Institut Pasteur du Laos

Institut Pasteur du Laos Institut Pasteur du Laos is a Lao National Institution mandated by Lao Ministry of Health to:
1. Research and diagnostic on tropical diseases
2.

Training and Education
3. Investigation of epidemics

[Scroll down for English]ຂໍສະແດງຄວາມຍິນດີກັບ ດຣ. ວິໄລສອນ ຂຸນວິສິດ.ສະຖາບັນ ປັດສະເຕີ ລາວ ມີຄວາມພາກພູມໃຈໃນຄວາມສຳເລັດຂອງ ດຣ....
10/09/2026

[Scroll down for English]
ຂໍສະແດງຄວາມຍິນດີກັບ ດຣ. ວິໄລສອນ ຂຸນວິສິດ.

ສະຖາບັນ ປັດສະເຕີ ລາວ ມີຄວາມພາກພູມໃຈໃນຄວາມສຳເລັດຂອງ ດຣ. ວິໄລສອນ ຄຸນວິສິດ ນັກຄົ້ນຄວ້າຂອງຫ້ອງວິເຄາະພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ຂອງສະຖາບັນ ປັດສະເຕີ ລາວ ທີ່ໄດ້ຮຽນຈົບປະລິນຍາເອກຈາກປະເທດສະວິດ (Switzerland).

ການຄົ້ນຄວ້າ ປະລິນຍາເອກ ນີ້ແມ່ນ ສຶກສາຜົນກະທົບຂອງການເຂົ້າເຖິງນ້ຳ, ສຸຂາພິບານ ແລະ ສຸຂະອະນາໄມ (WASH)ຕໍ່ຄວາມສ່ຽງຂອງພະຍາດຊຶມເຊື້ອໃນ ສປປ ລາວ, ເຊິ່ງການຄົ້ນຄ້ວາດັ່ງກ່າວ ເປັນຜົນງານທີ່ຈະຊ່ວຍເສີມຂະຫຍາຍຄວາມຮູ້ດ້ານສາທາລະນະສຸກ ແລະ ການປ້ອງກັນພະຍາດໃນຊຸມຊົນຂອງພວກເຮົາໄດ້.

ຂໍສະແດງຄວາມຍິນດີອີກເທື່ອໜຶ່ງກັບ ດຣ. ວິໄລສອນ ຂຸນວິສິດ ກັບຄວາມສຳເລັດໃນການສຶກສາຂັ້ນປະລິນຍາເອກໃນຄັ້ງນີ້.

We are proud to celebrate Dr. Vilaysone Khounvisith, from the Vaccine Preventable Disease Lab, at Institut Pasteur du Laos, on the successful completion of her PhD in Switzerland.

Her PhD research looked at how water, sanitation, and hygiene (WASH) conditions affect the risk of infectious diseases in Laos. This work helps strengthen public health knowledge and supports disease prevention in our communities.

Congratulations, Dr. Khounvisith, on this great achievement. We are excited to see how your research will continue to make a difference.

[Scroll down for English]ທ່ານ ເຕົາຟິກ ບົວເວ ນັກສຶກສາປະລິນຍາເອກ ຈາກມະຫາວິທະຍາໄລ ຣິວກິວ ປະເທດຍີ່ປຸ່ນ ແລະ ໃນນາມສ່ວນໜຶ່ງຂອງໂ...
21/08/2026

[Scroll down for English]

ທ່ານ ເຕົາຟິກ ບົວເວ ນັກສຶກສາປະລິນຍາເອກ ຈາກມະຫາວິທະຍາໄລ ຣິວກິວ ປະເທດຍີ່ປຸ່ນ ແລະ ໃນນາມສ່ວນໜຶ່ງຂອງໂຄງການ JICA-SATREPS* ໄດ້ມີໂອກາດລົງເຮັດວຽກພາກສະໜາມ ໃນລະຫວ່າງວັນທີ 7 ຫາ 16 ກໍລະກົດ 2026 ຢູ່ 2 ບ້ານໃນເມືອງສະໝ້ວຍ, ແຂວງສາລະວັນ, ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດຈາກ ສະຖາບັນ ປັດສະເຕີ ລາວ .
ເພື່ອທຳຄວາມເຂົ້າໃຈກ່ຽວກັບປັດໄຈດ້ານພຶດຕິກຳຂອງຄົນ ແລະ ຍຸງ ທີ່ເປັນພາຫະຂອງໄຂ້ມາລາເຣຍ (Residual malaria transmission) ເນື່ອງຈາກ ສປປ ລາວ ກຳລັງຫຍັບໃກ້ເຂົ້າສູ່ໄລຍະການກຳຈັດພະຍາດໄຂ້ມາລາເຣຍ, ທາງທີມງານໄດ້ດຳເນີນການເກັບຕົວຢ່າງຍຸງຢ່າງຕໍ່ເນື່ອງເປັນເວລາ 48 ຊົ່ວໂມງ ຢູ່ບໍລິເວນປ່າແຄມບ້ານ ແລະ ພື້ນທີ່ປູກຝັງ ໂດຍໃຊ້ກັບດັກທີ່ມີຄົນຢູ່ໃນມຸ້ງສອງຊັ້ນ (HBDNT) ແລະ ກັບດັກງົວ (CBT). ນອກຈາກນີ້, ຍັງໄດ້ສຳພາດປະຊາຊົນໃນບ້ານເພື່ອສຶກສາເຖິງພຶດຕິກຳທີ່ອາດກ່ຽວຂ້ອງ ແລະ ປະເມີນຄວາມສ່ຽງຕໍ່ການຕິດເຊື້ອໄຂ້ມາລາເຣຍ ອີກດ້ວຍ.
ຂໍ້ມູນທີ່ໄດ້ຈາກການລົງພາກສະໜາມໃນຄັ້ງນີ້ ນອກຈາກຈະເປັນຫຼັກຖານທາງດ້ານວິຊາການທີ່ສຳຄັນ ເພື່ອສົ່ງເສີມການວາງແຜນ ດຳເນີນມາດຕະການຄວບຄຸມ ແລະ ກຳຈັດພະຍາດໄຂ້ມາລາເຣຍໃນ ສປປ ລາວ ແລ້ວ, ຍັງໄດ້ຊ່ວຍເສີມສ້າງທັກສະຂອງ ທ່ານ ເຕົາຟິກ ບົວເວ ໃນການສຳຫຼວດດ້ານແມງໄມ້ວິທະຍາ ແລະ ການເຮັດວຽກຮ່ວມກັນເປັນທີມ ຕະຫຼອດເຖິງການຮ່ວມມືກັບຊຸມຊົນຂັ້ນທ້ອງຖິ່ນອີກດ້ວຍ. ພ້ອມກັນນີ້, ຍັງເປັນການເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງ ທ່ານ ເຕົາຟິກ ບົວເວ ໃນການປະກອບສ່ວນຊອກຫາວິທີທາງໃນການແກ້ໄຂດ້ານສາທາລະນະສຸກ ຢ່າງເປັນຮູບປະທຳ.

