Lao Embassy in Berlin

Lao Embassy in Berlin Kontaktinformationen, Karte und Wegbeschreibungen, Kontaktformulare, Öffnungszeiten, Dienstleistungen, Bewertungen, Fotos, Videos und Ankündigungen von Lao Embassy in Berlin, Konsulat und Botschaft, Bismarckallee 2A, Berlin.

12/08/2026
ສະຖານທູດລາວ ທີ່ ແບກແລງ, ເຢຍລະມັນ ຈັດພິທີໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ, ອະດີດກຳມະການກົມການເມືອງສູນກາງພັກປ...
10/08/2026

ສະຖານທູດລາວ ທີ່ ແບກແລງ, ເຢຍລະມັນ ຈັດພິທີໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ, ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານສະພາແຫ່ງຊາດລາວ.
—————————————-
ໃນຕອນບ່າຍຂອງວັນທີ 10 ສິງຫາ 2026, ທີ່ ນະຄອນຫລວງແບກແລງ, ຄະນະພັກ, ຄະນະນຳສະຖານທູດລາວ ປະຈຳແບກແລງ, ສສ.ເຢຍລະມັນ, ນຳໂດຍ ສະຫາຍ ກະເສມສັກ ສາຍສຸລິຍາ, ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ.ເຢຍລະມັນ ໄດ້ຂຽນປື້ມໄວ້ອາໄລຕໍ່ການຈາກໄປຢ່າງບໍ່ມີວັນຫວນຄືນຂອງ ສະຫາຍ ໄຊສົມພອນ ພົມວິຫານ, ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ເສຍຊີວິດໃນວັນທີ 08 ສິງຫາ 2026 ດ້ວຍພະຍາດເສັ້ນ ເລືອດອັກເສບທີ່ຮ້າຍແຮງ, ລວມ ອາຍຸໄດ້ 70 ປີ.

ສະຫາຍ ໄຊສົມພອນ ພົມວິຫານ ແມ່ນຫນຶ່ງໃນການນຳຫລັກແຫລ່ງຂອງຄະນະບໍລິຫານງານສູນກາງພັກ, ເປັນຜູ້ສືບທອດມູນເຊື້ອປະຕິວັດອັນສະຫງ່າລາສີຂອງຄອບຄົວ, ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີໄຫວພີບ ແລະ ປະສົບການສູງ ຜ່ານການເປັນຜູ້ນຳຢູ່ທ້ອງຖິ່ນ ແລະ ຫລາຍຂະແຫນງການ ກ່ອນຈະມາຮັບຫນ້າທີ່ເປັນປະທານສະພາແຫ່ງຊາດລາວ, ສະຫາຍ ໄດ້ອຸທິດສະຕິປັນຍາ ແລະ ກຳລັງແຮງຂອງຕົນເຂົ້າໃນພາລະກິດຂອງພັກ, ການພັດທະນາປະເທດຊາດ ແລະ ຊີວິດການເປັນຢູ່ທີ່ສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ, ທັງໄດ້ຮັບການຍ້ອງຍໍວ່າເປັນຜູ້ນຳທີ່ມີຄວາມຮູ້ຄວາມສາມາດ, ເປັນທີ່ເຄົາລົບນັບຖືຢ່າງສູງຂອງພັກ-ລັດ ສປປ ລາວ, ເປັນຜູ້ທີ່ມີຜົນງານອັນສຳຄັນຍິ່ງຕໍ່ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.

ໃນໄລຍະເວລາແຫ່ງຄວາມໂສກເສົ້ານີ້ ຂ້າພະເຈົ້າ ພ້ອມດ້ວຍພະນັກງານສະຖານທູດ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງຄອບຄົວ ພົມວິຫານ ແລະ ຍາດຕິພີ່ນ້ອງ, ຂໍໃຫ້ດວງວິນຍານຂອງພະນະທ່ານ ໄຊສົມພອນ ພົມວິຫານ ຈົ່ງໄປສູ່ສຸຂະຕິດ້ວຍເຖິ້ນ.

07/08/2026
14/07/2026

🚉🛤 ອະນາຄົດອາດໄດ້ຂີ່ລົດໄຟໄປທ່ຽວປາກເຊ ຂີ່ກະເຊົ້າລອຍຟ້າ ຊົມວິວທິວທັດທາງພາກໃຕ້ທີ່ສວຍສົດງົດງາມ.

