Green Cup Project

Green Cup Project Promoting Clean & Fair Coffee Value Chains in Lao PDR

The overall objective of the projet is “Enhanced quality development of coffee and tea sectors through agro-ecological community-based action, climate-resilient and inclusive value chains with a gender and human rights-based approach”.

【ເດືອນນີ້ ຢູ່ສວນກາເຟມີຫຍັງເກີດຂຶ້ນແດ່?】ລະດູຝົນນຳມາເຊິ່ງວຽກງານສຳຄັນຫຼາຍຢ່າງໃນສວນກາເຟທົ່ວປະເທດລາວ. ໃນຂະນະທີ່ນ້ຳຝົນຊ່ວຍເລັ...
02/09/2026

【ເດືອນນີ້ ຢູ່ສວນກາເຟມີຫຍັງເກີດຂຶ້ນແດ່?】
ລະດູຝົນນຳມາເຊິ່ງວຽກງານສຳຄັນຫຼາຍຢ່າງໃນສວນກາເຟທົ່ວປະເທດລາວ. ໃນຂະນະທີ່ນ້ຳຝົນຊ່ວຍເລັ່ງໃຫ້ຕົ້ນກາເຟຈະເລີນເຕີບໃຫຍ່ ແລະ ພັດທະນາໄດ້ດີ, ຊາວສວນກໍຫຍຸ້ງຢູ່ກັບການດູແລສວນ ແລະ ກະກຽມສຳລັບຂັ້ນຕອນຕໍ່ໄປຂອງລະດູການກາເຟ.

ເຖິງວ່າໄລຍະນີ້ອາດເບິ່ງຄືວ່າບັນຍາກາດກ່ຽວກັບກາເຟໃນໂຊຊຽວມີເດຍຂອງພວກເຮົາງຽບເລັກນ້ອຍ ແລະ ມີໂພສຈາກພາກສະໜາມບໍ່ຫຼາຍປານໃດ, ແຕ່ເບື້ອງຫຼັງນັ້ນ ຊາວກະສິກອນກຳລັງຂະຫຍັນຂັນແຂງໃນການດູແລສວນ, ທັງດູແລຕົ້ນກາເຟ, ບຳລຸງຮັກສາສວນ ແລະ ຕິດຕາມການພັດທະນາຂອງຜົນຜະລິດຢ່າງໃກ້ຊິດ. 🌱

ຕັ້ງແຕ່ການບຳລຸງຮັກສາສວນ, ການຕິດຕາມພືດຜົນ ໄປຈົນເຖິງການກະກຽມສຳລັບການເກັບກ່ຽວ ແລະ ການແປຮູບ, ທຸກລະດູການລ້ວນມີວຽກງານສຳຄັນຂອງຕົນເອງ.

ຕິດຕາມພວກເຮົາໄວ້ ຈະໄດ້ຮູ້ວ່າ ມີຫຍັງເກີດຂຶ້ນແຕ່ລະໄລຍະ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບເສັ້ນທາງ ຈາກສວນສູ່ຈອກ.

☕🌧️ 𝗪𝗵𝗮𝘁’𝘀 𝗛𝗮𝗽𝗽𝗲𝗻𝗶𝗻𝗴 𝗼𝗻 𝗮 𝗖𝗼𝗳𝗳𝗲𝗲 𝗙𝗮𝗿𝗺 𝗧𝗵𝗶𝘀 𝗠𝗼𝗻𝘁𝗵?
The rainy season brings important work to coffee farms across Laos. While the rain supports the growth and development of coffee trees, farmers are also busy caring for their fields and preparing for the next stages of the coffee season.

It may look a little quiet when it comes to coffee on our social media lately, with fewer posts from the field, but behind the scenes, farmers are working diligently, caring for their coffee trees, maintaining their farms, and closely monitoring the developing crop. 🌱

From farm maintenance and crop monitoring to preparing for harvest and processing, every season brings its own important tasks.

Follow our page to discover what’s happening in the coffee fields and learn more about the journey from farm to cup.

