ກົມສ່ວຍສາອາກອນ

ກົມສ່ວຍສາອາກອນ ຄຸ້ມຄອງເກັບລາຍຮັບ ຕາມກົດໝາຍ ແລະ ລະບຽບການ ເຂົ້າງົບປະມານແຫ່ງລັດ
ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ

26/08/2026
26/08/2026

ມາຮູ້ຈັກ E-Tax Invoice ລະບົບໃໝ່ທີ່ຊ່ວຍໃຫ້ທຸລະກິດຂອງທ່ານເປັນເລື່ອງງ່າຍ
————————————————————-
ທ່ານຮູ້ບໍ່ວ່າ ? ທຸກຄັ້ງທີ່ເຮົາຊື້ສີນຄ້າ ແລະ ການບໍລິການຕ່າງໆ... ເງິນສ່ວນໜຶ່ງຂອງເຮົາສາມາດກາຍເປັນທຶນມາພັດທະນາປະເທດຊາດໄດ້ ພຽງແຕ່ເຮົາເຮັດສິ່ງນີ້! ນັ້ນຄືການຮຽກເອົາ ໃບບິນເອເລັກໂຕຣນິກ ຫຼື e-Tax Invoice ລະບົບໃໝ່ທີ່ກະຊວງການເງິນ ເພິ່ນຮັບຮອງໃຫ້ນຳໃຊ້ ເພື່ອຍົກລະດັບເສດຖະກິດດິຈິຕອນຂອງລາວໃຫ້ມີຄວາມທັນສະໄໝ, ສະດວກ, ສະບາຍ ແລະ ໂປ່ງໃສ!
ລະບົບນີ້ ພາກລັດໃຫ້ການສະໜັບສະໜູນ ຜູ້ປະກອບການ ແລະ ຮ້ານຄ້າໃຫ້ໄດ້ນຳໃຊ້ ເພື່ອເປັນການປະກອບສ່ວນຊ່ວຍພາກລັດ ຢ່າງເຕັມຮູບແບບ :
• ມີອຸປະກອນ ແລະ ລະບົບ e-Tax Invoice ໃຫ້ໃຊ້ໂດຍບໍ່ເສຍຄ່າ.
• ບໍ່ມີຄ່າທຳນຽມໃນການນຳໃຊ້.
• ບໍ່ມີຄ່າບໍລິການໃນການຕິດຕັ້ງລະບົບ.
• ໃຊ້ງານງ່າຍ, ສະດວກ, ຫຼຸດຜ່ອນການໃຊ້ເຈ້ຍ ແລະ ໄດ້ຮັບການອະນຸຍາດຢ່າງຖືກຕ້ອງຈາກກົມສ່ວຍສາອາກອນ.
ສະນັ້ນ, ພວກເຮົາທຸກຄົນມາຮ່ວມໃຈກັນປ່ຽນແປງສັງຄົມເຮົາ! ໄປອຸດໜູນ ແລະ ເລືອກໃຊ້ບໍລິການກັບຮ້ານຄ້າທີ່ເຂົ້າຮ່ວມລະບົບ e-Tax Invoice ແລະ ຮຽກເອົາໃບບິນທຸກຄັ້ງ ເພື່ອຄວາມໂປ່ງໃສ!"
ເພາະທຸກໃບບິນທີ່ໂປ່ງໃສ ຄືການຮ່ວມແຮງຮ່ວມໃຈ ສ້າງສາພັດທະນາປະເທດຊາດ
ມາຮ່ວມກັນປຸກລະດົມ ເລືອກອຸດໜູນ ແລະ ເຂົ້າໃຊ້ບໍລິການກັບຮ້ານຄ້າທີ່ເຂົ້າຮ່ວມລະບົບ e-Tax Invoice ເພື່ອສ້າງຄ່ານິຍົມໃນການເຮັດທຸລະກິດທີ່ຖືກຕ້ອງ.
ມາຮ່ວມເປັນສ່ວນໜຶ່ງໃນການສ້າງສັງຄົມທີ່ໂປ່ງໃສ... "ຊື້ສິນຄ້າທຸກຄັ້ງ, ໃຫ້ຮຽກເອົາໃບບິນ e-Tax Invoice ທຸກເທື່ອ!
ປັດຈຸບັນໄດ້ເລີ່ມຈັດຕັ້ງປະຕິບັດຢູ່ 3 ແຂວງຄື : ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ແຂວງວຽງຈັນ ຊຶ່ງຈະມີການຜັນຂະຫຍາຍໃຫ້ນຳໃຊ້ໃນຂອບເຂດທົ່ວປະເທດໄວໆນີ້…….
ຂໍ້ມູນເພີ່ມເຕີມ 1466
#ກົມສ່ວຍສາອາກອນ #ໃບບິນເອເລັກໂຕຣນິກ #ເພື່ອຄວາມໂປ່ງໃສ #ພັດທະນາປະເທດຊາດ #ຜູ້ບໍລິໂພກຍຸກໃໝ່

26/08/2026

Address

Phonxay Village, Saysettha District, Vientiane Capital
Vientiane
85621

Alerts

Be the first to know and let us send you an email when ກົມສ່ວຍສາອາກອນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share