ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ

ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ທີ່ປຶກສາກົດໝາຍ

ໃນຕອນບ່າຍເວລາ 14:00 ວັນທີ 26 ສິງຫາ 2026 ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໄດ້ຈັດພິທີຮັບສະມາຊິກສຳຮອງເຂົ້າເປັນສະມາຊິກພັ...
27/08/2026

ໃນຕອນບ່າຍເວລາ 14:00 ວັນທີ 26 ສິງຫາ 2026 ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໄດ້ຈັດພິທີຮັບສະມາ
ຊິກສຳຮອງເຂົ້າເປັນສະມາຊິກພັກສົມບູນ 1ສະຫາຍຂອງໜ່ວຍພັກອົງການໄອຍະການປະຊາຊົນແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ສົມຫວັງ ໄຊຍະຕິ ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນແຂວງມີບັນດາສະຫາຍຄະນະໜ່ວຍ
ພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດມີ ຈຳນວນ 17 ສະຫາຍ ຍິງ 8 ສະຫາຍ.ໂອກາດດັ່ງກ່າວສະຫາຍເລຂາໜ່ວຍ
ພັກກໍ່ໄດ້ເນັ້ນໜັກໃຫ້ສະມາຊິກພັກຈົ່ງພ້ອມກັນເອົາໃຈໃສ່ເປັນແບບຢ່າງນໍາໜ້າເອົາໃຈໃສ່ໃນການຄົ້ນຄ້ວາ,ກຳແໜ້ນກົດລະບຽບຂອງພັກ,ກົດໝາຍຂອງລັດປະກອບສ່ວນເຂົ້າໃນການກໍ່ສ້າງບູ
ລະນະແນວທາງ,ແຜນນະໂຍບາຍຂອງພັກ - ລັດ ຕັ້ງໜ້ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ,ຄຸນສົມບັດສີນປະຕິວັດ,ແບບແຜນດຳລົງຊີວິດ,ຕ້ານການຫຼີ້ນກີນຟູມເຟືອຍແລະສີ່ງຫຍໍ້ທໍ້ອື່ນໆ

26/08/2026
ອົງການໄອຍະການປະຊາຊົນພາກເໜືອ ລົງເຄື່ອນໄຫວ ຊຸກຍູ້ ວຽກງານວິຊາການ ຢູ່ ອົງການໄອຍະການ ປະຊາຊົນ ແຂວງອຸດົມໄຊ------------- ຂ່າວ: ອ...
26/08/2026

ອົງການໄອຍະການປະຊາຊົນພາກເໜືອ ລົງເຄື່ອນໄຫວ ຊຸກຍູ້ ວຽກງານວິຊາການ ຢູ່ ອົງການໄອຍະການ ປະຊາຊົນ ແຂວງອຸດົມໄຊ
------------- ຂ່າວ: ອົງການໄອຍະການ
ໂດຍປະຕິບັດຕາມທິດຊີ້ນໍາຂອງ ຄະນະພັກ-ຄະນະນໍາ ອົງການໄອຍະການ ປະຊາຊົນ ພາກເໜືອ ໃນລະຫວ່າງວັນທີ 25 ສິງຫາ 2026 ອົງການໄອຍະການ ປະຊາຊົນ ພາກເໜືອ ນໍາໂດຍ ທ່ານ ສິດທິພອນ ມະໄລສອນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າອົງການໄອຍະການ ປະຊາຊົນ ພາກເໜືອ ພ້ອມດ້ວຍຄະນະ ອົງການໄອຍະການ ໄດ້ລົງເຄື່ອນໄຫວ ຊຸກຍູ້ ວຽກງານວິຊາການ ຢູ່ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ.
ໂອກາດທີ່ລົງເຄື່ອນໄຫວ ຊຸກຍູ້ ວຽກງານ ຄະນະໄດ້ເຂົ້າພົບປະ ທ່ານ ທອງຄານ ວັດສະດາກອນ ກຳມະການພັກແຂວງ ຮອງປະທານສະພາ ປະຊາຊົນ ແຂວງອຸດົມໄຊ ເພື່ອແຈ້ງຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ພ້ອມໄດ້ມີການແລກປ່ຽນບັນດາໜ້າວຽກຕ່າງໆ ທີ່ຕິດພັນກັບວຽກງານວິຊາການຈໍານວນໜຶ່ງ. ຈາກນັ້ນ, ຄະນະ ກໍ່ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ອົງການໄອຍະການ ປະຊາຊົນ ແຂວງອຸດົມໄຊ ໂດຍມີ ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການ ປະຊາຊົນ ແຂວງອຸດົມໄຊ, ພ້ອມດ້ວຍ ຫົວໜ້າອົງການໄອຍະການປະຊາຊົນ ເຂດ I ແລະ ພະນັກງານ ໃຫ້ການຕ້ອນຮັບ.
ການລົງຊຸກຍູ້ວຽກງານ ຄະນະໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ວຽກວິຊາສະເພາະໂດຍຫຍໍ້ ຊຶ່ງໄດ້ຍົກໃຫ້ເຫັນ ດ້ານດີ, ຜົນສຳເລັດ ແລະ ດ້ານອອ່ນ, ຂໍ້ຄົງຄ້າງ ແລະ ພ້ອມກັນຄົ້ນຄວ້າແລກປ່ຽນຄຳຄິດ ຄຳເຫັນ ຊອກຫາວິທີການແກ້ໄຂບັນດາບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ.
ພິທີ ທ່ານ ສິດທິພອນ ມະໄລສອນ ຮອງຫົວໜ້າອົງການໄອຍະການ ປະຊາຊົນ ພາກເໜືອ ໄດ້ມີຄຳເຫັນໂອ້ລົມ ແລະ ແລກປ່ຽນບາງບັນຫາ ຊຶ່ງໄດ້ເນັ້ນໜັກໃນການສືບຕໍ່ເພີ່ມທະວີ ສຶກສາອົບຮົມການເມືອງ-ແນວຄິດ ຕໍ່ ສະມາຊິກພັກ, ພະນັກງານ-ລັດຖະກອນ, ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ການເມືອງ, ການປະຕິບັດ ສິດ, ໜ້າທີ່ ຂອງ ອົງການໄອຍະການ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ່ ແລະ ຖືກຕ້ອງສອດຄ່ອງຕາມທີ່ກົດໝາຍກຳນົດໄວ້.

ພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດບົດບັນທຶກ ກົນໄກການປະສານງານ    ...
10/08/2026

ພະແນກຍຸຕິທຳ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດບົດບັນທຶກ ກົນໄກການປະສານງານ
-----000------
ໃນຕອນບ່າຍຂອງວັນທີ 7 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງອຸດົມໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດບົດບັນທຶກ ກົນໄກການປະສານງານ ລະຫວ່າງ ພະແນກຍຸຕິທໍາແຂວງ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ຂຶ້ນ. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວັນສີ ພວງມะໄລ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນແຂວງອຸດົມໄຊ; ມີບັນດາຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຈາກທັງສອງພາກສ່ວນ ເຂົ້າຮ່ວມຈຳນວນ 36 ທ່ານ, ຍິງ 12 ທ່ານ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະຫຼຸບຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກ ກົນໄກການປະສານງານໃນໄລຍະທີ່ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ພ້ອມດຽວກັນນັ້ນ, ກໍໄດ້ຮ່ວມກັນຄົ້ນຄວ້າກໍານົດທິດທາງ ແລະ ວິທີແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບົດບັນທຶກດັ່ງກ່າວ ມີຄວາມເຂັ້ມງວດ ແລະ ຮັດກຸມກວ່າເກົ່າ. ໃນນັ້ນ ໄດ້ເນັ້ນໜັກໃສ່ການກໍານົດລະບອບການສ່ອງແສງລາຍງານ, ລະບອບການປະຊຸມຮ່ວມ, ການສະໜອງຂໍ້ມູນ-ສະຖິຕິ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຂອງທັງສອງພາກສ່ວນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ທັງນີ້, ກໍເພື່ອແນໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ ໃຫ້ໄດ້ຮັບການແກ້ໄຂຢ່າງເດັດຂາດ ຕາມລະບຽບກົດໝາຍ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 1 ຕອນ ແລະ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ.
​ຂ່າວ ແລະ ຮູບພາບ: ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ

ໃນຕອນເຊົ້າ ເວລາ 8:00 ນາທີ ຂອງວັນທີ 31 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ, ໄດ້ເປີດບັ້ນປະເມີນ 4...
03/08/2026