ຖືເປັນຂ່າວດີສຳລັບຄົນແຂວງຈຳປາສັກ ຫຼື ນັກທ່ອງທ່ຽວ ທີ່ຈະເດີນທາງໄປຈຳປາສັກ ອະນາຄົດອາດໄດ້ນັ່ງລົດໄຟໄປຂີ່ກະເຊົ້າລອຍຟ້າ.

ຜ່ານມານີ້ແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດ Landmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ.

ນອກຈາກນີ້ ໃນວາລະກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດນີ້, ທ່ານ ອາລຸນໄຊ ສູນນະລາດ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ.

ທ່ານສະເໜີໃຫ້ທົບທວນບາງນະໂຍບາຍສຳຄັນ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງດ້ານຂົນສົ່ງ ເຊັ່ນການຂະຫຍາຍລະບົບລົດໄຟ ໄປຍັງເຂດພາກໃຕ້ ເພື່ອຮອງຮັບທ່າແຮງການຜະລິດ ແລະ ການຄ້າຂອງພາກພື້ນ.

ອ່ານຕໍ່ທີ່ເວັບໄຊ້: 👇
ແຫຼ່ງທີ່ມາ: ໜັງສືພິມຈຳປາໃໝ່/ຂ່າວຜູ້ແທນປະຊາຊົນ
#ທາງລົດໄຟ #ກະເຊົ້າລອຍຟ້າ #ນັກທ່ອງທ່ຽວ #ແຂວງຈຳປາສັກ #ພາກໃຕ້

ທ່ານ ກະເສມສັກ ສາຍສຸລິຍາ, ເອກອັກຄະລັດຖະທູດລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ (Frank-Walter Stein...
14/03/2026

ທ່ານ ກະເສມສັກ ສາຍສຸລິຍາ, ເອກອັກຄະລັດຖະທູດລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ (Frank-Walter Steinmeier), ປະທານາທິບໍດີ ເຢຍລະມັນ.
---------------------------------------
ໃນຕອນເຊົ້າ ຂອງວັນທີ 06 ມີນາ 2026, ທີ່ ທຳນຽບປະທານາທິບໍດີ ແບນເລວູ້ (Schloss Bellevue), ນະຄອນຫລວງ ແບກແລງ, ເຢຍລະມັນ, ທ່ານ ກະເສມສັກ ສາຍສຸລິຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ (Frank-Walter Steinmeier), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະຫະພັນ ເຢຍລະມັນ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ ນະຄອນຫລວງ ແບກແລງ, ປະເທດ ເຢຍລະມັນ.

ໃນໂອກາດດັ່ງກ່າວ, ທ່ານ ກະເສມສັກ ສາຍສຸລິຍາ, ໄດ້ສະແດງຄວາມຂອບໃຈ ແລະ ນຳເອົາຄວາມ ຢື້ຢາມຖາມຂ່າວອັັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຝາກເຖິງ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້, ປະທານາທິບໍດີເຢຍລະມັນ ແລະ ປະຊາຊົນເຢຍລະມັນທຸກຖ້ວນໜ້າ.

ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້, ໄດ້ສະແດງຄວາມຊົມເຊີຍ ແລະ ຍີນດີຕ້ອນຮັບຕໍ່ທ່ານ ກະເສມສັກ ສາຍສຸລິຍາ, ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວຄົນໃໝ່ ປະຈໍາສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອປະຕິບັດໜ້າທີ່ ອັນຊົງກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການ ເຄື່ອນໄຫວວຽກງານການທູດຂອງຕົນ. ພ້ອມດຽວກັນນີ້, ພະນະທ່ານປະທານາທິບໍດີ ຝຣັງ-ວານເຕີ້ ສະຕ້າຍ ມາຍເຍີ້ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມຜາສຸກ ມາຍັງພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ຜ່ານພະນະທ່ານໄປ ຍັງປະຊາຊົນລາວທຸກຖ້ວນຫນ້າ.

