27/03/2026
[English below]
ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຕົວເມືອງແບບຍືນຍົງ ຢູ່ ສປປ ລາວ
ຜູ້ເຂົ້າຮ່ວມຫຼາຍກວ່າ 54 ທ່ານ, ເຊິ່ງລວມມີຜູ້ນໍາເມືອງ, ນັກວາງແຜນຜັງເມືອງ, ເຈົ້າໜ້າທີ່ລັດຖະບານ, ນັກວິຊາການ, ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມພັດທະນາ ໄດ້ມາເຕົ້າໂຮມກັນຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 11–12 ມີນາ 2026 ເພື່ອຮ່ວມກັນກໍານົດທິດທາງໃນອະນາຄົດຂອງການພັດທະນາຕົວເມືອງ ຢູ່ ສປປ ລາວ.
ໂດຍການຮ່ວມມືກັບ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ພາຍໃຕ້ໂຄງການຍຸດທະສາດການຫັນເປັນຕົວເມືອງແບບຍືນຍົງຂອງອາຊຽນ (ASUS) ໄລຍະທີ II, ອົງການ UN-Habitat ໄດ້ຈັດກອງປະຊຸມປຶກສາຫາລື ແລະ ສ້າງຂີດຄວາມສາມາດເປັນເວລາສອງວັນ, ໂດຍເນັ້ນໃສ່ການເອົາປະຊາຊົນເປັນໃຈກາງຂອງການປ່ຽນແປງຕົວເມືອງ.
🏙️ 3 ຕົວເມືອງ, ບຸລິມະສິດທີ່ແທ້ຈິງ, ຄວາມຄືບໜ້າທີ່ເປັນຮູບປະທຳ: ນະຄອນ ໄກສອນ ພົມວິຫານ, ນະຄອນ ຫຼວງພະບາງ ແລະ ເມືອງໄຊ ໄດ້ນຳສະເໜີບົດສະເໜີໂຄງການຂອງຕົນ, ໂດຍເນັ້ນໃສ່ການປັບຕົວຂອງຕົວເມືອງ, ການຄຸ້ມຄອງໄພນ້ຳຖ້ວມ, ການສະໜອງນ້ຳປະປາ, ການຈັດການສິ່ງເສດເຫຼືອ ແລະ ການບໍລິການສຸຂາພິບານ.
🤝 ການຮ່ວມມືທີ່ແໜ້ນແຟ້ນ ເພື່ອຕົວເມືອງທີ່ເຂັ້ມແຂງ: ການປຶກສາຫາລືກັບຄູ່ຮ່ວມພັດທະນາໄດ້ເປີດໂອກາດໃຫ້ບັນດາຕົວເມືອງ ແລະ ຄູ່ຮ່ວມງານ ໄດ້ສົນທະນາເຖິງບຸລິມະສິດການພັດທະນາຕົວເມືອງ ແລະ ເສີມສ້າງຄວາມສອດຄ່ອງລະຫວ່າງແຜນງານຂອງຕົວເມືອງ, ຍຸດທະສາດການພັດທະນາແຫ່ງຊາດ ແລະ ແຜນງານຂອງຄູ່ຮ່ວມພັດທະນາ.
📚 ການສ້າງຂີດຄວາມສາມາດໃນທ້ອງຖິ່ນ ເພື່ອການປ່ຽນແປງທີ່ຍືນຍົງ: ເຈົ້າໜ້າທີ່ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຍົກລະດັບຄວາມຮູ້ຜ່ານການຝຶກອົບຮົມການວາງແຜນຜັງເມືອງສຳລັບຜູ້ນຳເມືອງ ໂດຍການສຶກສາແນວທາງການປະຕິບັດຕົວຈິງໃນການວາງແຜນຜັງເມືອງທີ່ເນັ້ນປະຊາຊົນເປັນໃຈກາງ, ການຕິດຕາມ ແລະ ປະເມີນຜົນ, ແລະ ການພັດທະນາຕົວເມືອງທີ່ທົນທານຕໍ່ການປ່ຽນແປງສະພາບພູມອາກາດ.
ຂໍຂອບໃຈມາຍັງຜູ້ເຂົ້າຮ່ວມ ແລະ ຄູ່ຮ່ວມງານທຸກພາກສ່ວນ, ໂດຍສະເພາະແມ່ນ ອາຊຽນ ແລະ ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ຄຳໝັ້ນສັນຍາໃນການສ້າງຕົວເມືອງທີ່ທຸກຄົນສາມາດເຕີບໂຕ ແລະ ກ້າວໜ້າໄປພ້ອມກັນ.
----------------------------------------------------------------------------------
Strengthening Sustainable Urban Development in Lao PDR
Over 54 participants, city leaders, urban planners, government officials, academia, civil society and development partners, came together in Vientiane on 11–12 March 2026 to shape the future of urban development in Lao PDR.
In partnership with the Ministry of Public Works and Transport (MPWT) and under the ASEAN Sustainable Urbanisation Strategy (ASUS) Project - Phase II, UN-Habitat facilitated two days of hands-on dialogue and capacity building, placing people at the heart of urban change.
🏙️ 3 cities. Real priorities. Tangible progress: Kaysone Phomvihane, Luang Prabang, and Xay presented their City Technical Proposals, focusing on urban resilience, flood management, and water, waste, and sanitation services.
🤝 Stronger partnerships for stronger cities: The Development Partner Dialogue provided an opportunity for cities and partners to discuss urban development priorities and strengthen alignment between city initiatives, national development strategies, and development partner programmes.
📚 Building local capacity for lasting change: City officials and stakeholders deepened their knowledge through the Urban Planning for City Leaders Training by exploring practical approaches to people-centred urban planning, monitoring and evaluation, and climate-resilient urban development.
Thank you to all participants and partners, especially to ASEAN and the Government of Australia, for their commitment to building cities where everyone can thrive.
Australia in Laos UN-Habitat Bangkok Office