ໃນຕອນເຊົ້າ ເວລາ 8:00 ນາທີ ຂອງວັນທີ 31 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ, ໄດ້ເປີດບັ້ນປະເມີນ 4 ບຸກປະຈໍາປີ 2026 ພ້ອມທັງດຳເນີນຊີວິດການເມືອງ 6 ເດືອນຕົ້ນປີຂອງຮາກຖານໜ່ວຍຊາວໜຸ່ມອົງການໄອຍະການແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ແສງສຸລິວັນ ຢີລີ ຮອງເລຂາຫນ່ວຍຊາວຫນຸ່ມຮາກຖານ ຊຶ່ງມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 14 ສະຫາຍ, ຍິງ 04 ສະຫາຍ, ຜ່ານການດຳເນີນກອງປະຊຸມບັນດາສະຫາຍສະມາຊິກຊາວຫນຸ່ມກໍໄດ້ມີການປະກອບຄຳຄິດຄໍາເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ, ໃນຕອນທ້າຍກອງປະຊຸມສະຫາຍຮອງເລຂາຍັງໄດ້ເນັ້ນສະມາຊິກທຸກສະຫາຍເອົາໃຈໃສ່ປະຕິບັດຫນ້າທີ່ການເມືອງທີ່ໄດ້ຮັບມອບຫມາຍຢ່າງຈູບຈ້າວຫ້າວຫັນ.

ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 24 / 7 / 2026 ທີມງານ ອົງການໄອຍະການປະຊາຊົນແຂວງໄດ້ລົງຊຸກຍູ້ວຽກງານຮອບດ້ານ 6 ເດືອນຕົ້ນປີ 20...
27/07/2026

ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 24 / 7 / 2026 ທີມງານ ອົງການໄອຍະການປະຊາຊົນແຂວງໄດ້ລົງຊຸກຍູ້ວຽກງານຮອບດ້ານ 6 ເດືອນຕົ້ນປີ 2026 ຢູ່ອົງການໄອຍະການປະຊາຊົນເຂດ 2 ໂດຍເປັນປະທານຂອງທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ ເລຂາໜ່ວຍພັກຫົວໜ້າອົງການໄອຍະການປະຊາຊົນ ແຂວງອຸດົມໄຊມີບັນດາຂະແໜງຂອງອົງການໄອຍະການແຂວງ ແລະ ພະນັກງານອົງການໄອຍະການຂດ2 ເຂົ້າຮ່ວມທັງໝົດ 19 ຄົນ ຍິງ 8 ຄົນ. ໃນກອງປະຊຸມ ທ່ານ ຫົງດາລາ ໄຊຍະວົງ ກໍາມະການພັກເມືອງ ເລຂາໜ່ວຍພັກຫົວໜ້າອົງການໄອຍະການປະຊາຊົນເຂດ 2 ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026,ພະນັກງານວິຊາການໄດ້ແລກປ່ຽນບົດຮຽນເຊີ່ງກັນແລະກັນ.
ໃນໂອກາດດັ່ງກ່າວກໍ່ໄດ້ລົງຢ້ຽມຢາມສູນບໍາບັດປີ່ນປົວແລະ ຟື້ນຟູຜູ້ຕິດຢາເສບຕິດພ້ອມທັງນໍາເຄື່ອງອຸປະໂພກ,ບໍລິການຈຳນວນໜຶ່ງມອບໃຫ້ສູນດັ່ງກ່າວ.

ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ລົງຕິດປ້າຍໂຄສະນາຜົນຮ້າຍຂອງຢາເສບຕິດ                                         ************...
24/07/2026

ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ລົງຕິດປ້າຍໂຄສະນາຜົນຮ້າຍຂອງຢາເສບຕິດ
******************
ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2026 ນີ້ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ໄດ້ປະສານສົມທົບກັບ ກອງບັນຊາການ ປກສ ແຂວງ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໝຸ່ມແຂວງ ລົງຕິດປ້າຍໂຄສະນາຜົນຮ້າຍຂອງຢາເສບຕິດ ຢູ່ 04 ຈຸດຄື: ໂຮງແຮມພີມມະຈັນ, ຕະຫຼາດກາງຄືນ, ຮ້ານອາຫານຮາເລມ ແລະ ຮ້ານອາຫານມິ່ງຂັວນ ເພື່ອເຮັດໃຫ້ຊາວໜຸ່ມ, ໄວໜຸ່ມ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ຊາວຄ້າຂາຍທຸກພາກສ່ວນ ຮັບຮູ້ ແລະ ເຂົ້າໃຈຕໍ່ສານເສບຕິດແບບໃໝ່ ພ້ອມທັງດໍາເນີນຄະດີຕໍ່ຜູ້ລະເມີດ.

