ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ ສໍານັກຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ ຕັ້ງຢູ່ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ພະແນກປະຊາສໍາພັນ ແລະ ຂໍ້ມູນຂ່າວສານ)

ທ່ານສາມາດຕິດຕາມຂ່າວການເຄື່ອນໄຫວໃນຂົງເຂດວຽກງານ ເຕັກໂນໂລຊີ ແລະ ການສື່ສານ ໄດ້ທີ່ເພຈນີ້

📢 ແຈ້ງການ: ຂະຫຍາຍໄລຍະເວລາການຮັບສະໝັກ Lao Digital Award 2026ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍແຈ້ງຂະຫຍາຍໄລຍະເວລາການຮັບສະໝັກ...
02/09/2026

📢 ແຈ້ງການ: ຂະຫຍາຍໄລຍະເວລາການຮັບສະໝັກ Lao Digital Award 2026
ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍແຈ້ງຂະຫຍາຍໄລຍະເວລາການຮັບສະໝັກຜົນງານເຂົ້າຮ່ວມການແຂ່ງຂັນ Lao Digital Award 2026 ເພື່ອເປີດໂອກາດໃຫ້ກັບນັກພັດທະນາ ແລະ ສະຕາດອັບ ໄດ້ກຽມຄວາມພ້ອມຢ່າງເຕັມທີ່!
🗓 ກຳນົດເວລາໃໝ່:
📍ເປີດຮັບສະໝັກ: ຕັ້ງແຕ່ວັນທີປະກາດ ນີ້ ຈົນເຖິງ ວັນທີ 11 ກັນຍາ 2026
✅ກຳນົດການແຂ່ງຂັນ: ວັນທີ 18 - 20 ກັນຍາ 2026
💡 ໃຜທີ່ຍັງບໍ່ທັນໄດ້ສົ່ງຜົນງານ ຫຼື ກຳລັງກຽມເອກະສານຢູ່ ຟ້າວລົງມືເລີຍ! ໂອກາດດີໆ ແບບນີ້ບໍ່ຄວນພາດ.
📝 ຊ່ອງທາງການສະໝັກ:
👉 ກົດສະໝັກໄດ້ທີ່ລີ້ງນີ້ເລີຍ: https://bit.ly/ApplyLDA2026
🔍 ສຶກສາວິທີການສະໝັກ ແລະ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
🌐 ເວັບໄຊ: www.laodigitalaward.gov.la
💬 G-Chat / WhatsApp: 020 55 616 955
📘 Facebook: Lao Digital Award
📧 Email: [email protected]
✨ ມາຮ່ວມສ້າງນະວັດຕະກຳໃໝ່ໆ ແລະ ຍົກລະດັບວົງການດີຈີຕອນລາວໄປພ້ອມກັນ! ຢ່າລືມແຊຣ໌ບອກຕໍ່ໃຫ້ໝູ່ເພື່ອນ ແລະ ທີມງານຂອງທ່ານ 🚀
#ນະວັດຕະກຳດີຈີຕອນ #ການຫັນເປັນດີຈີຕອນ #ສປປລາວ

ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ສູນຂໍ້ມູນດິຈິຕອນ--------------------​ໃນວັນທີ 01 ກັນຍາ 2026, ທີ່ສູນຂໍ້...
02/09/2026

ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ສູນຂໍ້ມູນດິຈິຕອນ
--------------------
​ໃນວັນທີ 01 ກັນຍາ 2026, ທີ່ສູນຂໍ້ມູນດິຈິຕອນ (Data Center) ເຂດດົງໝາກຄາຍ, ນະຄອນຫຼວງວຽງຈັນ, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຄະນະນຳ ແລະ ຜູ້ແທນຈາກກົມເຕັກໂນໂລຊີດິຈິຕອນ, ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ໃນໂອກາດເຂົ້າຢ້ຽມຊົມສະຖານທີ່ ແລະ ພື້ນຖານໂຄງລ່າງຂອງສູນຂໍ້ມູນດິຈິຕອນ.
:
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ແລະ ທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ ໄດ້ຮັບຟັງການນຳສະເໜີພາບລວມກ່ຽວກັບສູນຂໍ້ມູນດິຈິຕອນ, ລວມເຖິງຜົນການດຳເນີນງານ, ຜົນສຳເລັດ ແລະ ບົດຮຽນຈາກການພັດທະນາ ແລະ ບໍລິຫານສູນໃນໄລຍະຜ່ານມາ ໂດຍຜູ້ແທນຈາກກົມເຕັກໂນໂລຊີດິຈິຕອນ. ​ຊຶ່ງໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ຄວາມສຳຄັນຂອງສູນຂໍ້ມູນດິຈິຕອນ ໃນຖານະເປັນໂຄງລ່າງພື້ນຖານດິຈິຕອນທີ່ສຳຄັນ ສຳລັບຮອງຮັບລະບົບແພລດຟອມ, ລະບົບ Cloud ແລະ ບໍລິການດິຈິຕອນຂອງພາກລັດ. ທັງເປັນພື້ນຖານສຳຄັນສຳລັບການຈັດເກັບ, ບໍລິຫານ ແລະ ນຳໃຊ້ຂໍ້ມູນດິຈິຕອນຢ່າງປອດໄພ ແລະ ມີປະສິດທິພາບ, ອັນເປັນພື້ນຖານສຳຄັນໃນການຜັກດັນການຫັນເປັນເສດຖະກິດດິຈິຕອນ ແລະ ການພັດທະນາລັດຖະບານດິຈິຕອນຂອງ ສປປ ລາວ.
:
ພາຍຫຼັງການນຳສະເໜີ, ຄະນະນຳ, ຄະນະຜູ້ແທນຈາກພາກທຸລະກິດ ຈຳນວນຫຼາຍກວ່າ 30 ທ່ານ ໄດ້ຮ່ວມກັນລົງຢ້ຽມຊົມພາຍໃນສູນ ໂດຍໄດ້ຮັບຟັງການແນະນຳກ່ຽວກັບພື້ນຖານໂຄງລ່າງ, ລະບົບຈັດເກັບ ແລະ ບໍລິຫານຂໍ້ມູນ, ລະບົບຄວາມປອດໄພ, ລະບົບສຳຮອງ ແລະ ອຸປະກອນດ້ານເຕັກນິກຕ່າງໆ ທີ່ນຳໃຊ້ພາຍໃນສູນ.
:
​ການເຂົ້າຢ້ຽມຊົມໃນຄັ້ງນີ້, ບໍ່ພຽງແຕ່ເປັນໂອກາດໃນການແລກປ່ຽນຂໍ້ມູນ ແລະ ປະສົບການດ້ານໂຄງລ່າງດິຈິຕອນເທົ່ານັ້ນ, ແຕ່ຍັງສະທ້ອນເຖິງຄວາມຮ່ວມມືຢ່າງແໜ້ນແຟ້ນ ລາວ–ຍີ່ປຸ່ນ ໃນຂົງເຂດເຕັກໂນໂລຊີດິຈິຕອນ. ພ້ອມນີ້, ສູນຂໍ້ມູນດິຈິຕອນ ຈະເປັນກົນໄກ ແລະ ກໍາລັງຂັບເຄື່ອນສຳຄັນ ໃນການວາງຮາກຖານໂຄງລ່າງພື້ນຖານດິຈິຕອນທີ່ໝັ້ນຄົງ, ຍົກລະດັບການໃຫ້ບໍລິການພາກລັດ ແລະ ເປັນແຮງຊຸກຍູ້ໃຫ້ການຫັນເປັນດິຈິຕອນຂອງ ສປປ ລາວ ກ້າວໄປສູ່ຄວາມທັນສະໄໝ, ປອດໄພ, ຄອບຄຸມ ແລະ ຍືນຍົງ.

ຂ່າວ: ກົມເຕັກໂນໂລຊີດິຈິຕອນ

ຫວນຄືນມູນເຊື້ອວັນປະຫວັດສາດຂອງພັກ-ຂອງຊາດ-------------------ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປາຖະກະຖາວັນປ...
02/09/2026

ຫວນຄືນມູນເຊື້ອວັນປະຫວັດສາດຂອງພັກ-ຂອງຊາດ
-------------------
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປາຖະກະຖາວັນປະຫວັດສາດຂອງພັກ-ຂອງຊາດ ຂຶ້ນໃນວັນທີ 31 ກັນຍາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ເຂົ້າຮ່ວມໃນພິທີມີ ສະຫາຍ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະພັກ ຄະນະປະຈໍາ, ສະມາຊິກພັກ, ກົມ, ຫ້ອງການ, ຂະແໜງການ ແລະ ພະນັກງານຫຼັກແຫຼ່ງກະຊວງເຂົ້າຮ່ວມ.
:
ໃນໂອກາດດັງກ່າວ ໄດ້ມີພິທີມອບ-ຮັບບັດໃຫ້ສະມາຊິກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຊຸດທີ VIII ຈໍານວນ 66 ສະຫາຍ, ຍິງ 24 ສະຫາຍ ແລະ ປະກາດພະນັກງານນໍາພາຄຸ້ມຄອງ ເຫັນດີແຕ່ງຕັ້ງທ່ານ ຄໍາຜາ ທອງວັນນາ ເປັນຫົວໜ້າຫົມເຕັກໂນໂລຊີ ແລະ ນະວັດຕະກໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
:
ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13/8/1950-15/9/2026) ວັນປະກາດໃຊ້ລັດຖະທໍາມະນູນ ຄົບຮອບ 35 ປີ (15/8/1991-15/8/2026) ວັນຢຶດອໍານາດ ຄົບຮອບ 81 ປີ (23/8/1945-23/8/2026) ເຊິ່ງການປາຖະກະຖາວັນປະຫວັດສາດຂອງພັກ-ຂອງຊາດ ທັງສາມວັນດັງກ່າວ ໂດຍຜ່ານການຊົມຮູບເງົາ ທັງນີ້ເພື່ອແນໃສ່ໃຫ້ສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ ແລະ ເຂົ້າໃຈວັນສຳຄັນດັ່ງກ່າວຢ່າງເລີກເຊິ່ງ.
:
ໃນຕອນທ້າຍ ສະຫາຍ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເພື່ອເນັ້ນໜັກໃຫ້ສະມາຊິກພັກ ແລະ ພະນັກງານທຸກສະຫາຍ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ເຊີດຊູສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ພ້ອມທັງສືບຕໍ່ ບຳລຸງສ້າງ ແລະ ພັດທະນາຕົນເອງໃຫ້ສົມກັບເປັນສະມາຊິກພັກຜູ້ ທີ່ກ້າວໜ້າ ພ້ອມທັງຮ່ວມແຮງຮ່ວມໃຈກັນຂັບເຄື່ອນວຽກງານ ດ້ານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກ້າວໜ້າຂຶ້ນເລື້ອຍ.