ທ່ານ ເຕົາຟິກ ບົວເວ ຍັງຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ສະຖາບັນປັດສະເຕີ ລາວ, ອົງການ ໄຈກາ ແລະ ມະຫາວິທະຍາໄລ ຣິວກິວ ສຳລັບການຄົ້ນຄ້ວາໃນຄັ້ງນີ້. ໃນຂະນະດຽວກັນ, ຍັງຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້( ສຂມມ), ພະແນກສາທາແຂວງ ແລະ ຫ້ອງການສາທາເມືອງ, ທີມງານພາກສະໜາມ ລວມທັງ ຊຸມຊົນ ທີ່ປະກອບສ່ວນຢ່າງຕັ້ງໜ້າໃນການຊ່ວຍເຫຼືອ ແລະ ຮ່ວມມືຕະຫຼອດໄລຍະເວລາຂອງການຄົ້ນຄວ້ານຳອີກ.
*SATREPS = ໂຄງການຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອການພັດທະນາຢ່າງຍືນຍົງ

Mr. BOUWE Taofic, a PhD candidate at the University of the Ryukyus, Japan.

As part of the JICA-SATREPS* project and his PhD research, he had the opportunity to conduct fieldwork from 7 to 16 July 2026 in two remote villages of Samouay District, Salavan Province, Lao PDR, with the close support and collaboration of the Institut Pasteur du Laos (IPL).

To understand human and vector behavioural drivers of residual malaria transmission, as Lao PDR is close to malaria elimination, they conducted a 48-hour continuous mosquito collection at village-forest fringe and cultivation sites using Human-Baited Double Net Traps (HBDNT) and Cattle-Baited Traps (CBT). They also interviewed individuals at risk of malaria.

This fieldwork not only contributed to generating evidence to support targeted malaria interventions and elimination in Lao PDR but also strengthened his skills in entomological surveys and gave me valuable experience in teamwork and collaboration with local communities. It also reinforced his commitment to contributing to practical global health solutions.

He sincerely thanks the IPL, JICA and the University of the Ryukyus for this cooperative research full of unique experiences. He also extends his gratitude to the Center of Malariology, Parasitology and Entomology (CMPE), the provincial and district health authorities, their dedicated field team, and the participating communities for their invaluable support and collaboration throughout this work.
*SATREPS= Science and Technology Research Partnership for Sustainable Development

[Scroll down for English]ນາງ ເອມິເລຍ ວາຊົງ ເປັນນັກສຶກສາປະລິນຍາຕີ ປີທີ 3 ສາຂາ ຈຸລະຊີວະວິທະຍາ ແລະ ພູມຄຸ້ມກັນວິທະຍາ ຈາກ ມະຫ...
18/08/2026

[Scroll down for English]
ນາງ ເອມິເລຍ ວາຊົງ ເປັນນັກສຶກສາປະລິນຍາຕີ ປີທີ 3 ສາຂາ ຈຸລະຊີວະວິທະຍາ ແລະ ພູມຄຸ້ມກັນວິທະຍາ ຈາກ ມະຫາວິທະຍາໄລ ບຮີຕິສ ໂຄລໍາເບຍ.

ນາງ ເອມິເລຍ ວາຊົງ ໄດ້ຝຶກອົບຮົມຢູ່ ຫ້ອງວິເຄາະແມງໄມ້ວິທະຍາ ຂອງ ສະຖາບັນ ປັດສະເຕີ ລາວ ເປັນເວລາ 4 ເດືອນ ພາຍໃຕ້ໂຄງການ Co-op ຂອງ ມະຫາວິທະຍາໄລ ບຮີຕິສ ໂຄລໍາເບຍ. ໂດຍຢູ່ພາຍໃຕ້ການຊີ້ນຳຂອງ ດຣ. ຄຳສິງ ວົງໄພໂລດ ແລະ ດຣ. ໄທເກີ ສຸລະພີ, ນາງ ເອມິເລຍ ໄດ້ປະກອບສ່ວນເຂົ້າໃນ "ໂຄງການສ້າງແຜນທີ່ເຫັບ" ທີ່ເຮັດແຜນທີ່ຊະນິດຂອງເຫັບ ແລະ ເຊື້ອພະຍາດທີ່ເຫັບເປັນພາຫະນະຢູ່ ສປປ ລາວ, ພ້ອມທັງ "ໂຄງການ ໂວບາເກຍ" ທີ່ຕິດຕາມປະສິດທິພາບຂອງການປ່ອຍຍຸງທີ່ມີເຊື້ອ ໂວບາເກຍ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ ນະຄອນຫຼວງວຽງຈັນ.

