ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ Luang Prabang Provincial Education and Sport Department (ພະແນກສຶກສາທິກາ?

03/09/2026
ຮອງລັດຖະມົນຕີ ສສກ ຕິດຕາມຊຸກຍູ້ການໄຂສົກຮຽນໃໝ່ ຢູ່ນະຄອນຫຼວງພະບາງແຂວງຫຼວງພະບາງ++++++++++++++++++++++++++++++++ໃນຕອນບ່າຍຂອງວ...
01/09/2026

ຮອງລັດຖະມົນຕີ ສສກ ຕິດຕາມຊຸກຍູ້ການໄຂສົກຮຽນໃໝ່ ຢູ່ນະຄອນຫຼວງພະບາງແຂວງຫຼວງພະບາງ
++++++++++++++++++++++++++++++++
ໃນຕອນບ່າຍຂອງວັນທີ 1 ກັນຍາ 2026 ນີ້, ໂອກາດທີ່ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ເຂົ້າຮ່ວມ ແລະ ຕິດຕາມການໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຢູ່ບັນດາໂຮງຮຽນອ້ອມຂ້າງ ນະຄອນ ແຂວງຫຼວງພະບາງ ເພື່ອຊຸກຍູ້ ແລະ ໃຫ້ທິດຊີ້ນຳການຈັດຕັ້ງປະຕິບັດວຽກງານການສຶກສາຂອງແຂວງຫຼວງພະບາງ ເວົ້າລວມເວົ້າສະເພາະນະຄອນຫຼວງພະບາງ ໂດຍການຕ້ອນຮັບອັນອົບອຸ່ນຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ມີຄະນະອຳນວຍການໂຮງຮຽນ ພ້ອມດ້ວຍພະນັກງານ ຄູ-ອາຈານ ຕະຫຼອດຮອດນ້ອງໆນັກຮຽນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາໄດ້ພົບປະໂອ້ລົມກັບຄະນະຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນຢູ່ບັນດາໂຮງຮຽນພາຍໃນເທດສະບານນະຄອນຫຼວງພະບາງ ທ່ານໄດ້ເນັ້ນໜັກໃຫ້ຜູ້ບໍລິຫານ ໂຮງຮຽນ, ຄູ-ອາຈານທຸກທ່ານ ຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບເອົາໃຈໃສ່ຍົກສູງຄຸນນະພາບການຮຽນ-ການສອນ, ພັດທະນາຕົນເອງຢ່າງຕໍ່ເນື່ອງ, ນຳໃຊ້ວິທີການຮຽນ-ສອນແບບໃໝ່ທີ່ທັນສະໄໝ ແລະ ສຸມໃສ່ການພັດທະນາທັກສະຂອງນັກຮຽນຮອບດ້ານ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສົມຄົມຂອງຊາດ. ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງໃຫ້ການຮ່ວມມື, ສະໜັບສະໜູນ ສ້າງສະພາບແວດລ້ອມທີ່ດີທັງໃນ ແລະ ນອກໂຮງຮຽນ, ເຮັດໃຫ້ໂຮງຮຽນເປັນພື້ນທີ່ສີຂຽວ, ສະອາດ, ປອດໄພ ແລະ ເອື້ອອຳນວຍຕໍ່ການຮຽນຮູ້ຢູ່ພາຍໃນໂຮງຮຽນ; ເອົາໃຈໃສ່ສຶກສາອົບຮົມຄຸນສົມບັດ, ທັດສະນະສຶກສາ, ລະບຽບວິໄນ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ເພື່ອຮັບປະກັນໃຫ້ການເປີດສົກຮຽນໃໝ່ນີ້ ດຳເນີນໄປຢ່າງມີປະສິດທິພາບ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

01/09/2026
01/09/2026
01/09/2026

#ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2026-2027

- ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ,
- ພີ່ນ້ອງປວງຊົນລາວທັງຊາດ ທີ່ນັບຖື ແລະ ຮັກແພງ.

ມື້ນີ້ ເປັນອີກວັນໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູ-ອາຈານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ຢູ່ໃນບັນຍາກາດກຽມຈິດໃຈ ເພື່ອເຂົ້າຮຽນ ໃນສົກຮຽນໃໝ່ 2026-2027.
ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ໃນນາມຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ, ຂ້າພະເຈົ້າ ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ມານະໂອກາດນີ້.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ
ພັກ, ລັດຖະບານ ຍາມໃດກໍຖືວຽກງານການສຶກສາ, ການພັດທະນາຊັບພະຍາກອນມະນຸດ ເປັນວຽກງານບູລິມະສິດແຖວໜ້າທີ່ສຳຄັນ ໂດຍຖື “ເອົາການສຶກສາ ໄປກ່ອນວຽກງານອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າໝາຍ, ເປັນໃຈກາງ” ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ໃນໄລຍະໃໝ່ ແລະ ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນແຕ່ລະໄລຍະ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ການສຶກສາ ເປັນອົງປະກອບທີ່ສຳຄັນ ແລະ ເປັນປັດໄຈພື້ນຖານຕົ້ນຕໍ ໃນການສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ.
ໃນສົກຮຽນຜ່ານມາ ເຖິງຈະພົບຄວາມຫຍຸ້ງຍາກນານາປະການ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ຮອບດ້ານ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ຕໍ່ການປະຕິບັດວຽກງານຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ແຕ່ເຖິງຢ່າງໃດກໍຕາມ, ຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ໃນຂອບເຂດທົ່ວປະເທດ ໄດ້ມີຄວາມຕັດສິນໃຈສູງ ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ສາມາດຂັບເຄື່ອນການປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດອັນສໍາຄັນຫຼາຍດ້ານ ເປັນຕົ້ນ: ໄດ້ປັບປຸງໂຄງລ່າງພື້ນຖານຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນໃຫ້ແກ່ນັກຮຽນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນເຂດຫ່າງໄກສອກຫຼີກ, ການສຶກສານອກໂຮງຮຽນ, ເພີ່ມການສະໜອງເງິນອຸດໜູນເບ້ຍລ້ຽງນັກຮຽນ-ນັກສຶກສາ ທຸກຊັ້ນ, ທຸກສາຍ; ໄດ້ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ຍົກສູງຄຸນນະພາບການສິດສອນຂອງຄູໃນທຸກລະດັບ ເຊິ່ງກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳສົກຮຽນ 2025-2026 ກໍໄດ້ກໍານົດ 08 ທິດທາງ ເພື່ອເປັນພື້ນຖານທີ່ສໍາຄັນ ໃນການຍົກລະດັບວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນ 2026-2027 ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ.
ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ຍົກສູງຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ເຊິ່ງສະແດງອອກໃນຜົນການຮຽນ ຂອງນັກຮຽນ-ນັກສຶກສາ ທຸກຊັ້ນທຸກສາຍ ເຫັນວ່າ ຢູ່ໃນເກນ ແລະ ມາດຕະຖານທີ່ດີຂຶ້ນກວ່າເກົ່າ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ຍັງໄດ້ສ້າງຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຕີລາຄາສູງ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາ ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ບັນດາສະຖານການສຶກສາທົ່ວປະເທດ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ທີ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ປະກອບສ່ວນຢ່າງຕັ້ງໜ້າທາງດ້ານວັດຖຸປັດໄຈ, ເຫື່ອແຮງ ແລະ ສະຕິປັນຍາ ຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຄືບັນດາຜົນສໍາເລັດ ແລະ ຜົນງານທີ່ເອກອ້າງທະນົງໃຈ ທີ່ພວກເຮົາພ້ອມກັນຍາດມາໄດ້ໃນສົກຮຽນຜ່ານມາ ມານະໂອກາດນີ້ດ້ວຍ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ມີສ່ວນຮ່ວມ ຢ່າງສະເໝີຕົ້ນສະເໝີປາຍ ໃນການພັດທະນາການສຶກສາ ໃນສົກຮຽນຜ່ານມາ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2026-2027 ທີ່ປຽບດັ່ງປາງບຸນໃຫຍ່ຂອງສົກການສຶກສາ ໃຫ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີປະສິດທິຜົນ, ຮັບປະກັນຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາ, ຈຸດຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນ ອັດຕາການປະລະການຮຽນ ເຖິງວ່າມີທ່າອ່ຽງຫຼຸດລົງ ແຕ່ກໍຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ, ບັນຫາຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງບໍ່ທັນໄດ້ຮັບການຫັນປ່ຽນຢ່າງແຂງແຮງ ແລະ ອື່ນໆ; ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:
1. ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເຊີດຊູ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືືອງຂອງຕົນ ໃຫ້ສູງຂຶ້ນ, ກຳແໜ້ນສະພາບຂອງບັນດາສະຖານການສຶກສາ, ມີການຕິດຕາມ, ຊຸກຍູ້ ຢ່າງໃກ້ຊິດ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານເປັນປົກກະຕິ ແລະ ຕໍ່ເນື່ອງ, ເອົາໃຈໃສ່ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ສ້າງສະພາບແວດລ້ອມ, ສິ່ງອຳນວຍຄວາມສະດວກຂອງໂຮງຮຽນ ໃຫ້ມີບັນຍາກາດອັນໃໝ່ ເພື່ອດຶງດູດນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ໃຫ້ຄວາມສຳຄັນຕໍ່ການຮ່ຳຮຽນຫຼາຍຂຶ້ນ;
2. ການນໍາກະຊວງສຶກສາທິການ ແລະ ກິລາ, ການນໍາຂອງພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ບັນດາແຂວງ, ເມືອງ, ນະຄອນ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດ ກໍຄືມະຕິກອງປະຊຸມຜູ້ບໍລິຫານງານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ;
3. ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ວິຊາສະເພາະຕາມຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຈັນຍາທຳ ຕໍ່ວິຊາຊີບຂອງຕົນ, ເປັນເຈົ້າການປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ຮໍ່າຮຽນເອົາເຕັກນິກອັນໃໝ່ ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນ ໃຫ້ມີຄວາມຫຼາກຫຼາຍ ເພື່ອດຶງດູດນັກຮຽນ-ນັກສຶກສາ ໃຫ້ມີຄວາມສົນໃຈ, ມີຄວາມຕັ້ງໃຈ ໃນການຮໍ່າຮຽນ;
4. ຮຽກຮ້ອງມາຍັງ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບຢ່າງໜ້ອຍ ການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປ, ໃຫ້ນັບມື້ຫຼາຍຂຶ້ນ, ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບລວມຕໍ່ສັງຄົມ ຂອງຜູ້ປົກຄອງ ກໍຄືເພື່ອອະນາຄົດທີ່ດີຂອງລູກຫຼານ;
5. ສໍາລັບ ລູກຫຼານນັກຮຽນ-ນັກສຶກສາ ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ;
6. ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ໂຮງຮຽນພາກເອກະຊົນ, ຫົວໜ່ວຍທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູ-ອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ກວ້າງຂວາງ ເຫັນໄດ້ຄວາມສຳຄັນ, ຈຳເປັນ ແລະ ຄຸນປະໂຫຍດຂອງການສຶກສາ, ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ໃນທົ່ວສັງຄົມຂອງປະເທດເຮົາ.
ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ໃນການກະກຽມຄວາມພ້ອມ, ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອ, ສະໜັບສະໜູນ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອເຮັດໃຫ້ສົກຮຽນໃໝ່ 2026-2027 ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາການສຶກສາຂອງລາວເຮົາ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ອວຍພອນແດ່ ສົກຮຽນໃໝ່ 2026–2027 ຈົ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.