ຂ່າວ: ກົມຈັດຕັ້ງ

ກອງປະຊຸມສຳມະນາ ແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດການຫັນເປັນລັດຖະບານດິຈິຕອນ ໃນຕອນເຊົ້າ ຂອງວັນທີ 28 ສິງຫາ 2026 ທີ່ຜ່...
01/09/2026

ກອງປະຊຸມສຳມະນາ ແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດການຫັນເປັນລັດຖະບານດິຈິຕອນ

ໃນຕອນເຊົ້າ ຂອງວັນທີ 28 ສິງຫາ 2026 ທີ່ຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດການຫັນເປັນລັດຖະບານດິຈິຕອນ ຮ່ວມກັບ ບໍລິສັດ (VNPT-I) ຈາກ ສສ. ຫວຽດນາມ ຂື້ນທີ່ໂຮງແຮມ ລາດຊະວົງ ວັນດາ ວິສຕ້າ, ນະຄອນຫຼວງວຽຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີຫົວໜ້າ/ຮອງຫົວໜ້າ ຈາກຫ້ອງການ, ກົມ ພາຍໃນ ກຕສ, ຈາກບັນດາກະຊວງ ແລະ ອົງການທຽບເທົ່າ ເຂົ້າຮ່ວມຈຳນວນ 60 ກວ່າທ່ານ.
:
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອແບ່ງປັນປະສົບການ ແລະ ບົດຮຽນຈາກປະເທດຫວຽດນາມ ໃນການຂັບເຄື່ອນການຫັນເປັນດິຈິຕອນ ແລະ ການພັດທະນາລັດຖະບານດິຈິຕອນ ເພື່ອນໍາມາປັບໃຊ້ໃຫ້ເໝາະສົມກັບສະພາບຕົວຈິງ ການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ.
:
ໃນທີ່ປະຊຸມ, ຊ່ຽວຊານຈາກ VNPT-I ໄດ້ນໍາສະເໜີພາບລວມ ກ່ຽວກັບການຫັນເປັນດິຈິຕອນແຫ່ງຊາດຂອງຫວຽດນາມ, ຍຸດທະສາດ ແລະ ແຜນງານການພັດທະນາລັດຖະບານດິຈິຕອນ, ລວມທັງການສ້າງຖານຂໍ້ມູນແຫ່ງຊາດ, ເວທີດິຈິຕອນກາງ ແລະ ການໃຫ້ບໍລິການພາກລັດຜ່ານລະບົບດິຈິຕອນ. ພ້ອມກັນນັ້ນ, ຍັງໄດ້ແບ່ງປັນບົດຮຽນ ແລະ ປັດໄຈຄວາມສໍາເລັດ ໃນການດໍາເນີນວຽກງານດັ່ງກ່າວ. ພ້ອມນີ້, ການນຳສະເໜີຍັງໄດ້ສຸມໃສ່ການພັດທະນາແພລດຟອມດິຈິຕອນ ທີ່ນຳໃຊ້ຮ່ວມກັນ ເພື່ອຮອງຮັບການເຊື່ອມໂຍງຂໍ້ມູນ, ການພິສູດຢືນຢັນຕົວຕົນດິຈິຕອນ, ການຮັບ-ສົ່ງເອກະສານເອເລັກໂຕຣນິກ ແລະ ການໃຫ້ບໍລິການພາກລັດຜ່ານລະບົບດິຈິຕອນ. ພ້ອມທັງໄດ້ແນະນຳຂົງເຂດບູລິມະສິດທີ່ ສປປ ລາວ ຄວນໃຫ້ຄວາມສຳຄັນໃນໄລຍະຕໍ່ໄປ ເຊັ່ນ: ການບໍລິການພາກລັດດິຈິຕອນ, ສາທາລະນະສຸກດິຈິຕອນ, ການທ່ອງທ່ຽວດິຈິຕອນ ແລະ ຂະແໜງການສຳຄັນອື່ນໆ.
:
ໃນໂອກາດຽວກັນນີ້, ທັງສອງຝ່າຍຍັງໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ກ່ຽວກັບການກຳນົດແຜນດຳເນີນງານ (Roadmap) ສຳລັບການຫັນເປັນລັດຖະບານດິຈິຕອນຂອງ ສປປ ລາວ ໃນອະນາຄົດ ໂດຍເນັ້ນໃສ່ການສ້າງພື້ນຖານຂໍ້ມູນດິຈິຕອນ, ການຍົກລະດັບບໍລິການພາກລັດ, ການພັດທະນາບຸກຄະລາກອນ ແລະ ການສ້າງກົນໄກການປະສານງານລະຫວ່າງບັນດາກະຊວງ ແລະ ອົງການພາກລັດ.
:
ການສຳມະນາແລກປ່ຽນໃນຄັ້ງນີ້, ຖືເປັນຂໍ້ມູນອ້າງອີງທີ່ສຳຄັນ ສຳລັບ ສປປ ລາວ ໃນການສຶກສາ, ຄົ້ນຄວ້າ ແລະ ກຳນົດແນວທາງພັດທະນາລັດຖະບານດິຈິຕອນ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນສູງຂຶ້ນ ເພື່ອຍົກລະດັບການບໍລິການປະຊາຊົນ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມດິຈິຕອນຂອງປະເທດໃນອະນາຄົດ.
ກອງປະຊຸມສໍາມະນາດັ່ງກ່າວໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf

ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ອົງການດັດສົມໂທລະຄົມມະນາຄົມ. -------------...
29/08/2026

ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ອົງການດັດສົມໂທລະຄົມມະນາຄົມ.
-----------------------
ເພື່ອປະຕິບັດຕາມແຜນການເຄື່ອນໄຫວຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດວຽກງານ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໃນຕອນບ່າຍຂອງວັນທີ 27 ສິງຫາ 2026, ທ່ານ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ອົງການດັດສົມໂທລະຄົມມະນາຄົມ (ອດທ), ໂດຍມີ ທ່ານ ໄຊລືຊາ ອິນສີຊຽງໃໝ່ ປະທານກວດກາຄະນະພັກ, ຮອງລັດຖະມົນຕີ ກຕສ, ຜູ້ຊີ້ນໍາວຽກງານດັດສົມໂທລະຄົມມະນາຄົມ ພ້ອມບັນດາທ່ານຫົວໜ້າກົມຊ່ວຍໜູນຕິດຕາມເຂົ້າຮ່ວມ ເປັນກຽດຕ້ອນຮັບຄະນະ ໂດຍ ທ່ານ ສຸດໃຈ ລໍລອນສີ ກຳມະການພັກກະຊວງ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ມີບັນດາຄະນະອົງການ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
:
ໃ ນໂອກາດດັ່ງກ່າວ, ທ່ານ ສຸດໃຈ ລໍລອນສີ ກຳມະການພັກກະຊວງ ຫົວໜ້າ ອດທ ໄດ້ລາຍງານໂດຍຫຍໍ້ ສະພາບການຈັດຕັ້ງປະຕິບັດວຽກງານຂອງອົງການ ໃນໄລຍະ 05 ປີຜ່ານມາ (2021-2025), ຜົນງນການຈັດຕັ້ງປະຕິບັດວຽກງານ 8 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 05 ປີຕໍ່ໜ້າ (2026-2030). ກອງປະຊຸມຍັງໄດ້ເປີດກວ້າງໃຫ້ພະນັກງານພາຍໃນອົງການ ໄດ້ປະກອບຄໍາຄິດເຫັນ ແລະ ສະເໜີບັນຫາຕ່າງໆໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີຈໍານວນໜຶ່ງ ເພື່ອພ້ອມກັນປັບປຸງ ແລະ ຮັບປະກັນເຮັດໃຫ້ການຂັບເຄື່ອນວຽກງານດັດສົມໂທລະຄົມມະນາຄົມໄດ້ຢ່າງເຕັມປະສິດທິພາບ.
:
ຕອນທ້າຍ, ຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມຂອງ ທ່ານ ລັດຖະມົນຕີ ຊຶ່ງເຕັ້ມໄປດ້ວຍຄວາມໝາຍອັນສໍາຄັນຢ່າງຍິ່ງ ປຽບເໝືອນເຂັມຊີ້ທິດເຍືອງທາງໃຫ້ແກ່ອ້າຍນ້ອງພະນັກງານພາຍໃນອົງການ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານ ເປັນຕົ້ນແມ່ນສືບຕໍ່ເຮັດວຽກການເມືອງແນວຄິດຮ່ວມກັນອ້າຍນ້ອງພະນັກງານຢ່າງເປັນປະຈຳ ຄຽງຄູ່ກັບການຍົກສູງບົດຂອງອົງການດັດສົມໂທລະຄົມມະນາຄົມ ໃນການຄຸ້ມຄອງມະຫາພາກ ເປັນຕົ້ນ ແມ່ນການຂື້ນທະບຽນເລກໝາຍໂທລະສັບ, ການຄຸ້ມຄອງການກວດກາຄຸນນະພາບຂອງການບໍລິການ ແລະ ການຊຸກຍູ້ບັນດາກິດຈະກຳ, ໂຄງການເພື່ອຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມໄປສູ່ເຂດຫ່າງໄກສອກຫຼີກ ແລະ ອື່ນໆ.

ພາບ ແລະ ຂ່າວໂດຍ: ພະແນກສັງລວມ, ອົງການດັດສົມໂທລະຄົມມະນາຄົມ.

