03/04/2026
“KOFIH Strengthens Partnership through Visit to MPSC and UHS Hospital Project”
On 1 April 2026, the Medical Products Supply Center (MPSC) warmly welcomed a high-level delegation from KOFIH Headquarters. Led by Mr. Kwanbaek BAEK, Secretary General, and Ms. Hyunkyoung Kim, Director General, together with Country Representatives from across Asian countries.
The visit provided an opportunity to observe MPSC’s facilities and reflect on the remarkable progress of the Biomedical Engineering (BME) Project. Since its launch, Phase I (2018–2024) has laid a strong foundation for improving medical equipment management in Lao PDR, including the establishment of a National Training Center in Vientiane, strengthened provincial workshops, and improved functionality of medical equipment across key provinces.
Building on this success, Phase II represents a significant step forward by expanding support to additional provinces, advancing digital solutions through the Computerized Maintenance Management System (CMMS), strengthening human resource capacity, and fostering collaboration with the University of Health Sciences to develop a Biomedical Engineering (BME) curriculum. Phase II marks a critical turning point toward a more systematic, sustainable, and self-reliant medical equipment management system.
Through continued partnership and strong coordination with MPSC, the project is expected to further enhance the national health system and contribute to better healthcare services for the people of Lao PDR.
The delegation also visited the UHS Hospital construction site in Dongphosy, where they assessed progress of construction and reaffirmed KOFIH’s commitment to advancing health system strengthening in the country.
--------------------©©©------------------------
ໃນວັນທີ 1 ເມສາ 2026, ສູນສະໜອງແລະອຸປະກອນການແພດ (ສຢອ) ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກ ສໍານັກງານໃຫຍ່ອົງການໂກຟີ (KOFIH) ຊິ່ງນໍາໂດຍ ທ່ານ Kwanbaek BAEK, ເລຂາທິການ ແລະ ທ່ານນາງ Hyunkyoung Kim, ຫົວໜ້າຫ້ອງການ ພ້ອມດ້ວຍຜູ້ຕາງໜ້າຫ້ອງການໂກຟີຈາກບັນດາປະເທດໃນຂົງເຂດອາຊີ.
ການຢ້ຽມຢາມໃນຄັ້ງນີ້ ແມ່ນໂອກາດອັນດີໃນການຢ້ຽມຊົມສິ່ງປຸກສ້າງ ແລະ ສິ່ງອຳນວຍຄວາມສະດວກຢູ່ທີ່ ສຢອ ພ້ອມທັງໄດ້ນຳສະເໜີບັນດາຜົນງານທີ່ພົ້ນເດັ່ນໃນໄລຍະການຈັດຕັ້ງປະຕິບັດໂຄງການໃນໄລຍະທີ I (2018-2024) ທີ່ຜ່ານມາ, ເຊິ່ງລວມມີ: ການສ້າງຕັ້ງ ສູນຝຶກອົບຮົມ (MPSC building), ການປັບປຸງ ແລະ ກໍ່ສ້າງໂຮງຊ່າງສ້ອມແປງ ແລະ ການຍົກລະດັບປະສິດທິພາບການນຳໃຊ້ເຄື່ອງມືອຸປະກອນການແພດ.
ອີງໃສ່ຜົນສໍາເລັດດັ່ງກ່າວ, ໂຄງການໄລຍະທີ II ຖືເປັນບາດກ້າວທີ່ສໍາຄັນໃນການຂະຫຍາຍການຊ່ວຍເຫຼືອໄປສູ່ແຂວງອື່ນໆເພີ່ມເຕີມ, ໂດຍການຫັນໃສ່ດິຈິຕອລຜ່ານການສ້າງລະບົບຄຸ້ມຄອງການບຳລຸງຮັກສາດ້ວຍຄອມພິວເຕີ (CMMS), ສ້າງຄວາມເຂັ້ມແຂງໃຫ້ແກ່ຊັບພະຍາກອນມະນຸດ, ແລະ ຊຸກຍູ້ການຮ່ວມມືກັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເພື່ອພັດທະນາຫຼັກສູດວິສະວະກໍາຊີວະການແພດ (BME). ໂຄງການໄລຍະທີ II ນີ້ ຖືເປັນຈຸດປ່ຽນທີ່ສໍາຄັນໃນການຫັນໄປສູ່ລະບົບການຄຸ້ມຄອງອຸປະກອນການແພດທີ່ມີລັກສະນະເປັນລະບົບ, ຍືນຍົງ ແລະ ສາມາດກຸ້ມຕົນເອງໄດ້.
ດ້ວຍການຮ່ວມມືຢ່າງຕໍ່ເນື່ອງ ແລະ ການປະສານງານທີ່ດີກັບສູນ ສະຫນອງຢາ ແລະ ອຸປະກອນການແພດ, ໂຄງການນີ້ຄາດວ່າຈະຊ່ວຍຍົກລະດັບລະບົບສາທາລະນະສຸກແຫ່ງຊາດໃຫ້ດີຂຶ້ນ ແລະ ປະກອບສ່ວນເຂົ້າໃນການບໍລິການດ້ານສຸຂະພາບທີ່ມີຄຸນນະພາບໃຫ້ແກ່ປະຊາຊົນລາວ.
ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຊົມ ສະຖານທີ່ກໍ່ສ້າງໂຮງໝໍ ມວສ (UHS Hospital) ຢູ່ເຂດດົງໂພສີ, ເພື່ອຕິດຕາມຄວາມຄືບໜ້າຂອງການກໍ່ສ້າງ ແລະ ເພື່ອສະແດງເຖິງຄວາມມຸ່ງໝັ້ນຂອງ ອົງການໂກຟີ (KOFIH) ໃນການຊ່ວຍເຫຼືອເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນ ສປປ ລາວ.