ນາງ ເອມິເລຍ ວາຊົງ ຖືວ່າຈະຍັງໃໝ່ໃນດ້ານແມງໄມ້ວິທະຍາການແພດ ແຕ່ກໍໄດ້ຮຽນຮູ້ການຈຳແນກຊະນິດຂອງຍຸງ ແລະ ເຫັບ ຢູ່ ສປປ ລາວ ໂດຍໃຊ້ລັກສະນະຮູບຮ່າງວິທະຍາ ແລະ ຮຽນຮູ້ການກຽມຕົວຢ່າງສຳລັບຂັ້ນຕອນທາງຊີວະວິທະຍາໂມເລກຸນ.

ນອກຈາກນີ້, ລາວຍັງໄດ້ສະກັດດີເອັນເອ ຂອງແບັກທີເຣຍ ແລະ ຈຸລະໂລກ ເພື່ອຖອດລະຫັດພັນທຸກຳ, ຮຽນຮູ້ການຈຳແນກສາຍພັນຂອງ ໂວບາເກຍ ທີ່ພົບຢູ່ ນະຄອນຫຼວງວຽງຈັນ ລວມທັງແບັກທີເຣຍ ຣິກເກັດເຊຍ ຢູ່ ສປປ ລາວ ອີກດ້ວຍ.

Emilia Vachon is a third-year undergraduate student at the University of British Columbia (UBC) majoring in Microbiology and Immunology.

She joined IPL's Medical Entomology Laboratory for a 4-month internship as part of UBC's Co-op Program. Under the supervision of Dr. Khamsing Vongphayloth and Dr. Tiger Soulaphy, she has participated in the Tick Map project, which maps the tick species of Lao PDR and the pathogens they carry, as well as the 𝘞𝘰𝘭𝘣𝘢𝘤𝘩𝘪𝘢 project, which monitors the efficacy of 𝘞𝘰𝘭𝘣𝘢𝘤𝘩𝘪𝘢 -infected mosquito releases in reducing dengue incidence in Vientiane capital.

New to medical entomology, Emilia has learned to identify mosquito and tick species of Lao PDR using morphology and to prepare them for molecular biology processes.

She has extracted bacterial and viral DNA for sequencing, learned to identify the strains of 𝘞𝘰𝘭𝘣𝘢𝘤𝘩𝘪𝘢 found in Vientiane as well as the rickettsial bacteria of Lao.

[Scroll down for English]ນາງ ໂຊແລນ ອວຽກຊ້ອງ ນັກສຶກສາຈາກປະເທດຝຣັ່ງ ໄດ້ເຂົ້າມາຝຶກອົບຮົມຢູ່ຫ້ອງວິເຄາະຈຸລະໂລກວິທະຍາຂອງພວກເຮົ...
17/08/2026

[Scroll down for English]
ນາງ ໂຊແລນ ອວຽກຊ້ອງ ນັກສຶກສາຈາກປະເທດຝຣັ່ງ ໄດ້ເຂົ້າມາຝຶກອົບຮົມຢູ່ຫ້ອງວິເຄາະຈຸລະໂລກວິທະຍາຂອງພວກເຮົາເປັນເວລາ 6 ເດືອນ ຕັ້ງແຕ່ເດືອນມີນາທີ່ຜ່ານມາ. ນາງ ໂຊແລນ ອວຽກຊ້ອງ ປັດຈຸບັນກຳລັງສຶກສາຢູ່ປີທີ 6 ສາຂາເພສັຊສາດ ຢູ່ ມະຫາວິທະຍາໄລ Reims Champagne-Ardennes ແລະ ຍັງກຳລັງຮຽນຕໍ່ປະລິນຍາໂທ 2 ສາຂາ “One Health Emerge” ຢູ່ Oniris VetAgroBio (Nantes National Veterinary School) ອີກດ້ວຍ.

ໂຄງການຄົ້ນຄວ້າຂອງ ນາງ ໂຊແລນ ອວຽກຊ້ອງ ຢູ່ ສະຖາບັນປັດສະເຕີ ລາວ ແມ່ນເນັ້ນໃສ່ການສຶກສາການແຜ່ລະບາດຂອງເຊື້ອຈຸລະໂລກຕັບອັກເສບ ອີ (Hepatitis E Viruses - HEV) ທີ່ຕິດຕໍ່ຈາກສັດສູ່ຄົນຢູ່ໃນ ລາວ. ໂດຍວຽກງານຄົ້ນຄວ້ານີ້ມີເປົ້າໝາຍ ເພື່ອປະເມີນບົດບາດ ແລະ ຄວາມສຳຄັນຂອງເຊື້ອ 𝘗𝘢𝘴𝘭𝘢𝘩𝘦𝘱𝘦𝘷𝘪𝘳𝘶𝘴 𝘣𝘢𝘭𝘢𝘺𝘢𝘯𝘪 ແລະ 𝘙𝘰𝘤𝘢𝘩𝘦𝘱𝘦𝘷𝘪𝘳𝘶𝘴 𝘳𝘢𝘵𝘵𝘪 ຕໍ່ກັບລະບາດວິທະຍາຂອງເຊື້ອພະຍາດດັ່ງກ່າວຢູ່ພາຍໃນທ້ອງຖິ່ນ. ນອກຈາກການຄົ້ນຄວ້າຢູ່ພາຍໃນຫ້ອງວິເຄາະແລ້ວ, ນາງ ໂຊແລນ ອວຽກຊ້ອງ ຍັງໄດ້ມີໂອກາດລົງປະຕິບັດງານຢູ່ພາກສະໜາມ 2 ຄັ້ງ ຢູ່ທີ່ແຂວງຈຳປາສັກ ແລະ ແຂວງຄຳມ່ວນ ອີກດ້ວຍ.

