ຄຊກມດ NCAWMC

ຄຊກມດ NCAWMC ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ,
The National Commission for the Advancement of Women and Mother – Child

ສໍາມະນາວຽກງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ໃຫ້ບັນດາຂະແໜງການຂັ້ນສູນກາງ              ...............................
11/09/2026

ສໍາມະນາວຽກງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ໃຫ້ບັນດາຂະແໜງການຂັ້ນສູນກາງ
.......................................................................................
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ມູນນິທິເອເຊຍ ໄດ້ຈັດກອງປະຊຸມສໍາມະນາພື້ນຖານຄວາມຮູ້ ກ່ຽວກັບວາລະແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ໃຫ້ບັນດາຂະແໜງການຂັ້ນສູນກາງ ໃນລະຫວ່າງວັນທີ 9-10 ກັນຍາ 2026 ທີ່ ເມືອງວັງວຽງ, ແຂວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໂດຍການເປັນປະທານຮ່ວມ ແລະ ກ່າວເປີດ ພິທີ ຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ປະທານຄະນະບໍລິການງານສູນກາງສະກະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈໍາການ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ທ່ານ ນາງ ຮາລິອຸນໂກ ກັນບັດ ຜູ້ຕາງໜ້າມູນນິທິເອເຊຍ ປະຈໍາ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຈາກ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ບັນດາກະຊວງ-ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ມີຄຳເຫັນບາງຕອນ ສຳຄັນວ່າ: “ໃນປັດຈຸບັນ, ໂລກ ແລະ ພາກພື້ນ ຂອງພວກເຮົາ ກໍາລັງປະເຊີນກັບສິ່ງທ້າທາຍອັນຊັບຊ້ອນ. ຄວາມໝັ້ນຄົງ ບໍ່ໄດ້ໝາຍເຖິງພຽງແຕ່ການປ້ອງກັນປະເທດຈາກການສູ້ຮົບດ້ວຍອາວຸດເທົ່ານັ້ນ, ແຕ່ຍັງກວມເອົາ ຄວາມໝັ້ນຄົງຂອງມະນຸດ, ໂດຍສະເພາະແມ່ນການຮັບມືກັບສິ່ງທ້າທາຍເກີດໃໝ່ ທີ່ຈະພ້ອມກັນວິເຄາະ ແລະ ຄົ້ນຄວ້າບັນຫາທີ່ບໍ່ແມ່ນແບບດັ້ງເດີມ ເຊັ່ນ: ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ຄວາມປອດໄພທາງໄຊເບີ, ຄວາມຮຸນແຮງ, ບັນຫາລະເບີດບໍ່ທັນແຕກ (UXO), ການຄ້າແມ່ຍິງ-ເດັກຍິງ ແລະ ອາດຊະຍາກຳດິຈິຕອນ ແລະ ບັນຫາອື່ນທີ່ຕິດພັນ.
ສະເພາະຢູ່ ສປປ ລາວ, ພວກເຮົາມີບັນຫາສະເພາະທີ່ຕ້ອງໄດ້ເອົາໃຈໃສ່ຢ່າງໃກ້ຊິດ ເປັນຕົ້ນ: ໄພຄຸກຄາມຈາກລະເບີດບໍ່ທັນແຕກ (UXO) ເຊິ່ງຍັງຄົງເປັນອຸປະສັກຕໍ່ການພັດທະນາ ແລະ ຄວາມປອດໄພຂອງປະຊາຊົນ. ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານ UXO ຈະຊ່ວຍໃຫ້ການຊ່ວຍເຫຼືອ ແລະ ການຟື້ນຟູມີປະສິດທິພາບຍິ່ງຂຶ້ນ; ອາດຊະຍາກຳທາງໄຊເບີ ແລະ ຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍການນຳໃຊ້ເຕັກໂນໂລຊີ: ການຂະຫຍາຍຕົວຂອງເຕັກໂນໂລຊີ ສ້າງໂອກາດອັນສຳຄັນ ແຕ່ກໍນໍາມາເຊິ່ງຄວາມສ່ຽງ ໂດຍສະເພາະການຄ້າມະນຸດ ຜ່ານລະບົບອອນລາຍ ແລະ ການລ່ວງລະເມີດແມ່ຍິງ ແລະ ເດັກຍິງ; ການປ່ຽນແປງດິນຟ້າອາກາດ: ໄພພິບັດທາງທໍາມະຊາດທີ່ຖີ່ຂຶ້ນ ແລະ ຮຸນແຮງຂຶ້ນ ສົ່ງຜົນກະທົບ ໂດຍກົງຕໍ່ວິຖີຊີວິດ, ຊັບສິນ ແລະ ຄວາມປອດໄພຂອງແມ່ຍິງໃນຊຸມຊົນ. ດັ່ງນັ້ນ, ການຈັດສໍາມະນາຄັ້ງນີ້ ຈຶ່ງເປັນໂອກາດອັນດີທີ່ພວກເຮົາຈະໄດ້ນໍາໃຊ້ເຄື່ອງມືຕ່າງໆ ເຊັ່ນ: ຊຸດເຄື່ອງມືເພື່ອຄວາມສອດຄ່ອງກັບທ້ອງຖິ່ນຂອງອາຊຽນ, ເພື່ອຜັນຂະຫຍາຍນະໂຍບາຍລະດັບພາກພື້ນ ໃຫ້ກາຍເປັນແຜນງານຕົວຈິງຂອງບັນດາກະຊວງ, ທ້ອງຖິ່ນ ແລະ ຂະແໜງການ ຂອງ ສປປ ລາວ.”
ຈຸດປະສົງຕົ້ນຕໍຂອງການສໍາມະນາຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈຂອງ ຄະນະ ຄກມດ, ພະນັກງານຫຼັກແຫຼ່ງ ແລະ ຈຸດປະສານງານຂອງບັນດາຂະແໜງການ ເຂົ້າໃຈຫຼັກການພື້ນຖານຂອງວຽກງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ; ແລກປ່ຽນບົດຮຽນຕົວຈິງກ່ຽວກັບຄວາມໝັ້ນຄົງຮູບແບບໃໝ່ທີ່ຕິດພັນກັບ ສປປ ລາວ; ພ້ອມທັງສ້າງຄວາມເຂັ້ມແຂງໃນການກຳນົດກົນໄກປະສານງານຫຼາຍຂະແໜງການ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາຂະແໜງການຂັ້ນສູນກາງໃນເຊື່ອມສານວຽກງານ WPS ເຂົ້າໃນແຜນພັດທະນາແຫ່ງຊາດ ແລະ ແຜນການເຄື່ອນໄຫວບູລິມະສິດຂອງແຕ່ລະຂະແໜງການ.
ຕະຫຼອດໄລຍະການສຳມະນາ ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ເຮັດກິດຈະກຳກຸ່ມຮ່ວມກັນໃນຫຼາຍຫົວຂໍ້ເປັນຕົ້ນ: ກອບນະໂຍບາຍສາກົນ ແລະ 4 ເສົາຄ້ຳຂອງ WPS (ການມີສ່ວນຮ່ວມ, ການປ້ອງກັນ, ການປົກປ້ອງ, ການບັນເທົາທຸກ ແລະ ການຟື້ນຟູ); ການວິເຄາະສິ່ງທ້າທາຍເກີດໃໝ່ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທໍາມະຊາດ, ຄວາມປອດໄພທາງໄຊເບີ, ຄວາມຮຸນແຮງບົນພື້ນຖານທາງເພດທີ່ນຳໃຊ້ເຕັກໂນໂລຊີ (TFGBV), ອາດຊະຍາກຳດິຈິຕອນ ແລະ ການຄ້າມະນຸດ; ການແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການເຊື່ອມສານວຽກງານ WPS ເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ຕົກຄ້າງຢູ່ ສປປ ລາວ ແລະ ການປົກປ້ອງແມ່ຍິງ-ເດັກຍິງ ຈາກຄວາມຮຸນແຮງ ແລະ ການເຊື່ອມສານ WPS ເຂົ້າໃນແຜນດຳເນີນງານແຫ່ງຊາດ 5 ປີ (2026-2030) ທີ່ກ່ຽວຂ້ອງ, ແຜນປະຕິບັດງານພາກພື້ນອາຊຽນ (ASEAN RPA on WPS) ແລະ ການກຳນົດກົນໄກປະສານງານໃນແຕ່ລະຂະແໜງການ.
ຜົນຂອງການສຳມະນາຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການຊຸກຍູ້ໃຫ້ແຕ່ລະຂະແໜງການ ນຳເອົາວຽກງານ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໄປຜັນຂະຫຍາຍເຂົ້າໃນແຜນງານຕົວຈິງຂອງພາກສ່ວນຕົນ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງ ໃນການຮັບມືກັບສິ່ງທ້າທາຍຮູບແບບໃໝ່ໃນສັງຄົມຢ່າງມີປະສິດທິພາບ.

