PetroTrade ພລັສ ພະລັງງານເພື່ອຊາດ ພະລັງງານເພື່ອການພັດທະນາ

ປີໂຕຣເທຣດ ໄດ້ຮັບໃບຢັ້ງຢືນເປັນ ບໍລິສັດຜູ້ປະກອບການ AEO (Authorize Economy Operation) ຈາກກະຊວງການເງິນ.ໃນວັນທີ 4 ກັນຍາ 2026 ...
04/09/2026

ປີໂຕຣເທຣດ ໄດ້ຮັບໃບຢັ້ງຢືນເປັນ ບໍລິສັດຜູ້ປະກອບການ AEO (Authorize Economy Operation) ຈາກກະຊວງການເງິນ.

ໃນວັນທີ 4 ກັນຍາ 2026 ກະຊວງການເງິນ, ກົມພາສີ, ພະແນກກວດສອບຄືນການແຈ້ງພາສີ, ຄະນະດ່ານພາສີສາກົນ ແລະ ຕາງໜ້າໃຫ້ກັບກະຊວງ ແລະ ພະແນການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະຜູ້ບໍລິຫານ ປີໂຕຣເທຣດ. ໂດຍການເປັນປະທານຂອງ ທ່ານຫົວໜ້າກົມພາສີ ທ່ານ ປອ ພູເຂົາຄຳ ວັນນະວົງໄຊ ແລະ ຕາງໜ້າໃຫ້ແກ່ບໍລິສັດໂດຍ ທ່ານ ນາງ ຈັນທະດອມ ເມກສະຫວັນ ຮອງຜູ້ອຳນວຍການໃຫຍ່ຝ່າຍບັນຊີ-ການເງິນ.

ໃນໄລຍະທີ່ຜ່ານມາ ປີໂຕຣເທຣດ ໄດ້ຮັບການຢັ້ງຢືນເປັນ ບໍລິສັດຜູ້ປະກອບການດີເດັ່ນ AEO ມາແລ້ວໃນສົກ 2023-2026, ປີໂຕຣເທຣດ ໄດ້ຍືນບົນຫຼັກການຂອງຄວາມຖືກຕ້ອງໂປ່ງໃສຂອງການລາຍງານການນຳເຂົ້າ, ການເສຍພາສີອາກອນທີກວດສອບໄດ້ ຜ່ານມາດຕະຖານທາງດ້ານບັນຊີ-ການເງິນຂອງບໍລິສັດທີ່ຜ່ານຜູ້ກວດສອບບັນຊີຕາມາດຕະຖານ (big 4) ແລະ ການດໍາເນີນງານທາງທຸລະກິດຂອງບໍລິສັດ ພາຍໃຕ້ຮູບແບບ ບໍລິສັດມະຫາຊົນ ເຮັດໃຫ້ບໍລິສັດເປັນຜູ້ໄດ້ຮັບການຍອມຮັບຈາກ ຄະນະກຳມະການກວດສອບ AEO ພາຍຫຼັງທີ່ຜ່ານການກວດສອບຕາມເກນການກວດສອບ 4 ພາກໃຫຍ່ ແລະ ມີຫຼາຍກວ່າ 200 ຄຳຖາມທີ່ຕ້ອງໄດ້ກວດກາ ແລະ ສະໜອງເອກະສານຢ່າງເຂັ້ມຫງວດ.

ຜ່ານການກວດສອບ ປີໂຕຣເທຣດ ໄດ້ຄະແນນຜ່ານ 87% ແລະ ຖືກຈັດຢູ່ໃນລະດັບ ບໍລິສັດຜູ້ປະກອບການ AEO ຂັ້ນ A ຢ່າງສົມກຽດ. ໃນນີ້ ໃບຢັ້ງຢືນຜູ້ປະກອບການດີເດັ່ນ AEO ມີຜົນສັກສິດນັບແຕ່ວັນທີ 10/7/2026 - 10/7/2029.