Solène Hurson joined our Virology laboratory in March for a 6-month internship. Coming from France, she is currently in her 6th year of pharmacy studies at the University of Reims Champagne-Ardennes. She is also completing a Master 2 in "One Health Emerge" at Oniris VetAgroBio (Nantes National Veterinary School).

Her research project at IPL explores the circulation of zoonotic Hepatitis E Viruses (HEV) in Laos. Solène’s work aims to determine the respective contributions of 𝘗𝘢𝘴𝘭𝘢𝘩𝘦𝘱𝘦𝘷𝘪𝘳𝘶𝘴 𝘣𝘢𝘭𝘢𝘺𝘢𝘯𝘪 and 𝘙𝘰𝘤𝘢𝘩𝘦𝘱𝘦𝘷𝘪𝘳𝘶𝘴 𝘳𝘢𝘵𝘵𝘪 to the local epidemiology of the virus.

In addition to her laboratory research, she also had the opportunity to participate in two field missions in the Champasak and Khammouane provinces.

[Scroll down for English]🔬 ເສີມສ້າງການຮ່ວມມືທາງດ້ານວິທະຍາສາດໃນພາກພື້ນລະຫວ່າງວັນທີ 1-5 ມິຖຸນາ 2026,ພະນັກງານຂອງສະຖາບັນປັດສ...
14/08/2026

[Scroll down for English]
🔬 ເສີມສ້າງການຮ່ວມມືທາງດ້ານວິທະຍາສາດໃນພາກພື້ນ

ລະຫວ່າງວັນທີ 1-5 ມິຖຸນາ 2026,ພະນັກງານຂອງສະຖາບັນປັດສະເຕີ ລາວ 2 ທ່ານ ຄື ດຣ ສົມພະວັນ ສົມລໍ (ນັກວິທະຍາສາດ ແລະ ເຈົ້າໜ້າທີ່ຄວາມປອດໄພທາງຊີວະພາບ) ແລະ ທ່ານ ນາງ ສຸກສະຄອນ ວຽງພຸທອງ (ຊ່າງເຕັກນິກຫ້ອງທົດລອງ) ໄດ້ເຂົ້າຮ່ວມການອົບຮົມກ່ຽວກັບເຕັກນິກ serological multiplex immunoassay (MIA) ຢູ່ສະຖາບັນປາສະເຕີ ກຳປູເຈຍ.

ການອົບຮົມໃນຄັ້ງນີ້ ຊ່ວຍເສີມສ້າງຄວາມສາມາດຂອງຫ້ອງວິເຄາະຂອງພວກເຮົາ ແລະ ສະໜັບສະໜູນວຽກ ງານການເຝົ້າລະວັງພະຍາດຊຶມເຊື້ອໃນພາກພື້ນ.

ຂໍສະແດງຄວາມຍິນດີກັບທັງສອງທ່ານ ແລະ ຂອບໃຈສະຖາບັນປາສະເຕີ ກຳປູເຈຍ ສຳລັບການແລກປ່ຽນ ຄວາມ ຮູ້ໃນຄັ້ງນີ້! 🙌

Strengthening Regional Scientific Collaboration
From June 1–5, 2026, two IPL staff members, Dr. Somphavanh Somlor (Scientist & Biosafety Officer) and Mrs Souksakhone Viengphouthong (Lab Technician) took part in a training on serological multiplex immunoassay (MIA) at Institut Pasteur du Cambodge 🇰🇭

This hands-on training strengthens IPL’s laboratory capacity and supports our ongoing work in infectious disease surveillance across the region.
Congratulations to both, and thank you to Institut Pasteur du Cambodge for the valuable knowledge exchange!

ຕົວແທນຈາກ ສະຖາບັນປັດສະເຕີລາວ ເຂົ້າຮ່ວມກອງປະຊຸມວ່າດ້ວຍພະຍາດໄຂ້ຍຸງລາຍ ອາຊີ ຄັ້ງທີ 9 ທີ່ປະເທດສິງກະໂປ (14–18 ມິຖຸນາ 2026)ສະຖ...
05/08/2026

ຕົວແທນຈາກ ສະຖາບັນປັດສະເຕີລາວ ເຂົ້າຮ່ວມກອງປະຊຸມວ່າດ້ວຍພະຍາດໄຂ້ຍຸງລາຍ ອາຊີ ຄັ້ງທີ 9 ທີ່ປະເທດສິງກະໂປ (14–18 ມິຖຸນາ 2026)

ສະຖາບັນ ປັດສະເຕີ ລາວ (IPL) ໄດ້ມີຄວາມພູມໃຈເປັນຢ່າງຍິ່ງທີ່ ດຣ. ໄທເກີ ສຸລາພີ ແລະ ນ. ມະນີລັດ ນະລົງສັກ ເປັນຕົວແທນເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍພະຍາດໄຂ້ຍຸງລາຍ ອາຊີ ຄັ້ງທີ 9 (9th Asia Dengue Summit) ທີ່ປະເທດ ສິງກະໂປ.

ກອງປະຊຸມໃນຄັ້ງນີ້ ໄດ້ຮວບຮ່ວມເອົາບັນດານັກຄົ້ນຄ້ວາ, ຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະ ຜູ້ກຳນົດນະໂຍບາຍຈາກທົ່ວພາກພື້ນ ອາຊີ-ປາຊີຟິກ ເພື່ອມາແລກປ່ຽນຄວາມຮູ້ ແລະ ປຶກສາຫາລືກ່ຽວກັບຄວາມຄືບໜ້າຫຼ້າສຸດໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍູງລາຍ.

