Borten SEZ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລາວ

Borten SEZ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລາວ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລາວ

ໃນວັນທີ 26 ສິງຫາ, ຝົນຕົກໜັກຢ່າງຕໍ່ເນື່ອງໄດ້ສົ່ງຜົນກະທົບໃຫ້ເສັ້ນທາງ 13 ແລະເສັ້ນທາງ 3 ບາງຊ່ວງໄດ້ຮັບຄວາມເສຍຫາຍ, ບໍລິສັດວິສະ...
04/09/2026

ໃນວັນທີ 26 ສິງຫາ, ຝົນຕົກໜັກຢ່າງຕໍ່ເນື່ອງໄດ້ສົ່ງຜົນກະທົບໃຫ້ເສັ້ນທາງ 13 ແລະເສັ້ນທາງ 3 ບາງຊ່ວງໄດ້ຮັບຄວາມເສຍຫາຍ, ບໍລິສັດວິສະວະກຳ ໄຮ່ຊວນ ສາກົນ ລາວ ປະຈຳບໍ່ເຕັນໄດ້ຮີບດ່ວນລະດົມກຳລັງພະນັກງານແລະເຄື່ອງຈັກເຂົ້າດຳເນີນການກູ້ໄພແລະປັບປຸງເສັ້ນທາງສຸກເສີນ. ໂດຍໄດ້ບຸກບືນສູ້ຊົນຢ່າງຕໍ່ເນື່ອງເປັນເວລາ 2 ວັນ, ຈົນສາມາດຊ່ວຍໃຫ້ເສັ້ນທາງຊ່ວງທີ່ໄດ້ຮັບຜົນກະທົບກັບມາສັນຈອນໄດ້ຕາມປົກກະຕິ, ເຊິ່ງເປັນການສະໜັບສະໜູນແລະອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນຕະຫຼອດຮອດການຟື້ນຟູຊີວິດການເປັນຢູ່ແລະການຜະລິດຂອງທ້ອງຖິ່ນ.
8月26日,持续强降雨导致13号、3号公路部分路段受灾,磨丁老挝海川国际工程公司迅速组织人员和机械开展道路抢险,连续奋战2天,助力受灾路段恢复通行,为沿线群众出行和当地生产生活恢复提供支持。

ໃນໄລຍະທີ່ຝົນຕົກໜັກຢ່າງຕໍ່ເນື່ອງຈົນເກີດໄພພິບັດ, ບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນປະຈຳເຂດສິບສອງພັນນາໄດ້ຮີບດ່ວນສະໜອງອຸປະກອນຜະລິດໄ...
04/09/2026

ໃນໄລຍະທີ່ຝົນຕົກໜັກຢ່າງຕໍ່ເນື່ອງຈົນເກີດໄພພິບັດ, ບໍລິສັດຕາໜ່າງໄຟຟ້າພາກໃຕ້ຈີນປະຈຳເຂດສິບສອງພັນນາໄດ້ຮີບດ່ວນສະໜອງອຸປະກອນຜະລິດໄຟຟ້າສຸກເສີນແລະຈັດສົ່ງພະນັກງານເຂົ້າຊ່ວຍເຫຼືອ, ເພື່ອສະໜັບສະໜູນດ້ານໄຟຟ້າເຂົ້າໃນການແປງແລະຟື້ນຟູການສະໜອງນ້ຳຂອງໂຮງງານຜະລິດນ້ຳປະປາເຂດເສດຖະກິດພິເສດບໍ່ເຕັນ.
持续强降雨引发灾情期间,南方电网西双版纳供电局及时调配应急发电设备和工作人员,为磨丁经济特区水厂抢修和恢复工作提供电力支持

ໃນວັນທີ 1 ກັນຍາ, ວັດຖຸອຸປະກອນຊ່ວຍເຫຼືອບັນເທົາທຸກ ຈາກບໍ່ຫ່ານ ປະເທດຈີນ ໄດ້ຂົນສົ່ງເຖິງ ບໍ່ເຕັນ ແລ້ວ, ເຊິ່ງຮວມມີ ນ້ຳດື່ມ, ເຂ...
04/09/2026

