Lao Embassy in Brussels / Ambassade du Laos

Lao Embassy in Brussels / Ambassade du Laos Embassy/Mission of Laos to Belgium, Luxembourg, Netherlands, EU, WCO, OPCW, ICJ, PCA, CFC

ໃນລະຫວ່າງ ວັນທີ 9-11 ມິຖຸນາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດທູດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຮ່ວມ ງານວັນອາຊ...
11/06/2026

ໃນລະຫວ່າງ ວັນທີ 9-11 ມິຖຸນາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດທູດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຮ່ວມ ງານວັນອາຊຽນ ທີ່ ປະເທດ ລຸກຊຳບວກ ແລະ ງານ Nexus Luxembourg 2026. ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດທູດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດງານ Nexus Luxembourg 2026 ຢ່າງເປັນທາງການ, ຮ່ວມຮັບປະທານອາຫານຕອນສວຍ ກັບ ທ່ານ Xavier Bettel, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ແລະ ເຂົ້າຮ່ວມເວທີສົນທະນາ ໃນຫົວຂໍ້ “Crossroads for Collaboration in Tech between Southeast Asia and Luxembourg”.

From June 9 to 11, 2026, H.E. Mr. Kingphokeo Phommahaxay, Ambassador of the Lao PDR, led a delegation to attend ASEAN Day in Luxembourg and the Nexus Luxembourg 2026 program.

During the visit, the Ambassador attended the official opening ceremony of Nexus Luxembourg 2026, joined a working luncheon hosted by H.E. Mr. Xavier Bettel, Deputy Prime Minister and Minister for Foreign Affairs and Foreign Trade of Luxembourg, and participated in a seminar titled "Crossroads for Collaboration in Tech between Southeast Asia and Luxembourg."

25/05/2026
ໃນວັນທີ 15 ພຶດສະພາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ບັນດາປະເທດເບເນລຸກ ແລະ ສະຫະພາບເອີ...
19/05/2026

ໃນວັນທີ 15 ພຶດສະພາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ບັນດາປະເທດເບເນລຸກ ແລະ ສະຫະພາບເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການອາຊຽນ ປະຈໍາ ບຣຸກເຊນ (ASEAN Brussels Committee - ABC) ເຊິ່ງຈັດຂຶ້ນໂດຍ ສະຖານເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກໄທ ປະຈໍາ ປະເທດແບນຊິກ ໃນນາມເປັນປະທານໝູນວຽນຂອງຄະນະກໍາມະການດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ ໄດ້ຮ່ວມກັນປຶກສາຫາລື ແລະ ທົບທວນຄືນບັນດາຄວາມຄືບໜ້າທີ່ສໍາຄັນໃນຂອບການຮ່ວມມືຕ່າງໆ ເປັນຕົ້ນແມ່ນ ສະພາບການພາຍໃນອາຊຽນ, ການຮ່ວມມືລະຫວ່າງ ອາຊຽນ-ສະຫະພາບເອີຣົບ (ASEAN-EU), ແລະ ການຮ່ວມມືລະຫວ່າງ ອາຊຽນ-ລຸກຊຳບວກ. ພ້ອມກັນນັ້ນ, ຍັງໄດ້ຮ່ວມປຶກສາຫາລືກ່ຽວກັບກິດຈະກໍາຕ່າງໆ ທີ່ກໍາລັງຈະຈັດຂຶ້ນໃນຕໍ່ໜ້າຂອງຄະນະກໍາມະການ ABC ເພື່ອແນໃສ່ຍົກສູງບົດບາດ ແລະ ຄວາມເຂັ້ມແຂງຂອງອາຊຽນໃນພາກພື້ນເອີຣົບ.

On 15 May 2026, H.E. Mr. Kingphokeo Phommahaxay, Ambassador of the Lao PDR to the Benelux countries and the European Union, attended the ASEAN Brussels Committee (ABC) meeting. The meeting was hosted and chaired by the Royal Thai Embassy in Brussels, which currently holds the rotating chairmanship of the committee.