ໃນລະຫວ່າງການປະຊຸມນີ້, ນັກຄົ້ນຄວ້າທັງສອງທ່ານໄດ້ນຳສະເໜີບົດຄົ້ນຄ້ວາທາງວິທະຍາສາດໃນຮູບແບບແຜ່ນພາບ ຈຳນວນ 2 ບົດ ຄື:

📌 ການປະເມີນຜົນຫຼັງການປ່ອຍຍູງ ກ່ຽວກັບການຂະຫຍາຍຕົວຂອງເຊື້ອບັກເຕຣີ ໂວບາເກຍ (Wolbachia) ແລະ ການໝູນວຽນຂອງເຊື້ອຈຸລະໂລກໄຂ້ຍູງລາຍ ໃນປະຊາກອນຍູງລາຍ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ
(Post-Release Assessment of Wolbachia Establishment and Dengue Virus Circulation in Aedes Mosquito Populations in Vientiane, Lao PDR)

📌 ບົດຮຽນທີ່ຖອດຖອນໄດ້ຈາກການນຳໃຊ້ ແບບຈຳລອງ SARIMAX ເຂົ້າໃນການພະຍາກອນ ພະຍາດໄຂ້ຍູງລາຍ: ຂໍ້ມູນເຊີງເລິກຈາກການເກັບຂໍ້ມູນໄລຍະສັ້ນ (2016–2017) ໃນ 4 ບ້ານ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ
(Lessons Learned from Applying SARIMAX Models to Dengue Forecasting: Insights from Short Time Series (2016–2017) in 4 Villages in Vientiane Capital, Laos)

ງານດັ່ງກ່າວນີ້ກໍຍັງ ເປັນໂອກາດທີ່ສຳຄັນໃນການເສີມສ້າງຄວາມຮ່ວມມືໃນລະດັບພາກພື້ນ ແລະ ນຳສະເໜີຜົນງານການຄົ້ນຄ້ວາທີ່ກຳລັງດຳເນີນຢູ່ໃນປັດຈຸບັນຂອງ ສະຖາບັນ ປັດສະເຕີ ລາວ ເພື່ອສົ່ງເສີມການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍູງລາຍ ໂດຍອີງໃສ່ຫຼັກຖານທາງວິທະຍາສາດຕົວຈິງ.

ທາງສະຖາບັນ ສະຖາບັນ ປັດສະເຕີ ລາວ ຂໍຂອບໃຈ ຄະນະຈັດງານ ແລະ ຄູ່ຮ່ວມງານທຸກໆຝ່າຍ ທີ່ໄດ້ໃຫ້ສ້າງເວທີອັນມີຄຸນຄ່ານີ້ ຂຶ້ນມາ ເພື່ອການແລກປ່ຽນຄວາມຮູ້ ແລະ ການຮ່ວມມືອີກດ້ວຍ.

Institut Pasteur du Laos represented at the 9th Asia Dengue Summit, Singapore (14–18 June 2026)

Institut Pasteur du Laos (IPL) was proudly represented by Dr. Tiger SOULAPHY and Ms. Manilath NALONGSACK at the 9th Asia Dengue Summit in Singapore.

The summit brought together researchers, public health professionals, and policymakers from across the Asia-Pacific region to exchange knowledge and discuss the latest advances in dengue prevention and control.

During the summit, our researchers presented two scientific posters:

📌 Post-Release Assessment of Wolbachia Establishment and Dengue Virus Circulation in Aedes Mosquito Populations in Vientiane, Lao PDR

📌 Lessons Learned from Applying SARIMAX Models to Dengue Forecasting: Insights from Short Time Series (2016–2017) in 4 Villages in Vientiane Capital, Laos.

The event also provided valuable opportunities to strengthen regional collaborations and showcase IPL’s ongoing research to support evidence-based dengue prevention and control.

We thank the organizers and all partners for providing this valuable platform for knowledge exchange and collaboration.

[Scroll down for English]ການລົງກວດອາຈົມ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ (ໃນໄລຍະວັນທີ15–20 ມິຖຸນາ 2026) ທີມງານຫ້ອງວິເຄາະກາຝາກ...
23/07/2026

[Scroll down for English]
ການລົງກວດອາຈົມ ຢູ່ເມືອງທຸລະຄົມ, ແຂວງວຽງຈັນ (ໃນໄລຍະວັນທີ15–20 ມິຖຸນາ 2026)

ທີມງານຫ້ອງວິເຄາະກາຝາກ ຈາກສະຖາບັນປັດສະເຕີລາວ (IPL) ພ້ອມດ້ວຍ ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ (CMPE) ໄດ້ລົງພາກສະໜາມຢູ່ເມືອງທຸລະຄົມ, ແຂວງວຽງຈັນ ເພື່ອກວດຫາອັດຕາຕິດເຊື້ອພະຍາດ ໃບໄມ້ໃນຕັບ (Opisthorchis viverrini), ພາຍໃຕ້ໂຄງການ Science and Technology Research Partnership for Sustainable Development (SATREPS). ເຊື້ອ O. viverrini ແມ່ນກາຝາກຊະນິດພະຍາດ ໃບໄມ້ໃນຕັບ. ຄົນເຮົາຈະຕິດເຊື້ອແມ່ກາຝາກຊະນິດນີ້ໄດ້ ໂດຍການກິນ ຫຼື ບໍລິໂພກປາດິບທີ່ມີເຊື້ອດັ່ງກ່າວ. ການຕິດເຊື້ອພະຍາດໃບໄມ້ໃນຕັບ ແບບຊໍ້າເຮື້ອ ຫຼື ເປັນເວລາດົນນານ ເປັນໜຶ່ງໃນສາເຫດທີ່ພາໃຫ້ເກີດ ມະເຮັງທໍ່ນ້ຳບີໄດ້.