ໃນໂອກາດການຍື່ນສານ, ທ່ານທູດ ກະເສມສັກ ສາຍສຸລິຍາ ໄດ້ກ່າວສະແດງຄວາມຍີນດີ ຕໍ່ການພົວພັນ ອັນດີ, ການຮ່ວມມືອັນມີໝາກຜົນ ແລະ ມີຄວາມຕໍ່ເນື່ອງມາເປັນເວລາຍາວນານລະຫວ່າງສອງປະເທດ ໃນ ໄລຍະຜ່ານມາ, ບໍ່ວ່າຈະຢູ່ໃນຂອບສອງຝ່າຍ ແລະ ຂອບຫລາຍຝ່າຍ ເປັນຕົ້ນການເສີມຂະຫຍາຍການພົວພັນ ຮ່ວມມືໃນຂະແໜງການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການປົກປັກຮັກສາສິ່ງແວດລ້ອມ, ລວມ ການຊ່ວຍເຫລືອສະຫນັບສະຫນູນຊຶ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະໃນອົງການສະຫະປະຊາຊາດ ແລະ ການພົວພັນຮ່ວມມືໃນຂອບອາຊຽນ-ອີຢູ, ຊຶ່ງໄດ້ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການສ້າງສາ ພັດທະນາປະເທດ ແລະ ການພັດທະນາແບບຍືນຍົງໃນພາກພື້ນ. ທ່ານທູດ ກະເສມສັກ ສາຍສຸລິຍາ ໄດ້ຕາງ ໜ້າລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫລອດໄລຍະຜ່ານມາ.

ສປປ ລາວ ແລະ ສສ. ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງກອນ 1958, ຊຶ່ງໃນປີ 2026 ນີ້, ຈະຄົບຮອບ 68 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 63 ປີຂອງການພົວພັນຮ່ວມມືຊ່ວຍເຫລືອດ້ານເຕັກນິກລະຫວ່າງສອງຝ່າຍ.

09/03/2026

ສະບາຍດີ,
ເນື່ອງໃນໂອກາດ ວັນທີ 8 ມີນາ ວັນແມ່ຍິງສາກົນ ຄົບຮອບ 116 ປີ, ສະຖານທູດລາວ ທີ່ ແບກແລງ ໄດ້ປິດສະຖານທູດໃນວັນທີ 9 ມີນາ 2026 ແລະ ຈະກັບມາເຮັດວຽກປົກກະຕິ ໃນວັນທີ 10 ມີນາ 2026.
ຂໍຂອບໃຈ.

ໃນຕອນບ່າຍຂອງວັນທີ 22 ກຸມພາ 2026, ສະຖານທູດລາວ ທີ່ ນະຄອນຫລວງແບກແລງ, ເຢຍລະມັນ ໄດ້ສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊ...
22/02/2026

ໃນຕອນບ່າຍຂອງວັນທີ 22 ກຸມພາ 2026, ສະຖານທູດລາວ ທີ່ ນະຄອນຫລວງແບກແລງ, ເຢຍລະມັນ ໄດ້ສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ X ເຂດ 1.

ແຈ້ງການ: ເຖິງ ບັນດາພະນັກງານ, ນັກສຶກສາ ແລະ ຄົນລາວ ທີ່ ເຢຍລະມັນ.ເລື່ອງ: ການເກັບກຳສະຖິຕິພົນລະເມືອງລາວ ແລະ ຜູ້ມີສິດປ່ອນບັດເລ...
31/12/2025

ແຈ້ງການ: ເຖິງ ບັນດາພະນັກງານ, ນັກສຶກສາ ແລະ ຄົນລາວ ທີ່ ເຢຍລະມັນ.
ເລື່ອງ: ການເກັບກຳສະຖິຕິພົນລະເມືອງລາວ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ.

ໃນວັນທີ 22 ກຸ່ມພາ 2026 ທີ່ຈະມາເຖິງ, ສປປ ລາວ ຈະຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຢ່າງເປັນທາງການ.

ເພື່ອຮັບປະກັນໃຫ້ແກ່ການກະກຽມເລືອກຕັ້ງຄັ້ງນີ້ ຈະໄດ້ມີການເກັບກຳບັນຊີລາຍຊື່ຂອງພົນລະເມືອງລາວ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ທີ່ມີອາຍຸ 18 ປີຂຶ້ນໄປ.

ລາຍລະອຽດ 👇

01/12/2025

Announcement:

The Embassy will be closed on 2nd December 2025 due to National Holiday and will resume its service on 3rd December 2025.

Anlässlich des Nationalfeiertags wird die Botschaft
am 02 Dezember 2025 geschlossen.

Adresse

Bismarckallee 2A
Berlin
14193

Öffnungszeiten

Montag 09:00 - 17:00
Dienstag 09:00 - 17:00
Mittwoch 09:00 - 17:00
Donnerstag 09:00 - 17:00
Freitag 09:00 - 17:00

Benachrichtigungen

Lassen Sie sich von uns eine E-Mail senden und seien Sie der erste der Neuigkeiten und Aktionen von Lao Embassy in Berlin erfährt. Ihre E-Mail-Adresse wird nicht für andere Zwecke verwendet und Sie können sich jederzeit abmelden.

Verknüpfungen

Teilen