13/07/2026
ໃນຕອນບ່າຍ ຂອງ ວັນທີ 11 ກໍລະກົດ 2026 ທີ່ຜ່ານມາ, ງານພິທີປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ປະຈຳປີ 2026 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ໜອງໃຫຍ່ ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງ ນະຄອນ ຫຼວງວຽງຈັນແລະ ເຂດເສດຖະກິດພິເສດບຶງທາດຫຼວງ ເປັນເຈົ້າພາບຈັດງານຮ່ວມກັນ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສປປ ລາວ ໄດ້ໃຫ້ກຽດເປັນປະທານພິທີ. ນອກຈາກນັ້ນຍັງມີ ທ່ານ ຄຳພັນ ພົມມະທັດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ເພັດ ພົມພິພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ວັນທອງ ກົງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານ ສີລິລາດ ທົງສິນ ທອງເພັງ, ປະທານປົກຄອງນະຄອນຫຼວງວຽງຈັນ, ທ່ານ ຟາງຫົງ, ເອກອັກຄະລັດຖະທູດ ວິສາ ມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະປະຊາຊົນຈີນ ປະຈຳ ສປປ ລາວ, ຄະນະທູດຈາກປະເທດ ຕ່າງໆ, ຜູ້ຕາງໜ້າອົງການສາກົນ, ທ່ານ ຫວງ ກົວຜິງ ປະທານ ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ທ່ານ ຫວງ ຊິ້ວເຫວິ໋ນ ຮອງປະທານ ເຂດເສດຖະກິດພິເສດບຶງທາດຫຼວງ ພ້ອມດ້ວຍ ແຂກຮັບເຊີນຈຳນວນ ຫຼາຍ ເຂົ້າຮ່ວມພິທີ ແລະ ຮ່ວມປ່ອຍປາ ແລະ ສັດນ້ຳ ເພື່ອຮ່ວມກັນສົ່ງເສີມແນວຄິດການພັດທະນາ ສີຂຽວ ແລະ ພັກດັນການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ກັບ ທຳມະ ຊາດ.
ວັນທີ 13 ກໍລະກົດ ຂອງທຸກປີ ແມ່ນວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ຂອງ ສປປ ລາວ ແລະ ປີນີ້ນັບເປັນຄົບຮອບ 29 ປີ ນັບແຕ່ໄດ້ມີການສ້າງຕັ້ງໃນປີ 1997ເປັນຕົ້ນມາ. ກິດຈະກຳ ນີ້ໄດ້ກາຍເປັນໜຶ່ງໃນກິດຈະກຳສາທາລະນະດ້ານອະນຸລັກລະບົບນິເວດທີ່ສຳຄັນຂອງຊາດ ໂດຍມີເປົ້າ ໝາຍເພື່ອອະນຸລັກຊັບພະຍາກອນປາ ແລະ ສັດນ້ຳ, ຮັກສາຄວາມສົມດຸນຂອງລະບົບນິເວດໃນແຫຼ່ງນ້ຳ, ສົ່ງເສີມການນຳໃຊ້ຊັບພະຍາກອນການປະມົງຢ່າງຍືນຍົງ ແລະ ສ້າງຈິດສຳນຶກໃຫ້ປະຊາຊົນມີ ສ່ວນຮ່ວມ ໃນການອະນຸລັກສິ່ງແວດລ້ອມ. ພ້ອມກັນນັ້ນ ຍັງເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນ ຍິ່ງໃຫຍ່ຂອງ ປະທານ ສຸພານຸວົງ ຜູ້ນຳຜູ້ກໍ່ຕັ້ງ ສປປ ລາວ.
ສຳລັບປີ 2026, ການປ່ອຍປາ ແລະ ສັດນ້ຳ ທົ່ວປະເທດ ຈັດຂຶ້ນພາຍໃຕ້ຄຳຂວັນ “ຮ່ວມກັນ ປ່ອຍປາ ແລະ ສັດນ້ຳ ກັບຄືນສູ່ທຳມະຊາດ ເພື່ອໃຫ້ລະບົບນິເວດໃນແຫຼ່ງນ້ຳ ອຸດົມສົມບູນ ຢ່າງຍືນຍົງ” ແລະ “ການອະນຸລັກປາ ແລະ ສັດນ້ຳ ແມ່ນໜ້າທີ່ຮ່ວມກັນຂອງປະຊາຊົນທຸກຄົນ”. ໃນປີນີ້ ມີແຜນປ່ອຍປາ ແລະ ສັດນ້ຳຫຼາຍກວ່າ 72 ລ້ານໂຕ ທົ່ວປະເທດ. ສຳລັບພິທີທີ່ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ປ່ອຍລູກປາ ແລະ ສັດນ້ຳຫຼາຍກວ່າ 1 ລ້ານໂຕ, ປະກອບມີປາພື້ນເມືອງຫຼາຍຊະນິດ ເຊິ່ງຈະມີສ່ວນສຳຄັນຕໍ່ການຟື້ນຟູຊັບພະຍາກອນການປະມົງ, ອະນຸລັກລະບົບນິເວດແຫຼ່ງນ້ຳ ແລະ ສົ່ງເສີມຄວາມຫຼາກຫຼາຍທາງຊີວະນາໆພັນ.