(ຂໍຂອບໃຈ)

ຫ້ອງການສຶກສາທິການ ແລະ ກິລາ ເມືອງຈອມເພັດ ແຂວງຫຼວງພະບາງ ໄຂສົກຮຽນໃໝ່ ປະຈໍາປີ 2026-2027 ===================       ໃນຕອນເຊົ້າ...
01/09/2026

ຫ້ອງການສຶກສາທິການ ແລະ ກິລາ ເມືອງຈອມເພັດ ແຂວງຫຼວງພະບາງ ໄຂສົກຮຽນໃໝ່ ປະຈໍາປີ 2026-2027
===================
ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ນີ້, ຫ້ອງການສຶກສາທິການ ແລະ ກິລາ ເມືອງຈອມເພັດ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈໍາປີ 2026-2027 ຂຶ້ນພ້ອມກັນທົ່ວທຸກໂຮງຮຽນໃນຂອບເຂດທົ່ວເມືອງ ມີບັນຍາກາດມ່ວນຊື່ນ.

ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ ໂຮງຮຽນ ມສ ຈອມເພັດ ໂດຍການເປັນປະທານ ຂອງທ່ານ ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ, ທ່ານ ນາງ ຈັນສະມຸດ ສຸກຂະເສີມ ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນ ແຂວງຫຼວງພະບາງ ປະຈໍາ ເມືອງຈອມເພັດ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາ ຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ,ອໍານວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ນາງ ຈັນສະມຸດ ສຸກຂະເສີມ ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນ ແຂວງຫຼວງພະບາງ ປະຈໍາ ເມືອງຈອມເພັດ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂື້ນລາຍງານການໄຂສົກຮຽນໃໝ່ ແລະໄດ້ກ່າວວ່າທົ່ວ ເມືອງຈອມເພັດ ມີໂຮງຮຽນ ທັງໝົດ 87 ແຫ່ງ, ມີໂຮງຮຽນອະນຸບານ 9 ແຫ່ງ, ໂຮງຮຽນຊັ້ນປະຖົມ 70 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນປາຍ 3 ແຫ່ງ, ມີຄູ-ອາຈານທັງໝົດ 319 ທ່ານ,ຍິງ 216 ທ່ານ,ປີນີ້ຄາດຄະເນນັກຮຽນທັງໝົດ 6.360 ກວ່ານ້ອງ.
ໃນພິທີ ທ່ານປະທານໄດ້ໃຫ້ກຽດກ່າວເປີດພິທີ ໄຂສົກຮຽນໃໝ່ທ່ານໄດ້ກ່າວວ່າ: ວັນທີ 1 ເດືອນກັນຍາ ເປັນວັນໄຂສົກຮຽນໃໝ່. ມັນແມ່ນວັນທີ່ ຄູ-ອາຈານ. ແລະ ນັກຮຽນ ,ນັກສຶກສາ ທົ່ວປະເທດພວມພ້ອມກັນເບີກບານມ່ວນຊື່ນຕ້ອນຮັບສົກຮຽນໃໝ່ ປະຈໍາປີ 2026-2027 ພ້ອມທັງຊົມເຊີຍຕໍ່ຜົນງານການສຶກສາ ຂອງເມືອງໃນປີຜ່ານມາ ແລະ ເນັ້ນໜັກໃຫ້ຄູ-ອາຈານ ສືບຕໍ່ຍົກສູງຄຸນນະພາບການຮຽນ-ການສອນ, ໃຫ້ນັກຮຽນຕັ້ງໜ້າຂະຫຍັນຮໍ່າຮຽນ, ເພື່ອກາຍເປັນນັກຮຽນທີ່ດີ, ເປັນກໍາລັງແຮງຂອງຊາດໃນອະນາຄົດ.

ຂ່າວ-ພາບ: ພັນທະລີ ສຸກຂະເສີມ

ຫຼວງພະບາງໄຂສົກຮຽນໃໝ່ 2026-2027 ເອກະພາບທົ່ວປະເທດແຂວງຫຼວງພະບາງໄດ້ຈັດພິທີໄຂສົກຮຽນໃໝ່ 2026-2027 ເອກະພາບທົ່ວປະເທດ ໃນຕອນເຊົ້າຂ...
01/09/2026