ໃນວັນທີ 1 ກັນຍາ, ວັດຖຸອຸປະກອນຊ່ວຍເຫຼືອບັນເທົາທຸກ ຈາກບໍ່ຫ່ານ ປະເທດຈີນ ໄດ້ຂົນສົ່ງເຖິງ ບໍ່ເຕັນ ແລ້ວ, ເຊິ່ງຮວມມີ ນ້ຳດື່ມ, ເຂົ້ານົມປັງ, ໝີ່ສຳເລັດຮູບ, ຜ້າຫົ່ມ ແລະ ເຕັ່ນ. ວັດຖຸອຸປະກອນເຫຼົ່ານີ້ ຈະຖືກນຳໄປແຈກຢາຍໃຫ້ກັບ ບ້ານທີ່ໄດ້ຮັບຜົນກະທົບ ເຊັ່ນ: ບ້ານບໍ່ເຕັນໃໝ່, ບ້ານບໍ່ບຽນ ແລະ ບ້ານອື່ນໆ.
9月1日,来自中国磨憨的救灾物资运抵磨丁,包括矿泉水、面包、方便面、棉被和帐篷。这些物资将发放到磨丁新村、磨边村等受灾村庄。

ວັນທີ 31 ເດືອນ 8 ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະລົງມາກວດກາ ແ...
02/09/2026

ວັນທີ 31 ເດືອນ 8 ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະລົງມາກວດກາ ແລະ ຊີ້ນຳວຽກງານປ້ອງກັນນ້ຳຖ້ວມຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ
8月31日,副总理兼国防部长坎良·乌塔凯山率队来磨丁经济特区检查指导防汛工作

ໃນວັນທີ 29 ສິງຫາ ທີ່ຜ່ານມາ, ໄດ້ມີຝົນຕົກໜັກຢ່າງຕໍ່ເນື່ອງ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນ ສົ່ງຜົນໃຫ້ເກີດນ້ຳຂັງ ແລະ ນ້ຳທ່ວມຂັງໃ...
02/09/2026

ໃນວັນທີ 29 ສິງຫາ ທີ່ຜ່ານມາ, ໄດ້ມີຝົນຕົກໜັກຢ່າງຕໍ່ເນື່ອງ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນ ສົ່ງຜົນໃຫ້ເກີດນ້ຳຂັງ ແລະ ນ້ຳທ່ວມຂັງໃນຫຼາຍຈຸດ. ຕໍ່ກັບສະພາບການດັ່ງກ່າວ, ຂະແໜງການທີ່ກ່ຽວຂ້ອງທຸກ ພາກສ່ວນ ໄດ້ຟຸ່ງຟ້າວລົງພື້ນທີ່ ເພື່ອລະບາຍນ້ຳ, ອະນາໄມຂີ້ຕົມ, ສ້ອມແປງພື້ນຖານໂຄງລ່າງ, ກວດກາລະດັບນ້ຳ ແລະ ສ້ອມແປງເສັ້ນທາງຢ່າງຮີບດ່ວນ.
ຮອດທ່ຽງຂອງວັນທີ 1 ກັນຍາ, ລະບົບໄຟຟ້າ ແລະ ນ້ຳປະປາ ພາຍໃນເຂດ ແມ່ນໄດ້ຮັບການຟື້ນຟູ ແລະ ເລີ່ມກັບມາໃຊ້ງານໄດ້ເປັນກ້າວໆ, ເຊິ່ງເຮັດໃຫ້ການດຳເນີນຊີວິດ ແລະ ການຜະລິດຂອງປະຊາຊົນ ກັບຄືນສູ່ສະພາບປົກກະຕິຢ່າງຕໍ່ເນື່ອງ.
8月29日,持续强降雨影响磨丁经济特区。面对积水内涝等情况,各部门迅速开展排水、清淤、设施抢修、水位巡查、道路抢修等工作。9月1日中午,特区供水供电逐步恢复,生产生活秩序持续恢复。

ວັນທີ 27 ສິງຫາ, ສູນບໍລິການຄົບວົງຈອນ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ເຊື້ອເຊີນ ພະແນກສາທາລະນະສຸກແຂວງຫຼວງນ້ຳທາ ມາຈັດການຝຶກ...
27/08/2026