ໃນລະຫວ່າງວັນທີ 8-10 ກໍລະກົດ 2026 ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ຮ່ວມກັບເຈົ້າໜ້າທີ່ ປກສ ແຂວງ ລົງຕິດຕາມ, ກວດກາ, ກວດນັບຜູ...
13/07/2026

ໃນລະຫວ່າງວັນທີ 8-10 ກໍລະກົດ 2026 ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ຮ່ວມກັບເຈົ້າໜ້າທີ່ ປກສ ແຂວງ ລົງຕິດຕາມ, ກວດກາ, ກວດນັບຜູ້ຖືກຫາ, ຜູ້ຖືກດັດສ້າງ ແລະ ນັກໂທດ ປະຈໍາ 6 ເດືອນ ຕົ້ນປີ 2026
ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມ ຄ້າຍຄຸມຂັງ-ດັດສ້າງຂອງ ປກສ ແຂວງ ອູດົມໄຊ, ອົງການໄອຍະການປະຊາຊົນແຂວງ ຮ່ວມກັບເຈົ້າໜ້າທີ່ ປກສ ແຂວງ, ໄດ້ເປີດພິທີ ການລົງຕິດຕາມ, ກວດກາບັນຊີ ກວດນັບນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ຕົວຈິງຢູ່ຄ້າຍຄຸມຂັງ-ດັດສ້າງ ແລະ ສູນຟື້ຟູ ແລະ ປົ່ນປົວຜູ້ຕິດຢາເສບຕິດ ປກສ ແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນລຽນ ບຸດຕະພົງ ຮອງຫົວໜ້າ ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ແລະ ທ່ານ ພັອ ບຸນເພັງ ສັນທະລາພອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ອຸດົມໄຊ ມີເຈົ້າໜ້າທີ່ປະຈຳຄ້າຍຄຸມຂັງ-ດັດສ້າງ ແລະ ເຈົ້າໜ້າທີ່ປະຈຳສູນຟື້ນຟູ ແລະ ປິ່ນປົວຕິດຢາເສບຕິດ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນອາຍາ, ຢາເສບຕິດ, ຄ້າມະນຸດ, ເສດຖະກິດ ປກສ ແຂວງ ພ້ອມທັງທີມງານຄະນະຮັບຜິດຊອບຈາກສອງພາກສ່ວນ ເຊີ່ງມີຂະແໜງຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນແຂວງ ເຂົ້າຮ່ວມທັງໝົດ ຈໍານວນ 34 ທ່ານ,ຍິງ 3 ທ່ານ.
ໂດຍປະຕິບັດຕາມແຜນການ 6 ເດືອນຕົ້ນປີ 2026 ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການລົງຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ສູນຟື້ນຟູ ແລະ ປິ່ນປົວຜູ້ຕິດຢາເສບຕິດ ຂອງກອງບັນຊາການ ປກສ ແຂວງ ໃນໂອກາດດັ່ງກ່າວທັງສອງພາກສ່ວນໄດ້ສົມທົບກັນນັບຈຳນວນນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງທີ່ມີໜ້າໂຕຈິງ ເຊິ່ງໄດ້ດໍາເນີນໄປເປັນເວລາ 3 ວັນເຕັມ ເລີ່ມແຕ່ວັນທີ 8-10 ກໍລະກົດ 2026, ພາຍຫຼັງກວດກາ, ກວດນັບສໍາເລັດ ທັງສອງຝ່າຍໄດ້ເປີດdອງປະຊຸມປຶກສາຫາລື ພ້ອມທັງຖອດຖອນບົດຮຽນ, ແລກປ່ຽນບົດຮຽນ ແລະ ຮ່ວມກັນຊອກຫາວິທີແກ້ໄຂໃນບັນຫາທີ່ຍັງຄົງຄ້າງ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງໃນຕໍ່ໜ້າ ຕອນທ້າຍຂອງກອງປະຊຸມທັງສອງຝ່າຍໄດ້ເຮັດບົດບັນທຶກຮ່ວມກັນ ແລະ ພ້ອມກັນລົງລາຍເຊັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.

