Welcome to " paksong "

Call Directions Contact the organization

Welcome to " paksong " ວິຖີຊີວິດ ວັດທະນະທຳ ພາບສວຍໆ ງາມໆ ຈາກປາກຊ່ອງ
photos from paksong :)

26/10/2026
29/09/2026

ປິດ ແລະ ຖອນປ້າຍສູນປະຕິບັດທຳ ຫຼັກ 38 ຢ່າງເປັນທາງການ

ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 874/ຄປນວ, ລົງວັນທີ 24 ກັນຍາ 2026 ວ່າດ້ວຍການຍົກເລີກ ແລະ ໂຈະການເຄື່ອນໄຫວຂອງ ສູນປະຕິບັດທຳ ຫຼັກ 38 ເຊິ່ງຕັ້ງຢູ່ບ້ານ ສ້າງໃສ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ.
ວັນທີ 25 ກັນຍາ 2026 ນີ້, ທາງຄະນະກໍາມະການປົກຄອງເມືອງ ປາກງື່ມ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 513/ຄປມ.ປງ, ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ເຊີ່ງປະກອບມີ ຄະນະກໍາມະການປົກຄອງເມືອງ ປາກງື່ມ, ກຳລັງ ປກສ - ປກຊ ເມືອງ, ຄະນະກໍາມະການປົກຄອງຕາແສງ ນາຊອນ, ບ້ານ ສ້າງໃສ ແລະ ບ້ານ ໜອງບົວທອງ. ພ້ອມທັງ ໄດ້ລົງຈັດຕັ້ງປະຕິບັດງານຕົວຈິງ ໃນການປິດ ແລະ ໂຈະການເຄື່ອນໄຫວກິດຈະກໍາຕ່າງໆ ໃນບໍລິເວນສູນປະຕິບັດທໍາຫຼັກ 38 ຢ່າງເປັນທາງການ ໃນວັນທີ 26 ກັນຍາ 2026.

ໃນການລົງປະຕິບັດງານຄັ້ງນີ້, ຄະນະກຳມະການ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 874/ຄປນວ ແລະ ຂໍ້ຕົກລົງ ສະບັບເລກທີ 513/ຄປມ.ປງ ໃຫ້ (ທ່ານ ນ. ທອງແກ້ວ ຊຸມພົນພັກດີ ຜູ້ນໍາສູນປະຕິບັດທຳຫຼັກ 38, ຜູ້ປະກາດຕົນເປັນພຣະສີອະຣິຍະເມຕໄຕຣ) ພ້ອມດ້ວຍຄະນະ ແລະ ຜູ້ທີ່ມາປະຕິບັດທໍາຢູ່ສູນໄດ້ຮັບຮູ້, ເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບ ເນື້ອໃນຂໍ້ຕົກລົງ.

ຜ່ານການຮັບຟັງຂໍ້ຕົກລົງດັ່ງກ່າວ ທ່ານ ນ. ທອງແກ້ວ ຊຸມພົນພັກດີ ພ້ອມຄະນະ ກໍໄດ້ໃຫ້ການຍອມຮັບ ແລະ ຍິນຍອມ ປະຕິບັດຕາມຂໍ້ຕົກລົງຂອງທາງການ. ເຊິ່ງພາຍຫຼັງມີການຍອມຮັບປິດສູນປະຕິບັດທຳຫຼັກ 38 ແລ້ວ, ຄະນະກຳມະການໄດ້ອຳນວຍຄວາມສະດວກໃຫ້ຜູ້ມາປະຕິບັດທໍາ ແລະ ຄະນະໄດ້ເດີນທາງກັບເຮືອນຊານຂອງຕົນເອງຢ່າງປອດໄພ.

ໂດຍລວມແລ້ວ ການລົງຈັດຕັ້ງປະຕິບັດງານຂອງຄະນະກຳມະການໃນຄັ້ງນີ້ ແມ່ນສາມາດຮັກ ສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ 100%.

ຂໍ້ມູນ: ໂທລະພາບນະຄອນຫລວງວຽງຈັນ
#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ສູນປະຕິບັດທຳຫຼັກ38 #ຖອນປ້າຍ
_______________@_______________
ສະໜັບສະໜູນຂ່າວໂດຍ: Anousith Plus
____________@____________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

22/09/2026

ເປີດປະຫວັດຄວາມເປັນມາຂອງສູນປະຕິບັດທໍາຫຼັກ 38 ສາຂາ ວັດປ່ານາຄູນນ້ອຍ ເຄີຍຖືກເຕືອນມາແລ້ວ 9 ຄັ້ງ

ສູນປະຕິບັດທໍາຫຼັກ 38 ສາຂາວັດປ່ານາຄູນນ້ອຍ ບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສ້າງຕັ້ງຂຶ້ນ ໃນຊຸມປີ 2009 ໂດຍໄດ້ຮັບອະນຸຍາດຢ່າງເປັນທາງການ ຕາມຂໍ້ຕົກລົງສະບັບ 310/ຈນວ, ລົງວັນທີ 07 ຕຸລາ 2010. ກ່ຽວກັບເຈົ້າສໍານັກ ຄື: ນາງ ທອງແກ້ວ ຊຸມພົນພັກດີ (ຄໍາວົງສາ) ອາຊີບເປັນນັກທຸລະກິດ ຈາກແຂວງເຊກອງ, ໃນຊຸມປີ 2000 ນາງ ທອງແກ້ວ ໄດ້ໄປສຶກສາກ່ຽວກັບພຸດທະສາສະໜາທີ່ ແຂວງອຸບົນ ປະເທດໄທ.

