21/07/2026
【ການສົນທະນາກ່ຽວກັບການຮຽນການສອນຄະນິດສາດ ໃນອະນາຄົດ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ (SB-CPD) ໂດຍນຳໃຊ້ເຄື່ອງມືດິຈິຕອນ / Discussing the Future of Mathematics Education and School-Based Continuous Professional Development (SB-CPD) Using Digital Tools / デジタルツールを活用した算数教育と校内CPDの今後について議論しました】
"ໃນວັນທີ 30 ມິຖຸນາ 2026, ກະຊວງສຶກສາທິການ ແລະ ກິລາ (ສສກ), ອົງການໄຈກາ (JICA) ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນຄະນິດສາດຊັ້ນປະຖົມສຶກສາ (iTEAM2) ໄດ້ຮ່ວມກັນຈັດກອງປະຊຸມ ເພື່ອເຜີຍແຜ່ຜົນສຳເລັດຂອງໂຄງການ ໃນການນຳໃຊ້ເຄື່ອງມືດິຈິຕອນເຂົ້າໃນການຮຽນການສອນຄະນິດສາດ ແລະ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຢູ່ຂັ້ນໂຮງຮຽນ (CPD), ພ້ອມທັງຮ່ວມກັນປຶກສາຫາລື ກ່ຽວກັບແນວທາງໃນການຮັກສາຂໍ້ລິເລີ່ມເຫຼົ່ານີ້ ໃຫ້ມີຄວາມຍືນຍົງ ພາຍຫຼັງທີ່ໂຄງການໄດ້ສິ້ນສຸດລົງ.
ໂຄງການ iTEAM2 ໄດ້ນຳສະເໜີປະສົບການໃນການນຳໃຊ້ເຄື່ອງມືດິຈິຕອນຢູ່ບັນດາເມືອງທົດລອງ ແລະ ໂຮງຮຽນປະຖົມສາທິດ ຂອງວິທະຍາໄລຄູ. ການນຳສະເໜີໄດ້ເນັ້ນໃຫ້ເຫັນວ່າ ເຄື່ອງມືດິຈິຕອນສາມາດຊ່ວຍສະໜັບສະໜູນການເພີ່ມການຈັດການຮຽນການສອນແບບມີສ່ວນຮ່ວມ (Active Learning) ໄດ້ແນວໃດ. ນອກຈາກນັ້ນ, ຍັງໄດ້ມີການສາທິດການນຳໃຊ້ວິດີໂອສື່ການສອນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ວິຊາຄະນິດສາດ ແລະ ລະບົບການດຳເນີນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ. ຂໍ້ລິເລີ່ມເຫຼົ່ານີ້ຈະຊ່ວຍສົ່ງເສີມການຮຽນຮູ້ຮ່ວມກັນລະຫວ່າງຄູດ້ວຍກັນ ແລະ ຍັງສາມາດໃຊ້ເປັນເຄື່ອງມືຕິດຕາມກວດກາສຳລັບວິຊາການຈາກກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ເຂົ້າໃຈເຖິງຄວາມຕ້ອງການຂອງໂຮງຮຽນ ແລະ ສາມາດໃຫ້ການຊ່ວຍເຫຼືອໂຮງຮຽນໄດ້ຢ່າງມີປະສິດທິພາບ ແລະ ອີງໃສ່ຂໍ້ມູນຕົວຈິງຫຼາຍຂຶ້ນ. ກອງປະຊຸມໄດ້ສິ້ນສຸດລົງດ້ວຍການສົນທະນາກ່ຽວກັບທິດທາງໃນອະນາຄົດຂອງການຫັນເປັນດິຈິຕອນໃນຂະແໜງການສຶກສາ. ຜູ້ເຂົ້າຮ່ວມໄດ້ເຫັນດີວ່າ ເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ແມ່ນເຄື່ອງມືທີ່ມີຄຸນຄ່າໃນການສະໜັບສະໜູນການຮຽນການສອນ, ໃນຂະນະດຽວກັນ ກໍໄດ້ເນັ້ນຢ້ຳວ່າ ເປົ້າໝາຍບໍ່ແມ່ນພຽງແຕ່ການນຳເອົາເທັກໂນໂລຊີເຂົ້າມານຳໃຊ້ເທົ່ານັ້ນ, ແຕ່ແມ່ນເພື່ອປັບປຸງການຮຽນຮູ້ຂອງນັກຮຽນໂດຍຜ່ານການສິດສອນທີ່ມີຄຸນນະພາບ.
On 30 June 2026, the Ministry of Education and Sports (MOES), JICA, and the iTEAM2 Project held a meeting to share the achievements of the project in using digital tools for mathematics education and school-based Continuing Professional Development (CPD), and to discuss how these initiatives can be sustained after the project ends. The iTEAM2 Project presented its experience in the use of digital tools in pilot districts and TTC demonstration schools. The presentations highlighted how digital tools can support an increase in the allocation of active learning. Mathematics CPD video materials and a school-based CPD reporting system were also demonstrated during the meeting. These initiatives promote collaborative learning among teachers and can serve as monitoring tools for MOES officers understand school needs and provide more efficient and evidence-based support to schools. The meeting concluded with a discussion on the future direction of digitalization in education. Participants recognized that ICT is a valuable tool for supporting teaching and learning, while emphasizing that the goal is not simply to introduce technology, but to improve children's learning through quality teaching.
2026年6月30日、ラオス教育スポーツ省(MOES)、JICA、iTEAM2プロジェクトは、算数教育および校内継続的専門能力開発(SB-CPD)におけるデジタルツールの活用成果を共有するとともに、プロジェクト終了後の持続的な展開について意見交換を行いました。会合では、iTEAM2プロジェクトから、パイロット郡における公立小学校及び教員養成校附属校におけるデジタルツール活用の成果を紹介しました。ICTを活用した授業が児童の主体的な学びを促進したことに加え、iTEAM2により作成された算数CPDビデオ教材やオンラインダッシュボードを活用した校内CPDの報告システムについて紹介しました。これらの取組は、教員同士の学び合いを促進するとともに、教育行政関係者が学校の取組状況を把握し、エビデンスに基づく学校支援を効率的・効果的に実施するためのモニタリングツールとして機能し得ることを報告しました。会合の終盤には、教育分野におけるデジタル化の今後の方向性について活発な意見交換が行われました。ICTが教育・学習を支える有効なツールであることを認識しつつも、「ICTの導入自体が目的ではなく、質の高い授業を通じて子どもたちの学びを向上させることこそが最終的な目標である」という認識が参加者の間で共有されました。