16/08/2024
ພິທີ ມອບ-ຮັບ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ເກົ່າ) ແລະ (ຜູ້ໃໝ່)
---------------------
ໃນເວລາ 14:00 ຂອງວັນທີ 15 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຊັ້ນ 8 ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີ ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການໄຟຟ້າລາວ ລະຫວ່າງ ທ່ານ ວຽງທອງ ສັກດາລາ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ເກົ່າ) ແລະ ທ່ານ ວົງດາລາ ສີສະແຫວງສຸກ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ໃໝ່) ຂຶ້ນ ມີຄະນະພະແນກ ແລະ ຄະນະໜ່ວຍງານ ຫ້ອງການເຂົ້າຮ່ວມ. ພາຍໃນພິທີ ທ່ານ ວຽງທອງ ສັກດາລາ ອາດີດຫົວໜ້າຫ້ອງການໄຟຟ້າລາວ ກໍ່ໄດ້ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດວຽກງານພາຍໃນຫ້ອງການໄຟຟ້າລາວໃນໄລຍະ 02 ປີ ທີ່ຜ່ານມາ ແລະ ທ່ານ ວົງດາລາ ສີສະແຫວງສຸກ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ໃໝ່) ກໍ່ໄດ້ກ່າວຮັບ ຫຼັງຈາກນັ້ນ ທັງສອງທ່ານກໍ່ໄດ້ລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ ແລະ ພິທີກໍ່ໄດ້ປິດລົງດ້ວຍຜົນສໍາເລັດ.
…………………………………………
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎ Call Center: 1199
🎬 YouTube: EDL Laos
🇫 Facebook: EDL Laos
🌐 Website: www.edl.com.la
📽 Tiktok: edllaos