືອງແມ່ນຕົວຊີ້ບອກໜື່ງ ກ່ຽວກັບຄວາມແອອັດຂອງພົນລະເມືອງທີ່ອາໄສຢູ່ໃນເຂດພື້ນທີໃດໜື່ງ.
ສະເລ່ຍຄວາມໜ້າແໜ້ນຂອງພົນລະເມືອງ ແຂວງອຸດົມໄຊ ໃນປີ 2025 ແມ່ນ 24 ຄົນຕໍ່ກິໂລຕາແມັດ, ເມືອງທີ່ມີຄວາມໜ້າແໜ້ນກວ່າໝູ່ແມ່ນ ເມືອງໄຊ ເຊິ່ງມີລະດັບຄວາມໜ້າແໜ້ນຂອງພົນລະເມືອງ ເທົ່າກັບ 33 ຄົນຕໍ່ກິໂລຕາແມັດ, ເມືອງ ຮຸນ 32 ຄົນຕໍ່ກິໂລຕາແມັດ, ເມືອງປາກແບງ 29 ຄົນຕໍ່ກິໂລຕາແມັດ ແລະ ເມືອງທີ່ມີຄວາມລະດັບຄວາມໜ້າແໜ້ນຂອງພົນລະເມືອງຕ່ຳກວ່າໝູ່ແມ່ນ ເມືອງຫຼາ ຊຶ່ງມີຄວາມໜ້າແໜ້ນ 10 ຄົນຕໍ່ກິໂລຕາແມັດ.
#ແຫຼ່ງຂໍ້ມູນ: ຂະແໜງສະຖິຕິ, ພຜທ
#ສຖຕ, ກຜທ

 #ຊາວໜຸ່ມໜ່ວຍຮາກຖານ ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກພາຍໃນໜວ່ຍຂອງຕົນ...
22/02/2025

#ຊາວໜຸ່ມໜ່ວຍຮາກຖານ ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກພາຍໃນໜວ່ຍຂອງຕົນ.
ໃນຕອນແລງຂອງວັນທີ 19 ກຸມພາ ປີ 2025 ເວລາ 13:30 ຊາວໜຸ່ມໜວ່ຍຮາກຖານພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດຝຶກອົບຮົມ ເພື່ອການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍຂອງຕົນຂຶ້ນ ພາຍໃຕ້ຫົວຂໍ້ " ແນະນໍາກ່ຽວກັບການຂຽນບົດລາຍງານດັດສະນີລາຄາການຊົມໃຊ້ ແລະ ອັດຕາເງິນເຝີ້ ” ນຳສະເໜີໂດຍ ສະຫາຍແອັນດູ ຫຼວງອາມາດ ສະມາຊິກຊາວໜຸ່ມ ພຜທ ເປັນຄູຝຶກ ແລະ ຝຶກຫົວຂໍ້ “ ການສ້າງແຜນການລົງທຶນຂອງລັດ” ນຳສະເໜີໂດຍ ສະຫາຍ ສຸລິຍະເດດ ຈັນທະວົງ ສະມາຊິກຊາວໜຸ່ມ ພຜທ ເປັນຄູຝຶກ
ພິທີໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມຊັ້ນ II ຂອງພະແນກແຜນກການ ແລະ ການລົງທຶນ, ໃນການຝຶກອົບຮົມໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຈັນມະນີ ຈັນຕະເງິນ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຊາວໜຸ່ມໜ່ວຍຮາກຖານ ພະແນກແຜນການ ແລະ ການລົງທຶນ ມີຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກ ເຂົ້າຮວ່ມ 22 ສະຫາຍ, ຍິງ 10 ສະຫາຍ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງກໍ່ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ເປັນການພັດທະນາຄວາມຮູ້ໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນໜ່ວຍຂອງພະແນກ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ, ສາມາດນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າວຽກຕົວຈິງ ຜ່ານການຝຶກອົບຮົມໃນຄັ້ງນີ້ເຫັນວ່າ ບັນດາສະຫາຍສະມາຊິກຊາວໜຸ່ມແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າ, ຕິດຕາມເກັບກ່ຽວເອົາຄວາມຮູ້ ແລະ ປະຕິບັດຕາມທຸກຂັ້ນຕອນຈາກການນຳສະເໜີບົດຮຽນ ແລະ ປະສົບການນໍາວິທະຍາກອນຢ່າງໃກ້ຊິດ ແລະ ຕັ້ງໜ້າ ເພື່ອພັດທະນາຄວາມສາມາດຂອງຕົນທາງດ້ານວິຊາການ
ພາຍຫລັງຝຶກອົມຮົມສໍາເລັດລົງຍັງໄດ້ມີການສອບເສັງທົດສອບຄວາມຮູ້ທີ່ໄດ້ຮຽນມາ ສະມາຊິກແຕ່ລະສະຫາຍໄດ້ມີຄວາມກະຕືລືລົ້ນແຂ່ງຂັນກັນຕອບຍາດເອົາຄະແນນເຮັດໃຫ້ມີບັນຍາກາດເປັນຂະບວນຝົດຝືນ ແລະ ຕອນທ້າຍກໍ່ໄດ້ມີການມອບລາງວັນໃຫ້ກັບສະມາຊິກຜູ້ທີ່ໄດ້ຄະແນນຫລາຍໃນການທົດສອບຄັ້ງນີ້.
ພິທີຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາ 1 ຕອນ ແລະ ປິດລົງໃນເວລາ 16 ໂມງ 30 ນາທີ ຂອງວັນດຽວກັນດ້ວຍຜົນສຳເລັດ ແລະ ໝາກຜົນຢ່າງຈົບງາມ.

