26/01/2026
ເພື່ອເປັນການສ້າງຂະບວນການອອກແຮງງານ ຂໍ່ານັບຮັບຕ້ອນ ການປ່ອນບັດເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເພື່ອເຮັດໃຫ້ຂອບເຂດທົ່ວເມືອງໃຫ້ມີຄວາມຈົບງາມ ແລະ ມີຄວາມສະຫງົບປອດໄພ.
ຫ້ອງວ່າການເມືອງເມິງ, ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງທ່ານ ຊາບວ່າ: ວັນທີ 30 ມັງກອນ 2026 ໃຫ້ບັນດາທ່ານ ນໍາພາສະມາຊິກອ້າຍ, ເອື້ອຍ, ນ້ອງ ໃຕ້ຄວາມຮັບຜິດຊອບຂອງຕົນ ອອກແຮງງານລວມ ດັ່ງລາຍລະອຽດລຸ່ມນີ້:
1. ຕັດຫຍ້າ ແລະ ເກັບຂີ້ເຫຍື້ອຂອບເຂດຄວາມຮັບຜິດຊອບຂອງຕົນ.
2. ໃຫ້ປະຊາຊົນໃນເຂດເທດສະບານເມືອງ ແລະ ທຸກບ້ານໃນທົ່ວເມືອງພ້ອມພາກັນຕັດຫຍ້າແຄມທາງ, ດິນຈັບຈອງ ແລະ ເຮືອນຊານຂອງຕົນໃຫ້ເປັນລະບຽບ.
3. ມອບໃຫ້ແຕ່ລະຂົງເຂດແຕ່ງຕັ້ງການປ້ອງກັນເວນຍາມ ເພື່ອປ້ອງກັນບໍ່ໃຫ້ເກີດມີເຫດການທີ່ບໍ່ດີເກີດຂື້ນໃນຂອບເຂດທົ່ວເມືອງ, ຕ້ອງຮັບປະກັນໃຫ້ມີຄວາມສະຫງົບ 100%.
ສະນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ໃຫ້ໄດ້ຮັບໝາກຜົນດ້ວຍ.