#ຄຊກມດ

ກອງປະຊຸມຜ່ານຮ່າງບົດລາຍງານຕິດຕາມການຈັດຕັ້ງປະຕິບັດບົດປະກອບຄໍາເຫັນມ້ວນທ້າຍຕໍ່ບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ກ່ຽວກັບການຈັດຕັ...
02/09/2026

ກອງປະຊຸມຜ່ານຮ່າງບົດລາຍງານຕິດຕາມການຈັດຕັ້ງປະຕິບັດບົດປະກອບຄໍາເຫັນມ້ວນທ້າຍຕໍ່ບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ຢູ່ ສປປ ລາວ ຮ່ວມກັບ ຄະນະກໍາມະການຮ່າງບົດລາຍງານ.
...........................................................................................................
ກອງປະຊຸມຜ່ານຮ່າງບົດລາຍງານຕິດຕາມບົດປະກອບຄໍາເຫັນມ້ວນທ້າຍຕໍ່ບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ຮ່ວມກັບຄະນະວິຊາການຮ່າງບົດລາຍງານ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2026, ທີ່ ສູນກາງສະຫະພັນແມ່ຍິງລາວ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ວິໄລວັນ ບຸບຜານຸວົງ, ຫົວໜ້າຫ້ອງການ ຄຊກມດ ໂດຍມີຜູ້ຕາງໜ້າຈາກຄະນະກໍາມະການຮ່າງບົດລາຍງານ ຈາກບັນດາກະຊວງ-ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການລະດົມຄໍາເຫັນ, ເປີດໂອກາດໃຫ້ຄະນະກໍາມະການຮ່າງບົດລາຍງານ ແລະ ແຂກທີ່ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຮ່າງບົດລາຍງານ ໃຫ້ມີຄວາມສົມບູນ, ຖືກຕ້ອງຕາມຄວາມເປັນຈິງ ແລະ ກວມລວມທຸກຂົງເຂດ; ຮ່ວມກັນປັບປຸງເນື້ອໃນບົດລາຍງານໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ຂໍ້ຮຽກຮ້ອງຂອງການສົ່ງບົດລາຍງານໃນໄລຍະຕໍ່ໄປ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງສ້າງສັນ ກົງໄປກົງມາ ເພື່ອປະກອບຄໍາເຫັນໃສ່ບັນດາປະເດັນສໍາຄັນ ເປັນຕົ້ນແມ່ນ: ການສົ່ງເສີມການເຂົ້າເຖິງຂະບວນການຍຸຕິທຳ ແລະ ທາງເລືອກທາງກົດໝາຍ ສຳລັບແມ່ຍິງທີ່ຖືກຈຳແນກ; ການປູກຈິດສຳນຶກ ແລະ ສະໜັບສະໜູນທຶນການສຶກສາ ສຳລັບເດັກຍິງໃນກຸ່ມດ້ອຍໂອກາດ; ການປັບປຸງກົດໝາຍ ແລະ ມາດຕະການລົງໂທດ ທາງອາຍາຕໍ່ການຄຸກຄາມທາງເພດໃນສະຖານ ທີ່ເຮັດວຽກ; ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການເຂົ້າເຖິງແຫຼ່ງທຶນ ສຳລັບແມ່ຍິງກຸ່ມດ້ອຍໂອກາດ.
ຜົນຂອງກອງປະຊຸມຄັ້ງນີ້ ຈະເປັນບາດກ້າວສໍາຄັນໃນການປັບປຸງຮ່າງບົດລາຍງານຕິດຕາມຕິດຕາມການຈັດຕັ້ງປະຕິບັດບົດປະກອບຄໍາເຫັນມ້ວນທ້າຍຕໍ່ບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຢູ່ ສປປ ລາວ ໃຫ້ມີຄວາມສົມບູນແບບ ກ່ອນທີ່ຈະນໍາສະເໜີຕໍ່ຂັ້ນເທິງພິຈາລະນາ ແລະ ສົ່ງໃຫ້ ອົງການສະຫະປະຊາຊາດຕາມກໍານົດເວລາ.

#ຄຊກມດ

ໃນວັນທີ 21 ສິງຫາ 2026, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍຮ່ວມກັບ ອົງການ UNICEF ແລະ UNFPA ໄ...
24/08/2026

ໃນວັນທີ 21 ສິງຫາ 2026, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍຮ່ວມກັບ ອົງການ UNICEF ແລະ UNFPA ໄດ້ຈັດກອງປະຊຸມປຶກສາຫາລືດ້ານວິຊາການ ກ່ຽວກັບການຢຸດຕິການແຕ່ງດອງກ່ອນໄວອັນຄວນ ແລະ ການແຕ່ງດອງແບບບັງຄັບ ໃນ ສປປ ລາວ (TUSIP) ທີ່ ໂຮງແຮມຄລາວພາຊາ, ນະຄອນຫຼວງວຽງຈັນ. ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ວັດທະນາ ອິນລໍຄຳ ຮອງຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ມີບັນດາທ່ານຕາງໜ້າຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງ ທີ່ນອນໃນຄະນະວິຊາການໃນວຽກງານດັ່ງກ່າວ ເຂົ້າຮ່ວມທັງໝົດ 30 ທ່ານ ຍິງ 24 ທ່ານ ຊາຍ 6 ທ່ານ.
ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືແຜນວຽກ ປີທີ 3 ແລະ 4 ໃນການຢຸດຕິການແຕ່ງດອງກ່ອນໄວອັນຄວນ ແລະ ການແຕ່ງດອງແບບບັງຄັບ ໃນ ສປປ ລາວ (TUSIP); ທົບທວນ ປັບປຸງພາລະບົດບາດ ແລະ ໜ້າທີ່ຂອງ ຄະນະຊີ້ນໍາລະດັບຊາດ ແລະ ຄະນະວິຊາການ ແຜນງານ TUSIP ແລະ ທົບທວນບົດຄົ້ນຄວ້າວິໄຈດ້ານລະບົບການປົກຄອງ-ເສດຖະກິດ ກ່ຽວກັບການແຕ່ງດອງກ່ອນໄວອັນຄວນ ແລະ ການແຕ່ງດອງແບບບັງຄັບ ໃນ ສປປ ລາວ. ວຽກງານດັ່ງກ່າວແມ່ນການຮ່ວມເຮັດວຽກລະຫວ່າງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ອົງການ UNICEF ແລະ ອົງການ UNFPA ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກລັດຖະບານອົດສະຕຣາລີ.
#ຄຊກມດ

ໃນຕອນເຊົ້າຂອງວັນທີ 17 ສິງຫາ 2026 ຫ້ອງການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບ ອົງການ Acti...
19/08/2026

