16/07/2026
#ໜ່ວຍພັກຄະນະຈັດຕັ້ງເມືອງຮຸນໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ.
-------------------------------&--------------------------
ໃນວັນທີ 16 ກໍລະກົດ 2026ນີ້ໜ່ວຍພັກຄະນະຈັດຕັ້ງເມືອງຮຸນ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍເຂົ້າຮ່ວມເປັນປະທານຂອງ ສະຫາຍ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ,ເລຂາໜ່ວຍພັກ, ຫົວໜ້າຄະນະຈັດຕັ້ງເມືອງຮຸນ, ມີຄະນະໜ່ວຍພັກພ້ອມດ້ວຍສະມາຊິກພັກສຳຮອງ,ສະມະຊິກພັກສົມບູນພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ສະຫາຍ ລືໄຊ ເຮີລາວລີ ຮອງເລຂາໜ່ວຍພັກໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 170/ຄປພມ, ລົງວັນທີ 18 ມິຖຸນາ 2026 ວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ສສະຫາຍ ນາງ ຄຳມີ ຫຼ້າຈຽມພອນ ຂຶ້ນເປັນສະມາຊິກພັກສົມບູນ ເຊິ່ງໄດ້ໃຫ້ກຽດມອບມະຕິຕົກລົງໂດຍປະທານພິທີ ແລະ ສະຫາຍ ສະມາຊິກພັກສົມບູນໃໝ່ໄດ້ຂຶ້ນປະຕິຍານຕົນຕໍ່ການຈັດຕັ້ງພັກ,ທຸງຊາດ,ທຸງພັກ.
ຈາກນັ້ນ ປະທານພິທີ ສະຫາຍ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າຄະນະຈັດຕັ້ງເມືອງຮຸນ ໄດ້ໃຫ້ກຽດໂອ້ລົມເຊິ່ງສະຫາຍໄດ້ຊົມເຊີຍຕໍ່ສະມາຊິກພັກສົມບູນໃໝ່ທີ່ມີຄວາມບຸກບືນ ຝຶກຝົນຫຼໍ່ຫຼອມຕົນເອງ,ມີຄວາມຫ້າວຫັນ ເຮັດສໍາເລັດຕໍ່ໜ້າທີ່ວຽກງານຕາມການມອບໝາຍ.ພ້ອມດຽວກັນນີ້ສະຫາຍຍັງໄດ້ແນະນຳ,ເນັ້ນໜັກບາງໝວດ,ບາງມາດຕາໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝ XII ໃຫ້ສະມາຊິກພັກສົມບູນໃໝ່ປະຕິບັດສິດ,ໜ້າທີຂອງຕົນຕາມພາລະບົດບາດ,ຂໍ້ຫ້າມຂອງສະມາຊິກພັກ,ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກເພື່ອກໍ່ສ້າງຕົນເອງເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ແລະ ສະມາຊິກພັກສົມບູນໃໝ່ກໍ່ໄດ້ຂຶ້ນຮັບຄຳໂອວາດຕັກເຕືອນເພື່ອເປັນບ່ອນອີງນຳໄປຈັດຕັ້ງປະຕິບັດກໍ່ສ້າງພັດທະນາຕົນເອງ ແລະ ກົມກອງໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງ.