20/08/2026
ກໍາມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານ ຢູ່ແຂວງບໍ່ແກ້ວ
-------------------------
ວັນທີ 20 ສິງຫາ 2026 ນີ້, ກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ໄດ້ມີກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2026 ຢູ່ສະພາປະຊາຊົນແຂວງບໍ່ແກ້ວ, ໂດຍການເປັນປະທານຮ່ວມຂອງທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢາງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ແລະ ທ່ານ ຄຳຈັນ ອິນທະຈັກ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນຳຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຂ, ເຂົ້າຮ່ວມ ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການ, ຮອງຫົວໜ້າຫ້ອງວ່າການ ສພຂ, ຫົວໜ້າ-ຮອງຫົວໜ້າ ແລະ ຜູ້ຕາງໜ້າພະແນກການ ໃນຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດຊົນເຜົ່າ, ອົງການຈັດຕັ້ງມະຫາຊົນຂອງແຂວງ, ທີມງານຈາກສະພາແຫ່ງຊາດ ແລະ ພະນັກງານວິຊາການຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສພຂເຂົ້າຮ່ວມ.
ໃນກອງປະຊຸມຄະນະຮັບຜິດຊອບ ໄດ້ສະເໜີຈຸດປະສົງ ແລະ ແຂກເຂົ້າຮ່ວມກອງປະຊຸມ. ຈາກນັ້ນ, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢາງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໄດ້ມີຄໍາເຫັນເປີດກອງປະຊຸມ ແລະ ເຈາະຈີ້ມໃຫ້ບັນດາພະແນກການ, ອົງການຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດຊົນເຜົ່າ ລາຍງານການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂົງເຂດ ຕາມຄຳຖາມເຈາະຈີ້ມທີ່ຄະນະຮັບຜິດຊອບສົ່ງໃຫ້ ເຊິ່ງປະກອບມີ 10 ພາກສ່ວນ ຄື: ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກແຮງງານ ແລະ ສະຫວັດດີ ການ-ສັງຄົມ, ພະແນກວັດທະນະທຳ ແລະ ທ່ອງທ່ຽວ, ປກສ ແຂວງ, ຫ້ອງວ່າການແຂວງ, ແນວລາວສ້າງຊາດແຂວງ, ກຳມະບານແຂວງ, ຊາວໜຸ່ມແຂວງ, ອົງການກາແດງແຂວງ, ບັນດາພາກສ່ວນດັ່ງກ່າວ ໄດ້ລາຍງານຫຍໍ້ ໂດຍຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານທີ່ມີຜົນສໍາເລັດ ແລະ ບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍທີ່ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮອງ ແລະ ຍົກໃຫ້ເຫັນບາງຂໍ້ຫຍຸ້ງຍາກທີ່ເປັນສາເຫດເຮັດໃຫ້ການຈັດຕັ້ງປະຕິບັດ ບໍ່ສາມາດບັນລຸຕາມຄາດໝາຍ, ໃນໂອກາດດັ່ງກ່າວທ່ານ ຄໍາຈັນ ອິນທະຈັກ ຮອງປະທານສະພາປະຊາຊົນແຂວງ ໄດ້ມີບາງຄຳເຫັນເພື່ອແລກປ່ຽນ ແລະ ຊີ້ນຳໃຫ້ພະແນກການດັ່ງກ່າວນຳໄປຈັດຕັ້ງປະຕິບັດ.
ຕອນທ້າຍກອງປະຊຸມ ທ່ານ ແກ້ວຈະເລີນ ເຊຍຢີ້ງຢາງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໄດ້ສະຫຼຸບສັງລວມ ແລະ ມອບໃຫ້ພະແນກການ, ອົງການໃນຂົງເຂດວັດທະນະທຳ, ຂົງເຂດຊົນເຜົ່າ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຕ່ລະຄາດໝາຍໃຫ້ບັນລຸຕາມແຜນການ, ຊີ້ນຳໃຫ້ພາກສ່ວນດັ່ງກ່າວມີການປະສານສົມທົບຢ່າງກົມກ່ຽວໃນແກ້ໄຂບັນຫາ, ພ້ອມທັງສ້າງແຜນການລົງຕິດຕາມຊຸກຍູ້ຢ່າງໃກ້ສິດຕໍ່ປະຊາຊົນບັນດາເຜົ່າ, ເພື່ອເກັບກໍາຂໍ້ມູນ ແລະ ເຂົ້າເຖິງປະຂາຊົນບັນດາເຜົ່າ ຈຶ່ງຈະໄດ້ຂໍ້ມູນຢ່າງລະອຽດ ແລະຈຶ່ງສາມາດແກ້ໄຂບັນຫາໄດ້. ຕອນທ້າຍທ່ານຍັງໄດ້ສັງລວມບັນຫາຕ່າງໆທີ່ພະແນກການ, ອົງການໃນຂົງເຂດດັ່ງກ່າວສະເໜີ ເພື່ອໄປລາຍງານຕໍ່ຄະນະປະສະພາແຫ່ງຊາດ ແລະ ສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ຊຸກຍູ້, ແກ້ໄຂ ໃຫ້ດີຂຶ້ນໃນຕໍ່ໜ້າ
ພາບ/ຂ່າວ
ນັກຂ່າວ ສພຂ