21/07/2026
ກອງປະຊຸມສະເໜີຂໍໃບຢັ້ງຢືນອຸດສາຫະກຳສີຂຽວຂອງ
ບໍລິສັດ ຊັນເປເປີ ສະຫວັນນະເຂດ ຈໍາກັດ
(ມາດຕະຖານສາກົນ ດ້ານລະບົບບໍລິຫານຈັດການສິ່ງແວດລ້ອມ (ISO 14001:2015))
ໃນວັນທີ 21 ກໍລະກົດ 2026 ທີ່ ບໍລິສັດ ຊັນເປເປີ ສະຫວັນນະເຂດ ຈຳກັດ ທີ່ບ້ານວັງກຸງ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ຄົ້ນຄວ້າອອກໃບຢັ້ງຢືນອຸດສາຫະກຳສີຂຽວຂອງ ບໍລິສັດ ຊັນເປເປີ ສະຫວັນນະເຂດ ຈໍາກັດ ໂດຍການເປັນປະທານ ກອງປະຊຸມ ທ່ານ ພູທະນູທອງ ໄຊສົມບັດ ມີຄະນະທິມງານຈາກກົມອຸດສາຫະກໍາປຸງແຕ່ງ, ຕາງໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ, ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງເຊໂປນ ແລະ ຕາງໜ້າຈາກບໍລິສັດ ຊັນເປເປີ ສະຫວັນນະເຂດ ຈຳກັດ ເຂົ້າຮ່ວມທັງໝົດ 19 ທ່ານ.
ປະທານ ກອງປະຊຸມໄດ້ນຳສະເໜີຈຸດປະສົງ ເພື່ອຊຸກຍູ້ສົ່ງເສີມໃຫ້ພາກອຸດສາຫະກຳປຸງແຕ່ງ ໄດ້ພັດທະນາຕົນເອງໄປຕາມເງື່ອນໄຂໃໝ່ ເປັນຕົ້ນ ການປະຕິບັດອຸດສາຫະກໍາ 4.0, ການພັດທະນາເຕັກໂນໂລຊີ ດິຈີຕອນ ແລະ ປັນຍາປະດິດ, ທ່າອ່ຽງການພັດທະນາແບບຍືນຍົງ, ເພີ່ມທະວີການເຊື່ອມໂຍງ ເຊື່ອມຈອດໃນບັນດາປະເທດ ອາຊຽນ ແລະ ພາກພື້ນ ເປົ້າໝາຍກໍ່ເພື່ອເປັນແມ່ແຮງການພັດທະນາຕາມ ທິດສີຂຽວ, ສົມດູນ ແລະ ຍືນຍົງ.
ກອງປະຊຸມ ຍັງໄດ້ນຳສະເໜີຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຮອດປີ 2030 ແລະ ຍຸດທະສາດຄຸ້ມຄອງການປ່ຽນແປງດິນຟ້າອາກາດ ທີ່ມີວິໃສທັດຮອດປີ 2050 ແລະ ແຜນດໍາເນີນງານຮອດປີ 2030. ໂດຍການ ຜັນຂະຫຍາຍວຽກງານດັ່ງກ່າວອອກເປັນ ນະໂຍບາຍອຸດສາຫະກໍາສີຂຽວ, ຍຸດທະສາດສົ່ງເສີມພະລັງງານຊີວະມວນ ສໍາລັບພາກອຸດສາຫະກໍາ ຂອງ ສປປ ລາວ ຮອດປີ 2035. ນອກນັ້ນ ຍັງໄດ້ນຳສະເໜີກ່ຽວກັບ ຂໍ້ຕົກລົງວ່າດ້ວຍອຸດສາຫະກໍາ.
ໃນຕອນທ້າຍ ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານຮອງຜູ້ອໍານວຍການ ພ້ອມດ້ວຍທິມງານຂອງບໍລິສັດ ຊັນເປເປີ ສະຫວັນນະເຂດ ຈໍາກັດ ທີ່ມີຄວາມຕັ້ງໃຈສະເໜີຂໍອອກໃບຢັ້ງຢືນອຸດສາຫະກຳສີຂຽວ ຂອງການຈັດຕັ້ງປະຕິບັດວຽກງານ ISO 14001:2015.
ປະຈຸບັນການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍອຸດສາຫະກໍາສີຂຽວ ສະບັບ ເລກທີ 0141/ອຄ.ກອຫ, ລົງວັນທີ 03/2/2022 ມີພຽງແຕ່ 08 ບໍລິສັດເທົ່ານັ້ນທີ່ໄດ້ຮັບໃບຢັ້ງຢືນອຸດສາ ຫະກໍາສີຂຽວໃນທົ່ວປະເທດ ແລະ ໃນນັ້ນມີພຽງ 01 ບໍລິສັດເທົ່ານັ້ນທີ່ຕັ້ງຢູ່ແຂວງສະຫວັນນະເຂດເຮົາ;
#ອຸດສາຫະກຳສີຂຽວ #ສະຫວັນນະເຂດ #ການພັດທະນາແບບຍືນຍົງ #ອຸດສາຫະກຳ4_0 #ອຸດສາຫະກຳປຸງແຕ່ງ