SavannakhetCCI

Call Directions Website Contact the organization

SavannakhetCCI Savannakhet Chamber of Commerce and Industry (SCCI) It links between the state agencies and the enterprise units.

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ ເອີ້ນຫຍໍ້ ວ່າ: “ສຄອ.ສຂ” ແມ່ນອົງການຈັດຕັ້ງສັງຄົມຂອງນັກທຸລະກິດເປັນອົງ ການເຊື່ອມຕໍ່ລະຫວ່າງອົງການຂອງລັດ ແລະ ຫົວໜ່ວຍທຸລະກິດເປັນ ຕົວແທນໃຫ້ແກ່ຜູ້ໃຊ້ແຮງງານ, ບັນດາສະມາຄົມ ຫຼື ກຸ່ມທຸລະກິດ, ຫົວ ໜ່ວຍທຸລະກິດຕ່າງໆ ທີ່ເປັນຂອງລັດ, ລວມໝູ່ ແລະ ເອກະຊົນ.
Savannakhet Chamber of Commerce and Industry (SCCI) is autonomous representative organization of business communities. SCCI is also representative organization for employees, associations, business groups, state enterprises and joint ventures established under the law of Lao PDR.

19/11/2026
17/11/2026
16/11/2026

16 ພະຈິກນີ້, ຈະເລີ່ມປະຕິບັດການເກັບເງິນຄ່າຜ່ານທາງຫຼວງແຫ່ງຊາດເລກທີ 9
ນຳລົດທີ່ມີນ້ຳໜັກ 12 ໂຕນຂຶ້ນໄປ
------------
ໃນຕອນບ່າຍວັນທີ 12 ພະຈິກ 2026, ທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງສະຫວັນນະເຂດ ພ້ອມດ້ວຍຄະນະພະແນກ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ພ້ອມກັນລົງຕິດຕາມ, ກວດກາ ແລະຊູກຍູ້ການກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການເກັບເງິນຄ່າຜ່ານທາງຫຼວງແຫ່ງຊາດເລກທີ 9 ຢູ່ທີ່ສະຖານີເກັບເງິນຄ່າຜ່ານທາງແຫ່ງທີ 1 ບ້ານນາທາດ ເມືອງອຸທຸມພອນ, ເຊິ່ງຈະໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດການເກັບເງິນຄ່າຜ່ານທາງຢ່າງເປັນທາງການພ້ອມກັນທັງ 4 ສະຖານີ ຕາມເສັ້ນທາງຫຼວງແຫ່ງຊາດເລກ 9 ນັບແຕ່ວັນທີ 16 ພະຈິກ 2026 ເປັນຕົ້ນໄປ, ພາຍຫຼັງໄດ້ທົດລອງຈັດຕັ້ງປະຕິບັດການເກັບເງິນແບບການຈິກປີ້ແບບໃຊ້ໄມ້ກັ້ນ ເປັນໄລຍະເວລາ 1 ເດືອນ(ບໍ່ໄດ້ເສຍເງິນ) ເຫັນວ່າໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.
ທ່ານ ຄໍາຜອງ ສົມວິຈິດໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວ່າ: ໃນນາມຕາງໜ້າພະແນກ ຍທຂ ແຂວງ ກໍ່ຄືເຈົ້າຂອງໂຄງການຟື້ນຟູ ແລະບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດເລກ 9 ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ, ລວງຍາວ 233.30 ກມ, ໃນຮູບແບບສັນຍາປະສົມ(OPBRC ແລະ PRTC) ຕາມນະໂຍບາຍຫັນປ່ຽນໃໝ່ຂອງລັດຖະບານ, ໂດຍແມ່ນລັດວິສາຫະກິດກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາຟື້ນຟູ ແລະບູລະນະຮັກສາທາງຫຼວງແຫ່ງຊາດເລກ 9 ໃນໄລຍະ 10ປີມາຮອດປະຈຸບັນ, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນມີຄວາມຄືບໜ້າຫຼາຍສົມຄວນ ໂດຍສະເພາະແມ່ນໃນວຽກງານປັບປຸງເສັ້ນທາງໃຫ້ໂລ່ງລ່ຽນ, ພ້ອມນີ້ ປະຈຸບັນ ພວກເຮົາແມ່ນກຳລັງກະກຽມເປີດການເກັບເງິນຄ່າຜ່ານທາງແບບໃຊ້ໄມ້ກັ້ນ ຊຶ່ງຈະເລີ່ມໃນວັນທີ 16 ພະຈິກ 2026ນີ້ ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງ ຍທຂ ເລກທີ 24524/ຍທຂ, ລົງວັນທີ 07/10/2026 ວ່າດ້ວຍການຮັບຮອງເອົາລາຄາເກັບຄ່າຜ່ານທາງຂອງແຕ່ລະສະຖານີຂອງໂຄງການຟື້ນຟູ ແລະບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດເລກ 9 ນຳໃຊ້ສະເພາະການຈັດຕັ້ງປະຕິບັດລະບົບໄມ້ກັ້ນ(ເກັບແບບ Manual) ໃນໄລຍະທີ່ຍັງບໍ່ທັນມີລະບົບເກັບເງິນແບບທັນສະໄໝ ແລະປະຕິບັດຕາມແຈ້ງການຂອງຄະນະກຳມະການປົກຄອງແຂວງສະຫວັນນະເຂດ ກ່ຽວກັບການເກັບເງິນຄ່າຜ່ານທາງຫຼວງແຫ່ງຊາດ ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາຊາຍແດນລາວ-ຫວຽດນາມ ເມືອງເຊໂປນ, ໃນນີ້ ສຳລັບການເກັບຄ່າຜ່ານທາງຫຼວງເລກທີ 9 ແມ່ນຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 16 ພະຈິກ 2026 ເປັນຕົ້ນໄປ, ໂດຍແມ່ນກົມຂົວທາງ ກະຊວງ ຍທຂ, ພະແນກ ຍທຂ ສົມທົບກັບລັດວິສາຫະກິດກໍ່ສ້າງທາງເລກ 8 ຈັດຕັ້ງປະຕິບັດຕາມອັດຕາທີ່ລັດຖະບານຮັບຮອງເອົາ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ເລກທີ 998/ຫສນຍ, ລົງວັນທີ 23/07/2026, ສະເພາະລົດທີ່ມີນ້ຳໜັກ 12 ໂຕນຂຶ້ນໄປ. ສຳລັບອັດຕາຄ່າຜ່ານທາງເທົ່າກັບ 107.35ກີບ/ໂຕນ/ກມ, ວິທີການເກັບເງິນຄ່າຜ່ານທາງ ແມ່ນເກັບສະເພາະລົດຂົນສົ່ງໂດຍສານ ແລະສິນຄ້າທີ່ມີນ້ຳໜັກລວມ 12 ໂຕນຂຶ້ນໄປ ຜ່ານລະບົບທັນສະໄໝ, ລະບົບການເກັບເງິນຈະມີ 6 ຊ່ອງທາງ(3ຊ່ອງໄປ ແລະ3 ຊ່ອງກັບ), ຊຶ່ງປະກອບດ້ວຍຊ່ອງຈ່າຍຄ່າຜ່ານທາງແບບອັດຕະໂນມັດ(ETC) ຜ່ານບັດ, ຊ່ອງຈ່າຍຄ່າທາງດ້ວຍມື, (MTC) ແບບເງິນສົດ ຫຼື ໂອນ ແລະຊ່ອງບໍ່ເກັບເງິນສະເພາະລົດທີ່ມີນ້ຳໜັກຕ່ຳກວ່າ 12 ໂຕນ ແລະລົດພິເສດ, ນອກຈາກນີ້ ຍັງຈະມີຊິງຊັ່ງທັນສະໄໝ ຫ່າງຈາກຈຸດປິດ-ເປີດໄມ້ກັ້ນ 150 ແມັດ ແລະມີກ້ອງອັດສະລິຍະຕິດຕາມໃນເສັ້ນທາງທຸກໆ 10 ກະໂລແມັດ/ຈຸດ ແລະໃນຈຸດທີ່ເໝາະສົມຕື່ມ ເພື່ອຄິດໄລ່ຄ່າຜ່ານທາງແບບອັດຕະໂນມັດຢູ່ທີ່ສະຖານີເກັບເງິນ, ໂດຍລັດເປັນຜູ້ຄຸ້ມຄອງເກັບເງິນ ແລະການມີສ່ວນຮ່ວມກັບຜູ້ລົງທຶນ, ການຕິດຕາມການເກັບຄ່າຜ່ານທາງ ແມ່ນຜ່ານລະບົບທັນສະໄໝທີ່ກະຊວງການເງິນ ແລະກະຊວງ ຍທຂ ສາມາດຕິດຕາມໄດ້ແບບ Real time ແລ້ວໂອນເຂົ້າບັນຊີສະເພາະທາງເລກ 9 ທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ. ພ້ອມນີ້, ທ່ານຫົວໜ້າພະແນກ ຍທຂ ແຂວງ ຍັງໄດ້ຍົກໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະສ້ອມແປງເສັ້ນທາງໃນໄລຍະໃໝ່ຂອງລັດຖະບານ, ໂດຍລາຍຮັບທັງໝົດຈາກການເກັບຄ່າຜ່ານທາງດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນວຽກງານການບຳລຸງຮັກສາ, ສ້ອມແປງ ແລະຍົກລະດັບເສັ້ນທາງຫຼວງແຫ່ງຊາດ ເລກ 9 ໃຫ້ມີຄວາມສະດວກ, ປອດໄພ ແລະຍືນຍົງ ສາມາດຮອງຮັບນ້ຳໜັກໄດ້ຕາມມາດຕະຖານສາກົນ.
ຕາມການລາຍງານຂອງລັດວິສາຫະກິດກໍ່ສ້າງທາງເລກ 8 ໄດ້ໃຫ້ຮູ້ວ່າ: ສະຖານີເກັບເງິນຄ່າຜ່ານທາງດ້ວຍລະບົບທັນສະໄໝ ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 9 ປະກອບມີທັງໝົດ 4 ແຫ່ງຄື: ແຫ່ງທີ 01: ກມ 25+100 ບ້ານນາທາດ ເມືອງອຸທຸມພອນ, ແຫ່ງທີ 02: ກມ 88+800 ບ້ານບົວຄໍາ ເມືອງອາດສະພັງທອງ; ແຫ່ງທີ 03: ກມ 186+450 ບ້ານໜອງກົບ ເມືອງ ເຊໂປນ ແລະແຫ່ງທີ 04 ກມ 230+625 ບ້ານສະໝູນ ເມືອງເຊໂປນ; ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2025, ມາຮອດປະຈຸບັນ ການກໍ່ສ້າງພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆພາຍໃນສະຖານີເກັບເງິນທັງ 4 ແຫ່ງ ແມ່ນມີຄວາມຄືບໜ້າຫຼາຍພໍສົມຄວນ ແລະມີຄວາມພ້ອມຕໍ່ການຈັດຕັ້ງປະຕິບັດການເກັບເງິນຄ່າຜ່ານທາງ ທີ່ຈະເລີ່ມໃນວັນທີ 16 ພະຈິກນີ້.
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ໃນຄັ້ງວັນທີ 10/11/2026 ທີ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຂວງ , ຄະນະປະທານ, ຄະນະທີ່ປຶກ ພ້ອມດ້ວຍສະມາຊິກ ສຄອ.ສຂ  ໄດ້ຮັບກຽດຕ...
11/11/2026