ໃນຕອນເຊົ້າຂອງວັນທີ 17 ສິງຫາ 2026 ຫ້ອງການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບ ອົງການ Action Education ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຮ່າງ MOA ຂັ້ນສູນກາງ ໃນການຈັດຕັ້ງປະຕິບັດກິດຈະກຳເຊື່ອມຕໍ່ລະຫວ່າງໄລຍະທີ 1 ຫາ ໄລຍະ ທີ 2 ຂອງໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານສຳລັບໄວໜຸ່ມ ແລະ ແມ່ຍິງ ທີ່ ໂຮງແຮມທະວີສຸກ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ວັດທະນາ ອິນລໍຄຳ ຮອງຫົວໜ້າຫ້ອງການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ທ່ານ ແສງທອງ ໂພທິສານ ຜູ້ອຳນວຍການ ອົງການ Action Education ລາວ ໂດຍມີຜູ້ເຂົ້າຮ່ວມຈາກ ຕາງໜ້າກະຊວງການຕ່າງປະເທດ, ພະແນກການຕ່າງປະເທດແຂວງຄຳມ່ວນ ແລະ ແຂວງອຸດົມໄຊ, ຂະແໜງ ຄກມດ ແຂວງຄຳມ່ວນ, ຂະແໜງ ຄກມດ ແຂວງອຸດົມໄຊ, ຜູ້ປະສານງານໂຄງການຂັ້ນແຂວງ ແລະ ຂັ້ນເມືອງ, ພະນັກງານຫ້ອງການ ຄຊກມດ ແລະ ພະນັກງານ ອົງການ Action Education ລວມທັງໝົດ 35 ທ່ານ.
ກອງປະຊຸມໃນຄັ້ງນີ້ ແມ່ນອີງໃສ່ຜົນສຳເລັດ ຂອງໂຄງການເພີ່ມໂອກາດການເປັນຜູ້ປະກອບການ ແລະ ການຈ້າງງານຂອງໄວໜຸ່ມ ແລະ ແມ່ຍິງ ໃນໄລຍະຜ່ານມາ ອົງການ Action Education ຈຶ່ງມີຈຸດປະສົງຂະຫຍາຍຂອບເຂດການດຳເນີນງານ ຜ່ານໂຄງການໃໝ່ EMYWE (ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ແມ່ຍິງທີ່ດ້ອຍໂອກາດ ໂດຍຜ່ານການເປັນຜູ້ປະກອບການແບບມີສ່ວນຮ່ວມ), ເຊິ່ງຈະນຳສະເໜີອົງປະກອບໃໝ່ ເປັນຕົ້ນແມ່ນ ການເຂົ້າເຖິງແຫຼ່ງທຶນ ແລະ ການສ້າງວຽກເຮັດງານທຳທີ່ສົມສັກສີ ເພື່ອຮັບປະກັນຄວາມຍືນຍົງ ແລະ ຜົນກະທົບໃນໄລຍະຍາວ.
ໃນກອງປະຊຸມ, ທ່ານ ແສງທອງ ໂພທິສານ ຜູ້ອຳນວຍການ ອົງການ Action Education Laos ໄດ້ນຳສະເໜີພາບລວມຂອງກິດຈະກຳ ໂດຍໄດ້ຊີ້ໃຫ້ເຫັນສະພາບຄວາມທ້າທາຍທີ່ໄວໜຸ່ມ ແລະ ແມ່ຍິງຜູ້ປະກອບການປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນແມ່ນ ດ້ານເສດຖະກິດ, ການປ່ຽນແປງດິນຟ້າອາກາດ, ຄວາມຮູ້ດ້ານການເງິນ ແລະ ການເຂົ້າເຖິງແຫຼ່ງທຶນ. ອີງໃສ່ບັນຫາດັ່ງກ່າວ, ໂຄງການໄລຍະໃໝ່ໄດ້ກຳນົດເປົ້າໝາຍ ແລະ ກິດຈະກຳຫຼັກ ປະກອບມີ: ການວິເຄາະຕ່ອງໂສ້ພະລິດຕະພັນ, ການຝຶກອົບຮົມທັກສະສີຂຽວ, ການສ້າງເວທີແລກປ່ຽນບົດຮຽນ ແລະ ປະສົບການ, ການສະໜັບສະໜູນຫົວໜ່ວຍທຸລະກິດແບບເປັນຕົວແບບ, ການສ້າງຄວາມເຂັ້ມແຂງໃຫ້ລະບົບ ແລະ ການກະກຽມການສະໜອງທຶນ. ພ້ອມນີ້, ຮ່າງບົດບັນທຶກຂໍ້ຕົກລົງ (MOA) ໄດ້ກຳນົດແຜນກິດຈະກຳລວມ 9 ກິດຈະກຳ, ປະກອບມີ: ການຝຶກອົບຮົມ 16 ຄັ້ງ, ທັດສະນະສຶກສາ 1 ຄັ້ງ, ການລົງຕິດຕາມ 4 ຄັ້ງ, ກອງປະຊຸມ 2 ຄັ້ງ ແລະ ການແຂ່ງຂັນ 1 ຄັ້ງ ເພື່ອເສີມສ້າງທັກສະການເປັນຜູ້ປະກອບການ, ທັກສະສີຂຽວ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ.
ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮ່ວມກັນຜ່ານຮ່າງບົດບັນທຶກຂໍ້ຕົກລົງ (MOA) ຂັ້ນສູນກາງ, ນຳໃຊ້ເປັນພື້ນຖານໃນການຈັດຕັ້ງປະຕິບັດໂຄງການຕໍ່ເນື່ອງ GEVEE (ເດືອນສິງຫາ - ທັນວາ 2026), ພ້ອມທັງເກັບກຳຂໍ້ມູນເພີ່ມເຕີມຈາກຂັ້ນທ້ອງຖິ່ນ ແລະ ຂັ້ນເມືອງ ເພື່ອເຮັດໃຫ້ຮ່າງ MOA ມີຄວາມສົມບູນ ແລະ ຮັບປະກັນຄວາມເປັນເຈົ້າການຮ່ວມກັນລະຫວ່າງທຸກພາກສ່ວນ.
ທ່ານ ນາງ ວັດທະນາ ອິນລໍຄຳ, ຮອງຫົວໜ້າຫ້ອງການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເກັບກຳຂໍ້ມູນ ແລະ ເອກະສານຢັ້ງຢືນຢ່າງລະອຽດ ເພື່ອຮັບປະກັນວ່າ ຮ່າງ MOA ດັ່ງກ່າວ ຈະສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ.
ໃນໂອກາດນີ້, ຜົນໄດ້ຮັບຫຼັກຂອງກອງປະຊຸມ ແມ່ນເຫັນດີເປັນເອກະພາບກັນ ຕໍ່ບົດບັນທຶກຂໍ້ຕົກລົງ(MOA) ເຊິ່ງຈະເປັນເອກະສານພື້ນຖານສຳຄັນ ໃນການເຊື່ອມຕໍ່ ແລະ ຈັດຕັ້ງປະຕິບັດວຽກງານໃນຂັ້ນຕໍ່ໄປ ລະຫວ່າງ ຄຊກມດ ແລະ ອົງການ Action Education ໃຫ້ປະສົບຜົນສຳເລັດ.

