23/10/2026
ໃນວັນທີ 22 ຕຸລາ 2026 ທີ່ສຳນັກງານໃຫຍ່ຂອງ ປີໂຕຣເທຣດ ໄດ້ມີພິທີລົງນາມເຊັນສັນຍາ ການຮ່ວມມືທຸລະກີດນ້ຳມັນເຊື້ອໄຟ ແລະ ຈັດຈຳໜ່າຍນ້ຳມັນເຊື້ອໄຟ ຂອງ 3 ບໍລິສັດຄື: ບໍລິສັດ ປີໂຕຣເທຣດ ນຳເຂົ້າ-ສົ່ງອອກ ຈຳກັດ, ບໍລິສັດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟເອເຊຍ ຈຳກັດ ແລະ ບໍລິສັດ ພັນທະມິດລາວ ປີໂຕຣລ້ຽມ ຈຳກັດ.
ໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມໂດຍການເປັນສັກຂີພິຍານຈາກ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ທອງ ທຳມະລັດ, ຮອງປະທານສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ທ່ານ ປອ ຈັນທອນ ສິດທິໄຊ, ປະທານຜູ້ກໍ່ຕັ້ງກູ່ມບໍລິສັດ PTL Holding, ທ່ານ ອານຸສັກ ພັນທຸໄລ, ອຳນວຍການໃຫຍ່, ບໍລິສັດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟເອເຊຍ ຈຳກັດ ແລະ ທ່ານ ບົວສະຫວັນ ສີຫານາດ, ຜູ້ອຳນວຍການໃຫຍ່ ບໍລິສັດ ພັນທະມິດລາວ ປີໂຕຣລ້ຽມ ຈຳກັດ ພ້ອມດ້ວຍບັນດາຜູ້ບໍລິຫານລະດັບສູງຂອງທັງ 3 ບໍລິສັດເຂົ້າຮ່ວມຢ່າງພ້ອມພຽງ.
ການລົງນາມເຊັນສັນຍາເປັນຄູ່ຮ່ວມຍຸດທະສາດ ໃນການນຳເຂົ້າ, ຈັດຈຳໜ່າຍ ແລະ ສະໜອງນ້ຳມັນເຊື້ອໄຟຄັ້ງນີ້ ກໍ່ເພື່ອໃຫ້ການບໍລິຫານຈັດການ ແລະ ຖືກຕ້ອງກັບບັນດານິຕິກຳ, ລະບຽບ ແລະ ກົດໝາຍຕ່າງໆ ທີ່ກ່ຽວຂ້ອງກັບຫົວໜ່ວຍທຸລະກິດນຳເຂົ້ານ້ຳມັນເຊື້ອໄຟ ຈາກດຳລັດ 331/ນຍ ມາຮອດ ດຳລັດ 559/ນຍ ເພື່ອແນ່ໃສ່ໃຫ້ບັນດາຜູ້ປະກອບການນໍາເຂົ້ານໍ້າມັນເຊື້ອໄຟ ຕ້ອງໄດ້ມີການປັບປຸງການໃຫ້ບໍລິການ, ຂີດຄວາມສາມາດ ແລະ ແຜນການດໍາເນີນທຸລະກິດຂອງຕົນເອງ ໃຫ້ສອດຄ່ອງ ແລະ ເໝາະສົມຕາມທິດທາງຂອງ ພັກ-ລັດ ວາງອອກ.
ຫຼາຍກວ່າທົດສະວັດທີ່ຜ່ານມາ, ທັງ 3 ບສ ຄື: ບໍລິສັດ ປີໂຕຣເທຣດ ນຳເຂົ້າ-ສົ່ງອອກ ຈຳກັດ (PTL/Plus), ບໍລິສັດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟເອເຊຍ ຈຳກັດ (AP) ແລະ ບໍລິສັດ ພັນທະມິດລາວ ປີໂຕຣລ້ຽມ ຈຳກັດ (ALP) ລ້ວນແລ້ວແຕ່ເປັນ ຜູ້ປະກອບການນຳເຂົ້າ ແລະ ຈັດຈຳໜ່າຍນ້ຳມັນເຊື້ອໄຟ #ສັນຊາດລາວ 100% ທີ່ມີສັກກາຍະພາບ, ມີສາງແຮຮອງນ້ຳມັນ ແລະ ປ້ຳນ້ຳມັນຄອບຄຸມທົ່ວປະເທດ, ເປັນຄຸ່ຮ່ວມເສັ້ນທາງຂອງນັກເດີນທາງ ເປັນຜູ້ຊ່ວຍເກື້ອໜູນຊາວກະສິກອນໃນການດຳເນີນການຜະລິດກະສິກຳ, ເປັນຄູ່ຮ່ວມໃນໂຄງການກໍ່ສ້າງເສັ້ນທາງ, ເຂື່ອນໄຟຟ້າ ແລະ ໂຮງງານອຸດສາຫະກຳຕ່າງໆ ມາເປັນປະຫວັດອັນຍາວນານ.
ແຜນຍຸດທະສາດການລິເລີ່ມຄວາມຮ່ວມມືທັງ 3 ບໍລິສັດ ໃນການນຳເຂົ້າ ແລະ ຈັດຈຳໜ່າຍນ້ຳມັນເຊື້ອໄຟ ໄດ້ລິເລີ່ມມາແຕ່ຕົ້ນປີ 2026 ເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງ, ມີຄວາມສະຖຽນລະພາບ ໃນຕະຫຼາດການຄ້ານ້ຳມັນເຊື້ອໄຟໃຫ້ເຂັ້ມແຂງ, ຄອບຄູມ, ມີຄວາມສະຖຽນລະພາບ ແລະ ຮັບປະກັນການສະໜອງຕໍ່ຄວາມຕ້ອງການຂອງສັງຄົມຢ່າງພຽງພໍ ແລະ ຕໍ່ເນື່ອງ ເປັນ ບໍລິສັດ ແລະ ສະຖານີບໍລິການສັນຊາດລາວ ທີ່ເຕີບໂຕ ແລະ ຄຽງຄູ່ສັງຄົມລາວຕະຫຼອດໄປ.
#ພລັສພະລັງງານເພື່ອຊາດ #ພະລັງງານເພື່ອການພັດທະນາ