02/09/2026
ຊາລາວກ້າວສູ່ເວທີສາກົນ ຈາກບັນຍາກາດອັນຄຶກຄື້ນຂອງງານວາງສະແດງ ສູ່ການພົບປະ, ການຊີມຊາ ແລະ ການສ້າງສາຍສຳພັນໃໝ່ໆ, ຊາລາວກາຍເປັນທີ່...
27/08/2026

ຊາລາວກ້າວສູ່ເວທີສາກົນ

ຈາກບັນຍາກາດອັນຄຶກຄື້ນຂອງງານວາງສະແດງ ສູ່ການພົບປະ, ການຊີມຊາ ແລະ ການສ້າງສາຍສຳພັນໃໝ່ໆ, ຊາລາວກາຍເປັນທີ່ຮູ້ຈັກຫຼາຍຂຶ້ນ ແລະ ໄດ້ເຊື່ອມຕໍ່ກັບວົງການຊາສາກົນທີ່ກວ້າງຂວາງຂຶ້ນ.

𝗟𝗮𝗼 𝗧𝗲𝗮 𝗠𝗲𝗲𝘁𝘀 𝘁𝗵𝗲 𝗪𝗼𝗿𝗹𝗱
From the vibrant exhibition floor to conversations, tastings, and new connections, Lao tea is gaining recognition and reaching a wider international tea community.

We are delighted to share this news coverage from Lao Youth Radio FM 90.0 MHz, featuring the recent achievements of Lao ...
27/08/2026

We are delighted to share this news coverage from Lao Youth Radio FM 90.0 MHz, featuring the recent achievements of Lao tea producers and their international recognition at the Hong Kong International Tea Fair 2026.

✨🏆 🌿☕ ກ້າວສໍາຄັນຂອງຜະລິດຕະພັນລາວ ຢູ່ເທິງເວທີສາກົນ! ໃນງານ Hong Kong International Tea Fair & Food Expo PRO (13–15 ສິງຫາ 2026) ທີ່ຜ່ານມາ, ຄະນະຕົວແທນຈາກ ແຂວງຜົ້ງສາລີ ໄດ້ນໍາສະເໜີເອກະລັກລົດຊາດ ແລະ ຄຸນນະພາບອັນໂດດເດັ່ນຂອງ ຊາ ແລະ ກາເຟ ຈາກພາກເໜືອຂອງລາວ ຈົນສາມາດຄວ້າໄດ້ 2 ລາງວັນອັນຊົງກຽດ ຈາກການແຂ່ງຂັນ Hong Kong International Tea Competition 2026 ມາຄອງໄດ້ຢ່າງງົດງາມ! 🍃☕✨

🤝 ຄວາມສຳເລັດໃນຄັ້ງນີ້ ໄດ້ຮັບການຊຸກຍູ້ ຜ່ານໂຄງການ Green CUP ເຊິ່ງໄດ້ຮັບທຶນສະໜັບສະໜູນຮ່ວມຈາກ:
🇪🇺 ສະພາບໍລິຫານສະຫະພາບເອີຣົບ ປະຈໍາ ລາວ (European Union in Laos).

🇫🇷 ອົງການພັດທະນາປະເທດຝຣັ່ງ (AFD - Agence Française de Développement).

ໂຄງການນີ້ ໄດ້ຮ່ວມມືຢ່າງໃກ້ຊິດກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ, ສະຫະກອນທ້ອງຖິ່ນ ແລະ ຜູ້ຜະລິດໃນພື້ນທີ່ ເພື່ອ:
📈 ພັດທະນາຄຸນນະພາບຜະລິດຕະພັນຊາ ແລະ ກາເຟ ໃຫ້ສອດຄ່ອງກັບມາດຕະຖານສາກົນ.

🌐 ຂະຫຍາຍໂອກາດທາງດ້ານເສດຖະກິດ ເພື່ອນໍາຜະລິດຕະພັນລາວ ເຂົ້າສູ່ຕະຫຼາດໂລກ.