ກອງປະຊຸມປຶກສາຫາລືເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກຕສ ແລະ ສວສສຊ-----------------ໃນຕອນເຊົ້າຂອງວັນທີ 28 ສິງຫາ 202...
28/08/2026

ກອງປະຊຸມປຶກສາຫາລືເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກຕສ ແລະ ສວສສຊ
-----------------
ໃນຕອນເຊົ້າຂອງວັນທີ 28 ສິງຫາ 2026, ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ທ່ານ ປອ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາ ຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນ ກຕສ ເຂົ້າຮ່ວມກອງປະຊຸມປຶກສາຫາລືເນື້ອໃນ ຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດວິທະຍາສາດເສດຖະກິດ ແລະ ສັງຄົມ ໃນໄລຍະປີ 2026-2031, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ປອ. ລີເບີ ລີບົວປາວ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ພ້ອມດ້ວຍບັນດາທ່ານຮອງ ປະທານ ສວສສຊ ແລະ ບັນດາຄະນະກົມ/ທຽບເທົ່າ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.
:
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລື ປະກອບຄຳຄິດເຫັນ ແລະ ສ້າງຄວາມເປັນເອກະພາບຕໍ່ ຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະ 5 ປີ (2026-2031) ເພື່ອເປັນບ່ອນອີງສຳລັບການຮ່ວມມືສອງຝ່າຍໃນອະນາຄົດ ໂດຍເນັ້ນໃສ່ການຫັນເປັນດິຈິຕອນ, ການບໍລິຫານພາກລັດ, ການນຳໃຊ້ເຕັກໂນໂລຊີ ແລະ ການພັດທະນາບຸກຄະລາກອນ. ການຮ່ວມມືດັ່ງກ່າວ ຈະຊ່ວຍຜັກດັນການຫັນເປັນທັນສະໄໝຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມທັງເສີມສ້າງພື້ນຖານດິຈິຕອນ ແລະ ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ແລະ ຢືນຢົງ.
:
ກອງປະຊຸມເຫັນດີໃນການຮ່າງ MOU ໂດຍໃຫ້ມີຄະນະວິຊາການສະເພາະຂອງສອງຝ່າຍ ໃນການຄົ້ນຄວ້າ ແລະ ການພັດທະນາດ້ານເຕັກໂນໂລຊີປັນຍາປະດິດ (AI) ແລະ ວຽກງານການຫັນເປັນດິຈິຕອນ ເຂົ້າໃນຂົງເຂດວິທະຍາສາດເສດຖະກິດ ແລະ ສັງຄົມ.
:
ໂອກາດດຽວກັນ, ໄດ້ນຳສະເໜີ ສວສສຊ ເພື່ອຊ່ວຍລະດົມຄວາມຄິດ ໃສ່ຮ່າງມະຕິວ່າດ້ວຍ ບຸກທະລຸການພັດທະນາວິທະຍາສາດເຕັກໂນໂລຊີ, ປະດິດສ້າງ ແລະ ວຽກງານການຫັນເປັນດິຈິຕອນ ໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອເຮັດໃຫ້ຂໍ້ມູນດ້ານວຽກງານດັ່ງກ່າວຄົບຖ້ວນ ແລະ ສົມບູນ.

ພາບ ແລະ ຂ່າວ: ພຸດທະສອນ ພັນທະລັງສີ

ຄະນະນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ອວຍພອນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ---------...
28/08/2026

ຄະນະນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ອວຍພອນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
-------------
ວັນທີ 28 ສິງຫາ 2026 ນີ້, ຄະນະນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາໂດຍ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ໃກ້ຈະມາເຖິງ(02/09/1945-02/09/2026).
:
ສະຫາຍ ປອ ສັນຕິສຸກ ສິມມາລາວົງ ໄດ້ຕາງໜ້າໃຫ້ຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວອວຍພອນໄຊອັນປະເສີດ ໃຫ້ສະຫາຍ ຫງວຽນ ມິ່ງ ເຕີມ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງພັກ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ອວຍພອນໄປຍັງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ຈົ່ງມີພະລາອະນາໄມສົມບູນ, ສຸຂະພາບແຂງແຮງ, ປະສົບຜົນສຳເລັດ ໃນໜ້າທີ່ວຽກງານ ທີ່ມີກຽດສະຫງ່າ ຂອງຕົນ.
:
ໂອກາດນີ້, ສະຫາຍ ຫງວຽນ ມິ່ງ ເຕີມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວັນຊາດ ສສ ຫວຽດນາມ ທີ່ໝູນວຽນມາ ຄົບຮອບ 81 ປີ, ພ້ອມທັງ ຕີລາຄາສູງຕໍ່ມູນເຊື້ອສາຍພັນອັນສະໜິດແໜ້ນ ລະຫວ່າງ ສອງຊາດ, ສອງພັກ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ທີ່ຍາມໃດກໍມີມູນເຊື້ອການພົວພັນຮ່ວມມືກັນຢ່າງສະໜິດແໜ້ນ ແລະ ສືບຕໍ່ເພີ່ມພູນຄູນສ້າງດີຂຶ້ນເລື້ອຍໆ.