ວັນທີ 27 ສິງຫາ, ສູນບໍລິການຄົບວົງຈອນ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ເຊື້ອເຊີນ ພະແນກສາທາລະນະສຸກແຂວງຫຼວງນ້ຳທາ ມາຈັດການຝຶກອົບຮົມກ່ຽວກັບການດຳເນີນໃບອະນຸຍາດ ໃຫ້ແກ່ວິສາຫະກິດການແພດ ແລະ ຜູ້ປະກອບການຄ້າຂາຍພາຍໃນເຂດ. ການຝຶກອົບຮົມໄດ້ແນະນຳເງື່ອນໄຂການປະກອບເອກະສານທີ່ກ່ຽວຂ້ອງ ເຊັ່ນ ໂຮງໝໍ, ການດຳເນີນທຸລະກິດຢາ, ການຂຶ້ນທະບຽນບຸກຄະລາກອນທາງການແພດ, ການລົງທຶນໂຮງງານຜະລິດຢາ ເປັນຕົ້ນ. ການຖາມ-ຕອບລະຫວ່າງຜູ້ປະກອບການ ແລະ ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງພະແນກສາທາລະນະສຸກ. ສູນບໍລິການຄົບວົງຈອນ ຈະສືບຕໍ່ໃຫ້ບໍລິການດ້ານການດຳເນີນງານ ແລະ ການໃຫ້ຄຳປຶກສາແກ່ວິສາຫະກິດ, ສະໜັບສະໜູນການພັດທະນາຂອງທຸກຂະແໜງອາຊີບ ໃນບໍ່ເຕ່ນແດນງາມ.
8月27日,磨丁经济特区一站式服务中心邀请琅南塔省卫生厅,为区内医疗企业和商户开展证照办理培训。培训介绍了医院、药品经营、医护人员注册、制药厂投资等相关证件的办理要求。企业代表现场提问,卫生厅相关负责人进行解答。一站式服务中心将继续为企业提供办事和咨询服务,支持磨丁各行业发展。

ການກໍ່ສ້າງຮົ້ວອ້ອມເຂດບໍ່ເຕ່ນຄາດວ່າຈະສຳເລັດພາຍໃນເດືອນກັນຍາ. ນີ້ຖືເປັນອີກບາດກ້າວສຳຄັນໃນການຮ່ວມກັນພັດທະນາເຂດຮ່ວມມືຂ້າມແດນລາ...
25/08/2026

ການກໍ່ສ້າງຮົ້ວອ້ອມເຂດບໍ່ເຕ່ນຄາດວ່າຈະສຳເລັດພາຍໃນເດືອນກັນຍາ. ນີ້ຖືເປັນອີກບາດກ້າວສຳຄັນໃນການຮ່ວມກັນພັດທະນາເຂດຮ່ວມມືຂ້າມແດນລາວ–ຈີນ ແລະຈະຊ່ວຍສ້າງເງື່ອນໄຂອັນເໝາະສົມຫຼາຍຂຶ້ນ ເພື່ອຮອງຮັບການພັດທະນາ ແລະຂະຫຍາຍການຮ່ວມມືຂອງເຂດຮ່ວມມືບໍ່ເຕ່ນ–ບໍ່ຫ່ານໃນອະນາຄົດ.
磨丁围网建设预计9月完成,这是老中两国共同建设跨境合作区的重要一步,将为磨丁—磨憨合作区未来的发展和合作创造更好的条件

ວັນທີ 19 ສິງຫາ, ຄະນະຜູ້ແທນທະນາຄານ ລາວ-ຈີນ ໄດ້ເຂົ້າຢ້ຽມຢາມເຂດເສດຖະກິດພິເສດບໍ່ເຕ່ນແດນງາມ.8月19日,老中银行代表团到访磨丁经济特区
20/08/2026

ວັນທີ 19 ສິງຫາ, ຄະນະຜູ້ແທນທະນາຄານ ລາວ-ຈີນ ໄດ້ເຂົ້າຢ້ຽມຢາມເຂດເສດຖະກິດພິເສດບໍ່ເຕ່ນແດນງາມ.
8月19日,老中银行代表团到访磨丁经济特区

ວັນທີ່17 ເດືອນ8 ນາຍົກລົດທະມັນຕີ ຊີ້ນໍາວຽກງານຢູ່ເຂດເສດຖະກິດບໍເຕ່ນແດນງາມ8月17日,总理在磨丁经济特区指导工作
18/08/2026

ວັນທີ່17 ເດືອນ8 ນາຍົກລົດທະມັນຕີ ຊີ້ນໍາວຽກງານຢູ່ເຂດເສດຖະກິດບໍເຕ່ນແດນງາມ
8月17日,总理在磨丁经济特区指导工作

18/08/2026

Address

Louang Namtha

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 17:00
Sunday 09:00 - 17:00

Telephone

+85686218016

Alerts

Be the first to know and let us send you an email when Borten SEZ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Borten SEZ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລາວ:

Shortcuts

Share