ພາຍຫຼັງ ພິທີປ່ອຍປາ ແລະ ສັດນ້ຳ ສິ້ນສຸດລົງ, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍ ທ່ານ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະປະຊາຊົນຈີນ ປະຈຳ ສປປ ລາວ, ທ່ານ ຫວງ ກົວຜິງ ປະທານບໍລິສັດ ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຄະນະການນຳ ກໍ່ໄດ້ເຂົ້າຮ່ວມຮັບຟັງການແລກປ່ຽນຄວາມຄິດເຫັນ.
ທ່ານປະທານປະເທດໄດ້ຮັບຟັງບົດລາຍງານກ່ຽວກັບຄວາມຄືບໜ້າໃນການພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ ພ້ອມທັງຮ່ວມແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ກ່ຽວກັບແນວຄິດການພັດ ທະນາໂຄງການ, ຄວາມຄືບໜ້າການກໍ່ສ້າງ, ການວາງຜັງອຸດສາຫະກຳ ແລະ ທິດທາງການພັດທະນາ ໃນອະນາຄົດ.
ຈາກນັ້ນ, ທ່ານທອງລຸນ ສີສຸລິດ ໄດ້ເຂົ້າຢ້ຽມຊົມພາບຈຳລອງແຜນພັດທະນາໂຄງການຂອງ ເຂດເສດຖະກິດພິເສດບຶງທາດຫຼວງ ພ້ອມທັງຮັບຟັງການນຳສະເໜີຢ່າງລະອຽດ ກ່ຽວກັບຜັງລວມຂອງ ເຂດເສດຖະກິດ, ການຈັດວາງເຂດໜ້າທີ່ຕ່າງໆ, ຄວາມຄືບໜ້າຂອງໂຄງການສຳຄັນ ແລະ ແຜນພັດທະ ນາໃນອະນາຄົດ. ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ ເຂດເສດຖະກິດພິເສດບຶງທາດຫຼວງ ບັນລຸວຽກງານໄດ້ໃນໄລຍະຜ່ານມາ ແລະ ສະແດງຄວາມຄາດຫວັງຕໍ່ການພັດທະນາໂຄງ ການ ໃນອະນາຄົດ ໂດຍເນັ້ນໃຫ້ເລັ່ງເຮັດການກໍ່ສ້າງ, ປັບປຸງສິ່ງອຳນວຍຄວາມສະດວກຂອງເມືອງ, ພັກດັນໂຄງການສຳຄັນ ດ້ວຍມາດຕະຖານສູງ ເພື່ອສ້າງເຂດພິເສດແຫ່ງນີ້ໃຫ້ເປັນໂຄງການຕົວແບບ ຂອງການສ້າງເມືອງທັນສະໄໝ ແລະ ການພັດທະນາຄຸນນະພາບສູງ ຂອງ ສປປ ລາວ.
ທ່ານ ຫວງ ກົວຜິງ ກ່າວວ່າ ເຂດເສດຖະກິດພິເສດບຶງທາດຫຼວງ ຈະຍຶດໝັ້ນຄວາມໝັ້ນໃຈໃນ ການພັດທະນາ, ທຸ່ມເທເຕັມທີ່ໃນການພັກດັນໂຄງການ ໂດຍມຸ່ງໝັ້ນບັນລຸເປົ້າໝາຍ “3 ປີເຫັນຜົນ, 10 ປີເຫັນໂສມໜ້າໃໝ່” ເພື່ອສ້າງປະໂຫຍດໃຫ້ແກ່ການພັດທະນານະຄອນຫຼວງວຽງຈັນ.