ໃນການລົງພາກສະໜາມຄັ້ງນີ້, ທີມງານໄດ້ເກັບຕົວຢ່າງອາຈົມໃນປະຊາຊົນຢູ່ 2 ບ້ານ ຈາກຜູ້ເຂົ້າຮ່ວມທີ່ມີອາຍຸ 5 ປີຂຶ້ນໄປ. ນອກຈາກນັ້ນ, ທີມງານຍັງໄດ້ມີການກວດອາຈົມຢູ່ພາກສະໜາມ ດ້ວຍກ້ອງຈຸລະທັດ ໂດຍນຳ ໃຊ້ເຕັກນິກ Kato-Katz, ພ້ອມທັງມີການສໍາພາດຜູ້ເຂົ້າຮ່ວມ, ແລະ ເກັບຕົວຢ່າງເພື່ອມາກວດ ດ້ວຍເຕັກນິກ PCR ຢູ່ສະຖາບັນປັດສະເຕີລາວ (IPL) ກິດຈະກຳນີ້ສາມາດຈັດຕັ້ງປະຕິບັດໄດ້ ຍ້ອນການຮ່ວມມື ແລະ ຊ່ວຍເຫຼືອ ເປັນຢ່າງດີລະຫວ່າງ ສະຖາບັນປັດສະເຕີລາວ (IPL), ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ Center for Malariology, Parasitology and Entomology (CMPE) , ພະແນກສາທາລະນະສຸກ ແຂວງວຽງຈັນ, ໂຮງໝໍເມືອງ, ແລະ ພະນັກງານ.

The Parasitology Laboratory team from the Institut Pasteur du Laos (IPL) and the Center of Malariology, Parasitology, and Entomology (CMPE) conducted a field survey in Thoulakhom District, Vientiane Province, to investigate the prevalence of Opisthorchis viverrini infection, under the framework of the Science and Technology Research Partnership for Sustainable Development (SATREPS) project. O. viverrini is a liver fluke parasite. People become infected with this parasite by eating raw fish infected with it. A chronic infection with O. viverrini is one of the causes of bile duct cancer.

The team collected stool samples from the study participants aged 5 years and above in two villages. The team conducted on-site microscopy using the Kato-Katz method, a questionnaire survey, and stool sample preservation for PCR analysis at IPL.

This activity was made possible through the collaboration of IPL, CMPE, the Vientiane Provincial Health Department, the District Hospital, and local Health Center staff.

ວັນທີ 20 ກໍລະກົດ - ວັນສ້າງຕັ້ງສະຫະພັນແມ່ຍິງລາວເນື່ອງໃນວັນສຳຄັນນີ້, ສະຖາບັນປັດສະເຕີລາວ ຂໍສະແດງຄວາມຊົມເຊີຍ ແລະ ຄວາມພາກພູມໃ...
21/07/2026

ວັນທີ 20 ກໍລະກົດ - ວັນສ້າງຕັ້ງສະຫະພັນແມ່ຍິງລາວ
ເນື່ອງໃນວັນສຳຄັນນີ້, ສະຖາບັນປັດສະເຕີລາວ ຂໍສະແດງຄວາມຊົມເຊີຍ ແລະ ຄວາມພາກພູມໃຈຢ່າງຍິ່ງ ຕໍ່ນັກຄົ້ນຄວ້າ ແລະ ວິຊາການ ຫ້ອງວິເຄາະຍິງທຸກທ່ານ, ຜູ້ເປັນກຳລັງສຳຄັນໃນການຂັບເຄື່ອນພາລະກິດຂອງສະຖາບັນຄົ້ນຄວ້າຂອງພວກເຮົາ.
ບໍ່ວ່າຈະຢູ່ໃນຫ້ອງວິເຄາະ ຫຼື ການເຮັດວຽກພາກສະໜາມ, ເອື້ອຍນ້ອງຍິງຂອງພວກເຮົາ ໄດ້ອຸທິດທັງເວລາ, ຄວາມຮູ້, ແລະ ຄວາມສາມາດ ເພື່ອວຽກງານຄົ້ນຄວ້າ, ແລະ ການປົກປ້ອງສຸຂະພາບຂອງປະຊາຊົນລາວ. ຄວາມມຸ່ງໝັ້ນ, ຄວາມລະອຽດຮອບຄອບ ແລະ ຫົວໃຈທີ່ຮັກໃນວິຊາຊີບ ແມ່ນພະລັງອັນຍິ່ງໃຫຍ່ທີ່ເຮັດໃຫ້ ສະຖາບັນປັດສະເຕີ ລາວ ກ້າວໜ້າຢ່າງບໍ່ຢຸດຢັ້ງ.
ຂໍສະແດງຄວາມຂອບໃຈ ແລະ ຄວາມນັບຖືຢ່າງສູງ ມາຍັງແມ່ຍິງທຸກທ່ານ ທັງພາຍໃນສະຖາບັນປັດສະເຕີລາວ ແລະ ທົ່ວປະເທດ ໃນວັນສ້າງຕັ້ງສະຫະພັນແມ່ຍິງລາວປີນີ້.
#ວັນແມ່ຍິງລາວ #ສະຫະພັນແມ່ຍິງລາວ #ສະຖາບັນປັດສະເຕີລາວ #ແມ່ຍິງໃນຂະແໜງວິທະຍາສາດ

20 July - Lao Women’s Union Day
On this meaningful day, the Institut Pasteur du Laos (IPL) proudly celebrates our women scientists and laboratory technicians, who serve as the backbone of our institution.
Whether working in the laboratory or out in the field, our women colleagues dedicate their time, expertise, and passion to the research and disease-prevention efforts that protect the health of communities across Laos. Their precision, resilience, and unwavering commitment to science are vital to IPL's continued success and progress.
To all the women of IPL and women across the nation, thank you for your incredible contributions. Happy Lao Women’s Union Day.