ຂ່າວ ແລະ ພາບ ພຸດດາວອນ ພາສຸວັນ

ສໍາມະນາ ເພີ່ມພູນທັກສະພາວະຄວາມເປັນຜູ້ນໍາ ແລະ ມາລະຍາດການໃຊ້ສື່ສັງຄົມອອນລາຍ ໃນຍຸກດິຈິຕອນ----------ໃນຕອນບ່າຍຂອງວັນທີ 27 ສິງຫ...
28/08/2026

ສໍາມະນາ ເພີ່ມພູນທັກສະພາວະຄວາມເປັນຜູ້ນໍາ ແລະ ມາລະຍາດການໃຊ້ສື່ສັງຄົມອອນລາຍ ໃນຍຸກດິຈິຕອນ
----------
ໃນຕອນບ່າຍຂອງວັນທີ 27 ສິງຫາ 2026, ຄະນະກຳມາທິການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດງານສໍາມະນາໃນຫົວຂໍ້: ພາວະຄວາມເປັນຜູ້ນໍາ ແລະ ມາລະຍາດໃນການນຳໃຊ້ສື່ສັງຄົມອອນລາຍ ໃນຍຸກດິຈິຕອນ ຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ. ໂດຍການໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ, ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ຕສ (ຄກມດ ກຕສ), ມີບັນດາຄະນະກົມ/ທຽມເທົ່າ, ຄະນະອຳນວຍການ ບໍລິສັດ ອ້ອມຂ້າງກະຊວງ ຕສ, ວິທະຍາກອນ ແລະ ພະນັກງານ-ລັດຖະກອນ ໃນຂະແໜງການ ຕສ ເຂົ້າຮ່ວມຢ່າງພ້ອມພຽງ.
:
ທ່ານ ແກ້ວວະສຸກ ໂສລພົມ ໄດ້ກ່າວວ່າ: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ທັງເປັນການຍົກລະດັບຂີດຄວາມສາມາດ ແລະ ວິໄສທັດດ້ານການນໍາພາ ເສີມສ້າງທັກສະຄວາມເປັນຜູ້ນຳ (Leadership), ຄວາມສະເໝີພາບຍິງ-ຊາຍ ໃຫ້ແກ່ພະນັກງານ ໃນຂະແໜງ ຕສ ໃຫ້ມີຄວາມພ້ອມ, ສາມາດນຳພາອົງກອນໄດ້ຢ່າງມີປະສິດທິພາບ, ເພິ່ມທັກສະ ແລະ ຄວາມຮູ້ດ້ານດິຈິຕອນ, ເຂົ້າໃຈ ແລະ ນຳໃຊ້ເຄື່ອງມືເຕັກໂນໂລຊີດິຈິຕອນ, ປັນຍາປະດິດ ເຂົ້າໃນການບໍລິຫານຈັດການວຽກ, ການຕັດສິນໃຈ ແລະ ການແກ້ໄຂບັນຫາໃນວຽກງານຕົວຈິງໄດ້ຢ່າງຊຳນິຊຳນານ.
:
ການສຳມະນາໃນຄັ້ງນີ້ ແມ່ນຈະໄດ້ດໍາເນີນເປັນເວລາເຄິ່ງວັນ ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ເນື້ອໃນເອກະສານທີ່ສໍາຄັນຕ່າງໆເຊັ່ນ: “ພາວະຄວາມເປັນຜູ້ນໍາຂອງພະນັກງານຍຸກໃໝ່ ບົນພື້ນຖານຄວາມສະເໝີພາບຍິງ-ຊາຍ” ເພື່ອເສີມສ້າງບົດບາດຄວາມເປັນຜູ້ນໍາ ແລະ ຄວາມສະເໝີພາບໃນການບໍລິຫານງານ, ຊຶ່ງໄດ້ໃຫ້ການບັນຍາຍໂດຍ: ທ່ານ ນາງ ວິໄລວັນ ບຸບຜານຸວົງ, ຫົວໜ້າຫ້ອງການ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ຫົວຂໍ້ “ການເປັນຜູ້ນໍາທີ່ມີຄວາມຮູ້ຄວາມເຂົ້າໃຈດ້ານຄວາມປອດໄພຂອງຂໍ້ມູນຂ່າວສານ, ມາລະຍາດການສື່ສານອອນລາຍ” ນຳສະເໜີໂດຍ ທ່ານ ສຸລິສັກ ໄຊຍະແສງ, ຫົວໜ້າພະແນກ ວິໄຈຂໍ້ມູນຂ່າວສານຜ່ານອິນເຕີເນັດ, ໄດ້ແລກປ່ຽນຄວາມຮູ້ຄວາມປອດໄພຂອງຂໍ້ມູນ: ມາລະຍາດການໂພສ ແລະ ແຊຣ໌ຂໍ້ມູນ ທີ່ບໍ່ໃຫ້ສົ່ງຜົນກະທົບຕໍ່ອົງກອນ ແລະ ສັງຄົມ, ຫຼັກການສື່ສານສາທາລະນະ (Public Relations): ການໃຊ້ພາສາທີ່ສຸພາບ, ໃຫ້ກຽດ ແລະ ຖືກຕ້ອງຕາມກາລະເທສະໃນໂລກອອນໄລນ໌. ໃນຕອນທ້າຍຂອງງານສໍາມະນາ, ໄດ້ເປີດໂອການໃຫ້ຜູ້ເຂົ້າຮ່ວມສາມາດແລກປ່ຽນຄໍາຄິດຄໍາເຫັນ ແລະ ບົດຮຽນຕົວຈິງກັບບັນດາວິທະຍາກອນ.

