28/08/2026
#ບໍລິສັດໂຈ້ບຸນມີກຼຸບ ປະກອບສ່ວນຊ່ວຍເຫຼືອແຂວງຄໍາມ່ວນ ມູນຄ່າ 200 ລ້ານກີບ
___________________
ໃນວັນທີ 28 ສິງຫາ 2026, ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ໂຈ້ ບຸນມີກຼຸບ ຂົນສົ່ງສິນຄ້າສາກົນ ໄອຊີດີ ຈໍາກັດ ຜູ້ດຽວ ໄດ້ມອບເງິນ 200 ລ້ານກີບ ໃຫ້ແຂວງຄໍາມ່ວນ. ໃນນີ້ ປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຈໍານວນ 100 ລ້ານກີບ ແລະ ປະກອບສ່ວນພັດທະນາແຂວງຄໍາມ່ວນ 100 ລ້ານກີບ. ຊຶ່ງມອບໂດຍທ່ານ ແກ້ວມີໄຊ ນິລັດໄຊ ປະທານບໍລິສັດ ແລະ ກ່າວຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໂດຍມີຄະນະຫ້ອງວ່າການແຂວງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນບໍລິສັດເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມອບໃບຍ້ອງຍໍໃຫ້ແກ່ບໍລິສັດ ພ້ອມທັງຕາງໃຫ້ການນໍາຂອງແຂວງ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ບໍລິສັດ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໄຍຕໍ່ສັງຄົມ ໂດຍສະເພາະແມ່ນການປະກອບສ່ວນຊ່ວຍເຫຼືອປະຊາຊົນໃນຍາມທີ່ປະສົບຄວາມຫຍຸ້ງຍາກ ເຊິ່ງສະແດງໃຫ້ເຫັນເຖິງຄວາມມີນໍ້າໃຈ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ຂອງພາກທຸລະກິດ. ຊຶ່ງປັດໄຈດັ່ງກ່າວ ແມ່ນຈະໄດ້ນໍາໃຊ້ເຂົ້າໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ເພື່ອບັນເທົາຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ນໍາໃຊ້ເຂົ້າໃນການສ້າງສາພັດທະນາແຂວງຄໍາມ່ວນ ໃຫ້ມີຄວາມສີວິໄລ.
News