10/09/2026
𝐀𝐝𝐯𝐚𝐧𝐜𝐢𝐧𝐠 𝐈𝐧𝐜𝐥𝐮𝐬𝐢𝐨𝐧: 𝐆𝐄𝐃𝐒𝐈 𝐀𝐥𝐮𝐦𝐧𝐢 𝐒𝐲𝐦𝐩𝐨𝐬𝐢𝐮𝐦 𝟐𝟎𝟐𝟔 𝐁𝐫𝐢𝐧𝐠𝐬 𝐓𝐨𝐠𝐞𝐭𝐡𝐞𝐫 𝟏𝟎𝟎+ 𝐀𝐥𝐮𝐦𝐧𝐢 𝐚𝐧𝐝 𝐏𝐚𝐫𝐭𝐧𝐞𝐫𝐬 ✨
🇱🇦🤝🇦🇺 ການສະໜັບສະໜູນການພັດທະນາແບບມີສ່ວນຮ່ວມ ຖືເປັນຫົວໃຈສໍາຄັນຂອງການຮ່ວມມືລະຫວ່າງອົດສະຕຣາລີ ກັບ ສປປ ລາວ. ກອງປະຊຸມສໍາມະນາ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ ຂອງອະດີດນັກສຶກສາອົດສະຕຣາລີ ປີ 2026 (The GEDSI Alumni Symposium 2026) ທີ່ນະຄອນຫຼວງວຽງຈັນໄດ້ເສີມສ້າງເຄືອຂ່າຍ, ການເປັນຜູ້ນຳ ແລະ ການຮ່ວມມືທີ່ຈຳເປັນເພື່ອຮັບປະກັນວ່າທຸກຄົນ, ລວມທັງແມ່ຍິງ, ຜູ້ພິການ ແລະ ກຸ່ມຄົນຜູ້ດ້ຶຍໂອກາດ, ສາມາດເຂົ້າຮ່ວມ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາເສດຖະກິດ ແລະ ສັງຄົມ.
ມີອະດີດນັກສຶກສາ ແລະ ຄູ່ຮ່ວມງານຫຼາຍກວ່າ 120 ທ່ານ ຈາກທັງພາກລັດ, ອົງການຈັດຕັ້ງທາງສັງຄົມ, ອົງການຄົນພິການ, ພາກເອກະຊົນ ແລະ ໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເຂົ້າຮ່ວມງານ ພາຍໃຕ້ຫົວຂໍ້ "ການສົ່ງເສີມການມີສ່ວນຮ່ວມ ຜ່ານການເປັນຜູ້ນຳ, ການຮຽນຮູ້ ແລະ ການເປັນຄູ່ຮ່ວມງານພາຍໃນ ສປປ ລາວ."
💬ທ່ານນາງ ມີເຊວ ໂອບານ, ເອກອັກຄະລັດຖະທູດສໍາພັນທະໄມຕີ ສໍາລັບວຽກງານຄວາມສະເໝີພາບຍິງ-ຊາຍ ຂອງອົດສະຕຣາລີ, ໄດ້ໃຫ້ກຽດເຂົ້າຮ່ວມເປັນແຂກພິເສດ ເພື່ອເປີດງານກອງປະຊຸມສໍາມະນາໃນຄັ້ງນີ້.
ທ່ານທູດ ໂອບານ ໄດ້ກ່າວວ່າ ອົດສະຕຣາລີຍັງຄົງມຸ່ງໝັ້ນຕໍ່ການສົ່ງເສີມການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ ແລະ ເຮັດວຽກເພື່ອຮັບປະກັນວ່າທຸກຄົນສາມາດໄດ້ຮັບຜົນປະໂຫຍດຈາກໂອກາດທາງດ້ານເສດຖະກິດ.
🌱ງານສໍາມະນາໃນຄັ້ງນີ້ ໄດ້ຈັດໃຫ້ມີ ຫ້ອງສົນທະນາແບບກຸ່ມຍ່ອຍ ທີ່ທຸກຄົນສາມາດເຂົ້າເຖິງໄດ້ງ່າຍ ແລະ ນຳໂດຍຜູ້ທີ່ມີປະສົບການຕົວຈິງ ເຊິ່ງລວມມີການສົນທະນາກ່ຽວກັບການ ດຳເນີນງານດ້ານການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ, ການສ້າງຄວາມເຂັ້ມແຂງດ້ານເສດຖະກິດ, ການຈັດການອຸປະສັກຕໍ່ການມີສ່ວນຮ່ວມ ນຳພາໂດຍຜູ້ທີ່ມີຄວາມພິການ, ແລະ ຕົວຢ່າງຈາກການປະຕິບັດຕົວຈິງຂອງການນຳພາແບບມີສ່ວນຮ່ວມ. 💡
🇱🇦🤝🇦🇺 ລັດຖະບານອົດສະຕຣາລີມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການນຳພາ ແລະ ການຮ່ວມມື ຂອງອະດີດນັກສຶກສາ ໃນການຊ່ວຍປ່ຽນຄວາມຮູ້ກ່ຽວກັບ ຄວາມສະເໝີພາບຍິງ-ຊາຍ, ຄົນພິການ ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ (GEDSI) ໃຫ້ກາຍເປັນການຈັດຕັ້ງປະຕິບັດຕົວຈິງໃນລະດັບທ້ອງຖິ່ນ ເພື່ອສົ່ງເສີມການມີສ່ວນຮ່ວມໃຫ້ຫຼາຍຂຶ້ນໃນ ສປປ ລາວ.
---
🇱🇦🤝🇦🇺 Supporting inclusive development is central to Australia's partnership with Laos. The GEDSI Alumni Symposium 2026 in Vientiane strengthened the networks, leadership and partnerships needed to ensure all people, including women, people with disabilities and marginalised groups, can participate in and benefit from economic and social development.
Over 120 alumni and partners from government, civil society, organisations of persons with disabilities, the private sector and Australia-supported programs came together under the theme “Advancing Inclusion through Localised Leadership, Learning, and Partnerships in Lao PDR.”
💬 Australian Ambassador for Gender Equality, the Hon. Michelle O’Byrne, made a special guest appearance assisting to open the event. Ambassador O’Byrne reaffirmed Australia’s commitment to inclusion and to ensure that everyone could benefit from economic opportunity.
🌱 The symposium featured accessible, lived-experience-led sessions, including discussions on inclusive climate action, economic empowerment, breaking barriers to participation, and inclusive leadership in practice.💡
Australia is proud to support alumni leadership and partnerships that help turn GEDSI knowledge into local action for a more inclusive Lao PDR.