ຂຽນຂ່າວໂດຍ: ນ. ອໍາໄພວອນ ໄຊຍະວົງ

ໃນຕອນເຊົ້າ ວັນທີ 19 ກຸມພາ 2025 ເວລາ 8:00 ໂມງ ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ, ຄະນະໜ່ວຍຊາວໜຸ່ມຮາກຖານພະແນກແຜນການ ...
19/02/2025

ໃນຕອນເຊົ້າ ວັນທີ 19 ກຸມພາ 2025 ເວລາ 8:00 ໂມງ ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ, ຄະນະໜ່ວຍຊາວໜຸ່ມຮາກຖານພະແນກແຜນການ ແລະ ການລົງທຶນ ໄດ້ດໍາເນີນຊີວິດປະຈຳເດືອນ ກຸມພາ ປີ 2025, ໂດຍການເປັນປະທານຂອງ ສະຫາຍ ຈັນມະນີ ຈັນຕະເງິນ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະຊາວໜຸ່ມໜ່ວຍຮາກຖານ ພຜທ, ມີບັນດາຄະນະໜ່ວຍ, ສະມາຊິກຊາວໜຸ່ມເຂົ້າຮ່ວມທັງຫມົດ 20 ສະຫາຍ, ຍິງ 10 ສະຫາຍ.

ການດໍາເນີນຊີວິດຂອງໜ່ວຍໃນຄັ້ງນີ້ ສະຫາຍຮອງເລຂາໜ່ວຍຊາວໜຸ່ມ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈຳເດືອນ ກຸມພາ ປີ 2025 ເຊິ່ງໄດ້ຍົກໃຫ້ເຫັນໃນໄລຍະຜ່ານມາ ຄະນະຊາວໜຸ່ມ ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ - ແນວຄິດ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນ-ພາຍນອກ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມຫ້າວຫັນປະຕິບັດໜ້າທີວຽກງານວິຊາສະເພາະໃຫ້ສຳເລັດ ແລະ ໄດ້ນຳເອົາແນວທາງຂອງພັກ, ກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງ, ເອກະສານມູນເຊື້ອວັນສໍາຄັນຂອງຊາດ ເຊື່ອມຊຶມໃຫ້ສະມາຊິກຊາວໜຸ່ມ ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນບັນດາແນວທາງຕ່າງໆ. ພ້ອມນັ້ນໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງອຸດົມໄຊ ຄັ້ງທີ IX, ແຜນດຳເນີນງານ, ມະຕິຕົກລົງວ່າດ້ວຍແບບແຜນວິທີການນຳພາ ແລະ ມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ ຄະນະບໍລິຫານງານຊາວໜຸ່ມແຂວງ ຄັັ້ງທີ IX . ຈາກນັ້ນ, ສະມາຊິກຊາວໜຸ່ມໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອປັບປຸງພາຍໃນໜ່ວຍໃຫ້ເປັນປົກກະຕິ ແລະ ດີຂຶ້ນກວ່າ. ກອງປະຊຸມດັ່ງກ່າວດໍາເນີນເປັນເວລາ 1 ຕອນ ແລະ ປີດລົງໃນເວລາ 12:00 ຂອງວັນດຽວກັນດ້ວຍບັນຍາກາດຝົດຟືນ ແລະ ສໍາເລັດດ້ວຍດີ.

ຖ່າຍພາບ & ຂຽນຂ່າວໂດຍ ນາງ ອໍາໄພວອນ ໄຊຍະວົງ

 #ປີ 2024 ການລົງທຶນຂອງພາກເອກະຊົນເພື່ອກະຕຸ້ນການພັດທະນາເສດຖະກິດ ໄດ້ 221 ໂຄງການ, ມູນຄ່າ 5,008.68 ຕື້ກີບ ຫຼື 229.47 ລ້ານໂດລາ...
12/02/2025

#ປີ 2024 ການລົງທຶນຂອງພາກເອກະຊົນເພື່ອກະຕຸ້ນການພັດທະນາເສດຖະກິດ ໄດ້ 221 ໂຄງການ, ມູນຄ່າ 5,008.68 ຕື້ກີບ ຫຼື 229.47 ລ້ານໂດລາສະຫະລັດ.