ເນື້ອໃນຂ່າວ: ນາງ ພອຍໄພລິນ ປາບພານ ຫ້ອງການ, ພະແນກຄວາມກ້າວໜ້າແມ່ຍິງ, ແມ່ ແລ

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf

ແຂ່ງຂັນວິດີໂອສັ້ນ ເພື່ອສ້າງຄວາມຮັບຮູ້ດ້ານຄວາມປອດໄພໄຊເບີ ----------- ໃນວັນທີ 26 ສິງຫາ 2026, ທີ່ຜ່ານມາ ກົມຄວາມປອດໄພທາງໄຊເບ...
28/08/2026

ແຂ່ງຂັນວິດີໂອສັ້ນ ເພື່ອສ້າງຄວາມຮັບຮູ້ດ້ານຄວາມປອດໄພໄຊເບີ
-----------
ໃນວັນທີ 26 ສິງຫາ 2026, ທີ່ຜ່ານມາ ກົມຄວາມປອດໄພທາງໄຊເບີ ຮ່ວມກັບ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ມະວິທະຍາໄລແຫ່ງຊາດ ໄດ້ຈັດງານແຂ່ງຂັນວິດີໂອສັ້ນ ເພື່ອສ້າງຄວາມຮັບຮູ້ດ້ານຄວາມປອດໄພໄຊເບີ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພທາງໄຊເບີ ແລະ ທ່ານ ນາງ ປິປ່ອງ ພິມພະຈັນ ຮອງຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ, ພ້ອມດ້ວຍບັນດາທ່ານຄະນະກຳມະການ ພ້ອມດ້ວຍຜູ້ເຂົ້າຮ່ວມ ແລະ ບັນດານ້ອງນັກສຶກສາ ຈຳນວນ 50 ກວ່າທ່ານ.
:
ຈຸດປະສົງໃນການຈັດງານຄັ້ງນີ້, ເພື່ອສ້າງຄວາມຮັບຮູ້ດ້ານຄວາມປອດໄພໄຊເບີ ໃນການເຮັດວີດີໂອສັ້ນ ນຳສະ
ເໜີຄວາມຮູ້, ແນວຄວາມຄິດ, ຄວາມສາມາດ ແລະ ຜົນງານຢ່າງສ້າງສັນ ເພື່ອສ້າງສັນແນວຄວາມຄິດໃໝ່ ແລະ ນຳໄປສູ່ການພັດທະນາຕໍ່ໄປ, ເຊິ່ງເຫັນໄດ້ວ່າໄພຄຸກຄາມ ແລະ ຄວາມສ່ຽງທາງໄຊເບີທີ່ມີຮູບແບບຫຼາກຫຼາຍ ແລະ ຊັບຊ້ອນຂຶ້ນເລື້ອຍໆ. ໂດຍສະເພາະ ກຸ່ມໄວໜຸ່ມ ແລະ ນັກສຶກສາ ແມ່ນກຸ່ມທີ່ນຳໃຊ້ພື້ນທີ່ດິຈີຕອນ ແລະ ສື່ສັງຄົມອອນລາຍຢ່າງຫ້າວຫັນ. ສະນັ້ນ, ນອກຈາກການຮູ້ຈັກນຳໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດແລ້ວ, ການມີຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະໃນການປ້ອງກັນຕົນເອງຈາກການຫຼອກລວງອອນລາຍ, ການໂຈມຕີແບບ Phishing, ການລັກຂໍ້ມູນ, ຂ່າວປອມ ແລະ ການລະເມີດຂໍ້ມູນສ່ວນບຸກຄົນ ກໍຍິ່ງມີຄວາມຈຳເປັນ. ສະຫຼຸບຜົນການແຂ່ງຂັນ ລາງວັນຊະນະເລີດ: ນ. ນຸລັກ ພະນົມມາ, ຮອງອັນດັບ 1: ທ. ສາຍເງິນ ພົມມະທຳ, ຮອງອັນດັບ 2: ທ. ທະນະໄຊ ເພັດຊົມພູ, ຮອງອັນດັບ 3:ນາງ ພອນສະຫວັນ ສຸນາເຄນ ແລະ ນາງ ນຸຢົງ ວ່າງເຊ່ຍທໍ່ ໂດຍໃຫ້ກຽດຂຶ້ນມອບຮັບລາງວັນແມ່ນ ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພທາງໄຊເບີ.

ຂ່າວ: ກົມຄວາມປອດໄພທາງໄຊເບີ

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf

ຊຸດຝຶກອົບຮົມຄວາມຮູ້ພື້ນຖານການຫັນເປັນດີຈີຕອນ________ໃນຕອນເຊົ້າຂອງວັນທີ 27 ສິງຫາ 2026, ທີ່ຫ້ອງປະຊຸມຊັ້ນ 04, ສະຖາບັນເຕັກໂນໂ...
28/08/2026