ຫຼວງພະບາງໄຂສົກຮຽນໃໝ່ 2026-2027 ເອກະພາບທົ່ວປະເທດ
ແຂວງຫຼວງພະບາງໄດ້ຈັດພິທີໄຂສົກຮຽນໃໝ່ 2026-2027 ເອກະພາບທົ່ວປະເທດ ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ນີ້, ທີ່ ໂຮງຮຽນມັດທະຍົມຕອນຕົ້ນນາຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ນາງ ວິໄລພອນ ຖະໜອມສັກ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງພະບາງ, ມີ ທ່ານ ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະນຳຂອງແຂວງ, ທ່ານ ຜູ້ຕາງໜ້າພະແນກການ, ຫົວໜ້າ-ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລານະຄອນ, ຜູ້ຕາງໜ້າຫ້ອງການອ້ອມຂ້າງ, ພະນັກງານ ຄູ-ອາຈານ, ຄະນະພັດທະນາການສຶກສາ ພ້ອມດ້ວຍ ນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ ກ່າວໃຫ້ຮູ້ວ່າ: ສົກຮຽນ 2026-2027 ຫ້ອງການສຶກສາທິການ ແລະ ກິລານະຄອນ ຫຼວງພະບາງມີ ພະນັກງານບໍລິຫານທັງໝົດ 41 ຄົນ, ຍິງ 20 ຄົນ, ມີຄູສອນ ທັງໝົດ 719 ຄົນ, ຍິງ 558 ຄົນ, ມີໂຮງຮຽນທີ່ຂື້ນກັບຫ້ອງການສຶກສານະຄອນ ທັງໝົດ 161 ແຫ່ງ, ໂຮງຮຽນຊັ້ນລ້ຽງເດັກ, ອານຸບານ 39 ແຫ່ງ, ໂຮງຮຽນຊັ້ນປະຖົມສົມບູນ 94 ແຫ່ງ, ໂຮງຮຽນ ມັດທະຍົມຕົ້ນຕອນ 14 ແຫ່ງ, ມັດທະຍົມ ສົມບູນ 14 ແຫ່ງ ແລະ ມັດທະຍົມຕອນປາຍ 1 ແຫ່ງ, ມີນັກຮຽນ ທັງໝົດ 26.166 ຄົນ, ຍິງ 12.215 ຄົນ. ໃນນີ້ມີໂຮງຮຽນ ພາກເອກະຊົນທີ່ຂື້ນກັບຫ້ອງການສຶກສາທິການ ແລະ ກິລານະຄອນ 58 ແຫ່ງ, ມີ ນັກຮຽນທັງໝົດ 8.084 ຄົນ ຍິງ 3.886 ຄົນ, ມີຄູສອນ 604 ຄົນ, ຍິງ 564 ຄົນ ເຊີ່ງໄດ້ແບ່ງກຸ່ມຊັ້ນປະຖົມສຶກສາພາກ ລັດທີ່ຂື້ນກັບຫ້ອງສຶກສານະຄອນ ອອກເປັນ 14 ກຸ່ມ ຄື: 7 ກຸ່ມໃນເທດສະບານ ແລະ 7 ກຸ່ມ ນອກເທດສະບານ. ຂະນະດຽວກັນ ທ່ານ ວັນສີ ວິໄລສັກ ຮອງຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ພັດທະນາຄູ ພະແນກສຶກສາທິການ ແລະ ກິລາແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານ ປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 1542/ຄປຂ.ຫຼບ, ລົງວັນທີ 12 ສິງຫາ 2026 ວ່າດ້ວຍການອະນຸມັດມອບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ມີຜົນງານດີເດັ່ນໃນການຮຽນ ໄດ້ໃບປະກາສະນີຍະບັດແດງ ແລະ ເສັງໄດ້ຄະແນນອັນດັບທີ 1 ຂອງແຂວງຫຼວງພະບາງ ຊັ້ນມັດທະຍົມຕອນປາຍ ມ.7 ໂດຍນັກຮຽນທີາໄດ້ຮັບໃບປະກາສະນີຍະບັດແດງປະກອບມີ ທ້າວ ວືຊົ່ງ ຊື່ນູ ໂຮງຮຽນມັດທະຍົມສົມບູນສັນຕິພາບ, ນາງ ແສງທຽນ ຄຸນສົມບັດ ໂຮງຮຽນມັດທະຍົມສົມບູນປະຊາທິປະໄຕ ແລະ ນັກຮຽນສອບເສັງໄດ້ຄະແນນອັນດັບທີ 1 ຄື: ນາງ ກິ່ງສະດາ ເມກດາລາ ໂຮງຮຽນມັດທະຍົມສົມບູນປະຊາທິປະໄຕ.
ໂອກາດໄຂສົກຮຽນໃໝ່ທີ່ມີຄວາມໝາຍສຳຄັນນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊື່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານ ຄູ-ອຈານ ແລະ ນັກຮຽນ-ນັກສຶກສາຕະຫຼອດຮອດສະມາຄົມພໍ່ແມ່ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງຫຼວງພະບາງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຮັດໃຫ້ວຽກງານການສຶກສາມີຜົນສຳເລັດຫຼາຍດ້ານໃນສົກຮຽນຜ່ານມາ, ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມຈົ່ງໄດ້ໃຫ້ການຮ່ວມມືເປັນເຈົ້າການຮ່ວມກັບຂະແໜງການສຶກສາທິການ ແລະ ກິລາໃນການກຽມພ້ອມອຳນວຍຄວາມສະດວກໃຫ້ການຊ່ວຍເຫຼືອຕາມເງື່ອນໄຂເພື່ອຮ່ວມກັນພັດທະນາຄຸນນະພາບການສຶກສາຂອງແຂວງຫຼວງພະບາງໃນສົກຮຽນ 2026-2027 ໃຫ້ມີບາດກ້າວອັນໃໝ່ທີ່ດີຍິ່ງໆຂື້ນ.ຕອນທ້າຍຂອງພິທີ, ທ່ານຄະນະປະທານພ້ອມດ້ວຍຄູ-ອາຈານ ແລະ ນ້ອງໆນັກຮຽນໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ພ້ອມປ່ອຍແຖບຜ້າເພື່ອເປັນສັນຍານໃນການໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

31/08/2026

Address

Luang Prabang
Luang Prabang

Opening Hours

Monday 08:00 - 11:30
13:30 - 04:30
Tuesday 08:00 - 11:30
13:30 - 04:30
Wednesday 08:00 - 11:30
13:30 - 04:30
Thursday 08:00 - 11:30
13:30 - 04:30
Friday 08:00 - 11:30
13:30 - 04:30

Telephone

071 212 050

Alerts

Be the first to know and let us send you an email when ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ:

Shortcuts

Share