[Scroll down for English]ເມື່ອບໍ່ດົນມານີ້, ດຣ ນິໂກລາ ສວິເຕັກ ຫົວໜ້າຄົນໃໝ່ຂອງຫ້ອງວິເຄາະພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ...
09/07/2026

[Scroll down for English]
ເມື່ອບໍ່ດົນມານີ້, ດຣ ນິໂກລາ ສວິເຕັກ ຫົວໜ້າຄົນໃໝ່ຂອງຫ້ອງວິເຄາະພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ (Vaccine Preventable Disease Lab) ທີ່ຫາກໍ່ເຂົ້າຮ່ວມວຽກງານກັບສະຖາບັນປັດສະເຕີລາວ ໃນເດືອນມີນາ 2026 ທີ່ຜ່ານມາ, ໄດ້ເດີນທາງໄປຢ້ຽມຢາມ ແລະ ປະຕິບັດງານ ທີ່ສະຖາບັນສຸຂະພາບລຸກຊຳບວກ (Luxembourg Institute of Health - LIH). ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອພົບປະກັບບັນດາຄູ່ຮ່ວມງານ ແລະ ນັກຄົ້ນຄວ້າ ທີ່ໄດ້ຮ່ວມມືກັນມາຢ່າງຍາວນານ ເພື່ອຮ່ວມກັນກຳນົດທິດທາງຍຸດທະສາດໃນອະນາຄົດຂອງຫ້ອງວິເຄາະພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ທີ່ສະຖາບັນປັດສະເຕີລາວ.

ໃນລະຫວ່າງການຢ້ຽມຢາມໃນຄັ້ງນີ້, ດຣ ນິໂກລາ ສວິເຕັກ ໄດ້ພົບປະກັບທີມງານຄົ້ນຄວ້າຫຼາຍທີມທີ່ຢູ່ສະຖາບັນສຸຂະພາບລຸກຊຳບວກ, ລວມທັງຄູ່ຮ່ວມງານທີ່ໃກ້ຊິດໃນພະແນກຊຶມເຊື້ອ ແລະ ພູມຄຸ້ມກັນ (Department of Infection and Immunity - DII) ເພື່ອປຶກສາຫາລືກ່ຽວກັບວຽກງານບຸລິມະສິດຂອງການຄົ້ນຄວ້າໃນອະນາຄົດ ແລະ ກຳນົດທິດທາງວິທະຍາສາດຂອງຫ້ອງວິເຄາະ. ນອກຈາກນີ້, ການສົນທະນາຍັງໄດ້ເນັ້ນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເຕັກໂນໂລຊີດ້ານພູມຄຸ້ມກັນວິທະຍາ (immunology technology platforms) ແລະ ການຂະຫຍາຍຂີດຄວາມສາມາດໃນການຄົ້ນຄວ້າຂອງຫ້ອງວິເຄາະຕື່ມອີກ.

ພ້ອມດຽວກັນນີ້, ດຣ ສວິເຕັກ ຍັງໄດ້ຖືໂອກາດເຂົ້າຮ່ວມການປະຊຸມສຳມະນາ Cell Press Symposia ພາຍໃຕ້ຫົວຂໍ້: Host-Microbiome Dynamics ທີ່ປະເທດແບນຊິກ ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງກັບລຸກຊຳບວກ. ໂດຍການເຂົ້າຮ່ວມການສຳມະນາໃນຄັ້ງນີ້ ດຣ ດຣ ສວິເຕັກ ໄດ້ຮັບຂໍ້ມູນ ແລະ ແນວຄິດທີ່ສຳຄັນ ເຂົ້າໃນການກຳນົດຫົວຂໍ້ຄົ້ນຄວ້າໃໝ່, ນັ້ນກໍຄື: ການຄົ້ນຄວ້າກ່ຽວກັບບົດບາດຂອງຈຸລິນຊີໃນຮ່າງກາຍ (microbiota) ທີ່ມີຜົນຕໍ່ການຕອບສະໜອງຂອງວັກຊີນປ້ອງກັນພະຍາດ ໃນ ສປປ ລາວ.

ພວກເຮົາມີຄວາມຕື່ນເຕັ້ນເປັນຢ່າງຍິ່ງທີ່ໄດ້ເລີ່ມຕົ້ນຄົ້ນຄວ້າສິ່ງໃໝ່ໆ ແລະ ຫວັງຢ່າງຍິ່ງວ່າ ຜົນງານຈາກກິດຈະກຳການຄົ້ນຄວ້າທີ່ກຳລັງຈະເກີດຂຶ້ນນີ້ ຈະມີສ່ວນຊ່ວຍໃນການປັບປຸງດ້ານສາທາລະນະສຸກ, ເພີ່ມພູນຄວາມຮູ້ທາງດ້ານວິທະຍາສາດ ແລະ ສ້າງນັກຄົ້ນຄວ້າຮຸ່ນໃໝ່ໃນ ສປປ ລາວ ໃຫ້ມີສັກກາຍະພາບໃນອະນາຄົດ.

Recently, our new Head of the Vaccine-Preventable Diseases Laboratory (VPD Lab), Dr. Nicholas Svitek, who joined the Institut Pasteur du Laos (IPL) in March 2026, spent several weeks at the Luxembourg Institute of Health (LIH) in the Grand Duchy of Luxembourg, meeting with long-standing partners and research collaborators to help shape the VPD Lab's future strategic direction at IPL.

During the visit, he met with several research teams at LIH, including our close collaborators in the Department of Infection and Immunity (DII), to discuss future research priorities and define the laboratory's scientific direction. These discussions also focused on strengthening the laboratory's immunology technology platforms and expanding its research capabilities.