ໃນປີ2001 ຫາປີ 2009 ໄດ້ມີການເຄື່ອນໄຫວຢູ່ພູສໍາລີ ທີ່ເມືອງໂພນທອງ ແຂວງຈຳປາສັກ ແລະ ຕໍ່ມາຜູ້ກ່ຽວມີບັນຫາ ຫຼື ຄວາມບໍ່ເຄົານັບຖືພຣະ ອາຈານໃຫຍ່ມະຫາຜ່ອງ ສະມະເລີກ (ຮອງປະທານສູນກາງ ອພສ) ໃນເວລານັ້ນ ເພິ່ນໄດ້ຂັບໄລ່ຜູ້ກ່ຽວອອກຈາກວັດພູສໍາລີ ແລະ ຜູ້ກ່ຽວໄດ້ຂຶ້ນມາຢູ່ນະຄອນຫຼວງວຽງຈັນ ແລະ ເຄື່ອນໄຫວເຜີຍແຜ່ສິນທໍາ-ວິປັດສະນາກຳມະຖານ ຊ່ວຍພຣະອາຈານ ໃຫຍ່ຊາລີ ກັນຕະສີໂລ ຫົວໜ້າກຳມາທິການເຜີຍແຜ່-ປະຕິບັດກຳມະຖານ (ຮອງປະທານສູນກາງ ອພສ).

ໃນປີຊຸມປີ 2010 ຜູ້ກ່ຽວໄດ້ມີການເຄື່ອນໄຫວ ຢູ່ວັດປ່ານາຄຸນນ້ອຍ ແລະ ໄດ້ຊື້ດິນຢູ່ ຫຼັກ 38 ບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ຜູ້ກ່ຽວໄດ້ຖວາຍດິນຕອນດັ່ງກ່າວ ຈໍານວນ 05 ເຮັກຕາໃຫ້ແກ່ພຣະອາຈານ ໃຫຍຊາລີ ກັນຕະສີໂລ ເພື່ອສ້າງເປັນສູນປະຕິບັດທໍາ ສາຂາວັດປ່ານາຄຸນນ້ອຍ ຈົນມາຮອດປັດຈຸບັນນີ້.

ກ່ອນຈະເກີດມີບັນຫາດັ່ງກ່າວ, ໃນວັນທີ 4 ກັນຍາ 2026 ສູນປະຕິບັດທໍາຫຼັກ 38 ໄດ້ຈັດກິດຈະກຳສະຫຼອງ ຜົນງານ ໃນການຝຶກກາຍປະຕິບັດທໍາໃຫ້ຄວາມເມດ ໃນນັ້ນ ນາງ ທອງແກ້ວ ຊຸມພົນພັກດີ (ນາງທອງແກ້ວ ຄໍາວົງສາ) ໄດ້ປະກາດຕົນເປັນ ພຣະສີອະລິຍະເມດໄຕ ໃນງານດັ່ງກ່າວ ຊຶ່ງມີຜູ້ເຂົ້າຮ່ວມປະມານ 500 ກວ່າຄົນ, ຄົນຕ່າງປະເທດ 10 ຄົນ , ຍິງ 7 ຄົນ (ເປັນຄົນໄທ), ມີພະສົງເຂົ້າຮ່ວມ 7 ອົງ ແລະ ສາມະເນນ 5 ອົງ. ໃນໄລຍະຜ່ານມາການເຄື່ອນໄຫວ ຂອງ ນາງ ທອງແກ້ວ ຊຸມພົນພັກດີ ເຫັນວ່າບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງຕາມຫຼັກທໍາຄໍາສອນ ຂອງພຸດສາສະໜາ (ມີລັກສະນະ ປະຍຸກ-ປະສົມປະສານກັນຕົນເອງມະໂນພາບຂຶ້ນເອງ) ແລະ ລະບຽບກົດໝາຍບ້ານເມືອງ ໃນບາງມາດຕາຂອງດໍາລັດ 315 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ).

ຕໍ່ກັບບັນຫາການເຄື່ອນໄຫວຂອງຜູ້ກ່ຽວ ການຈັດຕັ້ງຂັ້ນຕ່າງໆກ່ຽວຂ້ອງ ໄດ້ມີການຕັກເຕືອນຫຼາຍຄັ້ງ ແລະ ໄດ້ ເຮັດບົດບັນທຶກຕໍ່ການເຄື່ອນໄຫວຜູ້ກ່ຽວ ຈໍານວນ 09 ຄັ້ງຜ່ານມາແລ້ວ ແຕ່ຜູ້ກ່ຽວກໍກັບມາເຮັດອີກ.

#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ສູນປະຕິບັດທຳຫລັກ38
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

11/07/2026

ขอฉลองให้กับวันครบรอบปีที่ 13 บน Facebook ของฉัน ขอบคุณที่ช่วยสนับสนุนฉันมาโดยตลอด ฉันคงมาถึงจุดนี้ไม่ได้หากไม่มีพวกคุณทุกคน 🙏🤗🎉

Address

Ban Paksong
16000

Telephone

+8562054542324

Website

Alerts

Be the first to know and let us send you an email when Welcome to " paksong " posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Welcome to " paksong ":

Shortcuts

Share


Other Nature Preserves in Ban Paksong

Show All