🌱 ເນັ້ນການຜະລິດທີ່ເປັນມິດກັບສິ່ງແວດລ້ອມ ແລະ ການຄ້າທີ່ຍຸດຕິທໍາ (Fair Trade).

💰 ສ້າງລາຍຮັບທີ່ດີຂຶ້ນ ແລະ ໝັ້ນຄົງ ໃຫ້ກັບຊຸມຊົນຊົນນະບົດ.

💚 ລາງວັນນີ້ ບໍ່ແມ່ນພຽງແຕ່ໄຊຊະນະໃນການແຂ່ງຂັນເທົ່ານັ້ນ, ແຕ່ແມ່ນ ສັນຍາລັກຂອງຄວາມເຂັ້ມແຂງ ໃນການພັດທະນາເສດຖະກິດຮາກຖານ, ການສ້າງອາຊີບທີ່ຍືນຍົງໃຫ້ຊຸມຊົນ ແລະ ເປັນການປະກາດໃຫ້ທົ່ວໂລກໄດ້ຮັບຮູ້ເຖິງຄວາມເປັນເລີດຂອງຜະລິດຕະພັນກະສິກໍາລາວ.

ພວກເຂົາພູມໃຈທີ່ໄດ້ເປັນສ່ວນໜຶ່ງ ໃນການຂັບເຄື່ອນຄວາມສໍາເລັດອັນຍິ່ງໃຫຍ່ນີ້! ☕🌍🇱🇦

📰​ທີ່ມາ: European Union in Laos
✍🏻​Lao Youth​ Radio​ ​FM​90​MHz

[𝐄𝐧g𝐥is𝐡 𝐯e𝐫sio𝐧 𝐛e𝐥ow]🏆 𝗥𝗘𝗖𝗔𝗣: 𝗟𝗔𝗢 𝗔𝗘𝗥𝗢𝗣𝗥𝗘𝗦𝗦 𝗖𝗛𝗔𝗠𝗣𝗜𝗢𝗡𝗦𝗛𝗜𝗣 2026! 🏆 ປະມວນພາບບັນຍາກາດ ງານແຂ່ງຂັນ: 𝗟𝗔𝗢 𝗔𝗘𝗥𝗢𝗣𝗥𝗘𝗦𝗦 𝗖𝗛𝗔𝗠𝗣𝗜𝗢𝗡𝗦𝗛...
24/08/2026

[𝐄𝐧g𝐥is𝐡 𝐯e𝐫sio𝐧 𝐛e𝐥ow]
🏆 𝗥𝗘𝗖𝗔𝗣: 𝗟𝗔𝗢 𝗔𝗘𝗥𝗢𝗣𝗥𝗘𝗦𝗦 𝗖𝗛𝗔𝗠𝗣𝗜𝗢𝗡𝗦𝗛𝗜𝗣 2026!
🏆 ປະມວນພາບບັນຍາກາດ ງານແຂ່ງຂັນ: 𝗟𝗔𝗢 𝗔𝗘𝗥𝗢𝗣𝗥𝗘𝗦𝗦 𝗖𝗛𝗔𝗠𝗣𝗜𝗢𝗡𝗦𝗛𝗜𝗣 2026! ☕

ເປັນອີກມື້ໜຶ່ງທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ຄວາມມ່ວນຊື່ນ! ໃນວັນເສົາ, 22 ສິງຫາ ທີ່ຜ່ານມາ, ເຫຼົ່າຄົນຮັກກາເຟ ແລະ ບາຣິສຕ້າຝີມືດີໄດ້ມາຮ່ວມໂຕກັນຢູ່ທີ່ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມການແຂ່ງຂັນ Lao AeroPress Championship 2026! ☕🔥
ເປັນບັນຍາກາດການແຂ່ງຂັນທີ່ຄຶກຄື້ນ, ເຂັ້ມຂຸ້ນ ແລະ ເຕັມໄປດ້ວຍແຮງບັນດານໃຈ. ໂຄງການ Green CUP ຂອງພວກເຮົາມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມເປັນໜຶ່ງໃນຜູ້ສະໜັບສະໜູນ (Sponsor) ຢ່າງເປັນທາງການໃຫ້ກັບງານໃນຄັ້ງນີ້! 🤝

ຜູ້ຊະນະເລີດຈາກງານ Lao AeroPress Championship 2026 ຈະໄດ້ເປັນຕົວແທນ ສປປ ລາວ ເດີນທາງໄປແຂ່ງຂັນໃນເວທີລະດັບໂລກ World AeroPress Championship 2026 ຢູ່ທີ່ ປະເທດເມັກຊິໂກ (Mexico) ໃນທ້າຍປີນີ້!

ພວກຣາມາຮ່ວມສົ່ງແຮງເຊຍໃຫ້ຊາດລາວເຮົາໃນເວທີລະດັບໂລກນຳກັນ!

👉 ຢາກຮູ້ບໍ່ວ່າໃຜຄ້ວາລາງວັນຊະນະເລີດ ແລະ ໄດ້ເປັນຕົວແທນໄປເມັກຊິໂກ? ສາມາດເຂົ້າໄປເບິ່ງລາຍຊື່ຜູ້ຊະນະທັງໝົດໄດ້ທີ່ເພຈ Slurp Coffee ເດີ! ☕🏆

ຂໍສະແດງຄວາມຍິນດີຢ່າງຍິ່ງນຳທີມງານຜູ້ຈັດງານ, ຜູ້ເຂົ້າແຂ່ງຂັນທຸກໆທ່ານ ແລະ ແຊມປ້ຽນຄົນໃໝ່ຂອງເຮົາ! ຂອບໃຈທຸກຄົນທີ່ມາຮ່ວມເຊຍ ແລະ ສ້າງບັນຍາກາດໃຫ້ງານນີ້ເຕັມໄປດ້ວຍຄວາມປະທັບໃຈ 👏🎉
ເລື່ອນເບິ່ງຮູບພາບບັນຍາກາດຄວາມມ່ວນຊື່ນໃນງານໄດ້ເລີຍ! 📸👇

#ຊາກາເຟລາວ

𝗟𝗔𝗢 𝗔𝗘𝗥𝗢𝗣𝗥𝗘𝗦𝗦 𝗖𝗛𝗔𝗠𝗣𝗜𝗢𝗡𝗦𝗛𝗜𝗣 2026!

What an unforgettable, high-energy weekend! On Saturday, 22 August, coffee enthusiasts and top baristas gathered in Vientiane Capital for the Lao AeroPress Championship 2026!🔥

The competition was fierce, the vibes were electric, and the passion for specialty coffee was inspiring. The Green CUP Project was incredibly proud to stand alongside our coffee community as an official sponsor for this fantastic event. 🤝

🌟The winner of the Lao AeroPress Championship 2026 will be heading to Mexico at the end of this year to represent Lao PDR on the global stage at the World AeroPress Championship 2026!

We are so excited to root for Laos on the world stage!

👉 Want to see who won and will be representing Laos in Mexico? Check out the full list of winners over at Slurp Coffee!

Huge congratulations to the organizers, all the talented competitors, and our new champion! Thank you to everyone who came out to support and make it such a memorable day. 👏🎉

Swipe through the highlights from the event! 📸👇

ການຢ້ຽມຢາມທີ່ໜ້າປະທັບໃຈ ຢູ່ບູດຊາລາວ ໃນຮົງກົງທ່ານກົງສູນໃຫຍ່ ສປປ ລາວ ປະຈຳຮົງກົງ ພ້ອມຄະນະ ໄດ້ໃຫ້ກຽດມາຢ້ຽມຢາມບູດຊາລາວ ໃນງານ ...
24/08/2026