 #ຍົກສູງປະສິດທິພາບການລົງທຶນໃຫ້ມີຄຸນນະພາບ ແລະ ປະສິດທິຜົນ. ເພື່ອເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 5.12% ຕ້ອງສູ້ຊົນລະດ...
10/02/2025

#ຍົກສູງປະສິດທິພາບການລົງທຶນໃຫ້ມີຄຸນນະພາບ ແລະ ປະສິດທິຜົນ.
ເພື່ອເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 5.12% ຕ້ອງສູ້ຊົນລະດົມທຶນເຂົ້າໃສ່ການພັດທະນາ ໃຫ້ໄດ້ 2,400.00 ຕື້ກີບ ຫຼື ປະມານ 20.6% ຂອງ GDP.

2025

10/02/2025

#ຍົກສູງປະສິດທິພາບການລົງທຶນໃຫ້ມີຄຸນນະພາບ ແລະ ປະສິດທິຜົນ.
ເພື່ອເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 5.12% ຕ້ອງສູ້ຊົນລະດົມທຶນເຂົ້າໃສ່ການພັດທະນາ ໃຫ້ໄດ້ 2,400.00 ຕື້ກີບ ຫຼື ປະມານ 20.6% ຂອງ GDP.
# DPIPODX
2025

03/02/2025
ຕອນແລງເວລາ13:30 ຂອງວັນທີ່ 28 ພະຈິກ 2024ສະຫະພັນແມ່ຍິງໜ່ວຍພະແນກແຜນການ ແລະ ການລົງທຶນ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດຂະບວນ...
29/11/2024

ຕອນແລງເວລາ13:30 ຂອງວັນທີ່ 28 ພະຈິກ 2024
ສະຫະພັນແມ່ຍິງໜ່ວຍພະແນກແຜນການ ແລະ ການລົງທຶນ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2024 ແລະ ເປີດບັ້ນຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2025 ຂອງສະຫະພັນແມ່ຍິງໜ່ວຍພະແນກແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງສະຫາຍ ນາງ ມາລີ ປັນຍາສັກ ຫົວຫນ້າສະຫະພັນແມ່ຍິງໜ່ວຍພະແນກແຜນການແລະ ການລົງທຶນ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ນາງ ຈັນທະລາ ໄຊບຸນເຮືອງ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກແຜນການ ແລະ ການລົງທຶນ, ມີບັນດາແຂກເຊີນທຸພາກສ່ວນ, ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ພະແນກແຜນການ ແລະ ການລົງທຶນ.
ພິທີຄັ້ງນີ້ໄດ້ມີການມອບໃບຢັງຢືນໜ່ວຍ 3 ດີ ປະຈໍາປີ 2024 ໃຫ້ແກ່ສະຫະພັນແມ່ຍິງໜ່ວຍພະແນກແຜນການ ແລະ ການລົງທຶນ ແລະ ມອບໃບຍ້ອງຍໍຜົນງານດີເດັ່ນ ປະຈໍາປີ 2024 ໃຫ້ແກ່ສະມາຊິກສະຫະແມ່ຍິງໜ່ວຍພະແນກແຜນການ ແລະ ການລົງທືນ.
ໂອກາດດັ່ງກ່າວ ສະຫາຍ ນາງ ຈັນທະລາ ໄຊບຸນເຮືອງ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກແຜນການ ແລະ ການລົງທຶນ, ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍທ່ານ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ສາມາດຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍສືບຕໍ່ເອົາໃຈໃສ່ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານທີ່ຍັງຄົງຄ້າງ ເພື່ອບຸກບືນພັດທະນາຕົນເອງໃຫ້ຮັກສາມູນເຊື້ອສະມາຊິກສະຫະພັນແມ່ຍິງ 3 ດີ ແລະ ຮັບຮອງເປັນສະຫະພັນແມ່ຍິງໜ່ວຍ 3 ດີໃນປີຕໍ່ໄປ ແນ່ໃສ່ເສີມຂະຫຍາຍບົດບາດແມ່ຍິງລາວໃນສັງຄົມໃຫ້ຫຼາຍຂຶ້ນເທື່ອລະກ້າວ.