#ຄຊກມດ
Education

ຫ້ອງການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນນາມຖືກແຕ່ງຕັ້ງເປັນຜູ້ຕາງໜ້າຄະນະກຳມາທິການອາຊຽນ ວ່າ...
05/08/2026

ຫ້ອງການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນນາມຖືກແຕ່ງຕັ້ງເປັນຜູ້ຕາງໜ້າຄະນະກຳມາທິການອາຊຽນ ວ່າດ້ວຍການສົ່ງເສີມ ລະ ປົກປ້ອງສິດທິແມ່ຍິງ ແລະ ເດັກ (ACWC) ໄດ້ນຳພາຕົວແທນເດັກລາວເຂົ້າຮ່ວມເວທີເດັກອາຊຽນ ຄັ້ງທີ 9 ໃນຫົວຂໍ້ "ການສ້າງພູມຄຸ້ມກັນໃຫ້ເດັກໃນອາຊຽນ: ຮ່ວມໃຈກັນຕ້ານການໃຊ້ຄວາມຮຸນແຮງ" (9th ASEAN Children’s Forum “Shielding ASEAN Childhood: Say No to Violence”) ຊຶ່ງໄດ້ຈັດຂຶ້ນໃນວັນທີ 4-5 ສິງຫາ 2026 ທີ່ ປູຕຣາຈາຢາ, ປະເທດມາເລເຊຍ (ໂດຍຜ່ານລະບົບທາງໄກ) ເຊິ່ງການເຂົ້າຮ່ວມເວທີເດັກຂອງຕົວແທນເດັກຈາກ ສປປ ລາວ ໄດ້ຈັດຂຶ້ນທີ່ ໂຮງແຮມ ອາມາຣີ, ເມືອງວັງວຽງ ແຂວງວຽງຈັນ.
ໃຫ້ກຽດນຳພາການເຂົ້າຮ່ວມໃນຄັ້ງນີ້ໂດຍ ທ່ານ ນາງ ວັດທະນາ ອິນລໍຄຳ ຮອງຫົວໜ້າຫ້ອງການ ຄຊກມດ, ຜູ້ຕາງໜ້າ ຄະນະກຳມະການອາຊຽນວ່າດ້ວຍການສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກ ປະຈຳ ສປປ ລາວ(ACWC) ພ້ອມດ້ວຍ ທ່ານ ທິບພະສອນ ສຸຂະທຳມະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານສະຫວັດດີການ ແລະ ການພັດທະນາສັງຄົມ ປະຈຳ ສປປ ລາວ(SOMSWD), ຕາງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນແມ່ຍິງລາວ, ມີນ້ອງໆທີ່ເປັນຕົວແທນເດັກລາວ ຈາກແຂວງຫລວງພະບາງ, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ຕົວແທນເດັກຈາກ ບ້ານຊ່ວຍເຫຼືອເດັກ SOS, ຜູ້ນຳພາເດັກ, ອາສາໄວໜຸ່ມ ແລະ ພະນັກງານຫ້ອງການ ຄຊກມດ ເຂົ້າຮ່ວມ ທັງໝົດ 22 ທ່ານ, ຍິງ 14 ທ່ານ ຊາຍ 08 ທ່ານ ໃນນີ້ມີຕົວແທນເດັກ ຈໍານວນ 7 ນ້ອງ, ຍິງ 3 ນ້ອງ.
ຈຸດປະສົງລວມຂອງເວທີເດັກອາຊຽນ ຄັ້ງທີ 9 ໃນຄັ້ງນີ້ ແມ່ນເພື່ອເສີມສ້າງການມີສ່ວນຮ່ວມຂອງເດັກ ໃນການສົນທະນາ ແລະ ການຮ່ວມມືໃນລະດັບພາກພື້ນ ກ່ຽວກັບການຕ້ານ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ເດັກ ແລະ ຍັງເປັນເວທີ ທີ່ຕົວແທນເດັກຈະໄດ້ຮ່ວມກັນປຶກສາຫາລືວຽກງານທີ່ສຳຄັນ ເປັນຕົ້ນ:
1. ເປັນເວທີໃຫ້ເດັກໄດ້ແລກປ່ຽນທັດສະນະຄະຕິ ແລະ ແນວຄວາມຄິດ ກ່ຽວກັບການລຶບລ້າງຄວາມຮຸນແຮງຕໍ່ເດັກ (EVAC).
2. ສ້າງຂໍ້ສະເໜີແນະ ທີ່ນຳພາໂດຍເດັກ ເພື່ອສະໜັບສະໜູນຂໍ້ລິເລິ່ມ, ນະໂຍບາຍ ແລະ ແຜນງານໃນຕໍ່ໜ້າຂອງອາຊຽນ ກ່ຽວກັບການລຶບລ້າງຄວາມຮຸນແຮງຕໍ່ເດັກ
3. ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກໃນການມີສ່ວນຮ່ວມ ແລະ ການໂຄສະນາເຜີຍແຜ່
4. ສົ່ງເສີມການແລກປ່ຽນ ແລະ ການຮ່ວມມື ລະດັບພາກພື້ນລະຫວ່າງເດັກກັບເດັກ.

#ຄຊກມດ

📢 ຄຊກມດ ສະຫຼຸບຜົນງານ 5 ປີ (2021-2025) ແລະ ກຳນົດທິດທາງແຜນການ ໄລຍະ 2026-2030ວັນທີ 30 ກໍລະກົດ 2026, ທີ່ໂຮງແຮມ ລາວ ພລາຊາ, ຄະ...
31/07/2026

📢 ຄຊກມດ ສະຫຼຸບຜົນງານ 5 ປີ (2021-2025) ແລະ ກຳນົດທິດທາງແຜນການ ໄລຍະ 2026-2030
ວັນທີ 30 ກໍລະກົດ 2026, ທີ່ໂຮງແຮມ ລາວ ພລາຊາ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 5 ປີ ຜ່ານມາ ແລະ ກຳນົດທິດທາງ 5 ປີ ຕໍ່ໜ້າ. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານ ຄຊກມດ, ໂດຍມີ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄຊກມດ ຜູ້ປະຈໍາການ, ພ້ອມດ້ວຍຄະນະ ຄຊກມດ, ຄກມດ ຂັ້ນກະຊວງ, ອົງການ ແລະ ທ້ອງຖິ່ນ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
🌟 ຜົນສຳເລັດທີ່ພົ້ນເດັ່ນ (2021-2025):
📜 ເຊື່ອມສານ 11 ຕົວຊີ້ບອກ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030) ແລະ ຮ່າງ 3 ແຜນດຳເນີນງານແຫ່ງຊາດ ໄລຍະໃໝ່.
🛠️ ສ້າງມາດຕະຖານ (SOP) ຊ່ວຍເຫຼືອແມ່ຍິງ-ເດັກຍິງ ທີ່ຖືກເຄາະຮ້າຍ, ຄູ່ມືທັກສະຊີວິດ ແລະ ຄູ່ມືປ້ອງກັນຄວາມຮຸນແຮງໃນໂຮງຮຽນ.
🌐 ສຳເລັດບົດລາຍງານ CEDAW ໄລຍະທີ 10, ປັກກິ່ງ+30, ສິດທິເດັກ (CRC) ໄລຍະທີ 7 ແລະ ເປັນເຈົ້າພາບ "ເວທີເດັກອາຊຽນ" ຄັ້ງທີ 8.
👥 ຈັດ "ເວທີເດັກລາວ" ແລະ ຂະບວນການສະເຫຼີມສະຫຼອງວັນສາກົນຕ່າງໆ ເປັນປະຈຳທຸກປີ.
🏛️ ປັບປຸງດຳລັດ 19/ນຍ ແລະ ນິຕິກຳຈັດຕັ້ງ-ເຄື່ອນໄຫວຂອງ ຄຊກມດ ທຸກຂັ້ນ.
⚠️ ຂໍ້ຫຍຸ້ງຍາກ ແລະ 💡 ຂໍ້ສະເໜີຈາກທ້ອງຖິ່ນ:
• ຂໍ້ຫຍຸ້ງຍາກ: ກົງຈັກສ່ວນຫຼາຍບໍ່ປະຈຳການ, ກອງເລຂາມີຈຳນວນຈຳກັດ, ແລະ ເກືອບທຸກແຂວງຍັງຂາດງົບປະມານເຄື່ອນໄຫວສະເພາະ.
• ຂໍ້ສະເໜີ: ສະເໜີໃຫ້ລັດຖະບານປັບປຸງກົງຈັກ-ພາລະບົດບາດໃຫ້ຈະແຈ້ງ, ສະເໜີໃຫ້ ປະທານອົງການປົກຄອງແຂວງ/ເມືອງ ເປັນປະທານ ຄກມດ, ຈັດສັນງົບປະມານ/ອຸປະກອນ ແລະ ສ້າງຄວາມເຂັ້ມແຂງໃຫ້ກອງເລຂາ.
🎯 ທິດທາງ ແລະ ມາດຕະການຈຸດສຸມ (2026-2030):
🏛️ ນິຕິກຳ & ກົງຈັກ: ເລັ່ງປັບປຸງດຳລັດ 19/ນຍ ແລະ ແຕ່ງຕັ້ງຄະນະ ຄກມດ ແຕ່ລະຂັ້ນໃຫ້ສຳເລັດ.
📑 ແຜນງານ & ງົບປະມານ: ເລັ່ງປັບປຸງ 3 ແຜນດຳເນີນງານແຫ່ງຊາດ ສະເໜີລັດຖະບານຮັບຮອງໃນເດືອນສິງຫາ 2026 ພ້ອມຈັດສັນງົບປະມານ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ.
📈 ວາລະແຫ່ງຊາດ: ເຊື່ອມສານ 3 ແຜນແຫ່ງຊາດ ເຂົ້າໃນແຜນ 5 ປີ ແລະ ສ້າງ "ຄອບຄົວ, ບ້ານ, ເມືອງ ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປະສະຈາກຄວາມຮຸນແຮງ".
👩‍👧 ສົ່ງເສີມແມ່ຍິງ & ເດັກ: ສັບຊ້ອນແມ່ຍິງເຂົ້າຕຳແໜ່ງນຳພາ, ຊຸກຍູ້ SMEs ແມ່ຍິງ, ສົ່ງເສີມເວທີເດັກ ແລະ ສະກັດກັ້ນການແຕ່ງດອງກ່ອນໄວ.
⚖️ ບັງຄັບໃຊ້ກົດໝາຍ: ຖືເອົາ "ຜູ້ຖືກເຄາະຮ້າຍເປັນໃຈກາງ" ແລະ ສະໜອງການບໍລິການຊ່ວຍເຫຼືອບໍ່ເສຍຄ່າ.
💻 ດິຈິຕອນ: ນຳໃຊ້ "ລະບົບລາຍງານອີເລັກໂທຣນິກ" ແລະ ເພີ່ມທະວີການໂຄສະນາຜ່ານສື່ດິຈິຕອນ, ພາສາຊົນເຜົ່າ.
🔹 ລາຍລະອຽດຕື່ມ: ຫ້ອງການ ຄຊກມດ, ນະຄອນຫຼວງວຽງຈັນ.
#ຄຊກມດ #ຄວາມສະເໝີພາບຍິງຊາຍ #ສິດທິເດັກ #ກອງປະຊຸມສະຫຼຸບວຽກງານຄຊກມດ5ປີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮຽກຮ້ອງທົ່ວສັງຄົມ ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກ ເນື່ອ...
01/06/2026