ການໄດ້ຮັບມາດຕະຖານຜູ້ປະກອບການ AEO ໃນຄັ້ງທີ 2 ຢ່າງເປັນທາງການໃນມື້ນີ້ ສະແດງໃຫ້ເຫັນວ່າ ບໍລິສັດ ໄດ້ຮັບຄວາມໄວ້ວາງໃຈຈາກພາກລັດ ພ້ອມທັງໃຫ້ຄວາມສະດວກຫຼາຍຢ່າງ ໃນການນຳເຂົ້ານ້ຳມັນເຊື້ອໄຟເຊັ່ນ: ການກວດປ່ອຍສິນຄ້າໄວຂຶ້ນ, ຫຼຸດຜ່ອນເວລາ, ຄ່າຝາກສາງ, ສາມາດເຂົ້າເຖິງຂໍ້ມູນສຳຄັນ, ເປັນບໍລິສັດທີ່ໜ້າເຊື່ອຖືໃນລະດັບປະເທດ ແລະ ພາກພື້ນ, ເຮັດໃຫ້ພາບພົດຂອງອົງກອນດີຂຶ້ນ. ນອກນີ້ຍັງຮັບປະກັນຄວາມປອດໄພທາງດ້ານການຄ້າ, ການຂົນສົ່ງ ແລະ ແນ່ໃສ່ຍົກສູງການຈັດຕັ້ງປະຕິບັດກົດໝາຍ, ລະບຽບການຢ່າງຖືກຕ້ອງ ແລະ ເຂັ້ມງວດໂດຍສອດຄ່ອງກັບຫຼັກສາກົນ.

ລາຍລະອຽດການປ່ຽນແປງລາຄານໍ້າມັນ- ແອັດຊັງພິເສດ  #ປັບຂື້ນ 790  ກີບ/ລິດ.- ແອັດຊັງທຳມະດາ  #ປັບຂື້ນ 660 ກີບ/ລິດ.- ກາຊວນ  #ປັບຂື...
02/09/2026

ລາຍລະອຽດການປ່ຽນແປງລາຄານໍ້າມັນ
- ແອັດຊັງພິເສດ #ປັບຂື້ນ 790 ກີບ/ລິດ.
- ແອັດຊັງທຳມະດາ #ປັບຂື້ນ 660 ກີບ/ລິດ.
- ກາຊວນ #ປັບຂື້ນ 20 ກີບ/ລິດ.
ອີງຕາມໃບແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1647/ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 02 ກັນຍາ 2026 ປະກາດການປ່ຽນແປງ ລາຄານໍ້າມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 03 ກັນຍາ 2026 ເວລາ 06:00 ໂມງ ເປັນຕົ້ນໄປ

ສະບາຍດີ ແອັດມິນຈະຂໍຄວາມຄິດເຫັນຈາກທຸກທ່ານ ທຸກຄວາມເຫັນ ມີຄວາມໝາຍສຳລັບປໍ້າ PLUS ຂອງພວກເຮົາ💛ທ່ານເຄີຍໃຊ້ບໍລິການຢູ່ປໍ້າ PLUS ແ...
01/09/2026

ສະບາຍດີ ແອັດມິນຈະຂໍຄວາມຄິດເຫັນຈາກທຸກທ່ານ ທຸກຄວາມເຫັນ ມີຄວາມໝາຍສຳລັບປໍ້າ PLUS ຂອງພວກເຮົາ💛

ທ່ານເຄີຍໃຊ້ບໍລິການຢູ່ປໍ້າ PLUS ແລ້ວບໍ? ⛽️

ບໍ່ວ່າຈະເປັນ ການບໍລິການ, ຄວາມສະອາດ, ຮ້ານອາຫານ, ຮ້ານລ້າງລົດ, ຄາເຟ່ ຫຼື ຫ້ອງນ້ຳ — ຄວາມຄິດເຫັນຂອງທ່ານຈະຊ່ວຍໃຫ້ປໍ້າ PLUS ນຳໄປພັດທະນາ ແລະ ປັບປຸງການບໍລິການໃຫ້ດີຍິ່ງຂຶ້ນ. 💛

