03/02/2026
ການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕໍ່ກອງປະຊຸມວຽກງານຍຸຕິທໍາທົ່ວປະເທດ, ວັນທີ 30 ມັງກອນ 2026
*********
ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມວຽກງານຍຸຕິທຳ ທົ່ວປະເທດ ປະຈຳປີ 2025 ໃນວັນທີ 30 ເດືອນ ມັງກອນ ປີ 2026, ເມືອງວັງວຽງ, ແຂວງວຽງຈັນ; ທ່ານ ປະສົງ ວົງເດືອນ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກະຊວງຍຸຕິທຳ ໄດ້ລາຍງານຕໍ່ກອງປະຊຸມດັ່ງກ່າວ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕໍ່ກອງປະຊຸມທີ່ມີຄວາມໝາຍສໍາຄັນໃນຄັ້ງນີ້.
ຕະຫຼອດໄລຍະ 1 ປີຜ່ານມາ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເວົ້າລວມ, ເວົ້າສະເພາະ ສູນ
ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແມ່ນໄດ້ເອົາໃຈໃສ່ໃນການສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ກັບພະນັກງານລັດຖະກອນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ຕິດພັນກັບການນໍາພາ-ຊີ້ນໍາການເຄື່ອນໄຫວຽກງານວິຊາສະເພາະ ຕາມພາລະບົດບາດ. ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກ-ຄະນະນໍາກະຊວງຍຸຕິທໍາ ໄດ້ເຮັດບັນດາທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມແຕ່ລະດ້ານ ທີ່ໄດ້ກໍານົດໄວ້ ໄດ້ຮັບຜົນສໍາເລັດຕາມທີ່ໄດ້ກ່າວໃນບົດສະຫຼຸບແລ້ວນັ້ນ. ບັນຫາຈຸດອ່ອນ ແລະ ຂໍ້ຄົງຄ້າງ ໂດຍສະເພາະໃນຂົງເຂດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃນປີ 2026 ດັ່ງນີ້:
1. ການໂຄສະນາເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງລັດທີ່ກ່ຽວຂ້ອງ, ການຮັບຮູ້ ແລະ ເຂົ້າໃຈຕໍ່ກັບພາລະບົດບາດຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຍັງບໍ່ທັນກວ້າງຂວາງ ຈຶ່ງເຮັດຜູ້ມາໃຊ້ບໍລິການແກ້ໄຂຂໍ້ຂັດແຍ່ງຍັງມີໜ້ອຍ;
2. ການຄົ້ນຄວ້າຄໍາຮ້ອງ, ການແກ້ໄຂຂໍ້ຂັດແຍ່ງ, ການຕິດຕາມຊຸູກຍູ້ປະຕິບັດຜົນການແກ້ໄຂຂໍ້ຂັດແຍ່ງ ບາງເລື່ອງຍັງຊັກຊ້າ ແລະ ແກ່ຍາວເວລາເກີນກວ່າຄູ່ກໍລະນີຕົກລົງກັນ ຫຼື ກົດໝາຍກໍານົດ;
3. ການຕິດຕາມ, ຊຸກຍູ້ ແລະ ຊີ້ນໍາທາງດ້ານວິຊາການຕໍ່ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂະແໜງສົ່ງເສີມວຽກງານຍຸຕິທຳ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.
ສະນັ້ນ, ເພື່ອເຮັດໃຫ້ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສໍາລັບປີ 2026 ນີ້ ນອກ ຈາກແຜນການລວມທີ່ໄດ້ກໍານົດສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີຄໍາເຫັນເພີ່ມເຕີມ ດັ່ງນີ້:
ສູນແກ້ໄຂຂໍ້ຂັດແຍ່ງ ແລະ ພະແນກຍຸຕິທໍາບັນດາແຂວງ ແລະ ນະຄອນຫຼວງ
1.ເປັນເຈົ້າການໃນການນໍາພາ-ຊີ້ນໍາ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂະແໜງສົ່ງເສີມວຽກ
ງານຍຸຕິທໍາ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນການຄົ້ນຄວ້າກໍາແໜ້ນແຜນການ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ລວມທັງແຜນພັດທະນາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ແຜນພັດທະນາວຽກງານກົດໝາຍ ແລະ ຍຸຕິທໍາ ຂອງກະຊວງຍຸຕິທໍາ ແລະ ຂອງພະແນກຍຸຕິທໍາແຂວງ, ນະຄອນຫຼວງ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ເພື່ອສ້າງເປັນແຜນການ, ໂຄງການ ແລະ ກິດຈະກໍາ ເຂົ້າໃນວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ປະຈໍາປີ 2026 ເພື່ອນໍາໄປຈັດຕັ້ງປະຕິບັດ;
2. ໃຫ້ຄວາມໃກ້ຊິດຕິດແທດ ເພື່ອຈັດຕັ້ງຜັນຂະຫຍາຍແຜນການ, ໂຄງການ ແລະ ບັນດາກິດຈະກໍາຕ່າງໆ ໂດຍ
ສະເພາະແມ່ນ ກິດຈະກໍາໂຄສະນາເຜີຍແຜ່ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ບັນດາຫົວໜ່ວຍວິສາຫະກິດລັດ, ເອກະຊົນ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ, ນະຄອນຫຼວງ ໃຫ້ທົ່ວເຖິງ; ບໍລິການແກ້ໄຂຂໍ້ຂັດແຍ່ງ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ ພ້ອມທັງ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງໃຫ້ສໍາເລັດ ຕາມການຕົກລົງຂອງຄູ່ກໍລະນີ ແລະ ຕາມກົດໝາຍກໍານົດ;
