02/09/2026
【ຫັນປ່ຽນສິ່ງເສດເຫລືອເຂົ້າໃນການສ້າງທາງຄອນກີດທີ່ແຂງແຮງ: ການຄົ້ນຄວ້າຂອງນັກສຶກສາລາວ ຢູ່ປະເທດຍີ່ປຸ່ນ, ທ່ານ ໄພປາກອນ ສຸລະທາທອນ / Turning Plastic Waste into Stronger Roads: A Lao Student’s Perspective in Japan, Phaipakone SOULATHATHONE】
ສະບາຍດີ! ຂ້າພະເຈົ້າຊື່ ໄພປາກອນ ສຸລະທາທອນ, ເປັນນັກສຶກສາປະລິນຍາໂທ ພາກວິຊາວິສະວະກຳສິ່ງແວດລ້ອມ ແລະ ໂຍທາ ທີ່ສະຖາບັນເຕັກໂນໂລຊີຄານາຊາວາ (KIT) ແຂວງ ອິຊິກາວາ ປະເທດຍີ່ປຸ່ນ, ພາຍໃຕ້ໂຄງການ JICA RAMP. ວຽກງານຄົ້ນຄວ້າຂອງຂ້າພະເຈົ້າແມ່ນສຸມໃສ່ການນຳໃຊ້ພລາສຕິກປະເພດ ABS ທີ່ເປັນສິ່ງເສດເຫຼືອ ມາທົດແທນວັດສະດຸເມັດຫຍາບໃນຄອນກຣີດທົ່ວໄປ ແລະ ຄອນກຣີດທີ່ຜະລິດຈາກສານເຄມີ ສໍາລັບທາງຄອນກຣີດ.
ປະສົບການຢູ່ຍີ່ປຸ່ນໄດ້ປ່ຽນແປງທັດສະນະຂອງຂ້າພະເຈົ້າຫຼາຍຢ່າງ. ນອກຈາກເຕັກໂນໂລຊີທີ່ທັນສະໄໝແລ້ວ, ຂ້າພະເຈົ້າໄດ້ຮຽນຮູ້ຄຸນຄ່າຂອງການເຮັດວຽກທີ່ເປັນລະບົບ, ລະອຽດຖີ່ຖ້ວນ ແລະ ມີວິໄນ, ເຊິ່ງເປັນຮາກຖານຂອງຄວາມເປັນເລີດທາງວິສະວະກຳຂອງຍີ່ປຸ່ນ.
ເມື່ອກັບຄືນສູ່ລາວ, ພາລະກິດຂອງຂ້າພະເຈົ້າແມ່ນການເປັນຕົວກາງໃນການຖ່າຍທອດຄວາມຮູ້. ຂ້າພະເຈົ້າຈະນຳເອົາວິທີການປະຕິບັດຕົວຈິງ ແລະ ຫຼັກການວິຊາການທີ່ທັນສະໄໝ ມາປະສົມເຂົ້າໃນຫຼັກສູດການສອນ, ຈັດສຳມະນາ ແລະ ເປັນທີ່ປຶກສາໃຫ້ນັກສຶກສາ, ເພື່ອພັດທະນາທັກສະດ້ານການທົດສອບວັດສະດຸ ແລະ ວິເຄາະຂໍ້ມູນ ຢູ່ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ. ຂ້າພະເຈົ້າມຸ່ງໝັ້ນທີ່ຈະຍົກລະດັບມາດຕະຖານການຄົ້ນຄວ້າ ແລະ ການສຶກສາດ້ານວິສະວະກຳໃນລາວ, ສ້າງແນວຄິດນະວັດຕະກຳໃຫ້ແກ່ວິສະວະກອນລຸ້ນໃໝ່.
Sabaidee! My name is Phaipakone SOULATHATHONE, and I am a master's student in the Department of Civil and Environmental Engineering at Kanazawa Institute of Technology (KIT) in Ishikawa, Japan, under the JICA Road Asset Management Program (RAMP). My research focuses on sustainable construction, specifically the use of waste ABS plastic as a replacement for coarse aggregate in Ordinary Portland cement (OPC) and geopolymer concrete (GPC). My experience in Japan has been transformative. Beyond the advanced technology, I learned the value of systematic and meticulous work ethics, which are the bedrock of Japanese engineering excellence.
Upon returning to Laos, my mission is to act as a catalyst for knowledge transfer. I plan to integrate these practical, hands-on methodologies into my teaching curriculum at the National University of Laos. I will conduct seminars and mentor students, moving beyond theory to equip them with skills in advanced material testing and data analysis. I am committed to raising the standard of engineering research and education in Laos, fostering an innovative mindset for the next generation.