During his visit, Dr. Svitek also took the opportunity to attend the Cell Press Symposia: Host-Microbiome Dynamics in neighbouring Belgium, where he gained valuable insights into one of the VPD Lab's new thematic research areas: investigating the role of the microbiota in modulating vaccine responses in the Lao PDR.

We are excited to begin this new chapter for the VPD Lab and look forward to the impact of its upcoming research activities on improving public health, advancing scientific knowledge, and training the next generation of scientists in the Lao PDR.

[Scroll down for English]🔬ພະນັກງານຫ້ອງວິເຄາະຈຸລະໂລກວິທະຍາຂອງສະຖາບັນປັດສະເຕີ ລາວເຂົ້າຮ່ວມກອງປະຊຸມອົບຮົມວິຊາການລະດັບສູງກ່ຽ...
01/07/2026

[Scroll down for English]
🔬ພະນັກງານຫ້ອງວິເຄາະຈຸລະໂລກວິທະຍາຂອງສະຖາບັນປັດສະເຕີ ລາວເຂົ້າຮ່ວມກອງປະຊຸມອົບຮົມວິຊາການລະດັບສູງກ່ຽວກັບ AAV ແລະ Lentiviral Vectors ຢູ່ປະເທດໄທ.

ໃນລະຫວ່າງວັນທີ 18 ຫາ 22 ພຶດສະພາ 2026 ທີ່ຜ່ານມາ, ທ່ານ ເກດແກ້ວ ອິນທະວົງ, ວິຊາການປະຈຳຫ້ອງວິເຄາະຈຸລະໂລກວິທະຍາ (Virology Laboratory) ໄດ້ເປັນຕົວແທນເຂົ້າຮ່ວມກອງປະຊຸມອົບຮົມວິຊາການໃນຫົວຂໍ້ “AAV AND LENTIVIRAL VECTORS MASTERCLASS: DESIGN TO CELL TRANSDUCTION” ຈັດຂຶ້ນໂດຍ ຄະນະເຕັກນິກການແພດ ແລະ ສະຖາບັນຊີວະວິທະຍາສາດໂມເລກຸນ, ມະຫາວິທະຍາໄລມະຫິດົນ (Mahidol University) ທີ່ ບາງກອກ, ປະເທດໄທ.

ຈຸດປະສົງຂອງການອົບຮົມໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ຄວາມຮູ້ ແລະ ທັກສະທາງດ້ານເຕັກນິກທີ່ທັນສະໄໝໃຫ້ແກ່ນັກຄົ້ນຄວ້າ ແລະ ບຸກຄະລາກອນທາງດ້ານວິທະຍາສາດ ໂດຍເນັ້ນໃສ່ ການເພີ່ມທະວີຂີດຄວາມສາມາດໃນການຄົ້ນຄວ້າທາງການແພດ ແລະ ການພັດທະນານະວັດຕະກຳໃນການປິ່ນປົວແບບຍືນຍົງ, ການສ້າງຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ມີປະສິດທິພາບ ໃນການອອກແບບ ແລະ ຜະລິດ Adeno-associated virus (AAV) ແລະ Lentiviral vectors.

🙏 ສະຖາບັນປັດສະເຕີລາວ ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ຄະນະເຕັກນິກການແພດ ແລະ ສະຖາບັນຊີວະສາດໂມເລກຸນ, ມະຫາວິທະຍາໄລມະຫິດົນ ທີ່ໄດ້ໃຫ້ກຽດເຊີນ ທ່ານ ເກດແກ້ວ ອິນທະວົງ ເຂົ້າຮ່ວມການອົບຮົມທີ່ສຳຄັນໃນຄັ້ງນີ້.

ພ້ອມດຽວກັນນັ້ນ, ກໍ່ຂໍຂອບໃຈ ສະຖາບັນວິໄຈເພື່ອການພັດທະນາແບບຍືນຍົງແຫ່ງຊາດຝຣັ່ງ (IRD) ສຳລັບການສະໜັບສະໜູນດ້ານທຶນຮອນ ແລະ ການຊ່ວຍເຫຼືອອີກດ້ວຍ.

From May 18th to May 22nd, 2026, Mr. Kedkeo INTAVONG, Laboratory Technician in the Virology Laboratory, attended the “AAV AND LENTIVIRAL VECTORS MASTERCLASS: DESIGN TO CELL TRANSDUCTION” workshop hosted by Faculty of Medical Technology and Institute of Molecular Biosciences, Mahidol University, Bangkok, Thailand.

The objective of the workshop is to disseminate up-to-date knowledge and technical skills to researchers and scientific personnel, with a focus on strengthening medical research capabilities and advancing sustainable therapeutic innovations, accurate and effective knowledge in the design and production of adeno-associated virus (AAV) and lentiviral vectors.

The Institut Pasteur du Laos expresses its sincere gratitude to the Faculty of Medical Technology and Institute of Molecular Biosciences, Mahidol University, for inviting Mr. INTAVONG to participate in this valuable program, and the French National Research Institute for Sustainable Development (IRD) for funding and support.

ສະຖາບັນປັດສະເຕີລາວ #ງານວິໄຈ #ສາທາລະນະສຸກ #ມະຫາວິທະຍາໄລມະຫິດົນ

Address

Samsenthai Road
Vientiane
01000

Opening Hours

Monday 08:00 - 12:00
14:00 - 17:00
Tuesday 08:00 - 12:00
14:00 - 17:00
Wednesday 08:00 - 12:00
14:00 - 17:00
Thursday 08:00 - 12:00
14:00 - 17:00
Friday 08:00 - 12:00
14:00 - 17:00

Alerts

Be the first to know and let us send you an email when Institut Pasteur du Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share