3. ກວດກາຄືນ ກ່ຽວກັບການເກັບຄ່າບໍລິການ, ຄ່າທໍານຽມ ແລະ ອາກອນລາຍໄດ້ ຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ ແລະ ວິໄນການເງິນ;
4. ລົງເລິກຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາວຽກງານຂອງຫ້ອງການ/ຂະ
ແໜງການສົ່ງເສີມວຽກງານຍຸຕິທຳ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ເປັນລະບົບ, ຫາກພົບເຫັນບັນຫາໃດທີ່ມີຄວາມຫຍຸ້ງຍາກ ກໍ່ຂໍໃຫ້ປະສານ ແລະ ລາຍງານສາຍຕັ້ງ, ສາຍຂວາງ ເພື່ອຫາວິທີແກ້ໄຂໃຫ້ທັນການ;
5. ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂະແໜງສົ່ງເສີມວຽກງານຍຸຕິທໍາ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
6. ເປັນເຈົ້າການຄົ້ນຄວ້າກໍາແໜ້ນແຜນການ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ລວມທັງແຜນພັດທະນາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ແຜນພັດທະນາວຽກງານກົດໝາຍ ແລະ ຍຸຕິທໍາ ຂອງກະຊວງຍຸຕິທໍາ ແລະ ຂອງພະແນກຍຸຕິທໍາແຂວງ, ນະຄອນຫຼວງ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ເພື່ອສ້າງເປັນແຜນການ, ໂຄງການ ແລະ ກິດຈະກໍາລະອຽດ ເຂົ້າໃນວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ປະຈໍາປີ 2026 ເພື່ອນໍາໄປຈັດຕັ້ງປະຕິບັດ;
7. ເອົາໃຈໃສ່ໃນການຄົ້ນຄວ້າຄໍາຮ້ອງຂໍ, ການປະກອບສໍານວນຂໍ້ຂັດແຍ່ງ ລວມທັງການຕິດຕາມ, ຊຸກຍູ້ຜູ້ໄກ່ເກ່ຍ, ຄະນະກໍາມະການໄກ່ເກ່ຍ ໃນການດໍາເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ຖືກຕ້ອງຕາມຂັ້ນຕອນ, ມີຄວາມວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ;
8. ສ້າງແຜນການ ແລະ ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານແກ້ໄຂຂໍ້ຂັດ
ແຍ່ງທາງດ້ານເສດຖະກິດ ດ້ວຍການຈັດກອງປະຊຸມ ແລະ ໂຄສະນາຜ່ານໂທລະພາບ, ໂທລະໂຄ່ງ, ວິທະຍຸ ແລະ ໜັງສື ພິມທ້ອງຖິ່ນ ຕໍ່ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ບ້ານ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ເພື່ອໃຫ້ເຂົ້າໃຈ ແລະ ຮັບຮູ້ໄດ້ເຖິງຄວາມໝາຍ, ຄວາມສໍາຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
9. ສ້າງແຜນ ແລະ ປະເມີນກ່ຽວກັບຄວາມເຂົ້າໃຈ ແລະ ຮັບຮູ້ຂອງສັງຄົມ ຕໍ່ທີ່ຕັ້ງ, ພາລະບົດບາດ, ຄວາມໝາຍ, ຄວາມສໍາຄັນຂອງວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
10. ເອົາໃຈໃສ່ເກັບກໍາສະຕິຖິ ກ່ຽວກັບບຸກຄະລາກອນ, ຄໍາຮ້ອງຂໍແກ້ໄຂຂໍ້ຂັດແຍ່ງ, ຂໍ້ຂັດແຍ່ງ ແລະ ການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງ ແລະ ການໂຄສະນາເຜີຍແຜ່ກົດໝາຍ ຕາມແບບພີມທີ່ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ກໍານົດໄວ້ ໃຫ້ຖືກຕ້ອງ ແລະ ຊັດເຈນ ຢ່າງເປັນລະບົບ;
11. ເອົາໃຈໃສ່ເກັບ, ຄຸ້ມຄອງ ຄ່າທໍານຽມ, ຄ່າບໍລິການ ແລະ ອາກອນລາຍໄດ້ ລວມທັງຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຄ່າໃຊ້ຈ່າຍອື່ນທີ່ຈໍາເປັນ ເຂົ້າໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ໂປ່ງໃສ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ ແລະ ວິໄນການເງິນ;
12. ປະສານສົມທົບກັບສານປະຊາຊົນແຂວງ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເປັນຕົ້ນ: ການສະເໜີໃຫ້ສານປະຊາຊົນພິຈາລະນາອອກຄໍາຊີ້ຂາດ ຕໍ່ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.
ທັງໝົດນີ້ ແມ່ນບາງຄໍາເຫັນທີ່ເນັ້່ນໃສ່ບາງຈຸດ ທີ່ເປັນວຽກງານຈຸດສຸມ ແລະ ຮີບດ່ວນ ຊຶ່ງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈະຕ້ອງສຸມໃສ່ແກ້ໄຂ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.
ຂ່າວ: ປອ ນ.ສາຍສະໝອນ
ພາບ: ຊາຍ