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮຽກຮ້ອງທົ່ວສັງຄົມ ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນເດັກສາກົນ ຄົບຮອບ 101 ປີ....................................................................................
ພິທີສະເຫຼີມສະຫຼອງວັນເດັກສາກົນ (1 ມິຖຸນາ 1925 – 1 ມິຖຸນາ 2026) ຄົບຮອບ 101 ປີ ຈັດຂຶ້ນໃນວັນທີ 01 ມິຖຸນາ 2026 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ); ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານ ຄຊກມດ ຜູ້ປະຈຳການ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ແລະ ຫຼານນ້ອຍນັກຮຽນ ຈໍານວນ 300 ກ່ວາຄົນ ເຂົ້າຮ່ວມຢ່າງພ້ອມພຽງ ດ້ວຍບັນຍາກາດຟົດຟື້ນ ມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ.
ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຊົມສານອວຍພອນເດັກລາວບັນດາເຜົ່າ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກສາກົນ 01 ມິຖຸນາ ປີ 2026. ຫຼັງຈາກນັ້ນ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ຮອງປະທານ ຄຊກມດ ຜູ້ປະຈຳການ ໄດ້ກ່າວມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນເດັກສາກົນ ທີ່ເລີ່ມຕົ້ນມາຈາກການຮັບຮອງຖະແຫຼງການເຊີແນວ ວ່າດ້ວຍສິດທິເດັກ ໃນປີ 1924 ແລະ ການກຳນົດເອົາວັນທີ 1 ມິຖຸນາ ເປັນວັນເດັກສາກົນຢ່າງເປັນທາງການນັບແຕ່ປີ 1925. ສໍາລັບຢູ່ ສປປ ລາວ, ວັນສໍາຄັນນີ້ໄດ້ຮັບການຈັດຕັ້ງສະເຫຼີມສະຫຼອງມາຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ແລະ ເດັກລາວບັນດາເຜົ່າໄດ້ຮັບການເອົາໃຈໃສ່ ໂດຍລັດຖະບານໄດ້ສຸມໃສ່ໃນການສົ່ງເສີມການມີຊີວິດລອດ, ໄດ້ຮັບການປົກປ້ອງ, ພັດທະນາ ແລະ ໃຫ້ເດັກມີສ່ວນຮ່ວມໃນການປະກອບຄຳຄິດເຫັນ ຢ່າງຕໍ່ເນື່ອງມາເຖິງປັດຈຸບັນ ເຊິ່ງການສະເຫຼີມສະຫຼອງວັນເດັກສາກົນໃນແຕ່ລະປີ ແມ່ນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເປັນສັນຍະລັກແຫ່ງ "ການປູກຝັງຊັບພະຍາກອນມະນຸດ ແລະ ການປູກຝັງທຳມະຊາດ" ໄປພ້ອມໆກັນ ໂດຍປຽບທຽບເດັກນ້ອຍເປັນດັ່ງໜໍ່ແໜງຂອງຊາດ ທີ່ຕ້ອງການການບົວລະບັດຮັກສາ ແລະ ພັດທະນາໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບ ເຊັ່ນດຽວກັນກັບຕົ້ນໄມ້ທີ່ຕ້ອງການການດູແລ ເພື່ອເປັນຮົ່ມເງົາໃນອະນາຄົດ, ທັງນີ້ກໍເພື່ອປູກຈິດສຳນຶກໃຫ້ຮັກສິ່ງແວດລ້ອມແຕ່ຫົວທີ ແລະ ສ້າງຂະບວນການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນໃນສັງຄົມ ເພື່ອນຳພາປະເທດຊາດໄປສູ່ການພັດທະນາແບບຍືນຍົງ.
"ເດັກກໍປຽບເໝືອນ ເມັດພັນພືດ ຫຼື ທຶນມະນຸດ ທີ່ກ້າວ່ານ ແລະ ປູກຝັງລົງໄປ, ພືດເຫຼົ່ານັ້ນຈະເຕີບໃຫຍ່ ແມ່ນຕ້ອງການດິນດີ, ຝຸ່ນດີ, ປຸຍດີ ໄດ້ຮັບການບົວລະບັດເອົາໃຈໃສ່ເບິ່ງແຍງດູແລ ເພື່ອໃຫ້ເຕີບໃຫຍ່ຂະຫຍາຍໂຕເປັນຊັບພະຍາກອນທີ່ສົມບູນມີຄຸນນະພາບ ເຊັ່ນດຽວກັນກັບເດັກ ກໍຕ້ອງການຄວາມຮັກ, ຄວາມອົບອຸ່ນ, ການດູແລເບິ່ງແຍງລ້ຽງດູໃຫ້ມີສຸຂະພາບ, ມີໂພຊະນາການ, ມີການສຶກສາ ແລະ ການປົກປ້ອງຮອບດ້ານ ເພື່ອເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກໃນການພັດທະນາ ແລະ ຕັດສິນຊາຕາກຳຂອງປະເທດຊາດໃນອະນາຄົດ." > — ຄຳເຫັນບາງຕອນ ຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກ່າວເນັ້ນໜັກໃນພິທີ.
ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນໃນສັງຄົມ ທີ່ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມທັກສະ, ຄວາມຮູ້, ການກວດສຸຂະພາບ ແລະ ການຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ, ເດັກພິການ ແລະ ເດັກໃນເຂດຫ່າງໄກສອກຫຼີກ ຕະຫຼອດຮອດການສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ເຂົາເຈົ້າ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ຍົກສູງຄວາມຮັບຜິດຊອບ ໃນການຊຸກຍູ້, ສະໜັບສະໜູນ ແລະ ເພີ່ມທະວີການດູແລ, ປົກປ້ອງ ພ້ອມທັງພັດທະນາເດັກລາວບັນດາເຜົ່າຢ່າງຮອບດ້ານ ເພື່ອສ້າງໃຫ້ເຂົາເຈົ້າມີໄວເດັກທີ່ສົດໃສ, ເຕີບໃຫຍ່ຢ່າງເຂັ້ມແຂງ ເປັນກຳລັງຫຼັກຂອງຊາດ ແລະ ນຳພາປະເທດໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
ໃນວາລະການສະເຫຼີມສະຫຼອງຄັ້ງນີ້ ທ່ານ ປະທານ ຄຊກມດ ຍັງໄດ້ໃຫ້ກຽດ ຮ່ວມກັບການນຳແຕ່ລະພາກສ່ວນ ຢອດຢາ ວິຕາມິນ A ໃຫ້ກັບເດັກນ້ອຍ ແລະ ຢ້ຽມຊົມການວາງສະແດງຜົນງານກ່ຽວກັບການສົ່ງເສີມສິດທິເດັກ ຂອງແຕ່ລະພາກສ່ວນ. ໃນພິທີດັ່ງກ່າວ ບັນດາແຂກ ແລະ ຫຼານນ້ອຍ ນັກຮຽນທີ່ເຂົ້າຮ່ວມງານກໍໄດ້ພ້ອມກັບຮັບຊົມການນຳສະເໜີຜົນການຄົ້ນຄວ້າຂອງເດັກ ກ່ຽວກັບ ການຮັບມື ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການນຳໃຊ້ເຕັກໂນໂລຊີ ດິຈິຕອນ ທີ່ປອດໄພ ແລະ ການມີສ່ວນຮ່ວມໃນການສ້າງນະໂຍບາຍ; ໄດ້ຮັບຊົມວີດີໂອສັ້ນ, ການສະແດງສິລະປະຈາກຕົວແທນເດັກ, ການມອບຂອງຂວັນ ແລະ ກິດຈະກຳປິ່ນອ້ອມ ເຊິ່ງໄດ້ກາຍເປັນເວທີສຳລັບຫຼານນ້ອຍນັກຮຽນໄດ້ສະແດງຄວາມສາມາດຂອງຕົນ ພ້ອມທັງສ້າງບັນຍາກາດເບີກບານມ່ວນຊື່ນຮ່ວມກັນ.

