ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ - FITD

  • Home
  • ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ - FITD

ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ - FITD Contact information, map and directions, contact form, opening hours, services, ratings, photos, videos and announcements from ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ - FITD, Government Organization, 23 Singha Road Vientiane capital, Laos, .

07/10/2022

#ການຫັນເກັບລາບຮັບ ແລະ ເບີກຈ່າຍງົບປະມານ ເປັນລະບົບທັນສະໄຫມຜ່ານລະບົບ FINLINK ແລະ LAPNET.

🔵 ໃນວັນທີ 6 ຕຸລາ 2022 ທີ່ຜ່ານມາ, ໄດ້ມີພິທີເຊັນສັນຍາ ການຫັນເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນລະບົບທັນສະໄຫມຜ່ານລະບົບ FINLINK ແລະ LAPNET ລະຫວ່າງ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ ແລະ ກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ.

🔵 ເຊິ່ງພາຍໃນງານ ທ່ານ ປອ ວິໄລທອງ ສຸດທະວີໄລ, ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ລາຍງານໃຫ້ຊາບວ່າ ກະຊວງການເງິນ ໄດ້ພັດທະນາ “ລະບົບຊຳລະພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ແບບລວມສູນ” (ລະບົບ FINLINK) ຊຶ່ງເປັນໜຶ່ງໂຄງການທີ່ນອນໃນໂຄງການພັດທະນາຄຸ້ມຄອງການເກັບລາຍຮັບເປັນດິຈິຕອນ. ລະບົບດັ່ງກ່າວເປັນລະບົບໃຈກາງລວມສູນການເຊື່ອມຕໍ່ ລະຫວ່າງ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍພາຍໃນ ຂອງກະຊວງການເງິນ ແລະ ລະບົບການຊໍາລະທີ່ ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງ ໂດຍສະເພາະ ລະບົບການຊໍາລະທຸລະກໍາຍ່ອຍຂອງບໍລິສັດ LAPNet ເຊິ່ງຈະຊ່ວຍຫລຸດຜ່ອນຂອດຂັ້ນຕອນ, ມີຄວາມກະທັດຮັດ, ມີຄວາມໂປ່ງໃສ, ສະດວກໃນການສະຫລຸບລາຍງານ ແລະ ວ່ອງໄວ ໃນການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບ ແລະ ການເບີກຈ່າຍງົບປະມານແຫ່ງລັດ.

🔵 ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ໂຮງແຮມວຽງຈັນພລາຊ່າ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ, ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທຫລ ພ້ອມດ້ວຍບັນດາກົມພາຍໃນກະຊວງການເງິນ, ທຫລ, ກະຊວງທີ່ກ່ຽວຂ້ອງ, ທະນາຄານທຸລະກິດ, ກຸ່ມບໍລິສັດ AIF, ບໍລິສັດ LAPNet, ບໍລິສັດຫົວເຫວີຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂອບໃຈພາບວິດີໂອຈາກ: ຂ່າວເຊົ້າອະລຸນວັນໃໝ່ - ໂທລະພາບເເຫ່ງຊາດລາວ ທຊລ 1

🔵ໃນວັນທີ 16 ກັນຍາ 2022 ທີ່ຜ່ານມາ, ກະຊວງການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ໃນຫົວຂໍ້ “ຄວາມຮູ້ພື້ນຖານລະບົບຖານຂໍ້ມູນ, ພື້ນຖານ...
19/09/2022

🔵ໃນວັນທີ 16 ກັນຍາ 2022 ທີ່ຜ່ານມາ, ກະຊວງການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ໃນຫົວຂໍ້ “ຄວາມຮູ້ພື້ນຖານລະບົບຖານຂໍ້ມູນ, ພື້ນຖານຄຸ້ມຄອງການນຳໃຊ້ ແລະ ແກ້ໄຂບັນຫາລະບົບຄອມພິວເຕີ ແລະ ພື້ນຖານການນໍາໃຊ້ໂປຼແກຼມ (Office Automation)” ໃຫ້ແກ່ພະນັກງານຂອງຂະແໜງການເງິນພາກລັດ.

ໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໂດຍ ທ່ານ ປອ ວິໄລທອງ ສຸດທະວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ເຊິ່ງການຝຶກອົບຮົມຄັ້ງນີ້ຖືວ່າ ເປັນອີກບາດກ້າວໜຶ່ງທີ່ສຳຄັນ ໃນການພັດທະນາ ແລະ ສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານບຸກຄະລາກອນ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ, ພ້ອມທັງເປັນການຊ່ວຍໃນການຫັນການຄຸ້ມຄອງງົບປະມານແຫ່ງລັດ ເປັນຕົ້ນການຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ເປັນດິຈິຕອນ.

ການຝຶກອົບຮົມ ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-16 ກັນຍາ 2022 ທີ່ຫ້ອງຝຶກອົບຮົມ ສະຖາບັນການເງິນ - ການບັນຊີ ແລະ ມີພະນັກງານຂອງບັນດາກົມອ້ອມຂ້າງ ແລະ ພະແນກການເງິນ ເຂົ້າຮ່ວມທັງໝົດ 23 ທ່ານ ດ້ວຍບັນຍາກາດທີ່ຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຜົນສໍາເລັດຈົບງາມ.

ການຝືກອົບຮົມແມ່ນສຳເລັດໃນພາກກາງ ຕໍ່ໄປຈະມີການຈັດຝຶກອົບຮົມເພີ້ມຕື່ມໃນແຂວງພາກເໜືອ ແລະ ພາກໃຕ້ ໃນຂອບເຂດທົ່ວປະເທດ.

Address

23 Singha Road Vientiane Capital, Laos

Alerts

Be the first to know and let us send you an email when ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ - FITD posts news and promotions. Your email address will not be used for any other purpose, and you can unsubscribe at any time.

  • Want your organization to be the top-listed Government Service?

Share