31/08/2026
#ພະແນກວັດທະນະທໍາແລະການທ່ອງທ່ຽວແຂວງຈໍາປາສັກ
------===+++===------
#ການມອບເຄື່ອງເພື່ອຍົກລະດັບ-ມາດຕະຖານຂອດການບໍລິການ ຂອງພະນັກງານນໍາທ່ຽວ(ໄກ ທ້ອງຖີ່ນ) ປະຈໍາບ້ານ ໜອງຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ.
ໃນວັນທີ 30 / 08 / 2026 : #ກິດຈະກໍາການລົງມອບເຄື່ອງໃຫ້ກັບພະນັກງານນໍາທ່ຽວທ້ອງຖີ່ນ (s) #ບ້ານໜອງຫຼວງ ເມືອງປາກຊ່ອງ.
#ພິທີມອບໂດຍ ທ່ານ ນາງ ເຕລະວັນ ແກ້ວພີລາວັນ ກຳມະການພັກແຂວງ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງ #ອຸປະຖໍາໂດຍ: ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ຈໍານວນ 50 ໂຕ, #ໃນນັ້ນມີຜູ້ເຂົ້າຮ່ວມ ມອບເຄື່ອງໃນຄັ້ງນີ້ ປະກອບມີ ທ່ານ ຄໍາສອນ ສຸວັນນະຄິລິ ຕ່າງໜ້າ ຄະນະກຸ່ມພະນັກງານນໍາທ່ຽວລະດັບແຂວງ ແລະ ທ່ານ ອຸຍ ວັດຈາຣີນຕຣາ (ຜູ້ອຸປະຖໍາຮ່ວມ ຈໍານວນ 50ໂຕ ) ໃນນາມຕ່າງໜ້າໃຫ້ຜູ້ປະກອບກອບການທ່ອງທ່ຽວປະຈໍາບ້ານໜອງຫຼວງ #ພິທີ ໄດ້ມອບ ມີເສື້ອແຂນສັ້ນ, ເຄື່ອງແບບ ຂອງພະນັກງານນໍໍາທ່ຽວ ໃຫ້ກັບການຈັດຕັ້ງບ້ານ ແລະ ພະນັກງານນໍາທ່ຽວພາຍໃນບ້ານ ຈໍານວນ 100 ໂຕ, ລວມເປັນມູນຄ່າ ຫຼາຍກວ່າ 15,000,000 ກີບ ເພື່ອໄດ້ນໍາໃຊ້ໃນການບໍລິການນັກທ່ອງທ່ຽວ ເວລາເດີນປ່າ ແລະ ນອນແຄມປີງ.
#ຈຸດປະສົງຫຼັກ : ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ,ຈົບງານ ແລະ ຖື້ກຕາມຫຼັກການຂອງພະນັກງານນໍາທ່ຽວຂັ້ນທ້ອງຖີ່ນ. #ໂອກາດນີ້ ທ່ານ ນາງ ເຕລະວັນ ແກ້ວພີລາວັນ ກຳມະການພັກແຂວງ ໄດ້ເນັນໃສ່ ແລະ ໃຫ້ຄໍາແນະນໍາເພີ່ມເຕີມກ່ຽວກັບ ຂອດການບໍລິການພາຍໃນບ້ານຄື: (1)ປະຕິບັດຕໍ່ກົດລະບຽບ : ເອົາໃຈໃສ່ ແລະ ເພີ່ມຄວາມເປັນລະບຽບ-ຮອຽບຮ້ອບ, ຄວາມສະຫງົບ-ປອດໄພ ພາຍໃນບ້ານ ແລະ ຕໍ່ກັບນັກທ່ອງທ່ຽວ, (2)ການບໍລິການທີ່ພັກແຮມ(ໂຮມສະເຕ): ແມ່ນໄດ້ເນັນໃສ່ ປະຕິບັດຕາມກົດລະບຽບ ແລະ ມາດຕະຖານຂອງການພັກແຮມ ກັບເຮືອນຂອງຊຸມຊົນ, ມີຄວາມສະອາດ, ມີອາຫານ ທີ່ເປັນເອັກກະລັກ ປະຈໍາທ້ອງຖີ່ນ,ຖືກຫຼັກອະນາໄມ້ ແລະ (3) ການມີສ່ວນຮ່ວມຂອງຊຸມຊົນ: ເນັນໃຫ້ປະຊາຊົນພາຍໃນບ້ານ ໄດ້ເປັນເຈົ້າການ, ເປັນຜູ້ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດ ເຮັດໜ້າທີ່ຂອງຕົນໃຫ້ສຳເລັດເຊັ່ນ: ເປັນພະນັກງານນໍາທ່ຽວ, ເປັນຜູ້ແຕ່ງກີນ ແລະ ເປັນຜູ້ດູແລ ນັກທ່ອງທ່ຽວ, ເປັນຜູ້ປົກປັກຮັກສາຄວາມສະອາດ,ຮັກສາສີ່ງແວດລ່ອມ ແລະ ການບໍລິການ ໃຫ້ມີຄວາມປະທັບໃຈ, ມີຄວາມປອດໄພ-ສະຫງົບສຸກ, ເພື່ອເຮັດໃຫ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວຫຼາຍຂື້ນກວ່າເກົ່າ ແລະ ໃຫ້ເກີດມີຄວາມຍືນຍົງຕະຫຼອດໄປ.
#ການທ່ອງທ່ຽວແຂວງຈໍາປາສັກ
#ການທ່ອງທ່ຽວລາວໃຕ້
See less