CHILDREN'S DAY
#ຄຊກມດ

ສານຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຖິງເດັກລາວບັນດາເຜົ່າ(ເນື່ອງໃນໂອກາດວັນເດັກສາກົນ 1 ມິຖຸນາ 2026)...................
31/05/2026

ສານຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ເຖິງເດັກລາວບັນດາເຜົ່າ
(ເນື່ອງໃນໂອກາດວັນເດັກສາກົນ 1 ມິຖຸນາ 2026)...................................................................................
- ບັນດາທ່ານ ທີ່ນັບຖື,
- ຫຼານນ້ອຍອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າ ທີ່ຮັກແພງ,
ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 101 ປີ(1925-2026), ໃນນາມຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຮັກແພງ, ຄວາມຫ່ວງໃຍ ແລະ ຄໍາອວຍພອນອັນປະເສີດ ມາຍັງລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຄົນ ທັງພາຍໃນປະເທດ ແລະ ເດັກລາວທີ່ສຶກສາຮໍ່າຮຽນ ແລະ ອາໄສຢູ່ຕ່າງປະເທດ.
ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ໃນທຸກປີ ເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນຂອງເດັກ, ທັງເປັນໂອກາດ ທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະ ຢືນຢັນຄວາມສຳຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ເພື່ອໃຫ້ເດັກທຸກຄົນ ໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ. ເດັກນ້ອຍທຸກຄົນ ແມ່ນຄວາມຫວັງ, ແມ່ນກໍາລັງສຳຄັນ ແລະ ອະນາຄົດຂອງຊາດ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກແຫຼ່ງ ໃນການພັດທະນາປະເທດໃນອະນາຄົດ. ດັ່ງນັ້ນ ການດູແລປົກປ້ອງເດັກ ແລະ ສ້າງໂອກາດໃຫ້ເດັກຈຶ່ງເປັນຄວາມຮັບຜິດຊອບຮ່ວມກັນ ຂອງທຸກຄົນໃນສັງຄົມ.
ສໍາລັບ ສປປ ລາວ, ການສະເຫຼີມສະຫຼອງວັນເດັກສາກົນ ໄດ້ດໍາເນີນຄຽງຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ແມ່ນເພື່ອປູກຝັງໃຫ້ເດັກມີຄວາມຮັບຜິດຊອບ, ຮັກໃນການປົກປັກຮັກສາທຳມະຊາດ ແລະ ສິ່ງແວດ ລ້ອມ ຕັ້ງແຕ່ຍັງນ້ອຍ, ເດັກປຽບເໝືອນຕົ້ນກ້າ ທີ່ຕ້ອງການດູແລ, ອົບຮົມສັ່ງສອນຈາກ ພໍ່ແມ່, ຜູ້ປົກຄອງ, ຄູ-ອາຈານ ແລະ ສັງຄົມ ເພື່ອສ້າງພູມຄຸ້ມກັນໃຫ້ເດັກຫ່າງໄກຈາກສິ່ງທີ່ບໍ່ດີ, ສ້າງໃຫ້ເຂົາເຈົ້າເຕີບໃຫຍ່ ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ຕັດສິນຊາຕາກຳຂອງຊາດໃນອະນາຄົດ.
ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ການພັດທະນາເດັກລາວ ທັງດ້ານສຸຂະພາບ, ໂພຊະນາການ, ການສຶກສາ, ສົ່ງເສີມຄວາມສະເໝີພາບ, ກາລະໂອກາດ ໃຫ້ເດັກຍິງ-ເດັກຊາຍ ແລະ ການຄຸ້ມຄອງສິດທິເດັກ. ເຖິງຢ່າງໃດກໍຕາມ ພວກເຮົາເຫັນວ່າ ຍັງມີເດັກຈໍານວນບໍ່ໜ້ອຍ ໂດຍສະເພາະ ເດັກທີ່ອາໄສຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ຍັງປະເຊີນກັບສິ່ງທ້າທາຍຕ່າງໆ ເຊັ່ນ: ຄວາມທຸກຍາກ, ການອອກໂຮງຮຽນ, ການໃຊ້ຄວາມຮຸນແຮງຕໍ່ເດັກ, ການແຕ່ງດອງກ່ອນໄວອັນຄວນ, ການໃຊ້ແຮງງານເດັກ, ບັນຫາຢາເສບຕິດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດ ແລະ ອື່ນໆ. ນອກຈາກນັ້ນ ໃນຍຸກທີ່ມີການນຳໃຊ້ດີຈີຕອນ ເຮັດໃຫ້ເກີດມີຄວາມສ່ຽງຈາກການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ. ສະນັ້ນ, ພວກເຮົາ ຕ້ອງຮ່ວມມືກັນພັດທະນາເດັກລາວ ໃຫ້ມີຄວາມຮູ້, ມີທັກສະນໍາໃຊ້ເຕັກໂນໂລຊີ ຢ່າງສ້າງສັນ ແລະ ປອດໄພ, ພ້ອມທັງ ສ້າງພູມຄຸ້ມກັນໃຫ້ເດັກ ຮູ້ຈັກປົກປ້ອງຕົນເອງ ຈາກສິ່ງບໍ່ດີຕ່າງໆ.
ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນນາມເປັນເສນາທິການໃຫ້ລັດຖະບານ ພວມສຸມໃສ່ສ້າງແຜນດຳເນີນງານແຫ່ງຊາດ ເພື່ອສົ່ງເສີມປົກປ້ອງສິດທິເດັກ ແລະ ແຜນປ້ອງກັນ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ 2026-2030. ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍຢືນຢັນວ່າ ລັດຖະບານຈະສືບຕໍ່ລົງທຶນ ແລະ ສ້າງເງື່ອນໄຂ ເພື່ອໃຫ້ເດັກລາວທຸກຄົນ ໄດ້ຮັບການພັດທະນາຢ່າງຮອບດ້ານ ທັງດ້ານຮ່າງກາຍ, ສະຕິປັນຍາ, ຈິດໃຈ ແລະ ຄຸນນະທຳ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ພໍ່ແມ່, ຄູ-ອາຈານ, ອົງການຈັດຕັ້ງ, ຊຸມຊົນ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ຈົ່ງໃຫ້ການຮ່ວມມືໃນການສະໜັບສະໜູນການສົ່ງເສີມ, ພັດທະນາ, ປົກປ້ອງ ແລະ ສ້າງໂອກາດທີ່ດີ ໃຫ້ເດັກທຸກຄົນ.
ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ນີ້ ຂໍອວຍພອນໃຫ້ພວກລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ, ມີຄວາມຝັນອັນຍິ່ງໃຫຍ່, ຕັ້ງໃຈຮຽນ, ຮັກຄອບຄົວ ແລະ ປະເທດຊາດ ເພື່ອເຕີບໃຫຍ່ເປັນກຳລັງສຳຄັນ ໃນການສ້າງອະນາຄົດອັນສົດໄສ ໃຫ້ແກ່ປະເທດຊາດບ້ານເມືອງ ອັນແສນຮັກຂອງພວກເຮົາ.
ຂໍໃຫ້ການສະເຫຼີມສະຫຼອງ ວັນເດັກສາກົນ ປີ 2026 ຈົ່ງດໍາເນີນໄປດ້ວຍຄວາມຟົດຟື້ນ, ເຕັມໄປດ້ວຍຄວາມໝາຍ ແລະ ນໍາເອົາຄວາມສຸກ-ຄວາມເບີກບານມ່ວນຊື່ນ ມາສູ່ເດັກລາວທຸກຄົນ.
ຂໍຂອບໃຈ

