25/08/2026
ສະຖານທູດຝຣັ່ງ ປະຈຳ ລາວ ຮູ້ສຶກດີໃຈທີ່ໄດ້ຕ້ອນຮັບ ທ່ານ Jacky Bobichon-Kittirath ເຂົ້າມາປະຈຳການຢູ່ໃນສະຖານທູດຝຣັ່ງ ໃນຕໍາແໜ່ງຜູ້ປະສານງານດ້ານເສດຖະກິດ ແລະ ອົງກອນລັດ ໃຫ້ກັບຄະນະທີ່ປຶກສາການຄ້າຕ່າງປະເທດຂອງຝຣັ່ງ (CCE) ແລະ ປະທານສະພາການຄ້າ ແລະ ອຸດສາຫະກຳຝຣັ່ງ ປະຈຳ ລາວ (CCIFL).
ການມາປະຕິບັດໜ້າທີ່ດັ່ງກ່າວ ຖືເປັນບາດກ້າວໃໝ່ໃນການເສີມສ້າງການຮ່ວມມືຢ່າງໃກ້ຊິດ ພາຍໃຕ້ ທີມປະເທດຝຣັ່ງ ເພື່ອສະໜັບສະໜູນສາຍພົວພັນທາງດ້ານເສດຖະກິດ ລະຫວ່າງ ຝຣັ່ງ ແລະ ລາວ.
ພາລະກິດຂອງເພີ່ນ ແມ່ນເພີ່ມທະວີການປະສານງານລະຫວ່າງພາກສ່ວນເສດຖະກິດຂອງຝຣັ່ງ, ສະໜັບສະໜູນຊ່ວຍເຫຼືອບໍລິສັດ ແລະ ອຳນວຍຄວາມສະດວກການແລກປ່ຽນກັບພາກລັດ ແລະ ຄູ່ຮ່ວມມືຝ່າຍລາວ.
ສະຖານທູດຝຣັ່ງ, CCE ແລະ CCIFL ຕ້ອງການເຕົ້າໂຮມພາກທຸລະກິດຝຣັ່ງ ແລະ ສົ່ງເສີມໂຄງການໃໝ່ໆ ລວມທັງ ການຮ່ວມມື ລະຫວ່າງ ຝຣັ່ງ ແລະ ລາວ.
ຂໍສະແດງຄວາມຍິນດີຕ້ອນຮັບ ທ່ານ Jacky Bobichon-Kittirath ແລະ ຂໍອວຍພອນໃຫ້ທ່ານຈົ່ງປະສົມຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ນີ້.
L’Ambassade de France au Laos est heureuse d’accueillir au sein de son campus M. Jacky Bobichon-Kittirath, agent de coordination économique et institutionnelle auprès des Conseillers du Commerce Extérieur de la France (CCE) et Directeur exécutif de la Chambre de Commerce et d’Industrie France-Laos (CCIFL).
Cette présence marque une nouvelle étape dans le renforcement des synergies au sein de l’Équipe France, au service des relations économiques franco-laotiennes.
Sa mission vise à renforcer la coordination des acteurs économiques français, accompagner les entreprises et faciliter les échanges avec les institutions et partenaires laotiens.
L’Ambassade, le Comité Laos des CCE et la CCIFL souhaitent ainsi mieux fédérer la communauté d’affaires française et favoriser de nouveaux projets et partenariats entre la France et le Laos.
Nous lui souhaitons pleine réussite dans ses nouvelles fonctions.
Bienvenue Jacky !