ການຢ້ຽມຢາມທີ່ໜ້າປະທັບໃຈ ຢູ່ບູດຊາລາວ ໃນຮົງກົງ

ທ່ານກົງສູນໃຫຍ່ ສປປ ລາວ ປະຈຳຮົງກົງ ພ້ອມຄະນະ ໄດ້ໃຫ້ກຽດມາຢ້ຽມຢາມບູດຊາລາວ ໃນງານ ໃນມື້ທຳອິດ ວັນທີ 13 ສິງຫາ.
ການຢ້ຽມຢາມຄັ້ງນີ້ ເປັນໂອກາດອັນດີໃນການພົບປະກັບບັນດາຜູ້ຜະລິດຊາລາວ, ຮຽນຮູ້ເພີ່ມເຕີມກ່ຽວກັບຊາທີ່ໄດ້ຮັບລາງວັນ ແລະ ໄດ້ເຫັນໂດຍກົງວ່າ ຊາລາວໄດ້ຖືກນຳສະເໜີ ແລະ ເຜີຍແຜ່ສູ່ຜູ້ຊົມໃນລະດັບນານາຊາດ.
ພວກເຮົາ ຂໍຂອບໃຈຢ່າງສູງ ສຳລັບການຢ້ຽມຢາມ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ ໃນການສົ່ງເສີມຄຸນນະພາບອັນເປັນເອກະລັກ ແລະ ເລື່ອງລາວຂອງ ຊາລາວ ສູ່ເວທີນານາຊາດ.

𝗔 𝗠𝗲𝗺𝗼𝗿𝗮𝗯𝗹𝗲 𝗩𝗶𝘀𝗶𝘁 𝘁𝗼 𝘁𝗵𝗲 𝗟𝗮𝗼 𝗧𝗲𝗮 𝗕𝗼𝗼𝘁𝗵 𝗶𝗻 𝗛𝗼𝗻𝗴 𝗞𝗼𝗻𝗴
The Consul General of Laos in Hong Kong, accompanied by his delegation, visited the Lao Tea booth at the Fair on the first day 13 August.

The visit provided a valuable opportunity to meet the Lao tea producers, learn more about their award-winning teas, and see firsthand how Lao tea is being showcased to an international audience.

We are grateful for the visit and continued support in promoting the unique quality and story of Lao tea on the international stage.

📰 ບົດຂ່າວ ຊາລາວຄວ້າ 2 ລາງວັນທີ່ຮົງກົງ!🏆ອ່ານເລື່ອງລາວເຕັມໄດ້ໃນ Vientiane Times ສະບັບມື້ນີ້ (21/8/26) https://bit.ly/3SLOp...
21/08/2026

📰 ບົດຂ່າວ ຊາລາວຄວ້າ 2 ລາງວັນທີ່ຮົງກົງ!🏆

ອ່ານເລື່ອງລາວເຕັມໄດ້ໃນ Vientiane Times ສະບັບມື້ນີ້ (21/8/26) https://bit.ly/3SLOpcf.

📰 Lao Tea Wins Two Awards in Hong Kong!🏆

Read the full story in today’s (21/8/26) Vientiane Times https://bit.ly/3SLOpcf.

19/08/2026

ຈາກຍອດອູ ສູ່ ຮົງກົງ - ສຳຜັດຣົດຊາດຊາລາວຄຸນນະພາບດີເລີດ.​

ພາຍໃນ ງານມະຫະກຳຊານາໆຊາດ ຮົງກົງ (Hong Kong International Tea Fair), ຜູ້ເຂົ້າຮ່ວມງານໄດ້ມີໂອກາດສຳຜັດ ແລະ ຊິມຣົດຊາດຊາຂາວຄຸນນະພາບພິເສດຈາກ ສະຫະກອນຊາຍອດອູ, ໂດຍມີຕົວແທນຈາກສະຫະກອນເປັນຜູ້ນຳສະເໜີ ແລະ ໃຫ້ບໍລິການຊາແກ່ຜູ້ເຂົ້າຊົມ.