🎁 ພິເສດ! ສຳລັບລູກຄ້າທີ່ຮ່ວມຕອບແບບສອບຖາມຄົບຖ້ວນ ມີສິດລຸ້ນຮັບບັດຕື່ມນ້ຳມັນ ມູນຄ່າລວມ 3,000,000 ກີບ!

🏆 ລາງວັັນ:
🥇 ບັດມູນຄ່າ 1,500,000 ກີບ — 1 ລາງວັນ
🥈 ບັດມູນຄ່າ 1,000,000 ກີບ — 1 ລາງວັນ
🥉 ບັດມູນຄ່າ 500,000 ກີບ — 1 ລາງວັນ

👉 ຮ່ວມແບ່ງປັນຄວາມເຫັນຂອງທ່ານໄດ້ທີ່:
🔗 [https://forms.gle/1f3ZotvHFMHdWB6u8]

ພຽງກົດ Link ແລະ ໃຊ້ເວລາໜ້ອຍດຽວ ເພື່ອຊ່ວຍໃຫ້ປໍ້າ PLUS ພັດທະນາການບໍລິການໃຫ້ດີຍິ່ງຂຶ້ນ. 💙

PLUS ພະລັງງານເພື່ອຊາດ ພະລັງງານເພື່ອການພັດທະນາ 💛💙

#ແບບສອບຖາມ #ຄວາມພໍໃຈລູກຄ້າ

ຕ້ອງການເພື່ອນຮ່ວມງານ ສົນໃຈຕິດຕໍ່ສອບຖາມໃນໂມງລັດຖະການ
01/09/2026

ຕ້ອງການເພື່ອນຮ່ວມງານ ສົນໃຈຕິດຕໍ່ສອບຖາມໃນໂມງລັດຖະການ

ສະບາຍດີເດືອນກັນຍາ 2026
01/09/2026

ສະບາຍດີເດືອນກັນຍາ 2026

ລາຍລະອຽດການປ່ຽນແປງລາຄານໍ້າມັນ- ແອັດຊັງພິເສດ  #ປັບລົງ 230  ກີບ/ລິດ.- ແອັດຊັງທຳມະດາ  #ປັບລົງ 190 ກີບ/ລິດ.- ກາຊວນ  #ປັບລົງ ...
27/08/2026

ລາຍລະອຽດການປ່ຽນແປງລາຄານໍ້າມັນ
- ແອັດຊັງພິເສດ #ປັບລົງ 230 ກີບ/ລິດ.
- ແອັດຊັງທຳມະດາ #ປັບລົງ 190 ກີບ/ລິດ.
- ກາຊວນ #ປັບລົງ 700 ກີບ/ລິດ.
ອີງຕາມໃບແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1588/ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 26 ສິງຫາ 2026 ປະກາດການປ່ຽນແປງ ລາຄານໍ້າມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 27 ສິງຫາ 2026 ເວລາ 06:00 ໂມງ ເປັນຕົ້ນໄປ

ລາຍລະອຽດການປ່ຽນແປງລາຄານໍ້າມັນ- ແອັດຊັງພິເສດ  #ປັບຂື້ນ 830  ກີບ/ລິດ.- ແອັດຊັງທຳມະດາ  #ປັບຂື້ນ 710 ກີບ/ລິດ.- ກາຊວນ  #ປັບຂື...
20/08/2026