ຊຸກຍູ້ວຽກງານຮອບດ້ານຢູ່ອົງການໄອຍະການປະຊາຊົນເຂດ 1                                       ********************         ຕອນບ່...
03/07/2026

ຊຸກຍູ້ວຽກງານຮອບດ້ານຢູ່ອົງການໄອຍະການປະຊາຊົນເຂດ 1
********************
ຕອນບ່າຍວັນທີ 01 ກໍລະກົດ 2026 ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ລົງຊຸກຍູ້ວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2026 ຢູ່ອົງການໄອຍະການປະຊາຊົນເຂດ 1 ແຂວງອຸດົມໄຊ.
ໂດຍການເປັນປະທານ ຂອງທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະນໍາ ຂອງອົງການໄອຍະການປະຊາຊົນເຂດ I, ບັນດາທ່ານຫົວໜ້າ, ຮອງຫົວໜ້າຂອງຂະແໜງອົງການໄອຍະການປະຊາຊົນແຂວງ, ພະນັກງານອົງການໄອຍະການປະຊາຊົນເຂດ I, ເຂດປະຈໍາເມືອງງາ, ເມືອງນາໝໍ້ເຂົ້າຮ່ວມທັງໝົດ 23 ຄົນ, ຍິງ 10 ຄົນ.
ໂອກາດດັ່ງກ່າວ, ທ່ານ ບຸນປັນ ສຸຕິສັກ ເລຂາໜ່ວຍພັກ ຫົວໜ້າອົງການໄອຍະການປະຊາຊົນເຂດ 1 ໄດ້ລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2026 ໂດຍໄດ້ຍົກໃຫ້ເຫັນດ້ານດີຜົນສໍາເລັດ, ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງທີ່ຈະແກ້ໄຂໃນຕໍ່ໜ້າ.
ຈາກນັ້ນປະທານກອງປະຊຸມ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ ແລະ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:
1. ເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງ, ແນວຄິດ ຄົ້ນຄວ້າແຜນພັດທະນາວຽກງານໄອຍະການ, ມະຕິຂອງສະພາທີ່ໄດ້ຮັບຮອງມາຜັນຂະຫຍາຍເປັນແຜນງານໂຄງການໃຫ້ປະກົດຜົນເປັນຈິງ.
2. ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍ.
3. ການຊອກຮູ້ຮໍ່າຮຽນບັນດານິຕິກໍາ ແລະ ກົດໝາຍຕ່າງໆເພື່ອໃຫ້ກາຍເປັນວິຊາການທີ່ເກັ່ງ, ເປັນມືອາຊີບ, ມີຈັນຍາບັນ,ຈັນຍາທໍາ.
4. ເອົາໃຈໃສ່ຂອດການປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມໂລ່ງລ່ຽນ, ເປັນຕົ້ນແມ່ນການປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນ, 2 ພາກສ່ວນໃນການດໍາເນີນຄະດີຕາມຂະບວນການຍຸຕິທໍາ.
5. ປະຕິບັດລະບອບແບບແຜນວິທີເຮັດວຽກ ຄະນະພັກເປັນເອກະພາບ ແລະ ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ.
ກອງປະຊຸມໄດ້ດຳເນີນເປັນເວລາ 1 ຕອນ ແລະ ໄດ້ອັດລົງໃນວັນດຽວກັນ.

ໃນຕອນເຊົ້າຂອງວັນທີ 01 ກໍລະກົດ 2026, ຢູ່ທີຫ້ອງວ່າການເມືອງໄຊ, ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າອົງ...
02/07/2026

ໃນຕອນເຊົ້າຂອງວັນທີ 01 ກໍລະກົດ 2026, ຢູ່ທີຫ້ອງວ່າການເມືອງໄຊ, ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ພ້ອມດ້ວຍຄະນະ, ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຈຸດປະສົງຂອງການລົງເຮັດວຽກ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ສົມຄິດ ກັນສະໜິດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເມືອງໄຊ ເພື່ອລາຍງານຈຸດປະສົງຂອງການລົງມາເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026 ຢູ່ອົງການໄອຍະການປະຊາຊົນເຂດ1 ໃນຄັ້ງນີ້.

Adresse

Democratic Republic Of The

Heures d'ouverture

Lundi 08:00 - 17:00
Mardi 08:00 - 17:00
Mercredi 08:00 - 17:00
Jeudi 08:00 - 17:00
Vendredi 08:00 - 17:00

Téléphone

+8562059145626

Site Web

Notifications

Soyez le premier à savoir et laissez-nous vous envoyer un courriel lorsque ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ publie des nouvelles et des promotions. Votre adresse e-mail ne sera pas utilisée à d'autres fins, et vous pouvez vous désabonner à tout moment.

Contacter L’organisation

Envoyer un message à ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ:

Raccourcis

Partager