25/07/2026
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 06ເດືອນຕົ້ນປີ2026 ແລະ ວາງທິດທາງແຜນການ 06ເດືອນທ້າຍປີ2026 ຂອງຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ.
_________________________////
ໃນຕອນເຊົ້າເວລາ 8:30 ຂອງວັນທີ່24/07/2026 ທີ່ຫ້ອງປະຊຸມໃຫ່ຍຂອງຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ໄດ້ເປີດກອງປະຊຸມສະຫລຸບກາຍຈັດຕັ້ງປະຕິບັດວຽກງານ 06ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06ເດືອນທ້າຍປີ2026ຂຶ້ນ ໂດຍໃຫ້ກຽດເປັນຄະນະປະທານໂດຍທ່ານ ຄຳພູນ ສຸກອາລຸນ ຮອງຜູ້ອຳນວຍການໃຫ່ຍລັດວິສາຫະກິດໄຟຟ້າລາວ, ທ່ານ ສຸລິຍາ ໂພທິໄຕ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ນອກຈາກນັ້ນຍັງມີ ຕາງຫນ້າຈາກຝ່າຍທຸລະກິດແລະແຜນການ,ຝ່າຍວາງແຜນແລະບັນຊາລະບົບ, ຝ່າຍບຸກຄະລາກອນ,ຫ້ອງການໄຟຟ້າລາວ(ສຳນັກງານໃຫ່ຍ), ຄະນະຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ, ຄະນະສາຂາ08ແຂວງທີ່ຂຶ້ນກັບຝ່າຍພາກເໜຶອ,ຄະນະພະແນກອ້ອມຂ້າງຝ່າຍ,ຄະນະຫ້ອງການ,ຄະນະຫນ່ວຍງານພ້ອມດ້ວຍພະນັກງານຫລັກແຫລ່ງທີ່ເຂົ້າໃນທີ່ຫ້ອງປະຊຸມແລະຜ່ານອອນລາຍກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ສຸລິຍາ ໂພທິໄຕ ຫົວຫນ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານ06ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການ06ເດືອນທ້າຍປີ2026ຂອງຝ່າຍ ຫລັງຈາກນັ້ນຕາງຫນ້າຈາກສາຂາ08ແຂວງພາກເໜືອ ທີ່ຂຶ້ນກັບຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ແລະ ພະແນກການອ້ອມຂ້າງຝ່າຍພາກເໜືອ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ(ວຽກງານ07ຕົວຊີ້ວັດ,ສະພາບພົ້ນເດັ່ນ,ຂໍ້ຫຍຸ້ງຍາກ,ວິທີແກ້ໄຂ, ຂໍ້ສະເຫນີຕ່າງໆ) ແລະ ຜູ້ເຂົ້າຮ່ວມປະຊຸມໄດ້ແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນ. ຫລັງຈາກນັ້ນທ່ານຄະນະປະທານກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໂອ້ລົມຕໍ່ພະນັກງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ຕໍ່ຫນ້າ ກອງປະຊຸມໄດ້ປິດລົງໃນເວລາ16:30 ຂອງວັນດຽວກັນ.
ElectriciteDuLaos
#ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ
☎️ ມີບັນຫາໄຟຟ້າດັບ - ມອດ ຕິດຕໍ່ສາຍດ່ວນໄຟຟ້າ Call Center 071 1199.
🇫 Facebook: EDL LAOS ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ.
🌐 Website: www.edl.com.la