ຊາທີ່ເອົາມາຊົງແມ່ນຊາຂາວ ທີ່ຄວ້າລາງວັນຮອງຊະນະເລີດອັນດັບ 2 (2nd Runner-Up) ໃນການແຂ່ງຂັນຊາ ເຊິ່ງຈັດຂື້ນພາຍໃນມະຫະກຳຊານາໆຊາດດັ່ງກ່າວ. ງານນີ້ໄດ້ເປີດໂອກາດໃຫ້ຜູ້ຊົມໄດ້ສຳຜັດໂດຍກົງເຖິງລົດຊາດ ແລະ ຄຸນນະພາບອັນໂດດເດັ່ນຂອງຊາລາວ.

ຫຼາຍກວ່າການຊີມຊາ ກໍ່ຄືການເປີດໂອກາດ ໃນການບອກເລົ່າເລື່ອງລາວ, ສະແດງຝີມື ແລະ ສັກກະຍະພາບຂອງຊາລາວໃຫ້ໂລກໄດ້ຮູ້ຈັກ.🏆

𝗙𝗿𝗼𝗺 𝗡𝘆𝗼𝘁 𝗢𝘂 𝘁𝗼 𝗛𝗼𝗻𝗴 𝗞𝗼𝗻𝗴 - 𝗮 𝘁𝗮𝘀𝘁𝗲 𝗼𝗳 𝗟𝗮𝗼 𝘁𝗲𝗮 𝗲𝘅𝗰𝗲𝗹𝗹𝗲𝗻𝗰𝗲
At the Hong Kong International Tea Fair, visitors gathered to taste Nyot Ou Tea Cooperative’s exceptional white tea, proudly served by the cooperative’s representative.

This award-winning tea went on to receive 2nd Runner-Up in the Tea Competition, allowing visitors to discover first-hand the distinctive taste and quality of Lao tea.

More than a tasting, it was a moment to share the story, craftsmanship, and potential of Lao tea with the world.

[𝐄𝐧g𝐥is𝐡 𝐯e𝐫sio𝐧 𝐛e𝐥ow]𝗟𝗮𝗼 𝗖𝗼𝗳𝗳𝗲𝗲 𝗧𝗮𝗸𝗲𝘀 𝘁𝗵𝗲 𝗖𝗲𝗻𝘁𝗲𝗿 𝗦𝘁𝗮𝗴𝗲 𝗶𝗻 𝗛𝗼𝗻𝗴 𝗞𝗼𝗻𝗴!  ກາເຟລາວ ໂດດເດັ່ນໃນເວທີຮົງກົງ! ບໍ່ພຽງແຕ່ຊາເທົ່ານັ...
17/08/2026

[𝐄𝐧g𝐥is𝐡 𝐯e𝐫sio𝐧 𝐛e𝐥ow]
𝗟𝗮𝗼 𝗖𝗼𝗳𝗳𝗲𝗲 𝗧𝗮𝗸𝗲𝘀 𝘁𝗵𝗲 𝗖𝗲𝗻𝘁𝗲𝗿 𝗦𝘁𝗮𝗴𝗲 𝗶𝗻 𝗛𝗼𝗻𝗴 𝗞𝗼𝗻𝗴! ກາເຟລາວ ໂດດເດັ່ນໃນເວທີຮົງກົງ!

ບໍ່ພຽງແຕ່ຊາເທົ່ານັ້ນ, ແຕ່ກາເຟພຣີມຽມຂອງລາວ ກໍໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຢູ່ທີ່ງານ Hong Kong Expo!