ຊຸດຝຶກອົບຮົມຄວາມຮູ້ພື້ນຖານການຫັນເປັນດີຈີຕອນ
________
ໃນຕອນເຊົ້າຂອງວັນທີ 27 ສິງຫາ 2026, ທີ່ຫ້ອງປະຊຸມຊັ້ນ 04, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີເປີດຊຸດຝຶກອົບຮົມ "ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ" ໃຫ້ແກ່ພະນັກງານ-ລັດຖະກອນຈາກກົມກວດກາ ແລະ ບັນດາກົມຊ່ວຍໜູນ ອ້ອມຂ້າງກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີທ່ານ ນ. ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ທ່ານ ນ. ສຸພາລັກ ສີລາເພັດ, ຫົວໜ້າກົມກວດກາ, ຕາງໜ້າຈາກກົມຈັດຕັ້ງ, ກົມແຜນການ ແລະ ການເງິນ, ຫ້ອງການກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ສູນຂໍ້ມູນແຫ່ງຊາດ, ຄະນະວິທະຍາກອນ, ນັກສຳມະນາກອນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມຈຳນວນ 70 ທ່ານ.
:
ຊຸດຝຶກອົບຮົມຄັ້ງນີ້, ແມ່ນດໍາເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 27-28 ສິງຫາ 2026, ເຊິ່ງເນື້ອໃນທີ່ນຳມາເຜີຍແຜ່ແມ່ນໄດ້ຄັດຈອນ ແລະ ດັດປັບເນື້ອໃນທີ່ສໍາຄັນຈາກຄູ່ມືການຝຶກອົບຮົມຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານຈໍານວນ 3 ເຫຼັ້ມ, 15 ບົດ ເພື່ອມານໍາສະເໜີ ແລະ ແລກປ່ຽນ. ການຫັນເປັນດິຈິຕອນ ບໍ່ແມ່ນພຽງແຕ່ການນໍາເອົາຄອມພິວເຕີ ຫຼື ຊອບແວເຂົ້າມາໃຊ້ເທົ່ານັ້ນ ແຕ່ແມ່ນການປ່ຽນແປງວິທີຄິດ, ຂະບວນການເຮັດວຽກ, ການນໍາໃຊ້ຂໍ້ມູນ ແລະ ຮູບແບບການໃຫ້ບໍລິການ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ເຊື່ອມໂຍງ ແລະ ຕອບສະໜອງຄວາມຕ້ອງການຂອງພາກລັດ, ພາກເອກະຊົນ ແລະ ປະຊາຊົນໃຫ້ດີຂຶ້ນ. ພ້ອມກັນນັ້ນ, ຍັງຕ້ອງໄດ້ຮັບມືກັບຄວາມທ້າທາຍໃໝ່ໆ ເຊັ່ນ: ຄວາມສ່ຽງດ້ານຄວາມປອດໄພໄຊເບີ, ການຄຸ້ມຄອງຂໍ້ມູນສ່ວນບຸກຄົນ, ຄວາມໜ້າເຊື່ອຖືຂອງຂໍ້ມູນ ແລະ ການນໍາໃຊ້ AI ຢ່າງມີຈັນຍາບັນ. ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍ, ການສາທິດ ແລະ ຮ່ວມສົນທະນາ ຖາມ-ຕອບ ໃນ 7 ຫົວຂໍ້ຫຼັກທີ່ເຂັ້ມຂຸ້ນ ເຊັ່ນ: ວິໄສທັດ ແລະ ຍຸດທະສາດການຫັນເປັນເສດຖະກິດດິຈິຕອນ ຂອງ ສປປ ລາວ, ການສົ່ງເສີມການຫັນເປັນດິຈິຕອນ, ການສາທິດ ແລະ ພາກປະຕິບັດໂຕຈິງ ການນໍາໃຊ້ລະບົບການບໍລິຫານລັດດິຈິຕອນ, ເຕັກໂນໂລຊີດິຈິຕອນ ແລະ ຊັບສິນດິຈິຕອນ, ເຕັກໂນໂລຊີປັນຍາປະດິດ (AI) ແລະ ການສາທິດການນໍາໃຊ້ Generative AI ເຂົ້າໃນວຽກງານ, ການຄຸ້ມຄອງວຽກງານອິນເຕີເນັດແຫ່ງຊາດ ແລະ ຄວາມປອດໄພໄຊເບີ ແລະ ສື່ສັງຄົມອອນລາຍ. ຖືເປັນບາດກ້າວອັນສໍາຄັນໃນການຍົກລະດັບທັກສະດີຈີຕອນ ແລະ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຮ່ວມກັນພາຍໃນກະຊວງ, ເຊິ່ງຈະເປັນແຮງຂັບເຄື່ອນອັນແຂງແຮງ ເພື່ອຍົກລະດັບການບໍລິຫານ ແລະ ບໍລິການຂອງພາກລັດ ໃຫ້ມີຄວາມທັນສະໄໝ, ມີປະສິດທິພາບ, ໂປ່ງໃສ, ປອດໄພ ແລະ ສາມາດກວດສອບໄດ້ ເພື່ອຮັບໃຊ້ການຈັດຕັ້ງຜັນຂະຫຍາຍວຽກງານການຫັນເປັນດີຈິຕອນຢ່າງມີຈຸດສຸມ ແລະ ຍືນຍົງ.
ຂຽນຂ່າວໂດຍ: ພະແນກຖ່າຍທອດເຕັກໂນໂລຊີ, ສູນສົ່ງເສີມ ແລະ ຖ່າຍທອເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ.

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf

Address

Vientiane

Opening Hours

Monday 08:00 - 16:00
Tuesday 08:00 - 17:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85621243404

Alerts

Be the first to know and let us send you an email when ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ:

Shortcuts

Share