ລາຍລະອຽດການປ່ຽນແປງລາຄານໍ້າມັນ
- ແອັດຊັງພິເສດ #ປັບຂື້ນ 830 ກີບ/ລິດ.
- ແອັດຊັງທຳມະດາ #ປັບຂື້ນ 710 ກີບ/ລິດ.
- ກາຊວນ #ປັບຂື້ນ 1,560 ກີບ/ລິດ.
ອີງຕາມໃບແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1529/ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 19 ສິງຫາ 2026 ປະກາດການປ່ຽນແປງ ລາຄານໍ້າມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 20 ສິງຫາ 2026 ເວລາ 06:00 ໂມງ ເປັນຕົ້ນໄປ

ລາຍລະອຽດການປ່ຽນແປງລາຄານໍ້າມັນ- ແອັດຊັງພິເສດ  #ປັບລົງ 650 ກີບ/ລິດ.- ແອັດຊັງທຳມະດາ  #ປັບລົງ  600 ກີບ/ລິດ.- ກາຊວນ  #ປັບຂື້ນ...
13/08/2026

ລາຍລະອຽດການປ່ຽນແປງລາຄານໍ້າມັນ
- ແອັດຊັງພິເສດ #ປັບລົງ 650 ກີບ/ລິດ.
- ແອັດຊັງທຳມະດາ #ປັບລົງ 600 ກີບ/ລິດ.
- ກາຊວນ #ປັບຂື້ນ 330 ກີບ/ລິດ.
ອີງຕາມໃບແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1476/ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 12 ສິງຫາ 2026 ປະກາດການປ່ຽນແປງ ລາຄານໍ້າມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 13 ສິງຫາ 2026 ເວລາ 06:00 ໂມງ ເປັນຕົ້ນໄປ

ໃນວັນທີ 10 ສິງຫາ 2026 ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ນຳໂດຍ ທ່ານ ປອ ຈັນທອນ ສິດທິໄຊ ປ...
10/08/2026

ໃນວັນທີ 10 ສິງຫາ 2026 ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ນຳໂດຍ ທ່ານ ປອ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງ ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ, ທ່ານ ນາງ ສະຫວັນທອງ ພົງສະຫວັນ ປະທານຂາຮຸ້ນ ແລະ ຜູ້ກໍ່ຕັ້ງ ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ, ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານຄະນະກຳມະການດ້ານຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ, ທ່ານ ວຽງຄອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ສິດທິ ໂລຈີສຕິກ ລາວ ຈຳກັດ, ທ່ານ ສີລາ ວຽງແກ້ວ ປະທານສະພາ ບໍລິຫານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ທ່ານ ຄຳສອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ຄະນະຜູ້ບໍລິຫານ ທະນາຄານຄຳ ລາວ ຈຳກັດ ພ້ອມດ້ວຍ ຜູ້ບໍລິຫານ ຂອງບໍລິສັດໃນເຄື່ອ ໄດ້ເຂົ້າຮ່ວມໄວ້ອາໄລຕໍ່ການຈາກໄປ ຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ແຈ້ງຂ່າວເສົ້າສະຫຼົດໃຈ ແລະ ຮ່ວມໄວ້ອາໄລ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະຊາຊົນປະຕິວ...
08/08/2026

ແຈ້ງຂ່າວເສົ້າສະຫຼົດໃຈ ແລະ ຮ່ວມໄວ້ອາໄລ ຕໍ່ການຈາກໄປຂອງ
ພະນະທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກໍາແລ້ວ ໃນວັນທີ 8 ສິງຫາ 2026 ລວມອາຍຸໄດ້ 70 ປີ (12/12/1956 - 08/08/2026)

ຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຂໍສະແດງຄວາມເສຍໃຈມາຍັງຄອບຄົວພົມວິຫານ ແລະ ຂໍໃຫ້ດວງວິນຍານຂອງທ່ານໄປສູ່ສຸຂະຕິດ້ວຍເທີນ🕊️

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 12:00

Telephone

+85621264834

Alerts

Be the first to know and let us send you an email when PetroTrade posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to PetroTrade:

Shortcuts

Share