CHILDREN'DAY
#ຄຊກມດ

ໃນວັນທີ 29 ເມສາ 2026, ຫ້ອງການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມຄະນະຮັບຜ...
30/04/2026

ໃນວັນທີ 29 ເມສາ 2026, ຫ້ອງການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມຄະນະຮັບຜິດຊອບປະຕິບັດແຜນງານລະດັບພາກພື້ນ ໂຄງການຢຸດຕິການແຕ່ງດອງກ່ອນໄວອັນຄວນ ແລະ ການແຕ່ງດອງແບບບັງຄັບ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ ໂຮງແຮມ ຄລາວ ພລາຊາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ມີທ່ານ James Morschel ຮັກສາການ ຮອງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ, ທ່ານ Bilal Aurang Zeb Durrani ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ທ່ານ Bakhtiyor Kadyrov ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ, ມີບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການທີ່ກ່ຽວຂ້ອງ, ຄູ່ຮ່ວມງານ-ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ພ້ອມດ້ວຍພະນັກງານ ຫ້ອງການ ຄຊກມດ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແນະນໍາບັນດາແຜນວຽກຂອງໂຄງການ, ທັງປຶກສາຫາລື ການຈັດປະຕິບັດວຽກງານດັ່ງກ່າວ ແນໃສ່ເພື່ອຮັບປະກັນໃຫ້ເດັກໄດ້ຮັບການປົກປ້ອງຈາກການແຕ່ງດອງແຕ່ອາຍຸຍັງນ້ອຍ ຊຶ່ງເປັນການປະຕິບັດທີ່ໄດ້ສົ່ງຜົນກະທົບຮ່າງກາຍ, ຈິດໃຈ ແລະ ຄວາມຮຸນແຮງຕໍ່ເດັກຍິງ, ຮ້າຍແຮງໄປກວ່ານັ້ນຄືອັນຕະລາຍຕໍ່ສຸຂະພາບຂອງເດັກ, ເຮັດໃຫ້ສູນເສຍໂອກາດໄດ້ຮັບການສຶກສາເພື່ອພັດທະນາຕົນເອງ ກໍຄືການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ເປົ້າໝາຍກໍເພື່ອເຮັດໃຫ້ເດັກທີ່ເປັນອານາຄົດຂອງຊາດ ໄດ້ຮັບການພັດທະນາຢ່າງຮອບດ້ານຕາມທ່າແຮງຂອງເຂົາເຈົ້າ, ທັງເປັນການຈັດຕັ້ງປະຕິບັດຄວາມໝາຍໝັ້ນ ຂອງສປປ ລາວ ຕໍ່ພັນທະສາກົນ ທີ່ ສປປ ລາວ ເປັນພາຄີ ໂດຍສະເພາະ ສົນທິສັນຍາວ່າດ້ວຍສິດທິເດັກ, ສອງອະນຸສັນຍາເພິ່ມເຕີມຂອງສົນທິສັນຍາ ກໍຄືຖະແຫຼງການອາຊຽນ ແລະ ແຜນປະຕິບັດງານພາກພື້ນ ທີ່ກ່ຽວຂ້ອງກັບການສົ່ງເສີມປົກປ້ອງເດັກ ແລະ ການໃຊ້ຄວາມຮຸນແຮງຕໍ່ເດັກໃຫ້ມີຄວາມຄືບໜ້າ ແລະ ຜົນສຳເລັດ ໃນຕໍ່ໜ້າຫຼາຍກວ່າເກົ່າ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີຄວາມເປັນມາຂອງແຜນງານ, ບົດບາດຂອງຄະນະຊີ້ນຳລະດັບຊາດ ວຽກງານຢຸດຕິການແຕ່ງດອງກ່ອນໄວອັນຄວນ ແລະ ການແຕ່ງດອງແບບບັງຄັບໃນ ສປປລາວ, ຮັບຟັງການນຳສະເໜີແຜນກິດຈະກຳການເຄື່ອນໄຫວປະຈຳປີ 2026 ແລະ ທົບທວນກາງສະໄໝ. ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນ ຕໍ່ກັບວຽກງານດັ່ງກ່າວ ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ເຮັດໃຫ້ການແຕ່ງດອງກ່ອນໄວອັນຄວນ ແລະ ການແຕ່ງດອງແບບບັງຄັບ ນັບມື້ຫຼຸດລົງ ແລະ ໝົດໄປຈາກສັງຄົມ.