ຢູ່ມຸມຂົ້ວກາເຟ (Coffee Roasting Corner) ຂອງພວກເຮົາ, ເມັດກາເຟຄຸນນະພາບຈາກພູເຂົາສູງຂອງລາວ ໄດ້ຖືກນຳມາຂົ້ວສົດໆ ແລະ ເສີບໃຫ້ກັບຜູ້ເຂົ້າຮ່ວມງານໄດ້ລິ້ມລອງລົດຊາດ. ພ້ອມດຽວກັນນີ້, ທ່ານ ບຸນຊູ ສຸດມາລີ ກໍໄດ້ຮ່ວມບັນຍາຍໃນງານສຳມະນາກາເຟ, ໂດຍໄດ້ນຳສະເໜີກ່ຽວກັບ ຄວາມເປັນມາ, ສັກກະຍາພາບ, ແລະ ທິດທາງການພັດທະນາຂອງຂະແໜງກາເຟລາວ ໃຫ້ກັບຜູ້ຊື້ ແລະ ຜູ້ຊ່ຽວຊານຈາກທົ່ວໂລກ.

👉 ມາເບິ່ງພາບບັນຍາກາດການຄົ້ວກາເຟສົດໆ ແລະ ພາບການບັນຍາຍໃນງານຮ່ວມກັນ!

𝗟𝗮𝗼 𝗖𝗼𝗳𝗳𝗲𝗲 𝗧𝗮𝗸𝗲𝘀 𝘁𝗵𝗲 𝗖𝗲𝗻𝘁𝗲𝗿 𝗦𝘁𝗮𝗴𝗲 𝗶𝗻 𝗛𝗼𝗻𝗴 𝗞𝗼𝗻𝗴!

It wasn't just about tea, Lao specialty coffee also made a big impression at the Hong Kong Expo!

At our dedicated coffee roasting corner, fresh green coffee samples from Laos were roasted on-site and served directly to visitors, offering them a true taste of our high-altitude highland Arabica. Meanwhile, Mr. Bounsu Soudmaly delivered an insightful presentation at the coffee seminar, sharing the story, potential, and vibrant future of the Lao coffee sector with international buyers and industry experts.

👉 Swipe through the photos to see our coffee roasting corner in action and highlights from the presentation!

[𝐄𝐧g𝐥is𝐡 𝐯e𝐫sio𝐧 𝐛e𝐥ow]🏆 𝗔 𝗖𝗹𝗼𝘀𝗲𝗿 𝗟𝗼𝗼𝗸 𝗮𝘁 𝘁𝗵𝗲 𝗔𝘄𝗮𝗿𝗱: 𝗪𝗵𝗮𝘁 𝗪𝗶𝗻𝗻𝗶𝗻𝗴 𝗠𝗲𝗮𝗻𝘀 𝗳𝗼𝗿 𝗟𝗮𝗼 𝗧𝗲𝗮 𝗣𝗿𝗼𝗱𝘂𝗰𝗲𝗿𝘀 🏆  ເຈາະເລິກຄວາມໝາຍຂອງລາງວັ...
17/08/2026

[𝐄𝐧g𝐥is𝐡 𝐯e𝐫sio𝐧 𝐛e𝐥ow]
🏆 𝗔 𝗖𝗹𝗼𝘀𝗲𝗿 𝗟𝗼𝗼𝗸 𝗮𝘁 𝘁𝗵𝗲 𝗔𝘄𝗮𝗿𝗱: 𝗪𝗵𝗮𝘁 𝗪𝗶𝗻𝗻𝗶𝗻𝗴 𝗠𝗲𝗮𝗻𝘀 𝗳𝗼𝗿 𝗟𝗮𝗼 𝗧𝗲𝗮 𝗣𝗿𝗼𝗱𝘂𝗰𝗲𝗿𝘀
🏆 ເຈາະເລິກຄວາມໝາຍຂອງລາງວັນ: ຜົນສຳເລັດຄັ້ງນີ້ມີຄວາມໝາຍແນວໃດຕໍ່ຜູ້ຜະລິດຊາລາວ?

ການຄວ້າ 2 ລາງວັນລະດັບສາກົນ ຈາກງານ Hong Kong International Tea Fair 2026 ມີຄວາມໝາຍແນວໃດກັນແທ້ ຕໍ່ກຸ່ມຜູ້ຜະລິດຊາທ້ອງຖິ່ນຂອງພວກເຮົາ? ສຳຄັນກວ່າຂັນລາງວັນ ກໍ່ຄືບາດກ້າວໃໝ່ ທີ່ຈະປ່ຽນໂສມໜ້າຂອງຊາລາວ ໃນເວທີສາກົນ.

