03/09/2026
ກອງປະຊຸມຜັນຂະຫຍາຍ ແລະ ເຜີຍແຜ່ເນື້ອໃນສຳຄັນຂອງກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V.....................................................
ຕອນເຊົ້າວັນທີ 03 ກັນຍາ 2026 ສູນກາງສະຫະພັນແມ່ຍິງລາວ ຈັດກອງປະຊຸມຜັນຂະຫຍາຍ ແລະ ເຜີຍແຜ່ເນື້ອໃນສຳຄັນຂອງກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V ເປັນປະທານກອງປະຊຸມໂດຍ ສະຫາຍ ນາງ ຜາສຸກ ວົງວິຈິດ ກຳະການພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ປະທານກວດການພັກ-ລັດ; ມີຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານ ສສຍລ, ຄະນະພັກ, ຄະນະໜ່ວຍພັກຫ້ອງການ, ກົມ, ສູນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະ ຄອບຄົວ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງເນື້ອໃນຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V, ເຜີຍແຜ່ບາງເນື້ອໃນບົດສະຫຼຸບຕີລາຄາວຽກງານກວດກາທົ່ວປະເທດ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ; ເຜີຍແຜ່ບາງເນື້ອໃນບົດລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາວຽກງານກວດກາ 2021-2025 ແລະ ທິດທາງແຜນພັດທະນາ 2026-2030, ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ຂອງ ສສຍລ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີ ຕໍ່ໜ້າ; ເຜີຍແຜ່ບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XII ກ່ຽວກັບວຽກງານຕິດຕາມ, ກວດກາ ຂອງພັກ ສະບັບເລກທີ 377/ຄກສພ, ລົງວັນທີ 18 ສິງຫາ 2026 ແລະ ເຜີຍແຜ່ມະຕິ ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ແລະ ບົດໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສປປລາວ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V.
ການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ແລະ ເປັນເອກະພາບກ່ຽວກັບຄວາມສຳຄັນຂອງວຽກງານກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ການກະທຳ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະກວດກາແຕ່ລະຂັ້ນໃຫ້ມີການປ່ຽນແປງໄປສູ່ຄຸນນະພາບໃໝ່, ຍົກສູງປະສິດທິພາບວຽກງານກວດກາໃຫ້ເດັດຂາດ, ເຂັ້ມງວດ ໃນການແກ້ໄຂການລະເມີດວິໄນຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທຸກຂັ້ນ ແລະ ທຸກລະດັບ ເພື່ອປັບປຸງລະບອບລະບຽບການເຮັດວຽກແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.