ຂຽນຂ່າວ&ຖ່າຍພາບໂດຍ: ນາງ ອໍາໄພວອນ ໄຊຍະວົງ

ພິທີປະກາດຮັບຮອງຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ໜ່ວຍຮາກຖານ ພະແນກແຜນການ ແລະ ການລົງທຶນ ປະຈຳປີ 2024.ໃນຕອນເຊົ້າ ເວລາ 08:30 ໂມ...
29/11/2024

ພິທີປະກາດຮັບຮອງຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ໜ່ວຍຮາກຖານ ພະແນກແຜນການ ແລະ ການລົງທຶນ ປະຈຳປີ 2024.
ໃນຕອນເຊົ້າ ເວລາ 08:30 ໂມງ, ວັນທີ 28 ພະຈິກ 2024 ໄດ້ເປີດພິທີປະກາດຮັບຮອງຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ໜ່ວຍຮາກຖານ ພະແນກແຜນການ ແລະ ການລົງທຶນ ປະຈຳປີ 2024 ຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນມະນີ ຈັນຕະເງິນ ເລຂາຄະນະຊາວໜຸ່ມ ໜ່ວຍຮາກຖານ ພະແນກແຜນການ ແລະ ການລົງທຶນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳຈັນ ລາວຈືເບັງ, ກຳມະການໜ່ວຍພັກຮາກຖານ ພະແນກແຜນແຜນການ ແລະ ການລົງທຶນ, ຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມແຂວງ, ມີແຂກເຊີນຈາກໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ ແລະ ສະມາຊິກເຂົ້າຮ່ວມ ທັງໝົດ 32 ສະຫາຍ, ຍິງ 15 ສະຫາຍ.
ພິທີດັ່ງກ່າວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ແລະ ໄດ້ວາງທິດທາງຄາດໝາຍສູ້ຊົນໃນປີ 2025 ຊຶ່ງໄດ້ຕີລາຄາສູງຕໍ່ຜົນການເຄື່ອນໄຫວວຽກງານຮອບດ້ານ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ. ພ້ອມກັນນີ້ ກໍ່ໄດ້ປະກອບຄຳຄິດ, ຄຳເຫັນໃສ່ບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນຮັບຮອງເອົາບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ແລະ ຄາດໝາຍສູ້ຊົນໃນປີ 2025. ນອກນີ້ ກໍ່ໄດ້ຍົກໃຫ້ເຫັນຄອບຄົວຕົວແບບ ຈຳນວນ 05 ຄອບຄົວ ໃນການສ້າງເສດຖະກິດຄອບຄົວຂອງສະມາຊິກຊາວໜຸ່ມ. ໄດ້ມອບໃບຍ້ອງຍໍໃຫ້ສະມາຊິກທີ່ມີຜົນງານດີເດັ່ນໃນຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2024 ແລະ ໃບຍ້ອງຍໍຄູຝຶກທີ່ສ້າງຄວາມເຂັ້ມແຂງໃຫ້ສະມາຊິກຊາວໜຸ່ມ ພະແນກແຜນການ ແລະ ການລົງທຶນ.
ໂອກາດນີ້ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳຈັນ ລາວຈືເບັງ, ກຳມະການໜ່ວຍພັກຮາກຖານ ພະແນກແຜນແຜນການ ແລະ ການລົງທຶນ, ຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມແຂວງ ເຊິ່ງທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດທີ່ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ. ນອກນັ້ນ ກໍ່ຍັງໄດ້ເນັ້ນໜັກບາງວຽກງານ, ການສ້າງຄວາມເຂັ້ມແຂງ, ສ້າງທ່າແຮງວິຊາສະເພາະ, ວຽກງານຮອບດ້ານ ໃຫ້ບັນລຸຕາມຄາດໝາຍ.ເອົາໃຈໃສ່ນຳພາ-ຊີ້ນຳ ສະມາຊິກຂອງຕົນ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ຕິດຕາມກວດກາສະມາຊິກພາຍໃນໜ່ວຍ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ ພ້ອມທັງປັບປຸງແບບແຜນວິທີເຮັດວຽກ ແລະ ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມທຸກສະຫາຍຈົ່ງພ້ອມກັນ ຮັກສາມູນເຊື້ອຄວາມສາມັກຄີ, ມີຄວາມເປັນເອກະພາບກັນ, ຝຶກຝົນຫຼໍ່ຫຼອມຕົນເອງ, ຊອກສະແຫວງຫາຄວາມຮູ້ໃໝ່ໆ, ເປັນເຈົ້າການຮັກສາມູນເຊື້ອໜ່ວຍຊາວໜຸ່ມ 4 ບຸກໃນຄັ້ງຕໍ່ໄປ.
ຖ່າຍພາບ/ຂຽນຂ່າວໂດຍ: ສະຫາຍ ຄຳພູວົງ ສຸກສະຫວັດ

Address

B. Donexay

85620

Alerts

Be the first to know and let us send you an email when ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ posts news and promotions. Your email address will not be used for any other purpose, and you can unsubscribe at any time.

  • Want your organization to be the top-listed Government Service?

Share