ໃນຄັ້ງວັນທີ 10/11/2026 ທີ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຂວງ , ຄະນະປະທານ, ຄະນະທີ່ປຶກ ພ້ອມດ້ວຍສະມາຊິກ ສຄອ.ສຂ ໄດ້ຮັບກຽດຕ້ອນຮັບ ທ່ານ Achmad Dahlan, ອຸປະທູດຊົ່ວຄາວຂອງສະຖານທູດອິນໂດເນເຊຍ ປະຈໍາ ສປປລາວ ພ້ອມຄະນະ ໃນການເຂົ້າຢ້ຽມຢາມ ແລະ ແລກປ່ຽນການຮ່ວມມືກັນ ໃນລະດັບແຂວງຂອງຜູ້ປະການ ທັງສອງຝ່າຍ.

ໃນວັນທີ 09 ພະຈິກ 2026 ເວລາ 08:30-11:30 ໂມງ ທີ່ຫ້ອງປະຊຸມຊັ້ນ ( V ) ທະນາຄານແຫ່ງ ສປປ ລາວພາກກາງ ແຂວງສະຫວັນນະເຂດ, ທ່ານ ອາທິດລ...
10/11/2026

ໃນວັນທີ 09 ພະຈິກ 2026 ເວລາ 08:30-11:30 ໂມງ ທີ່ຫ້ອງປະຊຸມຊັ້ນ ( V ) ທະນາຄານແຫ່ງ ສປປ ລາວພາກກາງ ແຂວງສະຫວັນນະເຂດ, ທ່ານ ອາທິດລາຕີ ສະຫວັນຄໍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ ໄດ້ເຂົ້າເປັນປະທານຮ່ວມ ໃນກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ເຜີຍແຜ່ນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ.