#ຄຊກມດ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມາທິການ ວ່າດ້ວຍສະຖານະພາບຂອງແມ່ຍິງ-------------------------------...
23/03/2026

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມາທິການ ວ່າດ້ວຍສະຖານະພາບຂອງແມ່ຍິງ
----------------------------------------------------
ໃນວັນທີ 9-13 ມີນາ 2026 ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ພ້ອມດ້ວຍຄະນະທັງໝົດ 3 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 70 ຂອງຄະນະກໍາມາທິການວ່າດ້ວຍສະຖານະພາບຂອງແມ່ຍິງ ພາຍໃຕ້ຫົວຂໍ້: “ຮັບປະກັນ ແລະ ສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທໍາສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ; ສົ່ງເສີມລະບົບກົດໝາຍທີ່ຮອບດ້ານ ແລະ ຍຸຕິທຳ, ລຶບລ້າງ ກົດໝາຍ ນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ເປັນການຈໍາແນກ ແລະ ແກ້ໄຂອຸປະສັກທາງດ້ານໂຄງສ້າງ” ຊຶ່ງຈັດຂຶ້ນ ແຕ່ວັນທີ 9-20 ມີນາ 2026 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນນິວຢອກ, ປະເທດສະຫະລັດອະເມລິກາ. ກອງປະຊຸມດັ່ງກ່າວ ໄດ້ມີຜູ້ຕາງໜ້າຂອງປະເທດສະມາຊິກອົງການສະຫະປະຊາຊາດ, ບັນດາອົງການຈັດຕັ້ງທາງສັງຄົມ ແລະ ບັນດາອົງການສະຫະປະຊາຊາດ ເຂົ້າຮ່ວມ ເພື່ອປຶກສາຫາລືແນວທາງໃນການແກ້ໄຂບັນດາອຸປະສັກໃນການເຂົ້າເຖິງຄວາມຍຸຕິທໍາຂອງແມ່ຍິງໃນຕໍ່ໜ້າ ແລະ ທົບທວນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ 65 ໃນການມີສ່ວນຮ່ວມ ແລະ ການຕັດສິນໃຈຢ່າງເຕັມທີ່ ແລະ ມີປະສິດທິຜົນຂອງແມ່ຍິງໃນຊີວິດສາທາລະນະ ແລະ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ.
ໃນກອງປະຊຸມຄັ້ງນີ້, ຕາງໜ້າລັດຖະບານ ສປປ ລາວ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ມີຄໍາເຫັນທີ່ກອງປະຊຸມລະດັບລັດຖະມົນຕີ (1). ພາກອະພິປາຍທົ່ວໄປ, (2). ກອງປະຊຸມໂຕະມົນຫົວຂໍ້ບູລິມະສິດ ແລະ (3). ກອງປະຊຸມລະດັບສູງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວ່າ: “.....ສປປ ລາວ ມີຄວາມຄືບໜ້າສໍາຄັນໃນການເສີມຂະຫຍາຍ ຂອບນິິິຕິກໍາ ແລະ ກົນໄກຕ່າງໆ ເພື່ອຮັບປະກັນການເຂົ້າເຖິງຄວາມຍຸຕິທຳທີ່ດີຂຶ້ນສຳລັບແມ່ຍິງ ແລະ ເດັກຍິງ. ລັດຖະທຳມະນູນສະບັບປັບປຸງ ປີ 2025 ໄດ້ສືບຕໍ່ຢັ້ງຢືນຢ່າງໜັກແໜ້ນ ໃນການຮັບຮູ້, ການເຄົາລົບ, ການປົກປ້ອງ ແລະ ການຮັບປະກັນສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານຂອງພົນລະເມືອງລາວ ຕາມຄວາມໝາຍໝັ້ນສົນທິສັນຍາສາກົນຂອງພວກເຮົາ ແລະ ປີດຽວກັນກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ. ສປປ ລາວ ຍັງສືບຕໍ່ຂະຫຍາຍການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍການຂະຫຍາຍ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ໜ່ວຍງານໄກ່ເກ່ຍຂັ້ນບ້ານ ຊຶ່ງໃຫ້ການຊ່ວຍເຫຼືອໃນລະດັບຊຸມຊົນຈົນຮອດຂັ້ນສູນກາງ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ, ລວມທັງແມ່ຍິງ, ເດັກ, ຜູ້ພິການ ແລະ ຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງ. ນອກຈາກນັ້ນ, ການຊ່ວຍເຫຼືອທາງດ້ານກົດໝາຍດິຈິຕອນໄດ້ເຜີຍແຜ່ເພື່ອຍົກລະດັບການເຂົ້າເຖິງຂໍ້ມູນ ແລະ ການບໍລິການທາງດ້ານກົດໝາຍ. ພ້ອມນັ້ນ, ໃນຊຸມປີຕໍ່ໜ້າ ສປປ ລາວ ຈະໄດ້ປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ພ້ອມທັງເຊື່ອມສານການຕ້ານການໃຊ້ຄວາມຮຸນແຮງທາງດ້ານເຕັກໂນໂລຊີຕໍ່ແມ່ຍິງ ແລະ ເດັກ ເຂົ້າໃນກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ ແລະ ດໍາເນີນການສຳຫຼວດ ສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງ ຢູ່ ສປປ ລາວ ຄັ້ງທີ 2....”
ໃນໂອກາດນີ້, ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບ ປະເທດກູບາ ຊຶ່ງທັງສອງຝ່າຍຈະສືບຕໍ່ສົ່ງເສີມການຮ່ວມມື ແລກປ່ຽນບົດຮຽນ ແລະ ການໄປມາຫາສູ່ຕາມຄວາມເໝາະສົມ, ພົບກັບ ຫ້ອງການຮ່ວມມື ໃຕ້-ໃຕ້ ຂອງ ສປຊ ແລະ ອົງການ ສະຫະປະຊາຊາດກອງທຶນສໍາລັບເດັກ ເພື່ອປຶກສາຫາລືໃນການຮ່ວມມືໃນຕໍ່ໜ້າໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຢູ່ ສປປ ລາວ ຜ່ານໂຄງການຕ່າງໆ.
ກອງປະຊຸມຄັ້ງທີ 70 ໄດ້ອອກມະຕິຕົກລົງ: ໂດຍຮຽກຮ້ອງໃຫ້ລັດຖະບານແຕ່ລະປະເທດ ປະສານກັບໜ່ວຍງານທີ່ກ່ຽວຂ້ອງຂອງລະບົບສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ແລະ ພາກພື້ນ ພາຍໃນຂອບເຂດໜ້າທີ່ຂອງຕົນ ແລະ ໂດຍຄຳນຶງເຖິງບຸລິມະສິດແຫ່ງຊາດ, ນະໂຍບາຍ, ສະພາບຄວາມເປັນຈິງຂອງແຕ່ລະປະເທດທີ່ແຕກຕ່າງກັນ, ຄວາມສາມາດ ແລະ ລະດັບການພັດທະນາ ແລະ ເຊີນຊວນອົງການຈັດຕັ້ງທາງສັງຄົມ, ອົງການສິດທິແມ່ຍິງ, ອົງການ ຊາວໜຸ່ມ, ກຸ່ມນັກເຄື່ອນໄຫວເພື່ອສິດທິແມ່ຍິງ, ອົງການທາງສາສະໜາ, ສະຫະພັນແຮງງານ, ນັກເຄື່ອນໄຫວ, ຜູ້ປົກປ້ອງສິດທິມະນຸດຂອງແມ່ຍິງ, ນັກຂ່າວແມ່ຍິງ, ຜູ້ກໍ່ສ້າງສັນຕິພາບແມ່ຍິງ, ຜູ້ຮັກສາສັນຕິພາບແມ່ຍິງ, ຜູ້ໄກ່ເກ່ຍແມ່ຍິງ, ພາກເອກະຊົນ, ສະຖາບັນສິດທິມະນຸດແຫ່ງຊາດບ່ອນທີ່ມີຢູ່ ແລະ ຜູ້ມີສ່ວນຮ່ວມອື່ນໆທີ່ກ່ຽວຂ້ອງ, ຕາມຄວາມເໝາະສົມ, ໃຫ້ດຳເນີນການຮີບດ່ວນເພື່ອສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທຳສຳລັບແມ່ຍິງ ແລະ ເດັກຍິງທຸກຄົນພາຍໃນປີ 2030 ຊື່ງມີທັງໝົດ 50 ໜ້າວຽກ.

#ຄຊກມດ

Address

Phaxay
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621316711

Alerts

Be the first to know and let us send you an email when ຄຊກມດ NCAWMC posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຄຊກມດ NCAWMC:

Shortcuts

Share