The meeting provided an important platform to discuss and review key progress across various cooperation frameworks. These included current developments within ASEAN, ASEAN-European Union (ASEAN-EU) cooperation, and ASEAN-Luxembourg relations. Furthermore, the committee members deliberated on upcoming activities and initiatives of the ABC.

ໃນວັນທີ 9 ພຶດສະພາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ບັນດາປະເທດເບເນລຸກ ແລະ ສະຫະພາບເອີຣ...
19/05/2026

ໃນວັນທີ 9 ພຶດສະພາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ບັນດາປະເທດເບເນລຸກ ແລະ ສະຫະພາບເອີຣົບ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ວັນເອີຣົບ (Europe Day) ປະຈໍາປີ 2026 ຈັດຂຶ້ນໂດຍຫ້ອງການພົວພັນການຕ່າງປະເທດຂອງສະຫະພາບເອີຣົບ (European External Action Service - EEAS).

On 9 May 2026, H.E. Mr. Kingphokeo Phommahaxay, Ambassador the Lao PDR to the Benelux countries and the European Union, and His spouse attended the official Europe Day 2026 celebrations. The prestigious event was hosted by the European External Action Service (EEAS) in Brussels, Belgium.

ໃນວັນທີ 11 ເມສາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານລາຕີສະໂມສອນ ເພື່ອສະເຫລີມສະຫລອງປີໃໝ່ລາວ ...
15/04/2026

ໃນວັນທີ 11 ເມສາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານລາຕີສະໂມສອນ ເພື່ອສະເຫລີມສະຫລອງປີໃໝ່ລາວ ຈັດໂດຍ ສະມາຄົມສະຕີລາວ ທີ່ ປະເທດເຢຍລະມັນ. ງານດັ່ງກ່າວ ໄດ້ມີກິດຈະກຳເຜີຍແຜ່ວັດທະນະນຳໃຫ້ແກ່ຄົນຕ່າງປະເທດ ແລະ ບັນດາລູກຫຼານຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ເຫັນເຖິງຄວາມງົດງາມຂອງຮີດຄອງ ປະເພນີຂອງລາວ.

ໃນວັນທີ 10 ເມສາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາບັນດາປະເທດເບເນລຸກ ແລະ ສະຫະພາບເອີຣົບ ...
12/04/2026

ໃນວັນທີ 10 ເມສາ 2026, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາບັນດາປະເທດເບເນລຸກ ແລະ ສະຫະພາບເອີຣົບ ພ້ອມດ້ວຍພະນັກງານສະຖານທູດລາວ ທີ່ ບຣຸກແຊນ ໄດ້ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ແບນຊິກ ອວຍພອນປີໃໝ່ລາວ ພ.ສ 2569.

On 10 April 2026, H.E. Mr. Kingphokeo Phommahaxay, Ambassador of the Lao PDR to the Benelux countries and the European Union, along with the staff of the Lao Embassy in Brussels, welcomed the Ambassador of the Socialist Republic of Vietnam to Belgium on the occasion of the Lao New Year B.E. 2569 celebrations.

Adres

Avenue De La Brabanconne 19
Brussels
1000

Openingstijden

Maandag 09:00 - 12:00
14:00 - 17:00
Dinsdag 09:00 - 12:00
14:00 - 17:00
Woensdag 09:00 - 12:00
14:00 - 17:00
Donderdag 09:00 - 12:00
14:00 - 17:00
Vrijdag 09:00 - 12:00
14:00 - 17:00

Meldingen

Wees de eerste die het weet en laat ons u een e-mail sturen wanneer Lao Embassy in Brussels / Ambassade du Laos nieuws en promoties plaatst. Uw e-mailadres wordt niet voor andere doeleinden gebruikt en u kunt zich op elk gewenst moment afmelden.

Delen