ໃນວັນທີ 5 ພະຈິກ 2026 ເວລາ 08:00 ໂມງ ທີ່ຫ້ອງປະຊຸມໃຫຍ່ທ່າບົກ ໄດ້ມີຫົວໜ່ວຍທຸລະກິດທີ່ເປັນສະມາຊິກສະພາການຄ້າ ແລະ ອຸດສາຫະກໍາ ແຂ...
09/11/2026

ໃນວັນທີ 5 ພະຈິກ 2026 ເວລາ 08:00 ໂມງ ທີ່ຫ້ອງປະຊຸມໃຫຍ່ທ່າບົກ ໄດ້ມີຫົວໜ່ວຍທຸລະກິດທີ່ເປັນສະມາຊິກສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ເຂົ້າຮ່ວມພິທີເປີດການນຳໃຊ້ລະບົບພາສີທັນສະໄໝແບບລວມສູນ ( Smart Customs).

ພາບບັນຍາກາດ ການສຳມະນາການນຳAI ເຂົ້າໃນການບໍລິຫານທຸລະກິດ, ໃນຄັ້ງວັນທີ 6/11/26 ໃນງານ ຍົກລະດັບການບໍລິຫານ, ການເຂົ້າຫາແຫລ່ງທຶນ ...
08/11/2026

ພາບບັນຍາກາດ ການສຳມະນາການນຳAI ເຂົ້າໃນການບໍລິຫານທຸລະກິດ, ໃນຄັ້ງວັນທີ 6/11/26 ໃນງານ ຍົກລະດັບການບໍລິຫານ, ການເຂົ້າຫາແຫລ່ງທຶນ ແລະ ວາງສະແດງສິນຄ້າຂອງຜູ້ປະກອບການ ແຂວງສະຫວັນ ,ໃນຄັ້ງວັນທີ 2-6/11/2026,ທີ່ສູນການຄ້າສະຫວັນ-ໄອເຕັກ

ໃນຄັ້ງວັນທີ 4/11/2026, ໄດ້ມີການເຜີຍແຜ່ ການເຂົ້າຫາແຫລ່ງທຶນ ດອກເບ້ຍ6% ຕໍ່ປີ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັ...
05/11/2026

ໃນຄັ້ງວັນທີ 4/11/2026, ໄດ້ມີການເຜີຍແຜ່ ການເຂົ້າຫາແຫລ່ງທຶນ ດອກເບ້ຍ6% ຕໍ່ປີ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ໃຫ້ແກ່ ຜູ້ປະກອບການໃຫມ່, ຈຸນລະວິສາຫະກິດ ,ວິສາຫະກິດຂະຫນາດນ້ອຍ ແລະ ບັນດານ້ອງນັກສຶກຈາກວິທະຍາໄລ ແລະ ເຕັກນິກວິຊາຊີບພາຍໃນແຂວງສະຫວັນ , ໃນງານສຳມະນາຍົກລະດັບການບໍລິຫານ, ການເຂົ້າຫາແຫລ່ງທຶນ ແລະ ວາງສະແດງສິນຄ້າຂອງຜູ້ປະກອບການແຂວງສະຫວັນນະເຂດ ທີ່ສູນການຄ້າ ສະຫວັນໄອເຕັກ

ພົບກັບບັນຍາກາດ ງານສຳມະນາ ແລະ ຝຶກອົບຮົມ ໃນງານສຳມະນາຍົກລະດັບການບໍລິຫານ, ການເຂົ້າຫາແຫລ່ງທຶນ ແລະ ວາງສະແດງສິນຄ້າ ຂອງຜູ້ປະກອບກ...
05/11/2026

ພົບກັບບັນຍາກາດ ງານສຳມະນາ ແລະ ຝຶກອົບຮົມ ໃນງານສຳມະນາຍົກລະດັບການບໍລິຫານ, ການເຂົ້າຫາແຫລ່ງທຶນ ແລະ ວາງສະແດງສິນຄ້າ ຂອງຜູ້ປະກອບການແຂວງສະຫວັນ ໃນວັນທີ 5/11/2026 ໃນຫົວຂໍ້ ການບໍລິຫານອົງກອນໃນພາວະຂາດແຄນແຮງງານ ທີ່ສູນການຄ້າສະຫວັນໃນເຕັກ

Address

Office No. 305/23, Oudomsin Road, Sounantha Village, Kaysone Phomvihan District, Savannakhet Province
Savannakhét

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Telephone

85641253325

Alerts

Be the first to know and let us send you an email when SavannakhetCCI posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to SavannakhetCCI:

Shortcuts

Share