ນອກຈາກນັ້ນ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ກໍ່ໄດ້ລົງຢ້ຽມຊົມພື້ນທີ່ໂຄງການກໍ່ ສ້າງສະໜາມກ໊ອຟບຶງທາດຫຼວງ ຮັບຟັງການລາຍງານຄວາມຄືບໜ້າຂອງ ໂຄງການ ແລະ ແຜນການພັດ ທະນາໂດຍລວມ. ທ່ານໄດ້ສະແດງຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ອະນາຄົດຂອງໂຄງການ ໂດຍຫວັງໃຫ້ສະໜາມກອຟສາມາດເປີດດຳເນີນງານໄດ້ໂດຍໄວ ເພື່ອຊ່ວຍສົ່ງເສີມການພັດທະນາອຸດສາ ຫະກຳທ່ອງທ່ຽວ, ກິລາ ແລະ ການພັກຜ່ອນລະດັບສູງ ຂອງ ນະຄອນຫຼວງວຽງຈັນ ພ້ອມທັງຍົກສູງບົດບາດ ແລະ ຄວາມສາມາດໃນການແຂ່ງຂັນຂອງນະຄອນຫຼວງ ໃນເວທີສາກົນ.
ເປັນທີ່ໜ້າສັງເກດວ່າ ນີ້ແມ່ນຄັ້ງທີ 2 ຕິດຕໍ່ກັນ ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ຮັບ ກຽດເປັນສະຖານທີ່ຈັດກິດຈະກຳດ້ານນິເວດວິທະຍາລະດັບຊາດ. ພາຍຫຼັງທີ່ໄດ້ຈັດງານວັນປູກຕົ້ນໄມ້ ແຫ່ງຊາດ ໃນວັນທີ 1 ມິຖຸນາ 2026 ປະສົບຜົນສຳເລັດຢ່າງຈົບງາມ; ພິທີປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ປະຈຳປີ 2026 ກໍ່ໄດ້ຈັດຂຶ້ນອີກຄັ້ງທີ່ເຂດເສດຖະກິດພິເສດບຶງທາດຫຼວງ ເຊິ່ງສະທ້ອນໃຫ້ ເຫັນ ການສືບຕໍ່ຂອງສອງກິດຈະກຳນິເວດລະດັບຊາດ ຄື “ການປູກຕົ້ນໄມ້ເພື່ອເພີ່ມພື້ນທີ່ສີຂຽວ” ແລະ “ການປ່ອຍປາເພື່ອຟື້ນຟູລະບົບນິເວດແຫຼ່ງນ້ຳ”.
ການທີ່ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ຮັບການຄັດເລືອກໃຫ້ເປັນສະຖານທີ່ຈັດກິດ ຈະກຳ ລະດັບຊາດຢ່າງຕໍ່ເນື່ອງ ບໍ່ພຽງແຕ່ສະທ້ອນໃຫ້ເຫັນສັກກະຍະພາບຂອງເຂດໃນການຮອງຮັບກິດຈະກຳສຳ ຄັນຂອງຊາດເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງແນວທາງການພັດທະນາທີ່ຍຶດໝັ້ນຫຼັກການ “ນິເວດນຳ ໜ້າ, ການພັດທະນາສີຂຽວ”, ປະສານການພັດທະນາເມືອງສະໄໝໃໝ່ເຂົ້າກັບ ການອະນຸລັກສິ່ງ ແວດ ລ້ອມ ແລະ ການດຶງດູດອຸດສາຫະກຳຄຸນນະພາບສູງ.
ໃນອະນາຄົດ ເຂດເສດຖະກິດພິເສດບຶງທາດຫຼວງ ຈະສືບຕໍ່ຍຶດໝັ້ນແນວຄິດການພັດທະນາສີຂຽວ, ຄຽງຄູ່ການອະນຸລັກລະບົບນິເວດ ແລະ ການພັດທະນາເມືອງຢ່າງຍືນຍົງ, ເລັ່ງຜະລິດຜົນການພັດທະນາ ໂຄງສ້າງພື້ນຖານ, ອຸດສາຫະກຳ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ຄຸນນະພາບການ ຢູ່ອາໄສ ເພື່ອກ້າວສູ່ການເປັນຕົວແບບຂອງການພັດທະນານະຄອນສະໄໝໃໝ່ຂອງ ສປປ ລາວ ແລະ ປະກອບສ່ວນໃນການຂັບເຄື່ອນການພັດທະນາຄຸນນະພາບສູງ, ການສ້າງອາລິຍະທຳດ້ານນິເວດ ແລະ ການເສີມສ້າງປະຊາຄົມຮ່ວມອະນາຄົດລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.