ມາເຈາະເລິກເບິ່ງຄວາມສຳຄັນຂອງລາງວັນນີ້ຮ່ວມກັນ:
1️⃣ ການຢັ້ງຢືນມາດຕະຖານໃນຕະຫຼາດໂລກ (Global Market Validation): ການໄດ້ຮັບລາງວັນໃນເວທີການຄ້າຊັ້ນນຳ ເປັນສິ່ງຢັ້ງຢືນວ່າ ສະຫະກອນຜູ້ຜະລິດຊາຈາກພາກເໜືອຂອງລາວ ມີຄຸນນະພາບ, ແຫຼ່ງກຳເນີດ, ແລະ ເທັກນິກການແປຮູບ ທີ່ໄດ້ມາດຕະຖານສາກົນລະດັບດີເລີດ.
2️⃣ ຍົກລະດັບມູນຄ່າ ແລະ ໂອກາດທາງທຸລະກິດ (Commercial Prestige): ລາງວັນນີ້ສ້າງຄວາມເຊື່ອໝັ້ນ ແລະ ເພີ່ມມູນຄ່າໃຫ້ກັບແບຣນຊາລາວ ເພື່ອດຶງດູດກຸ່ມຜູ້ນຳເຂົ້້າ, ຜູ້ຄ້າສົ່ງ, ແລະ ຮ້ານຄ້າຊາພຣີມຽມຈາກທົ່ວໂລກ.

ຄວາມສຳເລັດຄັ້ງນີ້ ພິສູດໃຫ້ເຫັນວ່າ ຊາປ່າບູຮານຂອງລາວ ບໍ່ພຽງແຕ່ມີປະຫວັດສາດອັນລ້ຳຄ່າເທົ່ານັ້ນ, ແຕ່ຍັງມີສັກກະຍາພາບໃນການແຂ່ງຂັນ ຢູ່ຕະຫຼາດລະດັບໂລກຢ່າງແທ້ຈິງ.

👉 ມາເບິ່ງໃບປະກາດ, ໂສມໜ້າຂອງຊາທີ່ໄດ້ຮັບລາງວັນ ແລະ ພາບຄວາມພູມໃຈຂອງຊາລາວຮ່ວມກັນ!

🏆 𝗔 𝗖𝗹𝗼𝘀𝗲𝗿 𝗟𝗼𝗼𝗸 𝗮𝘁 𝘁𝗵𝗲 𝗔𝘄𝗮𝗿𝗱: 𝗪𝗵𝗮𝘁 𝗪𝗶𝗻𝗻𝗶𝗻𝗴 𝗠𝗲𝗮𝗻𝘀 𝗳𝗼𝗿 𝗟𝗮𝗼 𝗧𝗲𝗮 𝗣𝗿𝗼𝗱𝘂𝗰𝗲𝗿𝘀

What does winning two international awards at the Hong Kong International Tea Fair 2026 actually mean for our local producers? It goes far beyond a trophy, it is a game-changer for Lao specialty tea on the global stage.

Here is a closer look at the impact:
1️⃣ Global Market Validation: Earning top honors on an elite trading stage proves that emerging tea cooperatives from Northern Laos meet the highest international quality, origin, and processing standards.
2️⃣ Commercial Prestige & Direct Trade: This recognition builds immediate brand value and trust, equipping our producers with an internationally accredited credential to attract global F&B importers, specialty wholesalers, and high-end retailers.

Winning proves that our ancient forest teas don't just have a rich heritage; they have a competitive, world-class future.

👉 Take a look at the award certificates and the winning teas that are putting Lao specialty tea on the global map!

Address

Phonexay Village, Saysettha District
Vientiane
010000

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Website

Alerts

Be the first to know and let us send you an email when Green Cup Project posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share