01/09/2026
ປະທານປະເທດລາວຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້.
ວັນທີ 31 ສິງຫາ 2026ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ (SCO), ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ ນະຄອນ ຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີແລະຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງທ່ານ ນູຣລານ ເຢຍເມັກບາຢຽບ ໃນການຮັດແໜ້ນການພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືຂອງອົງການຮ່ວມມືຊຽງໄຮ້ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ການລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາຂອງ ອົງການ SCO ໃນເດືອນກໍລະກົດ 2026 ຜ່ານມາ. ສປປ ລາວ ຢືນຢັນການເຂົ້າຮ່ວມບັນດາກົນໄກ ພາຍໃຕ້ຂອບການຮ່ວມມື ອົງການ SCO ຢ່າງມີຄວາມຮັບຜິດຊອບ ໃຫ້ກາຍ ເປັນການຮ່ວມມືເພື່ອການເສີມຂະຫຍາຍ 4 ຂົງເຂດການຮ່ວມມືທີ່ເປັນບຸລິມະສິດ ສໍາລັບ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ ຄື: 1). ດ້ານການຄ້າ, ການລົງທຶນ ແລະ ການຍົກລະດັບຄວາມສາມາດທາງການຜະລິດ; 2). ດ້ານກະສິກຳ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; 3). ການເຊື່ອມຈອດ-ການເຊື່ອມໂຍງ ແລະ ການອໍານວຍຄວາມສະດວກທາງການຄ້າ; ແລະ 4). ການຫັນປ່ຽນທາງດ້ານດິຈິຕອນ ແລະ ການພັດທະນາຊັບພະຍາກອນມະນຸດ.
ໃນໂອກາດດຽວກັນນີ້, ທ່ານ ນູຣລານ ເຢຍເມັກບາຢຽບ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ສປປ ລາວ ໃນຖານະຄູ່ຮ່ວມເຈລະຈາຂອງ ອົງການ SCO ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ອົງການ SCO ແລະ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງຢືນຢັນຄວາມພ້ອມຂອງກອງເລຂາ ອົງການ SCO ໃນການປະສານງານກັບ ສປປ ລາວ ເພື່ອຜັນຂະຫຍາຍການພົວພັນຮ່ວມມື ໂດຍສະເພາະບັນດາຂົງເຂດບຸລິມະສິດ ໃຫ້ເກີດດອກອອກຜົນເປັນຮູບປະທໍາຍິ່ງໆຂຶ້ນ ໃນຕໍ່ໜ້າ.
ຂ່າວ: ປະຊາຊົນ